ຍສໝ - ການເຄື່ອນໄຫວໃນລາຍການໄດ້ເຮັດໃຫ້ນັກສຶກສາລາວ, ກໍາປູເຈຍ ມີຄວາມຮູ້ກ່ຽວກັບວັດທະນະທຳ, ຄວາມງາມໃນການດຳລົງຊີວິດປະຈຳວັນຂອງຊາວຫວຽດນາມ ເວົ້າລວມ ແລະປະຊາຊົນນະຄອນໂຮ່ຈີມິນ ເວົ້າສະເພາະ, ປະກອບສ່ວນເພີ່ມຄວາມເຂົ້າໃຈ, ຄວາມຮັກແພງກັບຄອບຄົວຊາວ ຫວຽດນາມ ທີ່ໃຫ້ການອຸປະຖຳ, ກໍ່ຄືໄມຕີຈິດມິດຕະພາບ, ຄວາມສາມັກຄີກັບປະຊາຊົນຫວຽດນາມ ເວົ້າລວມ.
ຍສໝ - ຕອນເຊົ້າວັນທີ 24 ກຸມພາ, ຢູ່ວັດເຟີດຕິກ - ນະຄອນຫຼວງວຽງຈັນ (ປະເທດລາວ) ໄດ້ຈັດຕັ້ງພິທີບຸນເຕັດວັນເພັງເດືອນຈຽງ (ຫຼືເອີ້ນອີກວ່າພິທີ ຫງວຽນຕຽວ, ບຸນເຕັມຈັນເດືອນທຳອິດ) ເຊິ່ງແມ່ນໜຶ່ງໃນບັນດາປະເພນີວັດທະນະທຳທາງຈິດໃຈທີ່ຂາດບໍ່ໄດ້ຂອງຊາວຫວຽດນາມທຸກແຫ່ງໃນຊຸມມື້ຕົ້ນລະດູບານໃໝ່.
ຍສໝ - ໂຄງການ “ຄອບຄົວຫວຽດນາມ ໄດ້ທູນຫົວນັກສຶກສາລາວ ແລະ ກຳປູເຈຍ ພວມຮໍ່າຮຽນຢູ່ນະຄອນ ໂຮ່ຈີມິນ” ໄດ້ຮັບການປະຕິບັດຢ່າງມີປະສິດທິຜົນຈາກຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນ ໂຮ່ຈີມິນ ແລະ ບັນດາອົງການສະມາຊິກ, ປະກອບສ່ວນຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງປະຊາຊົນຫວຽດນາມ-ລາວ-ກຳປູເຈຍ.
ຍສໝ - ພິທີພາວະນາຂໍໃຫ້ປະເທດຊາດ ແລະປະຊາຊົນ ມີຄວາມຢູ່ເຢັນເປັນສຸກ ແລະປາດຖະໜາຂໍໃຫ້ພະສົງສາມະເນນ, ພຸດທະສາສະນິກກະຊົນ ທຸກຄົນໃນໂລກເວົ້າລວມ ກໍ່ຄືໃນປະເທດ ຫວຽດນາມ ແລະ ລາວ ເວົ້າສະເພາະ ພົບແຕ່ຄວາມໂຊກດີໃນປີ 2024.
ຍສໝ - ເອກອັກຄະລັດຖະທູດ ລາວ ແລະ ມາເລເຊຍ ປະຈໍາ ຫວຽດນາມ ມີຄວາມປະທັບໃຈກັບທິວທັດທຳມະຊາດທີ່ສວຍງາມ, ນ້ຳໃຈ, ປະຊາຊົນມີຄວາມດຸໝັ່ນທຳມາຫາກິນ ແລະ ອາຫານການກິນທີ່ສວຍລະອຽດອ່ອນ, ເປັນເອກະລັກສະເພາະຂອງປະເທດທີ່ມີຮູບຊົງ S.
ວັນທີ 8 ກຸມພາ, ສະມາຄົມຊາວຫວຽດນາມ ຢູ່ນະຄອນຫຼວງວຽງຈັນ ໄດ້ສົມທົບກັບສະຖານທູດຫວຽດນາມ ແລະສູນວັດທະນະທຳຫວຽດນາມ ຢູ່ ລາວ ຈັດຕັ້ງລາຍການ “ລະດູບານໃໝ່ບ້ານເກີດ - ແບ່ງປັນຄວາມຮັກແພງ”.
ຍສໝ - ຕອນຄ່ຳວັນທີ 8 ກຸມພາ, ຢູ່ນະຄອນຫຼວງວຽງຈັນ (ລາວ), ສະມາຄົມຊາວຫວຽດນາມ ອາໄສຢູ່ນະຄອນຫຼວງວຽງຈັນ ສົມທົບກັບສະຖານທູດຫວຽດນາມ ປະຈຳລາວ ໄດ້ຈັດຕັ້ງລາຍການ “ລະດູບານໃໝ່ຢູ່ບ້ານເກີດເມືອງນອນ - ແບ່ງປັນນ້ຳໃຈຮັກຫອມ”.
ຍສໝ - ໃນທ່າມກາງບັນຍາກາດອັນອົບອຸ່ນ ແລະສະໜິດສະໜົມ, ເຕັມໄປດ້ວຍນ້ຳໃຈໄມຕີຈິດມິດຕະພາບ, ມິດສະຫາຍອ້າຍນ້ອງ, ຊາວຫວຽດນາມ ອາໄສຢູ່ປະເທດເພື່ອນມິດລາວ ໄດ້ເຕົ້າໂຮມ, ພ້ອມກັນຮັບປະທານອາຫານພື້ນເມືອງ ແລະຊົມການສະແດງສິລະປະທີ່ເຂັ້ມຂຸ້ນໄປດ້ວຍສີສັນແຫ່ງບ້ານເກີດເມືອງນອນ ຢູ່ຊາຍຄາລວມຂອງສະຖານກົງສູນໃຫຍ່ຫວຽດນາມ ປະຈຳແຂວງຫຼວງພະບາງ ແລະພ້ອມກັນຟ້ອນລໍາວົງສາມັກຄີທີ່ເປັນປະເພນີຂອງປະຊາຊົນລາວບັນດາເຜົ່າ.
ຍສໝ - ວັນທີ 20 ມັງກອນ, ສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ Fukuoka, ສະມາຄົມຊາວ ຫວຽດນາມ ອາໄສຢູ່ Fukuoka, ສະຫະສະມາຄົມສົ່ງເສີມການຄ້າ ແລະ ການລົງທຶນ ຫວຽດນາມ ຢູ່ Kyushu ໄດ້ສົມທົບກັນຈັດວັນບຸນເຕັດ “ລະດູບານໃໝ່ແຫ່ງບ້ານເກີດເມືອງນອນ” ເພື່ອຕ້ອນຮັບບຸນເຕັດປີມະໂຣງ 2024.
ຍສໝ - ຕາມທະນາຄານແຫ່ງລັດສາຂານະຄອນໂຮ່ຈີມິນ ແລ້ວ, ຈຳນວນເງິນຕາຕ່າງປະເທດໂດຍຊາວຫວຽດນາມອາໄສຢູ່ຕ່າງປະເທດ ຝາກມາໃນປີ 2023 ຄາດວ່າບັນລຸ ເກືອບ 9 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 35% ເມື່ອທຽບໃສ່ກັບປີ 2022. ນີ້ແມ່ນຈຳນວນເງິນຫຼາຍທີ່ສຸດນັບ ແຕ່ກ່ອນມາຮອດປັດຈຸບັນ.
ຍສໝ - ທ່ານຮອງນາຍົກລັດຖະມົນຕີ ເຈີ່ນລິວກວາງ ໄດ້ເຊັນຂໍ້ຕົກລົງເລກທີ 30/2023/QD-TTg ວ່າດ້ວຍການກຳນົດບົດບາດ, ສິດ, ໜ້າທີ່ ແລະ ໂຄງຮ່າງການຈັດຕັ້ງຂອງຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ຢູ່ຕ່າງປະເທດ ສັງກັດກະຊວງການຕ່າງປະເທດ.
ຍສໝ - ອົງການຈັດອັນດັບຄວາມເຊື່ອຖື Fitch Ratings (ອາເມລິກາ) ຄາດຄະເນວ່າ, ການເຕີບໂຕເສດຖະກິດໄລຍະກາງຂອງຫວຽດນາມ ຈະມີສັນຍານສະດວກຫຼາຍຢ່າງ, ໃນລະດັບປະມານ 7%.
ຍສໝ - ວັນທີ 16 ທັນວາ, ຢູ່ສວນສາທາລະນະ APEC ນະຄອນ ດ່ານັ່ງ, ພະແນກວັດທະນະທໍາ ແລະ ກິລານະຄອນ ດ່ານັ່ງ ໄດ້ສົມທົບກັບບັນດາຫົວໜ່ວຍທີ່ກ່ຽວຂ້ອງຈັດຕັ້ງພິທີເປີດວັນບຸນຊາວຕ່າງປະເທດນະຄອນ ດ່ານັ່ງ ປີ 2023.
ຍສໝ - ເພື່ອປົກປັກຮັກສາ ແລະ ພັດທະນາບັນດາຄຸນຄ່າວັດທະນະທຳຂອງຊາດ, ຫວ່າງແລ້ວນີ້, ສະມາຄົມຜູ້ຮັກແພງສິລະປະພື້ນເມືອງ ຫວຽດນາມ ຢູ່ ເຢຍລະມັນ ໄດ້ຈັດຕັ້ງລາຍການສະແດງ “ກອນລຳໃນໃຈຜູ້ຢູ່ໄກບ້ານເກີດ” ຢູ່ຫໍວັດທະນາທຳສູນການຄ້າ ດົ່ງຊວນ (ເບີລິນ, ເຢຍລະມັນ).
ຍສໝ - ວັນທີ 18 ພະຈິກນີ້, ຢູ່ນະຄອນຫຼວງວຽງຈັນ ປະເທດລາວ, ໄດ້ຈັດພິທີເລີ່ມເປີດໂຮງໝໍສາກົນ ລາວີ. ນີ້ແມ່ນໂຮງໝໍສາກົນຊັ້ນ I ໂດຍໄດ້ຮັບໃບຮັບຮອງຈາກກະຊວງສາທາລະນະສຸກລາວ, ປະກອບສ່ວນຍົກສູງການບໍລິການກວດ, ປິ່ນປົວພະຍາດໃຫ້ປະຊາຄົມຊາວຫວຽດນາມ ຢູ່ລາວ ເວົ້າສະເພາະ ແລະ ຊາວລາວເວົ້າລວມ.
ຍສໝ - ນັ້ນແມ່ນເນື້ອໃນທີ່ທ່ານນາງ ຫວູທິຮວິ່ງມາຍ, ປະທານຄະນະກຳມະການຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ນະຄອນ ໂຮ່ຈີມິນ ແຈ້ງກັບບັນດາຜູ້ແທນທີ່ການພົບປະຢູ່ນອກ “ເວທີປາໄສວິສາຫະກິດຊາວຫວຽດນາມ ຢູ່ຕ່າງປະເທດ ໄທ - ຫວຽດນາມ - ລາວ - ກຳປູເຈຍ - ມຽນມາ” ໃນປີ 2023.
ຍສໝ - ນັ້ນແມ່ນຄຳເຫັນທີ່ທ່ານນາງ ຫວູທິຮູ່ຍມາຍ, ປະທານຄະນະກຳມະການຊາວຫວຽດນາມ ອາໄສຢູ່ຕ່າງປະເທດນະຄອນ ໂຮ່ຈີມິນ ໃຫ້ຮູ້ທີ່ກອງປະຊຸມຢູ່ນອກກອງປະຊຸມ “ເວທີປາໄສວິສາຫະກິດຕ່າງປະເທດ ໄທ - ຫວຽດນາມ - ລາວ - ກຳປູເຈຍ - ມຽນມາ” ໃນປີ 2023.
ຍສໝ - ນັ້ນແມ່ນຄຳປາໄສຂອງທ່ານ Danny ຫວໍແທັງດັງ, ຊາວຫວຽດນາມຢູ່ ສິງກະໂປ ເຊິ່ງແມ່ນນັກປາຖະກະຖາແຜ່ແຮງບັນດານໃຈ ກ່ຽວກັບເລີ່ມສ້າງຕົວ ແລະ ປະດິດສ້າງ ຢູ່ການພົບປະປັນຍາຊົນຊາວຫວຽດນາມຢູ່ຕ່າງປະເທດ ຢູ່ນະຄອນ ໂຮ່ຈີມິນ ໄດ້ປະກອບຄວາມຄິດຄວາມເຫັນ, ສະເໜີຄວາມເຫັນ ແລະ ເຂົ້າຮ່ວມບັນດາການເຄື່ອນໄຫວຂອງນະຄອນ ເນື່ອງໃນວັນຄູຫວຽດນາມ ວັນທີ 20 ພະຈິກ.
ຍສໝ - ແຕ່ວັນທີ 15-20 ພະຈິກ, ຄະນະປະຕິບັດງານ ລວມມີຄະນະກຳມະການກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ນະຄອນໂຮ່ຈີມິນ ແລະ ສູນສົ່ງເສີມການຄ້ານະຄອນ ໂຮ່ຈິມິນ ໄດ້ມີໂຄງການຊອກຮູ້ກ່ຽວກັບປະຊາຄົມຊາວ ຫວຽດນາມ ຢູ່ ໄທ ປີ 2023.
ຍສໝ - ການເດີນທາງກວ່າ 2.775 ກິໂລແມັດ, ນັກສິລະປິນ, ພະນັກງານໂຮງລະຄອນຫວຽດນາມ 34 ຄົນ ໄດ້ນຳເອົາສິລະປະລະຄອນເວທີຫວຽດນາມ ໄປຍັງລາວ, ໄດ້ເຜີຍແຜ່ບັນດາຄຸນຄ່າອັນດີງາມໃຫ້ປະຊາຊົນສອງປະເທດ. ນີ້ກໍແມ່ນການເຄື່ອນໄຫວເຊື່ອມຕໍ່ຊາວຫວຽດນາມ ປະຈຳທ້ອງຖິ່ນກັບບ້ານເກີດເມືອງນອນ, ພ້ອມກັນສືບຕໍ່ເສີມສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດໃຫ້ຂຽວສົດງົດງາມຕະຫຼອດໄປ.