ທະຫານເຂດ 5: ຈັດກອງປະຊຸມບັນຊາການຮັບໃຊ້ກອງປະຊຸມປ້ອງກັນຊາດ ສາມປະເທດຫວຽດນາມ, ລາວ ແລະກໍາປູເຈຍ | |
ໂຮງຮຽນນາຍທະຫານສື່ສານ ຈັດຕັ້ງພິທີຮຽນຈົບໃຫ້ນາຍທະຫານລາວ ແລະກໍາປູເຈຍ |
ເຖິງວ່າຮໍ່າຮຽນ ແລະດຳລົງຊີວິດຢູ່ຕ່າງປະເທດ, ແຕ່ບັນດານັກສຶກສາລາວ ແລະ ກຳປູເຈຍ ຮັບຮູ້ໄດ້ຄວາມອົບອຸ່ນ, ຄວາມຮັກແພງຈາກບັນດາຄອບຄົວພໍ່ແມ່ຮັກຫວຽດນາມ. ດ້ວຍຄວາມຮັກແພງຂອງຕົນ, ພໍ່ແມ່ຮັກຊາວຫວຽດນາມ ກໍ່ໄດ້ຮັບຄວາມຮັກແພງ ແລະຄວາມອະນຸສອນທີ່ດີຫຼາຍຢ່າງຈາກລູກຮັກ.
ລາຍການ “ຄອບຄົວຫວຽດນາມ ກັບນັກສຶກສາລາວ ແລະກຳປູເຈຍ ພວມຮໍ່າຮຽນຢູ່ນະຄອນໂຮ່ຈີມິນ” ມີການເຂົ້າຮ່ວມຂອງ 67 ຄອບຄົວຊາວຫວຽດນາມ ຢູ່ນະຄອນ ໂຮ່ຈີມິນ ທີ່ໄດ້ອຸປະຖໍາໃຫ້ນັກສຶກສາລາວ 91 ຄົນ ແລະນັກສຶກສາກໍາປູເຈຍ 14 ຄົນ. ລາຍການໂດຍຄະນະກໍາມະການແນວໂຮມປະເທດຊາດຫວຽດນາມ ນະຄອນໂຮ່ຈີມິນ ແລະອົງການຈັດຕັ້ງສະມາຊິກເອົາໃຈໃສ່ຜັນຂະຫຍາຍຢ່າງມີປະສິດທິຜົນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປັບປຸງ, ເພີ່ມພູນຄູນສ້າງໄມຕີຈິດມິດຕະພາບລະຫວ່າງປະຊາຊົນຫວຽດນາມ-ລາວ-ກໍາປູເຈຍ. ການເຄື່ອນໄຫວໃນລາຍການໄດ້ເຮັດໃຫ້ນັກສຶກສາລາວ, ກໍາປູເຈຍ ມີຄວາມຮູ້ກ່ຽວກັບວັດທະນະທຳ, ຄວາມງາມໃນການດຳລົງຊີວິດປະຈຳວັນຂອງຊາວຫວຽດນາມ ເວົ້າລວມ ແລະປະຊາຊົນນະຄອນໂຮ່ຈີມິນ ເວົ້າສະເພາະ, ປະກອບສ່ວນເພີ່ມຄວາມເຂົ້າໃຈ, ຄວາມຮັກແພງກັບຄອບຄົວຊາວ ຫວຽດນາມ ທີ່ໃຫ້ການອຸປະຖຳ, ກໍ່ຄືໄມຕີຈິດມິດຕະພາບ, ຄວາມສາມັກຄີກັບປະຊາຊົນຫວຽດນາມ ເວົ້າລວມ.
ປີນີ້, ລາຍການໄດ້ເຊີນຄອບຄົວນັກສຶກສາລາວ ແລະກຳປູເຈຍ ຈຳນວນໜຶ່ງມານະຄອນໂຮ່ຈີມິນ ເພື່ອຢ້ຽມຢາມບ່ອນທີ່ລູກຂອງຕົນຮ່ຳຮຽນ ແລະດຳລົງຊີວິດ, ເຫັນໄດ້ການດໍາລົງຊີວິດທີເບີກບານມ່ວນຊື່ນຂອງລູກທີ່ນະຄອນໂຮ່ຈີມິນ ເພື່ອອຸ່ນອ່ຽນໃຈກວ່າເມື່ອລູກໄປຮຽນຢູ່ຫວຽດນາມ.
ມອບຮັບຄວາມຮັກແພງ
ໂດຍເປັນ “ແມ່ຫວຽດນາມ” ທີ່ໄດ້ປຸແະຖໍາໃຫ້ນັກສຶກສາລາວ ແລະກຳປູເຈຍ 4 ຄົນ, ປ້າ ຟຸ່ງທຸ່ຍເວິນ ໃຫ້ຮູ້ວ່າ ປ້າມີໄລຍະເວລາມີຄວາມສຸກຫຼາຍພ້ອມກັບລູກຮັກຂອງຕົນ. ລູກຮັກ 4 ຄົນ, ໃນນັ້ນມີຄົນຮຽນຢູ່ມະຫາວິທະຍາໄລແພດສາດ ຟ້າມຫງອກແທກ, ມີຄົນຮຽນແພດສາດຫງວຽນເຕິດແທ່ງ.
ພໍ່ແມ່ຮັກຄົນຫວຽດ ແລະລູກຮັກແມ່ນນັກສຶກສາລາວ, ກໍາປູເຈຍ. ພາບ: A.H |
ປ້າ ເວິນ ເລົ່າສູ່ຟັງວ່າ, ພວກນ້ອງແມ່ນຄົນຮູ້ຄວາມ ແລະເປັນຕາຮັກຫຼາຍ. ນັບຕັ້ງແຕ່ມື້ທີ່ຂ້າພະເຈົ້າໄດ້ຮັບອຸປະຖໍາພວກນ້ອງນັກສຶກສາ, ໃນເຮືອນຍາມໃດກໍ່ມີສຽງເວົ້າສຽງຫົວທີ່ມ່ວນຊື່ນ. "ຂ້າພະເຈົ້າຮູ້ສຶກຄືວ່າ ຕົນໜຸ່ມແໜ້ນກວ່າ, ເປີດອົກເປີດໃຈກວ່າ, ເຕັມໄປດ້ວຍຄວາມຮັກ" .
ສ່ວນປ້າ ຫງວຽນທິແທ່ງຮັ່ງ, ເມືອງ 3, ນະຄອນ ໂຮ່ຈີມິນ ຜູທີ່ອຸປະຖຳໃຫ້ນັກສຶກສາຍິງລາວ ມາຮຽນຢູ່ ຫວຽດນາມ ເວົ້າວ່າ ເຂົາເຈົ້າໄດ້ສ້າງຄວາມເບີກບານມ່ວນຊື່ນທີ່ບໍ່ເຄີຍມີມາກ່ອນໃຫ້ແກ່ລາວ. ຜົວຂອງ ປ້າ ຮັ່ງ ເສຍຊີວິດໄປແລ້ວ, ປ້າເອງໄດ້ລ້ຽງລູກຊາຍສອງຄົນເຕີບໃຫຍ່, ທັງສອງຄົນໄດ້ສ້າງຄອບຄົວແລ້ວ. ປ້າ ຢາກມີລູກສາວເປັນເພື່ອນເພື່ອໂອ້ລົມ, ແບ່ງທຸກແບ່ງສຸກນຳກັນ.
ປີ 2023, ປ້າ ຮັ່ງ ໄດ້ຮັບອຸປະຖໍານັກສຶກສາລາວ ນາງ ສີທອງຈັນ ພອນທິຕາ ແລະຄວາມຝັນຂອງທາງນາງໄດ້ປະກົດເປັນຈິງ. ລູກສາວທີ່ປ້າ ອຸປະຖໍານັ້ນແມ່ນຄົນສວຍງາມ, ເປັນຕາຮັກໄດ້ກາຍເປັນເພື່ອນຂອງລາວໃນຊີວິດການເປັນຢູ່. ສອງແມ່ລູກເຄີຍໄປທ່ອງທ່ຽວ, ພ້ອມກັນກັບເມືອຢ້ຽມຢາມບ້ານເກີດ, ເຂົ້າຮ່ວມການພົບປະສັງສັນກັບຜູ້ທີ່ກິນເບ້ຍບຳນານ, ... ປ້າ ຮັ່ງ ແບ່ງປັນວ່າ ຮັບລູກຮັກ, ຂ້າພະເຈົ້າ, ຮູ້ສຶກໂຊກດີຫຼາຍ ແລະມີຄວາມສຸກທີ່ສຸດ” .
ນັ້ນແມ່ນຄວາມຮູ້ສຶກຂອງພໍ່ແມ່ຊາວຫວຽດນາມ ທີ່ໄດ້ອຸປະຖໍາໃຫ້ນັກສຶກສາລາວ ແລະກຳປູເຈຍ ພວມຮໍ່າຮຽນ ແລະດຳລົງຊີວິດຢູ່ຫວຽດນາມ ໃນລາຍການ “ຄອບຄົວຫວຽດນາມກັບນັກຮຽນລາວ ແລະກຳປູເຈຍ ທີ່ພວມຮ່ຳຮຽນຢູ່ນະຄອນໂຮ່ຈີມິນ”. ພວກນ້ອງໄປຮຽນຢູ່ຕ່າງປະເທດ, ສະນັ້ນບໍ່ລຶ້ງເຄີຍກັບຫຼາຍສິງຫຼາຍຢ່າງໃນຊີວິດປະຈໍາວັນ. ແຕ່ດ້ວຍການຊ່ວຍອວຍເຫຼືອ, ຄວາມຮັກແພງຂອງບັນດາຄອບຄົວຫວຽດນາມນັ້ນ, ພວກນ້ອງນັກສຶກສາມີຊຸ່ມເດືອນປີທີ່ໄດ້ຮໍ່າຮຽນຢ່າງສະດວກ, ເບີກບານມ່ວນຊື່ນ ແລະມີອະນຸສອນອັນດີງາມຫຼາຍກ່ຽວກັບປະເທດ ແລະຊາວຫວຽດນາມ.
ອະນຸສອນອັນເລິກເຊິ່ງກ່ຽວກັບປະເທດ ແລະປະຊາຊົນຫວຽດນາມ
ນ້ອງ ແພງທົມຄຳ ໂລນາ ຄົນລາວ ໄດ້ແບ່ງປັນວ່າ: “ພາຍຫຼັງໄລຍະເວລາຮ່ໍາຮຽນຢູ່ຫວຽດນາມ, ນ້ອງເຫັນວ່າ, ຄອບຄົວຫວຽດນາມ ຄ້າຍຄືກັນກັບຄອບຄົວລາວ ມີຄວາມສະໜິດສະໜົມ, ມີຄວາມຮັກແພງ ແລະສາມັກຄີນຳກັນ. ນ້ອງຮູ້ສຶກຄືວ່າພວມຢູ່ອາໄສໃນເຮືອນຂອງຕົນຢູ່ລາວ, ບໍ່ວິຕົກກັງວົນ, ບໍ່ເປັນຫ່ວງຫຍັງອີກ, ຫາກຮູ້ສືກໃກ້ຊິດສະໜິດສະໜົມ, ຮັກແພງທີ່ີສຸດ”
ສ່ວນ Tanh Bunterm ແມ່ນນັກສຶກສາກຳປູເຈຍ ທີ່ມານະຄອນໂຮ່ຈິີມິນ ເພື່ອຮ່ຳຮຽນຢູ່ມະຫາວິທະຍາໄລກະສິກຳ ແລະປ່າໄມ້, Tanh Bunterm ໄດ້ການອຸປະຖຳຈາກຄອບຄົວໜຶ່ງຢູ່ ຖູດຶກ. Tanh ໃຫ້ຮູ້ວ່າ: ເມື່ອຫາກໍ່ມາຫວຽດນາມ ນ້ອງຮູ້ສຶກວິຕົກກັງວົນຫຼາຍ ແລະປະສົບກັບຄວາມຫຍຸ້ງຍາກບາງຢ່າງ. ແຕ່ຍ້ອນໄດ້ຮັບການອຸປະຖຳ, ຊ່ວຍເຫຼືອຈາກຄອບຄົວຊາວຫວຽດນາມ ຊີວິດຂອງນ້ອງກໍ່ດີກວ່າຫຼາຍ. ຄອບຄົວຫວຽດນາມ ໄດ້ກາຍເປັນຄອບຄົວແຫ່ງທີສອງຂອງ Tanh.
ນາງ ມະນີວົງ ນານໂດ, ນັກສຶກສາລາວ ຢູ່ ຫວຽດນາມ, ລູກຮັກຂອງແມ່ ຫງວຽນທິຮັ່ງ ຢູ່ເມືອງ 4, ນະຄອນ ໂຮ່ຈີມິນ, ໃຫ້ຮູ້ວ່າ: “ຕອນທຳອິດນ້ອງຈົດຖະບຽນເຂົ້າຮ່ວມລາຍການ ເພື່ອຊອກຮູ້ກ່ຽວກັບຫວຽດນາມ, ແຕ່ມາຮອດຫວຽດນາມ ໄດ້ຮັບການອຸປະຖໍາ, ການດູແລຈາກແມ່ຮັກຊາວຫວຽດນາມ. ນ້ອງໄດ້ຮັບປະທານອາຫານຫວຽດນາມຫຼາຍເຍື່ອງໂດຍແມ່ປຸງແຕ່ງເອງ, ແມ່ກໍ່ໄດ້ຊ່ວຍພວກນ້ອງຊອກຮູ້ກ່ຽວກັບວັດທະນະທຳຫວຽດນາມ ແລະເຂົ້າຮ່ວມບັນດາລາຍການໃນຊຸມຊົນ. ແມ່ໄດ້ພາພວກນ້ອງໄປທີ່ທ່າເຮືອ ຍ່າຣົ່ງ, ເພື່ອໃຫ້ພວກນ້ອງຮູ້ຫຼາຍຂໍ້ມູນກ່ຽວກັບລຸງໂຮ່ ແລະການເດີນທາງໄປຊອກຫາເສັ້ນທາງກູ້ຊາດຂອງເພິ່ນ. ປະຈຸບັນ, ພວກນ້ອງຮັກແພງຊາວຫວຽດນາມ ແລະວັດທະນະທຳຫວຽດນາມ ທີ່ສຸດ, ຫວຽດນາມ ເໝືອນດັ່ງບ້ານເກີດເມືອງນອນແຫ່ງທີສອງຂອງພວກນ້ອງ.”
ບູນມີ