ຍສໝ - ໂຄງການພັດທະນາຂອງສປຊ ໃຫ້ຄຳໝັ້ນສັນຍາສືບຕໍ່ໜູນຊ່ວຍບັນດາປະເທດໃນພາກພື້ນອາຊີ - ປາຊີຟິກໃນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກໂລກລະບາດໂຄວິດ - 19 ແລະ ປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ.
ຍສໝ - ງານຕະຫຼາດນັດມີການເຂົ້າຮ່ວມຂອງຮ້ານວາງສະແດງຂາຍສິນຄ້າ 300 ຮ້ານ ຂອງ 150 ວິສາຫະກິດທີ່ມາຈາກບັນາດແຂວງ, ນະຄອນໃນທົ່ວປະເທດ
ຍສໝ - ຫລັງຈາກສະມາຊິກສະພາສູງອາເມລິກາ 4 ຄົນໄດ້ກ່າວປະນາມການກະທຳຂອງ ຈີນ, ສະມາຊິກສະພາສູງ ຜູ້ທີ 5, ທ່ານ Tom Cotton, ໄດ້ອອກຖະແຫຼງການກ່າວປະນາມການກະທຳຂອງ ຈີນໃນເຫດຕຳເຮືອຫາປາຫວຽດນາມຈົມນ້ຳຢູ່ເຂດທະເລຂຶ້ນກັບໝູ່ເກາະ ເຈືອງຊາ ຂອງ ຫວຽດນາມຢູ່ທະເລຕາເວັນອອກ.
ຍສໝ - ຫວ່າງມໍ່ໆນີ້, ການແຂ່ງຂັນເວົ້າເກັ່ງ, ຮູບພາບ, ຄວາມສາມາດພາສາຫວຽດນາມ... ຢູ່ ຍີ່ປຸ່ນ ນັບມື້ນັບໄດ້ຮັບຄວາມນິຍົມຊົມຊອບ. ມັນບໍ່ພຽງແຕ່ແມ່ນການເຄື່ອນໄຫວຍົກສູງຄວາມສາມາດດ້ານພາສາເທົ່ານັ້ນ, ຫາກຍັງແມ່ນການອະນຸລັກຮັກສາ ແລະ ເຜີຍແຜ່ພາສາແມ່ໃນຊຸມຊົນຊາວ ຫວຽດນາມ ປະມານ 600.000 ຄົນພວມດຳລົງຊີວິດ, ຮ່ຳຮຽນ ແລະ ເຮັດວຽກຢູ່ທີ່ນີ້. ນອກນີ້ຍັງເປັນບ່ອນຫຼິ້ນຂອງນັກສຶກສາຕ່າງປະເທດທີ່ຮຽນພາສາຫວຽດນາມ, ຊ່ວຍໃຫ້ເຂົາເຈົ້າປະຕິບັດ ແລະ ສະແດງຄວາມເຂົ້າໃຈດ້ານພາສາ ແລະ ວັດທະນະທຳ ຫວຽດນາມ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ໃນສະພາບການເສດຖະກິດ ແລະ ການຄ້າໂລກ ພວມປະເຊີນໜ້າກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍນາໆປະການທີ່ມີລັກສະນະທົ່ວໂລກ, ຫວຽດນາມ ມີແຜນນະໂຍບາຍສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ ແລະ ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງ, ແທດຈິງ.
ຍສໝ - ທຸກໆການເຄື່ອນໄຫວລາດຕະເວນ ແລະ ດຳເນີນການຊ້ອມຮົບທະຫານຂອງ ໄທເປ ຢູ່ເຂດທະເລອ້ອມຂ້າງເກາະບາບິ່ງ ຂຶ້ນກັບໝູ່ເກາະເຈື່ອງຊາ ແມ່ນການລະເມີດອະທິປະໄຕຫວຽດນາມ ຢ່າງຮ້າຍແຮງ. ຫວຽດນາມ ເດັດດ່ຽວຄັດຄ້ານ ແລະ ຮຽກຮ້ອງໃຫ້ ໄທເປ ຢຸດຕິທຸກການເຄື່ອນໄຫວທີ່ຜິດກົດໝາຍນີ້ ແລະ ບໍ່ໃຫ້ເກີດຂຶ້ນຄືນໃນອະນາຄົດ…
ໂດຍຕາງໜ້າເອກອັກຄະລັດຖະທູດບັນດາປະເທດຮັບວັດຖຸ, ອຸປະກອນການແພດ, ທ່ານ Saadi Salama ເອກອັກຄະລັດຖະທູດ ປາແລັດສະຕິນປະຈຳຫວຽດນາມໄດ້ຕີລາຄາສູງປະສິດທິຜົນຂອງວຽກງານປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ຢູ່ຫວຽດນາມໃນໄລຍະທີ່ຜ່ານມາ, ສະແດງຄວາມຂອບໃຈຢ່າງເລິກເຊິ່ງສຳລັບນ້ຳໃຈ, ຄວາມຊ່ວຍເຫຼືອອັນລ້ຳຄ່າຂອງສະພາແຫ່ງຊາດ, ປະຊາຊົນຫວຽດນາມທີ່ສະຫງວຽນໃຫ້ແກ່ລັດຖະສະພາ ແລະ ປະຊາຊົນບັນດາປະເທດ.
ຍສໝ - ຫວຽດນາມ ໄດ້ລົງຄະແນນສຽງເຫັນດີຕໍ່ມະຕິຂອງສະມັດຊາໃຫຍ່ສະຫະປະຊາຊາດ ແລະ ກ່າວປະນາມຢ່າງເຂັ້ມແຂງງ ຕໍ່ການໂຈມຕີພົນລະເຮືອນ ແລະ ພື້ນຖານໂຄງລ່າງພົນລະເຮືອນທີ່ສຳຄັນຢູ່ເຂດ Gaza.
ຍສໝ - ເຂົ້າຮ່ວມການພົບປະມີ ທ່ານ ພົນໂທ ຫງວຽນວັນຣິງ, ອະດີດກຳມະການຄະນະບໍລິຫານງານ ສູນການພັກ, ອະດີດຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ທ່ານນາງ ຫງວຽນທິເຟືອງງາ ປະທານສະຫະສະມາຄົມບັນດາອົງການມິດຕະພາບ ຫວຽດນາມ, ທ່ານ Chay Navuth ເອກອັກຄະລັດຖະທູດ ກຳປູເຈຍ ປະຈຳຫວຽດນາມ…
ໃນສື່ສັງຄົມ Twitter ສ່ວນຕົວ, ທ່ານ Mike Pompeo ໄດ້ຢືນຢັນວ່າ: “ອາເມລິກາ ຊົມເຊີຍບັນດາການນຳອາຊຽນ ທີ່ໄດ້ເຫັນດີນຳກັນວ່າ ບັນດາການຂັດແຍ້ງກັນຢູ່ທະເລຕາເວັນອອກ ຄວນໄດ້ແກ້ໄຂຕາມກົດໝາຍສາກົນ, ລວມທັງສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS 1982).
ຍສໝ - ເມື່ອບໍ່ດົນມານີ້, ຄະນະກຳມະການນິຕິກຳ (ຄະນະກຳມະການເລກ 6) ສະມັດຊາໃຫຍ່ ສປຊ ຊຸດທີ 76 ຈັດວາລະປຶກສາຫາລືຄົບຄະນະກ່ຽວກັບຫົວຂໍ້ອຳນາດນິຕິບັນຍັດ ຢູ່ລະດັບຊາດ ແລະ ສາກົນທີ່ມີບົດບາດສຳຄັນໃນການຮັກສາສັນຕິພາບ - ຄວາມໝັ້ນຄົງສາກົນ, ພັດທະນາເສດຖະກິດ - ສັງຄົມ, ຮັບປະກັນບັນດາສິດທິມະນຸດ.
ຍສໝ - ຢູ່ທີ່ນີ້, ຄະນະປະຕິບັດງານໄດ້ເຮັດວຽກກັບອົງການສົ່ງເສີມການຄ້າ ແລະ ການລົງທຶນແຂວງ (TIKZN), ຄະນະກຳມະການຄຸ້ມຄອງທ່າກຳປັ່ນສົ່ງອອກຖ່ານຫີນ Richards Bay ແລະ ກຸ່ມບໍລິສັດຂົນສົ່ງທາງລົດໄຟ Transnet.
ຍສໝ - ຕອນບ່າຍວັນທີ 24 ກັນຍານີ້, ກຳປັ່ນກອງທັບເຮືອພະບໍລົມວົງສານຸວົງນິວຊີແລນ 2 ລຳໂດຍນາຍພົນເຮືອເອກ James Gilmour, ຜູ້ບັນຊາການກອງທະຫານປະສົມນິວຊີແລນ ນຳໜ້າໄດ້ໄປຮອດທ່າກຳປັ່ນສາກົນນະຄອນໂຮ່ຈິມິນ, ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດຫວຽດນາມ ເປັນເວລາ 5 ວັນ.
ຍສໝ - ຫວຽດນາມ ຍາມໃດກໍ່ຕິດຕາມບັນດາການຜັນແປຢູ່ເຂດທະເລຕາເວັນອອກຢ່າງໃກ້ຊິດ ແລະ ປະຕິບັດອະທິປະໄຕ, ອຳນາດອະທິປະໄຕ, ສິດອຳນາດສານໃນທະເລທີ່ສອດຄ່ອງກັບກົດໝາຍສາກົນ...
ຍສໝ - ຂໍ້ມູນຈາກກົມການເດີນທະເລ ຫວຽດນາມ (ກະຊວງຄົມມະນາຄົມ ແລະ ຂົນສົ່ງ) ໃຫ້ຮູ້ວ່າ ຕາມການສະຖິຕິຂອງສະມາຄົມວິສາຫະກິດ ອາເມລິກາ ສະແດງໃຫ້ເຫັນວ່າ ຈຳນວນຜະລິດຕະພັນສົ່ງອອກນຳເຂົ້າຜ່ານທາງທະເລຂອງ ຫວຽດນາມ ໄປຍັງ ອາເມລິກາ ຢຶນຢູ່ອັນດັບທີ 2 ໃນອາຊີ (ຖັດຈາກຈີນ)
ຍສໝ - ຫວຽດນາມ ກ່າວປະນາມການບຸກໂຈມຕີດ້ວຍຄວາມຮຸນແຮງຕໍ່ພົນລະເຮືອນ, ສະຖານທີ່ດ້ານມະນຸດສະທຳ ແລະ ພື້ນຖານໂຄງລ່າງທີ່ຈຳເປັນ, ຕິດພັນກັບຄວາມເຄັ່ງຕຶງຢູ່ຕາເວັນອອກກາງ.
ຍສໝ - ຕອນເຊົ້າວັນທີ 18 ພະຈິກ, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບສະພາບການຢູ່ພາກຕາເວັນອອກກາງ, ລວມມີບັນຫາ ປາແລັດສະຕິນ.
ຍສໝ - ທ່ານ ຮ່ວາງຊວັນຫ໋າຍ ກໍ່ເນັ້ນໜັກເຖິງການພັດທະນາຢ່າງຕັ້ງໜ້າຂອງການພົວພັນລະຫວ່າງ ຫວຽດນາມ - ແອັດສະປາຍ ໃນຊຸມປີຜ່ານມາ, ຄວາມໄວ້ເນື້ອເຊື່ອໃຈໃນການຮ່ວມມືໃນຫຼາຍດ້ານລະຫວ່າງ ແອັດສະປາຍ ແລະ ບັນດາປະເທດອາຊີ - ປາຊີຟິກ, ໃນນັ້ນ ຫວຽດນາມ ຈະກັບຄືນທ່າພັດທະນາ ແລະ ເປີດກ້ວາງກ່ວາອີກໃນໄລຍະຈະມາເຖິງ.
ຍສໝ - ກອງປະຊຸມສະຫຼຸບວຽກງານສົມທົບກັນໂຄສະນາກ່ຽວກັບທະເລໝູ່ເກາະປີ 2020 ຂອງກອງບັນຊາການທະຫານເຮືອເຂດ 1 ກັບຄະນະໂຄສະນາສຶກສາບັນດາແຂວງກ໋ວາງນິງ, ທ໊າຍບິ່ງ, ນາມດິ້ງ, ເງະອານ, ຮືງອຽນ ແລະ ຕວຽນກວາງ.
ນັ້ນແມ່ນຄຳຊີ້ນຳຂອງທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫວຽດນາມ ເຈືອງຮວ່າບິ່ງ ເມື່ອການກວດກາວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໃນບໍລິເວນນະຄອນ ໂຮ່ຈີມິນ ໃນຕອນເຊົ້າວັນທີ 28 ເມສາ.