ສະມາຊິກສະພາສູງສະຫະລັດອາເມລິກາກ່າວປະນາມການກະທຳຂອງຈີນໃນເຫດຕຳເຮືອຫາປາຫວຽດນາມ ຈົມນ້ຳ ຢູ່ ທະເລຕາເວັນອອກ

15:49 | 12/04/2020

ຍສໝ - ຫລັງຈາກສະມາຊິກສະພາສູງອາເມລິກາ 4 ຄົນໄດ້ກ່າວປະນາມການກະທຳຂອງ ຈີນ, ສະມາຊິກສະພາສູງ ຜູ້ທີ 5, ທ່ານ Tom Cotton, ໄດ້ອອກຖະແຫຼງການກ່າວປະນາມການກະທຳຂອງ ຈີນໃນເຫດຕຳເຮືອຫາປາຫວຽດນາມຈົມນ້ຳຢູ່ເຂດທະເລຂຶ້ນກັບໝູ່ເກາະ ເຈືອງຊາ ຂອງ ຫວຽດນາມຢູ່ທະເລຕາເວັນອອກ. 

ສະມາຊ ກສະພາສ ງສະຫະລ ດອາເມລ ກາກ າວປະນາມການກະທຳຂອງຈ ນໃນເຫດຕຳເຮ ອຫາປາຫວຽດນາມ ຈ ມນ ຳ ຢ ທະເລຕາເວ ນອອກ ຫວຽດນາມ ຄັດຄ້ານຢ່າງແຮງອັນທີ່ໄດ້ເອີ້ນວ່າ “ທາງ 9 ຕອນ” ຂອງຈີນ ຢູ່ທະເລຕາເວັນອອກ
ສະມາຊ ກສະພາສ ງສະຫະລ ດອາເມລ ກາກ າວປະນາມການກະທຳຂອງຈ ນໃນເຫດຕຳເຮ ອຫາປາຫວຽດນາມ ຈ ມນ ຳ ຢ ທະເລຕາເວ ນອອກ ບັນດານັກຊ່ຽວຊານ ກ່າວປະນາມວ່າ ຈີນລະເມີດກົດໝາຍສາກົນ ຢູ່ທະເລຕາເວັນອອກ, ນາບຂູ່ຄວາມໝັ້ນຄົງ ແລະ ສະຖຽນລະພາບໃນພາກພື້ນ
ສະມາຊ ກສະພາສ ງສະຫະລ ດອາເມລ ກາກ າວປະນາມການກະທຳຂອງຈ ນໃນເຫດຕຳເຮ ອຫາປາຫວຽດນາມ ຈ ມນ ຳ ຢ ທະເລຕາເວ ນອອກ
ທ່ານ Tom Cotton.(ພາບ:AP)

ທ່ານ Tom Cotton ໄດ້ສະແດງຄວາມເຫັນວ່າ: ການກະທຳຂອງ ຈີນໃນເຫດຕຳເຮືອຫາປາຫວຽດນາມຈົມນ້ຳຢູ່ເຂດທະເລຂຶ້ນກັບໝູ່ເກາະ ເຈືອງຊາ ຂອງ ຫວຽດນາມ ຢູ່ ທະເລຕາເວັນອອກເພື່ອແນໃສ່ຖະແຫຼງອະທິປະໄຕຢ່າງຜິດກົດໝາຍ ຢູ່ ທະເລທະເລຕາເວັນອອກ. ສະຫະລັດອາເມລິກາ ຈະຢູ່ຂ້າງຄຽງກັບບັນດາພັນທະມິດ ແລະ ຄູ່ຮ່ວມມື ຂອງສະຫະລັດອາເມລິກາ ໃນອາຊີຕາເວັນອອກສ່ຽງໃຕ້, ໂດຍສະເພາະແມ່ນ ຫວຽດນາມ ໃນການປົກປ້ອງພົນລະເມືອງ ແລະ ອະທິປະໄຕຂອງ ຫວຽດນາມ ຕໍ່ການຮຸກຮານຂອງຈີນ.

ຂໍ້ມູນຂ່າວສານກ່ຽວກັບການກະທຳຂອງ ຈີນ ໃນເຫດຕຳເຮືອຫາປາຫວຽດນາມຈົມນ້ຳ ຢູ່ ເຂດທະເລຂຶ້ນກັບໝູ່ເກາະ ເຈືອງຊາ ຂອງ ຫວຽດນາມ ຢູ່ ທະເລຕາເວັນອອກ ແລະ ບັນດາກິດຈະກຳອື່ນໆຂອງຈີນ ທີ່ຜິດກົດໝາຍ ໃນທະເລທະເລຕາເວັນອອກ ແມ່ນມີຄວາມວິຕົກກັງວົນຫຼາຍ.

ນອກຈາກນັ້ນ, ທ່ານຍັງໄດ້ກ່າວເນັ້ນວ່າ: "ນີ້ແມ່ນຕົວຢ່າງຫຼ້າສຸດຂອງຈີນທີ່ຂົ່ມຂູ່ປະເທດເພື່ອນບ້ານຂອງພວກເຂົາເພື່ອແນໃສ່ຖະແຫຼງອະທິປະໄຕຢ່າງຜິດກົດໝາຍຂອງຕົນ ຢູ່ ທະເລທະເລຕາເວັນອອກ.". ໃນທັດສະນະຂອງທ່ານ Tom Cotton, ຈີນ ກຳລັງຂັດຂວາງຕໍ່ຄວາມສະຖຽນລະພາບຂອງພາກພື້ນໃນເວລາທີ່ປະຊາຄົມໂລກຕ້ອງມີຄວາມສາມັກຄີກັນເພື່ອຮັບມືກັບການແຜ່ລະບາດຂອງ COVID-19.

ໃນວັນທີ 6 ເມສາ,ທ່ານນາງ Morgan Ortagus ໂຄສົກກະຊວງການຕ່າງປະເທດ ອາເມລິກາ ໃຫ້ຮູ້ວ່າ ອາເມລິກາສະແດງຄວາມວິຕົກກັງວົນຕໍ່ຂໍ້ມູນຂ່າວທີ່ວ່າ ຈີນເຮັດໃຫ້ເຮືອຫາປາຂອງ ຫວຽດນາມ ຈົມນ້ຳ ຢູ່ທະເລຕາເວັນອອກ; ນີ້ແມ່ນການກະທຳຫຼ້າສຸດໃນບັນດາການເຄື່ອນໄຫວຂອງ ຈີນ ເພື່ອແນໃສ່ຖະແຫຼງອະທິປະໄຕຢ່າງຜິດກົດໝາຍຢູ່ທະເລກໍ່ຄືກໍ່ຜົນເສຍຫາຍເຖິງບັນດາປະເທດບ້ານໃກ້ເຮືອນຄຽງຢູ່ອາຊີຕາເວັນອອກສ່ຽງໃຕ້ຂອງ ຈີນ ຢູ່ເຂດທະເລຕາເວັນອອກ.

ນັບແຕ່ເວລາ ໂລກລະບາດ Covid – 19 ເກີດຂຶ້ນ, ປັກກິ່ງ ໄດ້ປະກາດບັນດາປ້ອມຄົ້ນຄ້ວາແຫ່ງໃໝ່ ຢູ່ ບັນດາຮາກຖານການທະຫານພິເສດຂອງປະເທດນີ້ ເຊິ່ງໄດ້ກໍ່ສ້າງຂຶ້ນ ຢູ່ ເຂດຫີນ ຈືເຖິ້ບ ແລະ ຊູບີ. ຈີນກໍ່ສືບຕໍ່ຜັນຂະຫຍາຍກຳລັງທະຫານລາດຢູ່ທະເລອ້ອມຂ້າງເຂດໝູ່ເກາະເຈືອງຊາ.

ແຈ້ງການໄດ້ຢັ້ງຢືນ ສິ່ງທີ່ເອີ້ນວ່າ ເສັ້ນທາງ 9 ຕອນຂອງ ຈີນ ເມື່ອເດືອນ ກໍລະກົດ 2016 ໄດ້ຮັບຄຳຕັດສິນຈາກສານສາກົນວ່າ ແມ່ນຖະແຫຼງອະທິປະໄຕທາງທະເລທີ່ຜິດກົດໝາຍຕາມສົນທິສັນຍາສປຊກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982. ລັດຖະບານ ອາເມລິກາ ມີທັດສະນະເຊັ່ນດຽວກັນກັບຄຳຕັດສິນດັ່ງກ່າວ. ອາເມລິກາ ຮຽກຮ້ອງໃຫ້ຈີນສືບຕໍ່ສຸມໃສ່ເຂົ້າການໜູນຊ່ວຍບັນດາຄວາມມານະພະຍາຍາມສາກົນຮັບມືກັບໂລກລະບາດ Covid – 19 ໃນທົ່ວໂລກ ແລະ ບໍ່ຍາດແຍ່ງກະທຳຄວາມລະເຫຼີງ ຂອງປະເທດອື່ນໆ ເພື່ອແນໃສ່ເປີດກ້ວາງຖະແຫຼງການອະທິປະໄຕທີ່ຜິດກົດໝາຍຢູ່ທະເລຕາເວັນອອກ.

ສະມາຊ ກສະພາສ ງສະຫະລ ດອາເມລ ກາກ າວປະນາມການກະທຳຂອງຈ ນໃນເຫດຕຳເຮ ອຫາປາຫວຽດນາມ ຈ ມນ ຳ ຢ ທະເລຕາເວ ນອອກ ຫວຽດນາມ ຄັດຄ້ານຢ່າງແຮງອັນທີ່ໄດ້ເອີ້ນວ່າ “ທາງ 9 ຕອນ” ຂອງຈີນ ຢູ່ທະເລຕາເວັນອອກ

ວັນທີ 20 ມີນາ, ຕອບສໍາພາດຂອງນັກຂ່າວທີ່ສະເໜີໃຫ້ຮູ້ປະຕິກິລິຍາຂອງຫວຽດນາມ ຕໍ່ເລື່ອງບາງສື່ສັງຄົມອອນໄລທີ່ລົງທະບຽນຊື່ອົງການຜູ້ຕາງໜ້າຈີນ ປະຈໍາ ຕ່າງປະເທດໄດ້ລົງຮູບແຜນທີ່ປະເທດຈີນ ທີ່ມີຮູບພາບ “ທາງ 9 ຕອນ”.

ສະມາຊ ກສະພາສ ງສະຫະລ ດອາເມລ ກາກ າວປະນາມການກະທຳຂອງຈ ນໃນເຫດຕຳເຮ ອຫາປາຫວຽດນາມ ຈ ມນ ຳ ຢ ທະເລຕາເວ ນອອກ ບັນດານັກຊ່ຽວຊານ ກ່າວປະນາມວ່າ ຈີນລະເມີດກົດໝາຍສາກົນ ຢູ່ທະເລຕາເວັນອອກ, ນາບຂູ່ຄວາມໝັ້ນຄົງ ແລະ ສະຖຽນລະພາບໃນພາກພື້ນ

ເມື່ອບໍ່ດົນມານີ້, ຢູ່ສໍານັກງານສະຖາບັນພົວພັນສາກົນ Praha (IIR) ຂຶ້ນກັບກະຊວງການຕ່າງປະເທດ ເຊັກໂກ ໄດ້ດໍາເນີນກອງປະຊຸມສໍາມະນາ ດ້ວຍຫົວຂໍ້ “ແກ້ໄຂການຂັດແຍ້ງຢູ່ທະເລຕາເວັນອອກ”. ກອງປະຊຸມດັ່ງກ່າວ ໂດຍ IIR ສົມທົບກັບມະຫາວິທະຍາໄລ Palacky Olomous (Czech) ຈັດຕັ້ງຂຶ້ນ.

ສະມາຊ ກສະພາສ ງສະຫະລ ດອາເມລ ກາກ າວປະນາມການກະທຳຂອງຈ ນໃນເຫດຕຳເຮ ອຫາປາຫວຽດນາມ ຈ ມນ ຳ ຢ ທະເລຕາເວ ນອອກ ຊຸມຊົນສາກົນອອກສຽງ ກ່ຽວກັບບັນດາການກະທຳຜິດກົດໝາຍຂອງ ຈີນ ຢູ່ທະເລຕາເວັນອອກ

ຍສໝ - ເມື່ອໃຫ້ຂໍ້ສັງເກດກ່ຽວກັບບັນດາການເຄື່ອນໄຫວມໍ່ໆມານີ້ຂອງຈີນ ຢູ່ ທະເລຕາເວັນອອກ, ພິເສດ ພາຍຫລັງ ກຳປັ່ນ ໄຮ້ຢາງ 8 ຂອງຈີນ ລະເມີດເຂດເສດຖະກິດຈຳເພາະ ຂອງຫວຽດນາມ, ຫາງສຽງສາກົນໄດ້ກ່າວປະນາມບັນດາການກະທຳຜິດກົດໝາຍຂອງ ຈີນ

ໄຊພອນ

ເຫດການ
302 Found

Found

The document has moved here.