ຫວຽດ​ນາມ ຄັດ​ຄ້ານ​ເລື່ອງ ໄທເປ - ຈີນ ດຳເນີນການຊ້ອມຮົບທະຫານເຮືອຢູ່ ເກາະ ບາບີ່ງ ຢ່າງ​ເດັດ​ຂາດ

11:30 | 20/11/2021

ຍ​ສ​ໝ - ທຸ​ກໆ​ການ​ເຄື່ອນ​ໄຫວ​ລາດ​ຕະ​ເວນ ແລະ ດຳ​ເນີນ​ການ​ຊ້ອມ​ຮົບ​ທະ​ຫານຂ​ອງ ໄທ​ເປ ຢູ່​ເຂດ​ທະ​ເລ​ອ້ອມຂ້າງ​ເກາະ​ບາ​ບິ່ງ ຂຶ້ນ​ກັບ​ໝູ່​ເກາະ​ເຈື່ອງ​ຊາ ແມ່ນ​ການ​ລະ​ເມີດ​ອະ​ທິ​ປະ​ໄຕ​ຫວຽດ​ນາມ ຢ່າງ​ຮ້າຍ​ແຮງ. ຫວຽດ​ນາມ ເດັດ​ດ່ຽວ​ຄັດ​ຄ້ານ ແລະ ຮຽກ​ຮ້ອງ​ໃຫ້ ໄທ​ເປ​ ຢຸດ​ຕິ​ທຸກ​ການ​ເຄື່ອນ​ໄຫວ​ທີ່ຜິດ​ກົດ​ໝາຍນີ້ ແລະ ບໍ່ໃຫ້ເກີດຂຶ້ນ​ຄືນ​ໃນ​ອະ​ນາ​ຄົດ…

ຫວຽດ​ນາມ ​ປະ​ກອບ​ສ່ວ​ນ​ຫຼາຍຢ່າງ​​ຢູ່​​ເວ​ທີປາ​ໄສທະ​ເລ ASEAN ຄັ້ງ​ທີ 11 ແລະ ເວ​ທີ​ປາ​ໄສທະ​ເລ ASEAN ເປີດກວ້າງ ຄັ້ງ​ທີ່ 9 ຫວຽດ​ນາມ ​ປະ​ກອບ​ສ່ວ​ນ​ຫຼາຍຢ່າງ​​ຢູ່​​ເວ​ທີປາ​ໄສທະ​ເລ ASEAN ຄັ້ງ​ທີ 11 ແລະ ເວ​ທີ​ປາ​ໄສທະ​ເລ ASEAN ເປີດກວ້າງ ຄັ້ງ​ທີ່ 9
ຫວຽດ​ນາມ ຮຽ​ກ​ຮ້ອງ​ໃຫ້​ບັນ​ດາ​ປະ​ເທດ​ເຄົາ​ລົບຫຼັກ​ການ​ແກ້​ໄຂ​​ການຂັດ​ແຍ້ງ​ສາ​ກົນ ໂດຍ​ສັນ​ຕິ​ວິ​ທີ ຫວຽດ​ນາມ ຮຽ​ກ​ຮ້ອງ​ໃຫ້​ບັນ​ດາ​ປະ​ເທດ​ເຄົາ​ລົບຫຼັກ​ການ​ແກ້​ໄຂ​​ການຂັດ​ແຍ້ງ​ສາ​ກົນ ໂດຍ​ສັນ​ຕິ​ວິ​ທີ
ຫວຽດ​ນາມ ຄັດ​ຄ້ານ​ເລື່ອງ ໄທເປ - ຈີນ ດຳເນີນການຊ້ອມຮົບທະຫານເຮືອຢູ່ ເກາະ ບາບີ່ງ ຢ່າງ​ເດັດ​ຂາດ
ທ່ານ ນາງ ເລທິທູຮັ່ງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ (ພາບ: vov.vn)

ວັນ​ທີ 18 ພະ​ຈິກ, ໂດຍ​ຕອບ​ຄຳ​ຖາມ​ຢູ່​ການ​ຖະ​ແຫຼງ​ຂ່າວ​ນັດ​ສາ​ມັນ​ຂ​ອງ​ກະ​ຊວງ​ການ​ຕ່າງ​ປະ​ເທດກ່ຽວກັບປະຕິກິລິຍາຂອງ ຫວຽດນາມ ຕໍ່ເລື່ອງ ໄທເປ - ຈີນ ດຳເນີນການຊ້ອມຮົບທະຫານເຮືອຢູ່ເກາະ ບາບີ່ງ, ຂຶ້ນກັບໝູ່ເກາະ ເຈື່ອງຊາ ຂອງຫວຽດນາມ, ທ່ານ ນາງ ເລທິທູຮັ່ງ ຊີ້ແຈ້ງວ່າ:

“ຫວຽດນາມ ມີພະຍານຫລັກຖານດ້ານນິຕິກຳ ແລະ ປະຫວັດສາດຢ່າງຄົບຖ້ວນ ເພື່ອຢັ້ງຢືນອະທິປະໄຕສຳລັບ ໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ ແມ່ນສອດຄ່ອງກັບກົດໝາຍສາກົນ. ທຸກການເຄື່ອນໄຫວລາດຕະເວນ ແລະ ການຊ້ອມຮົບການທະຫານຂອງ ໄຕ້ຫວັນ ຢູ່ເຂດທະເລອ້ອມແອ້ມເກາະ ບາບີ່ງ ຂຶ້ນກັບໝູ່ເກາະ ເຈື່ອງຊາ ແມ່ນລ່ວງລ້ຳອະທິປະໄຕຂອງຫວຽດນາມ ສຳລັບໝູ່ເກາະນີ້, ນາບຂູ່ເຖິງສັນຕິພາບ,ສະຖຽນລະພາບ, ຄວາມປອດໄພ, ຄວາມໝັ້ນຄົງໃນການເດີນເຮືອ, ກໍ່ຄວາມເຄັ່ງຕຶງ ແລະ ເຮັດໃຫ້ສະພາບການຢູ່ທະເລຕາເວັນອອກສັບສົນຂຶ້ນຕື່ມ. ຫວຽດນາມເດັດດ່ຽວຄັດຄ້ານ ແລະ ຮຽກຮ້ອງໃຫ້ ໄຕ້ຫວັນ ຢຸດຕິການເຄື່ອນໄຫວທີ່ຜິດກົດໝາຍດັ່ງກ່າວ ແລະ ບໍ່ໃຫ້ເກີດມີການກະທຳທີ່ຄ້າຍຄືກັນນີ້ໃນອະນາຄົດ”.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.