ຫວຽດ​ນາມ​ພ້ອມ​ແລ້ວ​ທີ່​ຈະ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ຟື້ນ​ຟູ​ເສດ​ຖະ​ກິດ ແລະ ພັດ​ທະ​ນາ​ແບບ​ຍືນ​ຍົງ​ຢູ່​ອາ​ຊີ - ປາ​ຊີ​ຟິກ

07:37 | 08/09/2022

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ໃນສະພາບການເສດຖະກິດ ແລະ ການຄ້າໂລກ ພວມປະເຊີນໜ້າກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍນາໆປະການທີ່ມີລັກສະນະທົ່ວໂລກ, ຫວຽດນາມ ມີແຜນນະໂຍບາຍສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ ແລະ ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງ, ແທດຈິງ.

ຫວຽດ​ນາມ ຈະ​ສືບ​ຕໍ່​ແມ່ນ​ສະ​ມາ​ຊິກ​ທີ່​ຕັ້ງ​ໜ້າ, ມີ​ຄວາມ​ຮັບ​ຜິດ​ຊອບ​ຂອງ UNESCO ຫວຽດ​ນາມ ຈະ​ສືບ​ຕໍ່​ແມ່ນ​ສະ​ມາ​ຊິກ​ທີ່​ຕັ້ງ​ໜ້າ, ມີ​ຄວາມ​ຮັບ​ຜິດ​ຊອບ​ຂອງ UNESCO
ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ເຂົ້​າ​ຮ່ວມ​ຢ່າງ​ຕັ້ງ​ໜ້າ ແລະ ມີ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງຫຼວງ ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ເຂົ້​າ​ຮ່ວມ​ຢ່າງ​ຕັ້ງ​ໜ້າ ແລະ ມີ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງຫຼວງ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ເວທີປາໄສ (ພາບ: VGP)
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ເວທີປາໄສ (ພາບ: VGP)

ໂດຍໄດ້ຮັບຄຳເຊື້ອເຊີນຂອງການນຳຂັ້ນສູງ ແລະ ລັດຖະບານ ສະຫະພັນ ລັດເຊຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເຂົ້າຮ່ວມເວທີປາໄສເສດຖະກິດຝ່າຍຕາເວັນອອກ ທີ່ຈັດຂຶ້ນຢູ່ນະຄອນ Vladivostok, ສະຫະພັນ ລັດເຊຍ ໃນວັນທີ 7 ກັນຍາ, ຕາມຮູບແບບທາງໄກ. ເວທີປາໄສມີການເຂົ້າຮ່ວມຂອງທ່ານປະທານາທິບໍດີ ສະຫະພັນ ລັດເຊຍ Putin ແລະ ການນຳຂອງຫຼາຍປະເທດຄື: ຈີນ, ອາກເມເນຍ, ມົງໂກນ, ຫວຽດນາມ…

ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ໃນສະພາບການເສດຖະກິດ ແລະ ການຄ້າໂລກ ພວມປະເຊີນໜ້າກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍນາໆປະການທີ່ມີລັກສະນະທົ່ວໂລກ, ຫວຽດນາມ ມີແຜນນະໂຍບາຍສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ ແລະ ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງ, ແທດຈິງ. ໄປຄຽງຄູ່ກັບການຄວບຄຸມພະຍາດໂຄວິດ - 19 ຢ່າງມີປະສິດທິຜົນ, ຫວຽດນາມ ກໍ່ປະສົບຜົນສຳເລັດໃນການຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຄວບຄຸມໄພເງິນເຟີ້, ຮັກສາການເຕີບໂຕຢູ່ລະດັບສູງ, ຮັບປະກັນຄວາມດູນດ່ຽງໃຫຍ່ຂອງພື້ນຖານເສດຖະກິດ, ສະພາບການດ້ານການເມືອງ - ສັງຄົມມີສະຖຽນລະພາບ, ບັນດາການເຄື່ອນໄຫວພົວພັນຕ່າງປະເທດໄດ້ຮັບການຍູ້ແຮງ, ການຮ່ວມມືດ້ານເສດຖະກິດ, ການລົງທຶນ, ການທ່ອງທ່ຽວໄດ້ຮັບການຟື້ນຟູຢ່າງຮອບດ້ານ.

ກ່ຽວກັບການພົວພັນດ້ານເສດຖະກິດສອງຝ່າຍ ຫວຽດນາມ - ລັດເຊຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ ຫວຽດນາມ ຖືເປັນສຳຄັນການພົວພັນຄູ່ຮ່ວມມືຍຸດທະສາດ ຮອບດ້ານ ຫວຽດນາມ - ລັດເຊຍ, ສະເໜີໃຫ້ສອງຝ່າຍສືບຕໍ່ຍູ້ແຮງການຮ່ວມມືໃນທຸກຂະແໜງການ, ຂົງເຂດທີ່ມີທ່າແຮງ, ຍາດແຍງຢ່າງມີປະສິດທິຜົນ ແລະ ຍົກລະດັບສັນຍາການຄ້າເສລີລະຫວ່າງ ຫວຽດນາມ - ສະຫະພັນເສດຖະກິດ ອາຊີ - ເອີລົບ (EAEU) ໂດຍໄວ.

vovworld.vn

ເຫດການ
302 Found

Found

The document has moved here.