ຫວຽດ​ນາມ​ສະ​ເໜີ​ໃຫ້​ຈີນ ເຄົາ​ລົບ ແລະ ບໍ່​ລະ​ເມີດ​ເຂດ​ເສດ​ຖະ​ກິດ​ຈຳ​ເພາະ, ເຂດໄຫຼ່ທະວີບ ຂອງ ຫວຽດ​ນາມ

09:00 | 10/03/2022

ຍ​ສ​ໝ - ຫວຽດ​ນາມ ຍາມ​ໃດ​ກໍ່​ຕິດ​ຕາມ​ບັນ​ດາ​ການ​ຜັນ​ແປ​ຢູ່ເຂດ​ທະ​ເລ​ຕາ​ເວັນ​ອອກ​ຢ່າງ​ໃກ້​ຊິ​ດ ແລະ ປະ​ຕິ​ບັດ​ອ​ະ​ທິ​ປະ​ໄຕ, ອຳ​ນາດ​ອະ​ທິ​ປະ​ໄຕ, ສິດ​ອຳ​ນາດ​ສານ​ໃນ​ທະ​ເລ​ທີ່​ສອດ​ຄ່ອງ​ກັບ​ກົດ​ໝາຍ​ສາ​ກົນ...

ແງ່​ຫວັງ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ ຫວຽດ​ນາມ - ສະ​ຫະ​ພັນ​ລັດ​ເຊຍ ແງ່​ຫວັງ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ ຫວຽດ​ນາມ - ສະ​ຫະ​ພັນ​ລັດ​ເຊຍ
ນັກ​ລົງ​ທຶນ​ຍີ່​ປຸ່ນ​ເລືອກ​ຫວຽດ​ນາມ ຍ້ອນ​ມີ​ສະ​ຖຽນ​ລະ​ພາບ​ດ້ານ​ການ​ເມືອງ ແລະ ເສດ​ຖະ​ກິດ​ມະ​ຫາ​ພາກ​ທີ່​ເປັນ​ປົກ​ກະ​ຕິ ນັກ​ລົງ​ທຶນ​ຍີ່​ປຸ່ນ​ເລືອກ​ຫວຽດ​ນາມ ຍ້ອນ​ມີ​ສະ​ຖຽນ​ລະ​ພາບ​ດ້ານ​ການ​ເມືອງ ແລະ ເສດ​ຖະ​ກິດ​ມະ​ຫາ​ພາກ​ທີ່​ເປັນ​ປົກ​ກະ​ຕິ
ຫວຽດ​ນາມ​ສະ​ເໜີ​ໃຫ້​ຈີນ ເຄົາ​ລົບ ແລະ ບໍ່​ລະ​ເມີດ​ເຂດ​ເສດ​ຖະ​ກິດ​ຈຳ​ເພາະ, ເຂດໄຫຼ່ທະວີບ ຂອງ ຫວຽດ​ນາມ
ທ່ານ​ນາງ ເລ​ທິ​ທູ​ຮັ່ງ​ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ (ພາບ: TTXVN)

ວັນ​ທີ 7 ມີ​ນາ, ໂດຍ​ຕອບ​ສຳ​ພາດຕໍ່​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ການ​ປະ​ກາດ​ການ​ເດີນ​ເຮືອ​ຂອງ​ກົມທະຫານເຮືອ ​ແຂວງ ໄຫຫຼຳ, ຈີນ ​ກ່ຽວ​ກັບ​ການ​ເຄື່ອ​ໄຫວ​ຊ້ອມ​ຮົບ​ການ​ທະ​ຫານ​ຂອງ​ຈີນ​ຢູ່​ເຂດ​ທະ​ເລ​ຕ​າ​ເວັນ​ອອກ. ທ່ານ​ນາງ ເລ​ທິ​ທູ​ຮັ່ງ​ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຢັ້ງ​ຢືນ​ວ່າ:

ຫວຽດ​ນາມ​ຍາມ​ໃດ​ກໍ່​ຕິດ​ຕາມ​ບັນ​ດາ​ການ​ຜັນ​ແປ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ ແລະ ປະ​ຕິ​ບັດ​ສິດ​ອະ​ທິ​ປະ​ໄຕ, ອຳ​ນາດ​ອະ​ທິ​ປະ​ໄຕ, ສິດ​ອຳ​ນາດ​ສານ​ຢູ່ທະ​ເລ​ໃຫ້​ສອດ​ຄ​ອ່ງ​ກັບ​ກົດ​ໝາຍ​ສາ​ກົນ, ເປັນ​ຕົ້ນ​ແມ່ນ​ສົນ​ທິ​ສັນ​ຍາ​ ສປຊ ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ ປີ 1982 (UNCLOS 1982). ສ່ວນ​ໜຶ່ງ​ຂອງ​​ການປະ​ກາດ​ການ​ເດີນ​ເຮືອດັ່ງ​ກ່າວແມ່ນ​ເຂດ​ເສດ​ຖະ​ກິດ​ຈຳ​ເພາະ, ເຂດ​ໄຫຼ່​ທະ​ວີບ​ຂອງ​ຫວຽດ​ນາມ ທີ່​ໄດ້ກຳນົດ​ຕາມ UNCLOS 1982.

ຫວຽດ​ນາມ ສະ​ເໜີ​ໃຫ້​ຈີນ​ເຄົາ​ລົບ ແລະ ບໍ່​ລະ​ເມີດ​ເຂດ​ເສດ​ຖະ​ກິດ​ຈຳ​ເພາະ​, ເຂດ​ໄຫຼ່​ທະ​ວີບ​ຂອງ ຫວຽດ​ນາມ, ບໍ່​ມີ​ການ​ກະ​ທຳ​ເຮັດ​ໃຫ້​ສະ​ພາບ​ການ​ສັບ​ສົນ​ຂຶ້ນ​ຕື່ມ, ຜ່ານ​ນັ້ນ ກໍ​ປະ​ກອບ​ສ່ວນ​ຮັກ​ສາ​ສັນ​ຕິ​ພາບ, ຄວາມ​ໝັ້ນ​ຄົງ, ສະ​ຖຽນ​ລະ​ພາບ​ໃນ​ພາກ​ພື້ນທະ​ເລ​ຕ​າ​ເວັນ​ອອກ. ຝ່າຍ​ຫວຽດ​ນາມ ໄດ້​ປະສານກັບ​ຈີນ ກ່ຽວ​ກັບ​ບັນ​ຫານີ້.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.