ຫວຽດ​ນາມ ກ່າວ​ປະ​ນາມຢ່າງ​ແຮງການ​ກະ​ທຳ​ໃຊ້​ຄວາມ​ຮຸນ​ແຮງ​ບຸກ​ໂຈມ​ຕີ​ສາ​ມັນ​ຊົນ ​ທີ່​ກ່ຽວກັບ​​ຄວາມ​ເຄັ່ງ​ຕຶງ​ຢູ່​ຕາ​ເວັນ​ອອກ​ກາງ

19:47 | 09/11/2023

ຍສໝ - ຫວຽດນາມ ກ່າວ​ປະນາມ​ການ​ບຸກ​ໂຈມ​ຕີ​ດ້ວຍ​ຄວາມ​ຮຸນ​ແຮງ​ຕໍ່​ພົນລະ​ເຮືອນ, ສະຖານທີ່ດ້ານ​ມະນຸດສະທຳ ​ແລະ ພື້ນຖານ​ໂຄງ​ລ່າງ​ທີ່​ຈຳ​ເປັນ, ຕິດ​ພັນ​ກັບ​ຄວາມ​ເຄັ່ງ​ຕຶງ​ຢູ່​ຕາ​ເວັນ​ອອກ​ກາງ.

ບຸກ​ທະ​ລຸ​ເພື່ອ​ນຳ​ໜ້າ​ໃນ​ສະ​ພາບ​ການ​ເປັນ​ປົກ​ກະ​ຕິ​ໃໝ່ ບຸກ​ທະ​ລຸ​ເພື່ອ​ນຳ​ໜ້າ​ໃນ​ສະ​ພາບ​ການ​ເປັນ​ປົກ​ກະ​ຕິ​ໃໝ່
ສື່​ມວ​ນ​ຊົນ​ລາວ​ຕີ​ລາ​ຄາ​ສູງຕໍ່ວຽກ​ງານ​ກະ​ກ​ຽມ​ບຸກ​ຄະ​ລາ​ກອນ​ໃຫ້ ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ສື່​ມວ​ນ​ຊົນ​ລາວ​ຕີ​ລາ​ຄາ​ສູງຕໍ່ວຽກ​ງານ​ກະ​ກ​ຽມ​ບຸກ​ຄະ​ລາ​ກອນ​ໃຫ້ ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ

ວັນ​ທີ 18 ຕຸລາ​ນີ້, ຕອບ​ຄຳ​ຊັກ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ຄວາມ​ເຄັ່ງ​ຕຶງ​ຢູ່​ຕາ​ເວັນ​ອອກ​ກາງ, ​ທ່ານນາງ ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າມທູຮັ່ງ ​ໃຫ້​ຢັ້ງຢືນວ່າ ຫວຽດນາມ ກ່າວປະນາມຢ່າງແຮງຕໍ່ການກະທຳໃຊ້ຄວາມຮຸນແຮງບຸກໂຈມຕີສາມັກຊົນ, ພະນັກງານມະນຸດສະທຳ, ນັກຂ່າວ, ບັນດາພື້ນຖານໂຄງລ່າງທີ່ຈຳເປັນຢ່າງແຮງ.

ຫວຽດ​ນາມ ກ່າວ​ປະ​ນາມຢ່າງ​ແຮງການ​ກະ​ທຳ​ໃຊ້​ຄວາມ​ຮຸນ​ແຮງ​ບຸກ​ໂຈມ​ຕີ​ສາ​ມັນ​ຊົນ ​ທີ່​ກ່ຽວກັບ​​ຄວາມ​ເຄັ່ງ​ຕຶງ​ຢູ່​ຕາ​ເວັນ​ອອກ​ກາງ
ທ່ານນາງ ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າມທູຮັ່ງ

ໃນການຖະແຫຼງຂ່າວນັດສາມັນ ທີ່ໄດ້ດຳເນີນໃນຕອນບ່າຍວັນທີ 9 ພະຈິກ, ຢູ່ຮ່າໂນ້ຍ, ເມື່ອເຕື້ອງເຖິງສະພາບການໃນປັດຈຸບັນຢູ່ ຕາເວັນອອກກາງ.ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ຢັ້ງຢືນ ຫວຽດນາມ ກ່າວປະນາມຢ່າງແຮງຕໍ່ການກະທຳໃຊ້ຄວາມຮຸນແຮງບຸກໂຈມຕີສາມັກຊົນ, ພະນັກງານມະນຸດສະທຳ, ນັກຂ່າວ, ບັນດາພື້ນຖານໂຄງລ່າງທີ່ຈຳເປັນຢ່າງແຮງ ແລະ ປາດຖະໜາວ່າ ຢາກບັນດາຝ່າຍຕ້ອງຢຸດຍິງ, ສ້າງເງື່ອນໄຂໃຫ້ແກ່ການເຈລະຈາສັນຕິພາບ ແລະ ບັນດາການເຄື່ອນໄຫວດ້ານມະນຸດສະທຳ. ທ່ານນາງໃຫ້ຮູ້ວ່າ:

ບົນເນື້ອໃນຈິດໃຈມະຕິທີ່ໂດຍ ສະມັດຊາໃຫຍ່ ສປຊ ຮັບຮອງເອົາ ໃນກອງປະຊຸມດ່ວນ ທີ່ໄດ້ຈັດຂຶ້ນໃນວັນທີ 27 ຕຸລາ ຜ່ານມາ, ພວກຂ້າພະເຈົ້າຮຽກຮ້ອງໃຫ້ບັນດາຝ່າຍຕ້ອງຢຸດຍິງຢ່າງທັນທີ, ປະຕິບັດຕາມກົດໝາຍສາກົນ, ກົດໝາຍວ່າດ້ວຍການມະນຸດສະທຳສາກົນ ແລະ ປົກປ້ອງສາມັນຊົນ ແລະ ບັນດາພື້ນຖານໂຄງລ່າງພົນລະເຮືອນ, ສ້າງແລວມະນຸດສະທຳ ແລະ ປ່ອຍຕົວປະກັນທີ່ພວມຖືກກັກຕົວຢ່າງທັນທີ.

ເມື່ອຕອບຄຳຖາມກ່ຽວກັບຂໍ້ມູນວ່າ ຫວ່າງແລ້ວນີ້ ກະຊວງການເງິນ ອາເມລິກາ ສືບຕໍ່ນຳຫວຽດນາມ ເຂົ້າບັນຊີລາຍຊື່ປະເທດ ຄອບງຳເງິນຕາ, ທ່ານນາງ ຟ້າມທູຮັ່ງ ຊີ້ແຈ້ງວ່າ ບົດລາຍງານຂອງ ອາເມລິກາ ໄດ້ຕີລາຄາຢ່າງຕັ້ງໜ້າ ກ່ຽວກັບໝາກຜົນຂອງການບໍລິຫານນະໂຍບາຍ ເງິນຕາ, ການແລກປ່ຽນເງິນຕາຂອງ ຫວຽດນາມ ແລະ ຢັ້ງຢືນວ່າ ຫວຽດນາມ ບໍ່ຄອບງຳເງິນຕາ.

ຄຳຮຸ່ງ