ຫວຽດ​ນາມ​ປາດ​ຖະ​ໜາ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ສະ​ພາບ​ການ​ຢູ່​ພາກ​ຕາ​ເວັນ​ອອກ​ກາງ

09:31 | 20/11/2020

ຍ​ສ​ໝ - ຕອນ​ເຊົ້າ​ວັນ​ທີ 18 ພະ​ຈິກ, ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ໄດ້​ຈັດ​ກອງ​ປະ​ຊຸມ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ສະ​ພາບ​ການ​ຢູ່​ພາກ​ຕາ​ເວັນ​ອອກ​ກາງ, ລວມ​ມີ​ບັນ​ຫາ ປາ​ແລັດ​ສະ​ຕິນ.

​ຫວຽດ​ນາມ​ເຂົ້າ​ຮ່ວມ​​ການປຶກ​ສາ​ຫາ​ລື​ກ່ຽວ​ກັບ​ສະ​ພາບ​ການ ຢູ່ Sahara ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ
ຫວຽດ​ນາມ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ປຶກອອ​ນລາຍ​ສາ​ຫາ​ລື​ກ່ຽວ​ກັບ​ສະ​ພາບ​ການ​ຢູ່​ໂກ​ລົມ​ເບຍ ຂ​ອງ ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ
ຫວຽດ​ນາມ​ປາດ​ຖະ​ໜາ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ສະ​ພາບ​ການ​ຢູ່​ພາກ​ຕາ​ເວັນ​ອອກ​ກາງ

ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ໄດ້​ຈັດ​ກອງ​ປະ​ຊຸມ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ສະ​ພາບ​ການ​ຢູ່​ພາກ​ຕາ​ເວັນ​ອອກ​ກາງ.(ພາບ: Baoquocte)

ທີ່ກອງ​ປະ​ຊຸມ, ທ່ານ Nickolay Mladenov ຜູ​້​ປະ​ສານ​ງານ​ພິ​ເສດ​ຂອງ ສ​ປ​ຊ ກ່ຽວ​ກັບວິ​ວັດ​ການ​ສ້າງ​ສັນ​ຕິ​ພາບ​ຢູ່ ພາກ​ຕາ​ເວັນ​ອອກ​ກາງ ໄດ້​ສະ​ແດງ​ຄວາມ​ວິ​ຕົກ​ກັງ​ວົນ​ກ່ຽວ​ກັບ​ການຜົນ​ກະ​ທົບ​ຈາກ​ໂລກ​ລະ​ບາດ ໂຄວິດ - 19 ຕໍ່​ສຸ​ຂະ​ພາບ ແລະ ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ ປາ​ແລັດ​ສະ​ຕິນ, ພິ​ເສດ​ແມ່ນ​ຢູ່​ Gaza ຍ້ອນ​ພື້​ນ​ຖານ​ໂຄງ​ລ່າງ​ຢູ່​ລະ​ດັບ​ຕ່ຳ, ເງື່ອນ​ໄຫວ​ດຳ​ລົງ​ຊີ​ວິດ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ ແລະ ລະ​ບົບ​ສາ​ທາ​ລະ​ນະ​ສຸກ​ອ່ອນ.

ພາຍຫຼັງ 8 ເດືອນ​ທີ່​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ໂລກ​ລະ​ບາດ, ອັດ​ຕາ​ຜູ້​ວາງ​ງານ​ຢູ່​ປາ​ແລັດ​ສະ​ຕິນ ເພີ່ມ​ຂຶ້ນ​ສູງ​ລະ​ດັບ​ເຕື່ອນ​ໄພ ດ້ວຍ​ຈຳ​ນວນ​ຜູ້​ບໍ່​ມີ​ວຽກ​ເຮັດ​ງານ​ທຳ​ແມ່ນ121.000 ຄົນ. ສະ​ພາບ​ການ​ອາດ​ຈະ​ຮ້າຍ​ແຮງ​ກ່​ວາ​ອີກ ໃນ​ສະ​ພາບ​ການ​ອົງ​ການ​ໜູນ​ຊ່ວຍ ແລະ ຊອກ​ຫາວຽກ​ເຮັດ​ງານ​ທຳໃຫ້​ແກ່​ຜູ້​ລີ້​ໄພ​ຂາດ​ງົບ​ປະ​ມານ​ຢ່າງ​ຮ້າຍແຮງ. ໃນ​ຂະ​ນະ​ນັ້ນ, ການ​ໃຊ້​ຄວາມ​ຮຸນ​ແຮງ​ຍັງ​ສືບ​ຕໍ່​ເກີດ​ຂຶ້ນຢູ່ເຂດ​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ, ເຂດ Gaza, ເຮັດ​ໃຫ້​ສາ​ມັນຊົນ​ຫຼາຍ​ຄົນ​ຖືກ​ຮັບ​ບ​າດ​ເຈັບ ແລະ ເສຍ​ຊີ​ວິດ.

ທ່ານ ດັ້ງ​ດິ່ງ​ກຸ໊ຍ, ເອກ​ອັກ​ຄະ​ລັດ​ຖະ​ທູດ, ຫົວ​ໜ້າ​ຄະ​ນະ​ຜູ້​ຕາງ​ໜ້າ​ຫວຽດ​ນາມ ປະ​ຈ​ຳ ສ​ປ​ຊ ໄດ້​ຢັ້ງ​ຢືນ​ວ່າ ຫວຽດ​ນາມ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ບັນ​ດາ​ຂໍ້​ລິ​ເລີ່ມ​ຮ່ວມ​ມື​ສາ​ກົນ ​ປະ​ກອບ​ສ່ວນ​ບັນ​ລຸ​ໄດ້​ມາດ​ຕະ​ການ​ທີ່​ມີ​ຄວາມ​ສະ​ເໝີ​ພາບ, ຍືນ​ຍົງ ແລະ ຍາວ​ນານ​ໃຫ້​ແກ່​ວິ​ວັດ​ການ​ສ້າງ​ສັນ​ຕິ​ພາບ​ຢູ່​ພາກ​ຕ​າ​ເວັນ​ອອກ​ກາງ. ຫວຽດ​ນາມ​ກໍ່​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ຖະ​ແຫຼງ​ການ​ຫວ່າງ​ແລ້ວນີ້​ຂອງ ອຳ​ນາດ​ການ​ປົກ​ຄອງ​ປະ​ແລັດ​ສະ​ຕິນ ກ່ຽວ​ກັບ​ການ​ກຽມ​ພ້ອມ​ກັບ​ຄື​ນສູ່​ການ​ເຈ​ລະ​ຈາ​ກັບ ອິ​ດ​ສະ​ລາ​ແອັນ ບົນ​ພື້ນ​ຖານ​ບັນ​ດາ​ມະ​ຕິ​ຂອງ ສ​ປ​ຊ ແລະ ກົດ​ໝາຍ​ສາ​ກົນ.

ກ່ຽວ​ກັບ​ສະ​ພາບ​ການ​ຄວາມ​ໝັ້ນ​ຄົງ, ທ່ານ ຫົວ​ໜ້າ​ຄະ​ນະ​ຜູ້​ຕາງ​ໜ້າ ຫວຽດ​ນາມ ໄດ້​ສະ​ແດງ​ຄວາມ​ວິ​ຕົກ​ກັງ​ວົນ ​ກ່ຽວ​ກັບ​ບັນ​ດາ​ເຫດ​ໃຊ້​ຄວາມ​ຮຸນ​ແຮງ ເຊິ່ງ​ສືບ​ຕໍ່​ເກີດ​ຂຶ້ນ​ຢູ່ຫຼາຍ​ບ່ອນ ແລະ ເລື່ອງ ອິດ​ສະ​ລາ​ແອັນ ຜັນ​ຂະ​ຫຍາຍການ​ສ້າງ​ບັນ​ດາ​ເຂດ​ຕັ້ງ​ຖິ່ນ​ຖານ​ຄົງ​ທີ່​ໃໝ່, ທຳ​ລາຍ​ເຮືອນ​ຊານ ແລະ ຊັບ​ສິນ​ຂອງ​ຊາວ​ປາ​ແລັດ​ສະ​ຕິນ ຢູ່​ເຂດ​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈຳ​ແດນ ດ້ວຍ​ຈຳ​ນວນ​ນັບ​ມື້​ນັບຫຼາຍ​ຂຶ້ນ, ທ່ານ​ກໍ່​ຢັ້ງ​ຢືນ​ວ່າ ການ​ກະ​ທຳ​ນີ້​ໄດ້​ລະ​ເມີດ​ກົດ​ໝາຍ​ສາ​ກົນ ແລະ ​ເຮັດ​ໃຫ້​ແງ່​ຫວັງໃນ​ການ​ປະ​ຕິ​ບັດ​ມາດ​ຕະ​ການ​ຂອງ​ສອງ​ປະ​ເທດຫຼຸດ​ໜ້ອຍ​ຖອຍ​ລົງ.

​ຫວຽດ​ນາມ​ເຂົ້າ​ຮ່ວມ​​ການປຶກ​ສາ​ຫາ​ລື​ກ່ຽວ​ກັບ​ສະ​ພາບ​ການ ຢູ່ Sahara ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ

ຍ​ສ​ໝ - ທ່ານເອກ​ອັກ​ຄະ​ລັດ​ຖ​ະ​ທູດ ດັ້ງ​ດິ່ງ​ກຸ໊ຍຫົວ​ໜ້າ​ຄະ​ນະ​ຜູ້​ຕາງ​ໜ້າ​ຫວຽດ​ນາມ ປະ​ຈຳ ສ​ປ​ຊ ​ໄດ້ຮຽກ​ຮ້ອງ​ໃຫ້​ບັນ​ດາ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ເຄົາ​ລົບ​ບັນ​ດາ​ຂໍ້​ຕົກ​ລົງ​ທີ່​ບັນ​ລຸ​ໄດ້ ແລະ ສະ​ແດງ​ການສະ​ໜັບ​ສະ​ໜູນ​ຕໍ່ບັນ​ດາ​ຄວາ​ມາ​ນະ​ພະ​ຍາ​ຍາມ​ຊຸກ​ຍູ້​ວິ​ວັດ​ຂະ​ບວນ​ການ​ສ້າງ​ສັນ​ຕິ​ພາບ​ຂອງ ຄະ​ນະ​ປະ​ຕິ​ບັດ​ງານ MINURSO.

ຫວຽດ​ນາມ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ປຶກອອ​ນລາຍ​ສາ​ຫາ​ລື​ກ່ຽວ​ກັບ​ສະ​ພາບ​ການ​ຢູ່​ໂກ​ລົມ​ເບຍ ຂ​ອງ ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ

ຍ​ສ​ໝ - ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ດັ້ງ​ດິ່ງ​ກຸ໊ຍ ໄດ້​ຕີ​ລາ​ຄາ​ສູງ​ຕໍ່ການຮຽກ​ໂຮມ​ ​ປະ​ຊຸມ​ຂອງ​ຄະ​ນະ​ກຳ​ມະ​ການ​ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ ແຫ່ງ​ຊາດ ແລະ ສະເໜີ​ໃຫ້​ບັນ​ດາ​ຝ່າຍໃຫ້​ບຸ​ລິ​ມະ​ສິດ​ໜ້າ​ທີ່​ປົກ​ປ້ອງ​ສາ​ມັນ​ຊົນ, ພິ​ເສດ​ແມ່ນ ແມ່​ຍິງ ແລະ ເດ​ັກ​ນ້ອຍ.

ຫວຽດ​ນາມເຂົ້າ​ຮ່ວມ ກອງ​ປະ​ຊຸມອອ​ນ​ລາຍ​ກ່ຽວ​ກັບ​ສະ​ພາບ​ການ​ເຂດ​ບັນ​ດາ​ໜອງ​ໃຫຍ່​ຢູ່ ອາ​ຟ​ຼິກ​ກາ

ຍ​ສໝ - ສອງ​ປະ​ເທດ ອາ​ຊຽນ ແມ່ນ​ອິນ​ໂດ​ເນ​ເຊຍ ແລະ ຫວຽດ​ນາມ ​ໄດ້​ມີ​ບົດ​ກ່າວ​ຄຳ​ເຫັນ​ລວມ​ຈຳ​ນວນ​ໜຶ່ງ​ເພື່ອ​ແນ​ໃສ່​ເພີ່​ມ​ທະ​ວີ​ສຽງ​ເວົ້າ ແລະ ພາບ​ພົດ​ຂອງ​ອາ​ຊຽນ ນັບ​ແຕ່​ເດືອນ​ພຶດ​ສະ​ພາ ປີນີ້. ໃນ​ເດືອນນີ້, ສອງ​ປະ​ເທດ​ໄດ້​ມີ​ບົດ​ກ່າວ​ຄຳ​ເຫັນ​ລວມ​ກ່ຽວ​ກັບ​ສະ​ພາບ​ການ​ຢູ່​ມາ​ລີ​ໃນ​ວັນ​ທີ 8 ຕຸ​ລາ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.