ຫວຽດ​ນາມ​ ຮຽກ​ຮ້ອງ​ໃຫ້​ຢຸດ​ຕິ​ການ​ກໍ່​ຄວາມ​ຮຸນ​ແຮງ​ຢູ່​ເຂດ Gaza, ເນັ້ນ​ໜັກ​ເຖິງ​ວິ​ທີ​ແກ້​ໄຂ​ສອງ​ລັດ

08:46 | 28/10/2023

ຍສໝ - ຫວຽດນາມ ​ໄດ້​ລົງ​ຄະ​ແນນ​ສຽງ​ເຫັນ​ດີ​ຕໍ່​ມະຕິ​ຂອງ​ສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດ ​ແລະ ກ່າວ​ປະນາມ​ຢ່າງ​ເຂັ້ມແຂງງ ຕໍ່​ການ​ໂຈມ​ຕີ​ພົນລະ​ເຮືອນ ​ແລະ ພື້ນຖານ​ໂຄງ​ລ່າງ​ພົນລະ​ເຮືອນ​ທີ່​ສຳຄັນ​ຢູ່​ເຂດ Gaza.

ລາວ​ສ້າງ​ຄວາມ​ມຸ່ງ​ຫວັງ​ກ່ຽວ​ກັບ​ໄຟ​ຟ້າ​ແຮງ​ລົມ​ເພື່ອຫຼຸດ​ຜ່ອນ​ການ​ຂຶ້ນ​ກັບ​ໄຟ​ຟ້າ​ນ້ຳ​ຕົກ ລາວ​ສ້າງ​ຄວາມ​ມຸ່ງ​ຫວັງ​ກ່ຽວ​ກັບ​ໄຟ​ຟ້າ​ແຮງ​ລົມ​ເພື່ອຫຼຸດ​ຜ່ອນ​ການ​ຂຶ້ນ​ກັບ​ໄຟ​ຟ້າ​ນ້ຳ​ຕົກ
ILO ຕີ​ລາ​ຄາ​ສູງ​ບັນ​ດາ​ຄວາມ​ຄືບ​ໜ້າ​ຂອງ ຫວຽດ​ນາມ ໃນ​ການ​ປະ​ຕິ​ບັດ​ກົດ​ໝາຍ​ວ່າ​ດ້ວຍ​ແຮງ​ງານ ILO ຕີ​ລາ​ຄາ​ສູງ​ບັນ​ດາ​ຄວາມ​ຄືບ​ໜ້າ​ຂອງ ຫວຽດ​ນາມ ໃນ​ການ​ປະ​ຕິ​ບັດ​ກົດ​ໝາຍ​ວ່າ​ດ້ວຍ​ແຮງ​ງານ

ໃນວັນທີ 26-27 ຕຸລາ, ຢູ່ ນິວຢອກ ປະເທດ ອາເມລິກາ, ສະມັດຊາໃຫ່ຍ ສປຊ ໄດ້ຈັດວາລະປະຊຸມດ່ວນພິເສດເພື່ອປຶກສາຫາລືບັນດາຄວາມເຄັ່ງຕຶງຢູ່ເຂດ ກາຊາ ໂດຍທີການເຂົ້າຮ່ວມຂອງຜູ້ຕາງໜ້າຫຼາຍປະເທດສະມາຊິກ ສປຊ, ປະເທດສັງເກດການ, ອົງການຈັດຕັ້ງສາກົນ. ນະທີ່ນີ້, ຫຼາຍປະເທດໄດ້ສະແດງຄວາມວິຕົກກັງວົນກ່ຽວກັບສະພາບຄວາມເຄັ່ງຕຶງພວມເພີ່ມຂຶ້ນຢູ່ເຂດ ກາຊາ, ກ່າວປະນາມບັນດາການບຸກໂຈມຕີທີ່ກໍ່ຄວາມລົ້ມຫາຍຕາຍຈາກໃຫ້ແກ່ສາມັນຊົນ Israel ແລະ Palestine.

ຫວຽດ​ນາມ​ ຮຽກ​ຮ້ອງ​ໃຫ້​ຢຸດ​ຕິ​ການ​ກໍ່​ຄວາມ​ຮຸນ​ແຮງ​ຢູ່​ເຂດ Gaza, ເນັ້ນ​ໜັກ​ເຖິງ​ວິ​ທີ​ແກ້​ໄຂ​ສອງ​ລັດ

ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ

ກ່າວຄຳເຫັນທີ່ວາລະປະຊຸມ, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງ ຕໍ່ສະພາບການປິ້ນຂັ້ນໄດໃນປະຈຸບັນຢູ່ຕາເວັນອອກກາງ. ຫວຽດນາມ ໄດ້ກ່າວປະນາມຢ່າງແຮງບັນດາການບຸກໂຈມຕີ ແນໃສ່ສາມັນຊົນ ແລະ ພື້ນຖານໂຄງລ່າງພົນລະເຮືອນຕົ້ນຕໍ, ທ່ານເນັນໜັກວ່າ ທຸກຝ່າຍຕ້ອງເຄົາລົບກົດໝາຍສາກົນ, ກົດໝາຍມະນຸດສະທຳສາກົນ ແລະ ບັນດາມະຕິທີ່ກ່ຽວຂ້ອງຂອງສະພາຄວາມໝັ້ນຄົງ ສປຊ.

​ໃນ​ຖານະ​ເປັນ​ປະ​ເທດ​ທີ່​ປະສົບ​ກັບ​ສົງຄາມ ​ແລະ ການ​ສູນ​ເສຍ​ຫຼາຍ​ທົດ​ສະ​ວັດ, ຫວຽດນາມ ​ໄດ້​ປະນາມ​ການ​ໂຈມ​ຕີ​ຕໍ່​ພົນລະ​ເຮືອນ ​ແລະ ພື້ນຖານ​ໂຄງ​ລ່າງ​ທີ່​ສຳຄັນ.

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ດັ້ງ​ຮ່​ວາງ​ຢາ​ງ ກໍ່​ເນັ້ນ​ໜັກ​ເຖິງ​ຄວາມ​ຈຳ​ເປັນ​ຂອງ​ທຸກ​ຝ່າຍ​ຕ້ອງ​ປະ​ຕິ​ບັດ​ຕາມ​ກົດ​ໝາຍ​ສາ​ກົນ, ກົດ​ໝາຍ​ມະ​ນຸດ​ສະ​ທຳ​ສາ​ກົນ ແລະ ບັນ​ດາ​ມະ​ຕິ​ທີ່​ກ່ຽວ​ຂ້ອງ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ.

ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ກໍ່ຮຽກຮ້ອງໃຫ້ ສປຊ ແລະ ສະພາຄວາມໝັ້ນຄົງ ສປຊ ຈົ່ງມານະພຍາຍາມເພື່ອມີສານທີ່ເອກະພາບ, ສ້າງສັນ ເພື່ອຊ່ວຍຫລຸດຜ່ອນຄວາມເຄັ່ງຕຶງ, ຢຸດຕິການຕໍ່ສູ້, ປົກປ້ອງສາມັນຊົນ ແລະ ໜູນຊ່ວຍຝ່າຍຕ່າງໆ ເຊື່ອມຕໍ່ການເຈລະຈາ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.