ນັກເຮືອນິວຊີແລນສະແດງງານວາອາຕາ ແລະ ຮາກາເພື່ອສະແດງຄວາມຮູ້ບຸນຄຸນກັບຫວຽດນາມ
ຍສໝ - ຕອນບ່າຍວັນທີ 24 ກັນຍານີ້, ກຳປັ່ນກອງທັບເຮືອພະບໍລົມວົງສານຸວົງນິວຊີແລນ 2 ລຳໂດຍນາຍພົນເຮືອເອກ James Gilmour, ຜູ້ບັນຊາການກອງທະຫານປະສົມນິວຊີແລນ ນຳໜ້າໄດ້ໄປຮອດທ່າກຳປັ່ນສາກົນນະຄອນໂຮ່ຈິມິນ, ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດຫວຽດນາມ ເປັນເວລາ 5 ວັນ.
 |
ເຮືອສະໜອງ HMNZS Aotearoa, ເປັນກຳປັ່ນທີ່ໃຫຍ່ທີ່ສຸດຂອງກອງທັບເຮືອພະບໍລົມວົງສານຸວົງ Royal New Zealand(ພາບ: TTXVN) |
 |
ການຢ້ຽມຢາມຄັ້ງນີ້ເປັນພິສູດການພົວພັນຮ່ວມມືຢ່າງເລິກເຊິ່ງລະຫວ່າງ ນິວຊີແລນ ແລະ ຫວຽດນາມ, ປະກອບສ່ວນຮັດແໜ້ນການພົວພັນດ້ານການປ້ອງກັນຊາດ ແລະ ລະຫວ່າງປະຊາຊົນສອງປະເທດ.(ພາບ: TTXVN) |
 |
ທະຫານເຮືອຂອງ HMNZS Te Mana ແລະ HMNZS Aotearoa ປະຕິບັດການສະແດງພື້ນເມືອງ(ພາບ: TTXVN) |
 |
ໃນໄລຍະພັກ 5 ວັນຢູ່ນະຄອນທີ່ຕັ້ງຊື່ຕາມລຸງໂຮ່, ຄະນະພະນັກງານ, ທະຫານເຮືອຈະເຂົ້າຮ່ວມການເຄື່ອນໄຫວຫຼາຍຢ່າງ, ໃນນັ້ນມີການພົບປະແລກປ່ຽນລະຫວ່າງກອງທັບເຮືອ 2 ປະເທດ, ມິດຕະພາບກິລາ ແລະ ບັນດາການເຄື່ອນໄຫວອື່ນໆໃນຊຸມຊົນ.(ພາບ: TTXVN) |
 |
ໃນນັ້ນ, ມີທັງໝົດນາຍທະຫານ ແລະ ທະຫານເຮືອ 300 ກວ່າຄົນຢູ່ກຳປັ່ນ 2 ລຳນີ້, ມີໜ້າທີ່ຮັບຜິດຊອບວຽກງານສູ້ຮົບ, ວຽກງານມະນຸດສະທຳ, ກູ້ໄພ, ປະຕິບັດການ ແລະ ໜູນຊ່ວຍການຝຶກອົບຮົມ.(ພາບ: TTXVN) |
ດີງເລື້ອງ