ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນສະມາຄົມຊາວເກົາຫຼີ ອາໄສຢູ່ ຫວຽດນາມ ໂດຍທ່ານນາງ Chang Eun Sook ປະທານສະມາຄົມນຳໜ້າ.
ຍສໝ - ທີ່ການຕ້ອນຮັບທ່ານ Alok Sharma ລັດຖະມົນຕີ, ປະທານກອງປະຊຸມຄັ້ງທີ 26, ທ່ານຮອງນາຍົກລັດຖະມົນຕີ ເລມິງຄ໊າຍ ໃຫ້ຮູ້ວ່າ ຫວຽດນາມ ໄດ້ຜັນຂະຫຍາຍຫຼາຍມາດຕະການກວມລວມ, ຮອບດ້ານໃນຂົງເຂດຫັນ ປ່ຽນພະລັງງານ, ຫັນປ່ຽນຮູບແບບການເຕີບໂຕຕາມທິດສີຂຽວ, ໝູນວຽນ ເພື່ອແນໃສ່ປະຕິບັດຄຳໝັ້ນສັນຍາທີ່ໄດ້ຍົກອອກໃນ COP26.
ທ່ານນາງ ສູນທອນ ໄຊຍະຈັກ ເຊື່ອໝັ້ນວ່າ ການຢ້ຽມຢາມລາວ ຢ່າງເປັນທາງການຂອງ ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ຈະປະກອບສ່ວນເຂົ້າໃນການພັດທະນາສາຍພົນພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ - ລາວ.
“ການພົວພັນລະຫວ່າງ ແດນມາກ - ຫວຽດນາມ ຈະສືບຕໍ່ພັດທະນາຂຶ້ນສູ່ລະດັບສູງໃໝ່”. ນີ້ແມ່ນຄຳຢັ້ງຢືນຂອງ ພະລາຊິນີ Margrethe II ທີ່ການຕ້ອນຮັບທ່ານ ເລືອງແທງງິ, ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສສ. ຫວຽດນາມ ປະຈຳລາຊະອານາຈັກ ແດນມາກ, ເນື່ອງໃນໂອກາດເຂົ້າຍື່ນສານຕາຕັ້ງຂອງທ່ານປະທານປະເທດຫວຽດນາມ ຫງວຽນຊວັນຝຸກ ໃນວັນທີ 06 ພຶດສະພາ.
ຕອນບ່າຍວັນທີ 27 ເມສາ, ຢູ່ຮ່າໂນ້ຍ, ທ່ານພົນເອກ ໂຕເລິມ ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Gunnar Wiegand ຫົວໜ້າກົມໃຫຍ່ຮັບຜິດຊອບ ອາຊີ - ປາຊີຟິກ, ອົງການພົວພັນການຕ່າງປະເທດຂອງ ເອີລົບ (EEAS) ທີ່ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
ເນື່ອງໃນໂອກາດການຢ້ຽມຢາມ ຫວຽດນາມ ຂອງທ່ານນາງຮອງປະທານປະເທດ ລາວ ປານີ ຢາທໍ່ຕູ້ ໃນລະຫວ່າງວັນທີ 25 – 27 ເມສາ, ສື່ມວນຊົນ ລາວ ໄດ້ພ້ອມກັນລົງຂ່າວ ແລະ ບົດຍ້ອງຍໍຊົມເຊີຍກ່ຽວກັບນ້ຳໃຈສາມັກຄີແບບພິເສດ ລະຫວ່າງ ລາວ - ຫວຽດນາມ, ກໍ່ຄືມູນເຊື້ອສະຫງ່າອົງອາດຂອງສອງຊາດ.
ຍສໝ - ວັນທີ 19/4/2022, ທ່ານທູດຫວຽດນາມ ປະຈໍາ ອີຕາລີ ເຢື່ອວຮາຍຮື່ງ ໄດ້ຮັບຕ້ອນສະມາຊິກສະພາສູງ ປີເອີ ເຟີດີນານໂດ ກາສີນີ, ປະທານຜູ້ແທນອີຕາລີ ຢູ່ສະຫະພັນລັດຖະສະພາໂລກ (IPU) ແລະ ປະທານກິດຕິມະສັກ IPU - ອະດີດ ປະທານສະພາຕໍ່າອີຕາລີ-ອະດີີດປະທານຄະນະກໍາມະການຕ່າງປະເທດສະພາອີຕາລີ.
ຍສໝ - ວັນທີ 19 ເມສາ, ຢູ່ຮ່າໂນ້ຍ, ສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສ້າງຕັ້ງສະມາຄົມມິດຕະພາບຫວຽດນາມ - ເນປານ.
ຕອນບ່າຍວັນທີ 13 ເມສາ, ຢູ່ສຳນັກງານປະທານປະເທດ ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ຕ້ອນຮັບ ທ່ານເອກອັກຄະລັດຖະທູດ ສ.ເບລາຣຸດ Vladimir Baravikov ເຂົ້າຍື່ນສານຕາຕັ້ງເນື່ອງໃນໂອກາດມາປະຕິບັດງານທາງການທູດຢູ່ ຫວຽດນາມ.
ຍສໝ - ໃນ 5 ປີມານີ້, ນັບແຕ່ເວລາໄດ້ຮັບຜົນກະທົບຈາກໂລກລະບາດໂຄວິດ - 19, ການເຄື່ອນໄຫວພົວພັນແລກປ່ຽນ, ການຮ່ວມມືເຂດຊາຍແດນ ລະຫວ່າງ ຫວຽດນາມ ແລະ ບັນດາປະເທດບ້ານໃກ້ເຮືອນຄຽງສືບຕໍ່ໄດ້ຮັບການຮັກສາ ແລະ ຊຸກຍູ້.
ຍສໝ - ຕອນບ່າຍວັນທີ 29 ມີນາ, ຢູ່ສຳນັກງານກະຊວງສຶກສາທິການ ແລະ ບຳລຸງສ້າງ ຫວຽດນາມ, ທ່ານຮອງລັດຖະມົນຕີ ຫງວຽນວັນຟຸກ ໄດ້ມີການພົບປະກັບ ທ່ານ Ory Csaba, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ຮູງກາຣີ ປະຈຳ ຫວຽດນາມ.
ຕອນບ່າຍວັນທີ 24 ມີນາ ປີ 2022, ຢູ່ສຳນັກງານກະຊວງການຕ່າງປະເທດ, ທ່ານລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ບຸ່ຍແທັງເຊີນ ໄດ້ໂອ້ລົມທາງໂທລະສັບກັບທ່ານນາງລັດຖະມົນຕີກະຊວງການຕ່າງປະເທດ ອົດສະຕາລີ Marise Payne.
ຍສໝ - ຕອນເຊົ້າວັນທີ 22 ມີນາ, ຢູ່ຮ່າໂນ້ຍ, ສະມາຄົມມິດຕະພາບ ຫວຽດນາມ - ຍີ່ປຸ່ນ (ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ) ໄດ້ຈັດຕັ້ງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 7 ອາຍຸການ 2021 – 2026 ແບບໂດຍກົງ ແລະ ທາງໄກ.
ຕອນຄ່ຳວັນທີ 22 ມີນາ 2022, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ໂອ້ລົມທາງໂທລະສັບກັບທ່ານນາງລັດຖະມົນຕີການຕ່າງປະເທດ ການາດາ Melanie Joly.
ຍສໝ -ທ່ານນາຍົກລັດຖະມົນຕີ ມາເລເຊຍ Dato Sri Ismail Sabri bin Yaakob ດຳເນີນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ໃນລະຫວ່າງວັນທີ 20 – 21 ມີນາ.
ຕອນເຊົ້າວັນທີ 20 ມີນາ, ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ບິ່ງເຟືອກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມພິທີນຳເຂົ້າເຄື່ອນໄຫວ ໂຮງງານ Hayat Kimya ຫວຽດນາມ ຢູ່ເຂດອຸດສາຫະກໍາ Becamex.
ຍສໝ - ຕອນບ່າຍວັນທີ 15 ມີນາ, ຢູ່ຮ່າໂນ້ຍ, ທ່ານເອກອັກຄະລັດຖະທູດ ນາງ ຫງວຽນເຟືອງງາ, ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ (VUFO) ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສະຫະພັນ ເມັກຊິໂກ ປະຈຳ ຫວຽດນາມ Alejandro Negrín ມາຢ້ຽມຢາມພົບປະ.
ຍສໝ - ຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດລາວ ໄດ້ດຳເນີນການເຄື່ອນໄຫວໂຄສະນາເພື່ອສະເຫຼີມສະຫຼອງ “ປີແຫ່ງຄວາມສາມັກຄີມິດຕະພາບຫວຽດນາມ - ລາວ, ລາວ - ຫວຽດນາມ 2022” ສົມທົບການຈັດຕັ້ງການເຄື່ອນໄຫວຫຼາຍຢ່າງທີ່ແທດຈິງ ໃນຂອບເຂດທົ່ວປະເທດ.
ຍສໝ - ຕອນຄ່ຳວັນທີ 7 ມີນາ, ທີ່ການໂອ້ລົມສົນທະນາກັບທ່ານ Bogdan Aurescu ລັດຖະມົນຕີກະຊວງການຕ່າງປະເທດຣູມານີ, ທ່ານລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມບູຍແທັງເຊີນໄດ້ຢັ້ງຢືນວ່າຫວຽດນາມຖືເປັນສຳຄັນແລະມີຄວາມຫວັງຢາກສືບຕໍ່ເຮັດໃຫ້ການພົວພັນມິດຕະພາບທີ່ເປັນມູນເຊື້ອໃນໄລຍະກ່ວາ 70 ປີລະຫວ່າງຫວຽດນາມແລະຣູມານີ ໃຫ້ເລິກເຊິ່ງກ່ວາອີກ.
ຍສໝ - ຕອນບ່າຍວັນທີ 2 ມີນາ, ສະຫະພັນການຈັດຕັ້ງມິດຕະພາບນະຄອນເກິນເທີ (ສະຫະພັນເກິນເທີ) ໄດ້ມີວາລະປະຊຸມເຮັດວຽກຮ່ວມກັບຄະນະບໍຫານງານສະມາຄົມມິດຕະພາບ ຫວຽດນາມ-ລາວ ນະຄອນເກິນເທີ, ສົນທະນາແຜນການຈັດກິດຈະກຳການເຄື່ອນໄຫວຕ່າງໆເພື່ອລະນຶກຄົບຮອບ 60 ປີ ວັນສ້າງການພົວພັນການທູດ (5/9/1962-5/9/2022) ແລະ ຄົບຮອບ 45 ປີ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ-ລາວ (18/7/1977-18/7/2022).