ຫວຽດ​ນາມ​ຖື​ເປັນ​ສຳ​ຄັນ ແລະ ມີ​ຄວາມ​ຫວັງ​ຢາກ​ເຮັດ​ໃຫ້​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ກັບ ຣູ​ມາ​ນີ ເລິ​ກ​ເຊິ່ງ​ກ່​ວາ​ອີກ

07:45 | 10/03/2022

ຍ​ສ​ໝ - ຕອນ​ຄ່ຳ​ວັ​ນ​ທີ 7 ມີ​ນາ, ທີ່​ການ​ໂອ້​ລົມ​ສົນ​ທະ​ນາ​ກັບ​ທ່ານ Bogdan Aurescu ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດຣູ​ມາ​ນີ, ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດຫວຽດ​ນາມບູຍ​ແທັງ​ເຊີນໄດ້​ຢັ້ງ​ຢືນ​ວ່າຫວຽດ​ນາມຖື​ເປັນ​ສຳ​ຄັນແລະມີ​ຄວາມ​ຫວັງ​ຢາກ​ສືບ​ຕໍ່​ເຮັດ​ໃຫ້​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ໃນ​ໄລ​ຍະ​ກ່​ວາ 70 ປີ​ລະ​ຫວ່າງຫວຽດ​ນາມແລະຣູ​ມາ​ນີ ​ໃຫ້​ເລິກ​ເຊິ່ງ​ກ່​ວາ​ອີກ.

ຜະ​ລິດ​ຕະ​ພັນ​ໝາ​ກ​ເຜັດສົດ​ຫວຽດ​ນາມ ​ອົງ​ການ​ທີ່​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຈີນ ໄດ້ຮັບການເຫັນດີ​ສົ່ງ​ອອກ​ຢ່າງ​ເປັນ​ທາງ​ການ​ໄປ​ຍັງ​ຕະຫຼາດ​ຜູ້​ຊົມ​ໃຊ້​ໃຫຍ່​ທີ່​ສຸດ​ໃນ​ໂລກ ຜະ​ລິດ​ຕະ​ພັນ​ໝາ​ກ​ເຜັດສົດ​ຫວຽດ​ນາມ ​ອົງ​ການ​ທີ່​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຈີນ ໄດ້ຮັບການເຫັນດີ​ສົ່ງ​ອອກ​ຢ່າງ​ເປັນ​ທາງ​ການ​ໄປ​ຍັງ​ຕະຫຼາດ​ຜູ້​ຊົມ​ໃຊ້​ໃຫຍ່​ທີ່​ສຸດ​ໃນ​ໂລກ
ນັກ​ລົງ​ທຶນ​ຍີ່​ປຸ່ນ​ເລືອກ​ຫວຽດ​ນາມ ຍ້ອນ​ມີ​ສະ​ຖຽນ​ລະ​ພາບ​ດ້ານ​ການ​ເມືອງ ແລະ ເສດ​ຖະ​ກິດ​ມະ​ຫາ​ພາກ​ທີ່​ເປັນ​ປົກ​ກະ​ຕິ ນັກ​ລົງ​ທຶນ​ຍີ່​ປຸ່ນ​ເລືອກ​ຫວຽດ​ນາມ ຍ້ອນ​ມີ​ສະ​ຖຽນ​ລະ​ພາບ​ດ້ານ​ການ​ເມືອງ ແລະ ເສດ​ຖະ​ກິດ​ມະ​ຫາ​ພາກ​ທີ່​ເປັນ​ປົກ​ກະ​ຕິ
ຫວຽດ​ນາມ​ຖື​ເປັນ​ສຳ​ຄັນ ແລະ ມີ​ຄວາມ​ຫວັງ​ຢາກ​ເຮັດ​ໃຫ້​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ກັບ ຣູ​ມາ​ນີ ເລິ​ກ​ເຊິ່ງ​ກ່​ວາ​ອີກ
ທ່ານລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມບູຍແທັງເຊີນ (ພາບ: TTXVN)

ໂດຍ​ສະ​ແດງ​ຄວາມຂອບ​ອົກ​ຂອບ​ໃຈຕໍ່​ລັດຖະບານ ຣູ​ມາ​ນີ ທີ່​ໄດ້​ໃຫ້ການ​ຊ່ວຍ​ເຫຼືອ​ດ້ານ​ມະນຸດສະທຳ, ທີ່​ພັກ, ​ເບິ່ງ​ແຍງ​ສຸ​ຂະ​ພາບ​ໃຫ້​ແກ່​ຊາວ​ຫວຽດນາມ ​ແລະ ຄອບຄົວ​ອົບ​ພະຍົບຈາກ ຢູ​ແກຼນ ​ໄປ ​ຣູ​ມາ​ນີ ​ໃນ​ຊຸມ​ມື້​ມໍ່ໆ​ມາ​ນີ້, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ບຸຍ​ແທັງ​ເຊີນ ປາດ​ຖະໜາ​ວ່າ ຣູ​ມາ​ນີ ຈະສືບ​ຕໍ່​ໜູນ​ຊ່ວຍ​ບັນດາ​ຄອບຄົວ​ຊາວ​ຫວຽດນາມ ຈາກ ຢູ​ແກຼນ ​ໄປ ຣູ​ມາ​ນີ ​ໃນ​ໄລຍະ​ຈະ​ມາ​ເຖິງ.

ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຣູ​ມາ​ນີ ຢືນຢັນ​ວ່າ ປະຈຸ​ບັນ ອຳນາດ​ການ​ປົກຄອງ ​ຣູ​ມາ​ນີ ພວມ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກັບ​ສະຖານທູດ ຫວຽດນາມ ປະຈຳ ຣູ​ມາ​ນີ ​ໃນ​ວຽກ​ງານ​ປົກ​ປັກ​ຮັກສາ​ພົນລະ​ເມືອງ ຫວຽດນາມ ​ແລະ ຄອບຄົວ​ຊາວ​ອົບ​ພະຍົບ ​ເປັນ​ຕົ້ນ​ແມ່ນ​ບັນດາ​ມາດ​ຕະການ​ໜູນ​ຊ່ວຍ​ກ່ຽວ​ກັບ​ຖ້ຽວ​ບິນ​ອົບ​ພະຍົບ​ຊາ​ວຫວຽດ​ນາມ ຈາກ​ຣູ​ມາ​ນີ ​ກັບ​ເມືອ​ປະ​ເທດ​.

2 ຝ່າຍ​ໄດ້​ປຶກສາ​ຫາລື​ຫຼາຍ​ມາດ​ຕະການ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ 2 ປະ​ເທດ​ໃຫ້​ເລິກ​ເຊິ່ງກ້​ວາງ​ຂວາງກ່ວາ​ອີກ, ​ໃນ​ນັ້ນ​ມີ​ການ​ສົມທົບ​ກັນ​ຊຸກຍູ້​ການ​ຢ້ຽມຢາມ ​ແລະ ພົວພັນ​ຕ່າງປະ​ເທດ​ທຸກ​ຂັ້ນ, ຮັກສາ​ກົນ​ໄກ​ຮ່ວມ​ມື​ດ້ານ​ການ​ເມືອງ, ຄະນະ​ກຳມະການ​ຮ່ວມ ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ​ລະຫວ່າງ ຫວຽດນາມ ​ແລະ ຣູມາ​ນີ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດທີ່ເປັນມູນເຊື້ອ​ຄື: ການ​ສຶກສາ - ບຳລຸງ​ສ້າງ, ວັດທະນະທຳ, ການທ່ອງທ່ຽວ ​ເປັນ​ຕົ້ນ​ແມ່ນ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ທີ່​ມີ​ທ່າ​ແຮງ​ໃໝ່​ຄື: ແຮງ​ງານ ​ແລະ ກະສິກຳ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.