ສືບ​ຕໍ່​ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື ຫວຽດ​ນາມ - WEF

10:47 | 25/05/2022

ຍສໝ - ທີ່ການຕ້ອນຮັບທ່ານ Alok Sharma ລັດຖະມົນຕີ, ປະທານກອງປະຊຸມຄັ້ງທີ 26, ທ່ານຮອງນາຍົກລັດຖະມົນຕີ ເລມິງຄ໊າຍ ໃຫ້ຮູ້ວ່າ ຫວຽດນາມ ໄດ້ຜັນຂະຫຍາຍຫຼາຍມາດຕະການກວມລວມ, ຮອບດ້ານໃນຂົງເຂດຫັນ ປ່ຽນພະລັງງານ, ຫັນປ່ຽນຮູບແບບການເຕີບໂຕຕາມທິດສີຂຽວ, ໝູນວຽນ ເພື່ອແນໃສ່ປະຕິບັດຄຳໝັ້ນສັນຍາທີ່ໄດ້ຍົກອອກໃນ COP26.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​​ມິງຈິງ ສະ​ເໜີ​ບັນ​ດາ​ນັກ​ລົງ​ທຶນ​ສືບ​ຕໍ່​ປະ​ກອບ​ສ່ວນ​ສ້າງ​ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ ກັບ​ບັນ​ດາ​ປະ​ເທດ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​​ມິງຈິງ ສະ​ເໜີ​ບັນ​ດາ​ນັກ​ລົງ​ທຶນ​ສືບ​ຕໍ່​ປະ​ກອບ​ສ່ວນ​ສ້າງ​ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ ກັບ​ບັນ​ດາ​ປະ​ເທດ
ໄວ​ໜຸ່ມ ຫວຽດ​ນາມ - ລາວ ມີ​ຄວາມ​ຮ​ັບ​ຜິດ​ຊອບ​ສືບ​ທອດ, ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວ​ພັນ​ແບບ​ພິ​ເສດ​ລະ​ຫວ່າງ​ສອງ​ປະ​ເທດ ໄວ​ໜຸ່ມ ຫວຽດ​ນາມ - ລາວ ມີ​ຄວາມ​ຮ​ັບ​ຜິດ​ຊອບ​ສືບ​ທອດ, ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວ​ພັນ​ແບບ​ພິ​ເສດ​ລະ​ຫວ່າງ​ສອງ​ປະ​ເທດ

ວັນທີ 22 ພຶດສະພາ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເລມິງຄ໊າຍ, ຫົວໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ທີ່ເຂົ້າຮ່ວມກອງປະຊຸມປະຈຳປີ ເວທີປາໄສ ເສດຖະກິດໂລກ (WEF) ຄັ້ງທີ 52 ຢູ່ Davos (ສະວິດ) ໄດ້ໃຫ້ການຕ້ອນຮັບທ່ານ Alok Sharma ລັດຖະມົນຕີ, ປະທານກອງປະຊຸມ ຄັ້ງທີ 26 ຂອງບັນດາຝ່າຍເຂົ້າຮ່ວມສົນທິສັນຍາແມ່ຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP26); ທ່ານ Borge Brende ປະທານ WEF; ທ່ານ Henrik Anderson ປະທານ ທັງເປັນຜູ້ອຳນວຍການໃຫຍ່ຝ່າຍບໍລິຫານກຸ່ມບໍລິສັດ Vestas Wind Systems.

ສືບ​ຕໍ່​ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື ຫວຽດ​ນາມ - WEF
ຄະນະຜູ້ແທນ ຫວຽດນາມ ເຮັດວຽກກັບທ່ານ Borge Brende ປະທານ WEF. ພາບ: TTXVN

ທີ່ການຕ້ອນຮັບທ່ານ Alok Sharma ລັດຖະມົນຕີ, ປະທານກອງປະຊຸມຄັ້ງທີ 26, ທ່ານຮອງນາຍົກລັດຖະມົນຕີ ເລມິງຄ໊າຍ ໃຫ້ຮູ້ວ່າ ຫວຽດນາມ ໄດ້ຜັນຂະຫຍາຍຫຼາຍມາດຕະການກວມລວມ, ຮອບດ້ານໃນຂົງເຂດຫັນ ປ່ຽນພະລັງງານ, ຫັນປ່ຽນຮູບແບບການເຕີບໂຕຕາມທິດສີຂຽວ, ໝູນວຽນ ເພື່ອແນໃສ່ປະຕິບັດຄຳໝັ້ນສັນຍາທີ່ໄດ້ຍົກອອກໃນ COP26. ຫວຽດນາມ ຫວັງວ່າ ລາຊະອານາຈັກ ອັງກິດ, ສະຫະພາບເອີຣົບ (ອີຢູ) ແລະ ບັນດາປະເທດສະມາຊິກອື່ນໆໃນກຸ່ມບັນດາພື້ນຖານອຸດສາຫະກຳພັດທະນາແຖວໜ້າໂລກ (G7) ຈະຍົກອອກຄຳໝັ້ນສັນຍາລະອຽດໂດຍໄວເພື່ອໜູນຊ່ວຍ ຫວຽດນາມ ໃນຂົງເຂດນີ້.

ທີ່ການຕ້ອນຮັບທ່ານ Borge Brende ປະທານ WEF, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລມິງຄ໊າຍ ເນັ້ນໜັ້ກວ່າ ຫວຽດນາມ ສຸມໃສ່ການສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ, ພ້ອມທັງສືບຕໍ່ຍູ້ແຮງການເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງ, ຮອບດ້ານ, ມີປະສິດທິຜົນ ແລະ ຍົກສູງທີ່ຕັ້ງບົດບາດຂອງ ຫວຽດນາມ ໃນລະບົບສະໜອງທົ່ວໂລກ. ທ່ານປະທານ WEF ມີຄວາມເຫັນດີເຫັນພ້ອມຕໍ່ການກຳນົດທິດ ແລະ ທັດສະນະພັດທະນາຂອງ ຫວຽດນາມ, ສະແດງຄວາມປາດຖະໜາສືບຕໍ່ຊຸກຍູ້ການພົວພັນຄູ່ຮ່ວມມື ຫວຽດນາມ - WEF. WEF ຈະສືບຕໍ່ສົມທົບກັບ ຫວຽດນາມ ດຳເນີນການສົນທະນາເຈລະຈາຍຸດທະສາດແຫ່ງຊາດ ເທື່ອທີ 2 ໃນໄລຍະຈະມາເຖິງ.

ສ່ວນໃນການຕ້ອນຮັບທ່ານ Henrik Anderson ປະທານ ທັງເປັນຜູ້ອຳ ນວຍການໃຫຍ່ຝ່າຍບໍລິຫານກຸ່ມບໍລິສັດ Vestas Wind Systems, ທ່ານຮອງ ນາຍົກລັດຖະມົນຕີ ເລມິງຄ໊າຍ ຢັ້ງຢືນວ່າ ລັດຖະບານ ຫວຽດນາມ ສົ່ງເສີມນັກລົງທຶນຕ່າງປະເທດ, ພິເສດແມ່ນນັກລົງທຶນທີ່ມີກຳລັງຄວາມ ສາມາດ, ປະສົບການ ແລະ ມີກຳລັງດ້ານການເງິນເຂົ້າຮ່ວມ, ພັດທະນາ ພະລັງງານຜະລິດຄືນໃໝ່, ປະກອບສ່ວນເຂົ້າໃນວິວັດການພັດທະນາແບບຍືນ ຍົງຂອງຫວຽດນາມ. ທ່ານ Henrik Anderson ແບ່ງປັນວ່າ ຫວຽດນາມ ສືບຕໍ່ແມ່ນໜຶ່ງໃນບັນດາຕະຫຼາດຈຸດສຸມຂອງກຸ່ມບໍລິສັດໃນໄລຍະຈະມາເຖິງ. ທາງກຸ່ມບໍລິສັດ ພ້ອມແລ້ວທີ່ຈະແລກປ່ຽນ ແລະ ສົມທົບກັບລັດຖະບານ ຫວຽດນາມ ເພື່ອແນໃສ່ຍົກສູງປະສິດທິຜົນ ແລະ ກຳລັງແກ້ງແຍ້ງຂອງຂະ ແໜງພະລັງງານ ຫວຽດນາມ.

ບູນມີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.