ຍສໝ - ທ່ານ ໂດກ໊ວກຮຶງ ໄດ້ເນັ້ນໜັກວ່າ ຝ່າຍຫວຽດນາມພວມມານະພະຍາຍາມໜູນຊ່ວຍບັນດາວິສາຫະກິດສົ່ງອອກ - ນຳເຂົ້າ, ຖືນີ້ແມ່ນໜຶ່ງໃນບັນດາບຸລິມະສິດໃນປີ 2020.
ຍສໝ - ຕອນບ່າຍວັນທີ 17 ມີນາ, ຢູ່ຮ່າໂນ້ຍ, ທ່ານພົນເອກ ໂຕເລິມ, ກຳມະການກົມການເມືອງ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບ ທ່ານພົນໂທ ກົງທອງ ພົງວິຈິດ, ກໍາມະການສູນກາງພັກປະຊາຊົນປະຕິວັດລາວ, ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລາວ.
ຍສໝ - ທ່ານເອກອັກຄະລັດຖະທູດ ດັ່ງດິງກ້ວຍ - ຫົວໜ້າຄະນະຜູ້ແທນຫວຽດນາມ ປະຈຳສະຫະປະຊາຊາດ ໄດ້ຢືນຢັນວ່າ ຕ້ອງຊຸກຍູ້ແຮງການໜູນຊ່ວຍດ້ານເຕັກນິກ ແລະ ສ້າງຄວາມສາມາດໃຫ້ແກ່ບັນດາປະເທດໃນການຊອກຄົ້ນ, ສືບສວນ ແລະ ດຳເນີນຄະດີອາດຊະຍາກຳກໍ່ການຮ້າຍ ແລະ ອາດຊະຍາກຳຢ່າງຮ້າຍແຮງອື່ນໆ.
ຍສໝ - ຫວຽດນາມ ແລະ ອັງກິດ ສືບຕໍ່ປະຕິບັດ “ສັນຍາຊ່ວຍເຫຼືອດ້ານກົດໝາຍລະຫວ່າງສອງປະເທດ”, “ບົດບັນທຶກຊ່ວຍຈຳກ່ຽວກັບບັນດາບັນຫາອົບພະຍົບ”, ພິເສດແມ່ນການແບ່ງປັນຂໍ້ມູນຂ່າວສານເພື່ອປ້ອງກັນ, ຕ້ານການກໍ່ການຮ້າຍ, ອາດຊະຍາກຳທີ່ມີການຈັດຕັ້ງ, ອາດຊະຍາກຳທາງເຕັກໂນໂລຍີ, ຄວາມປອດໄພທາງເຄືອຂ່າຍອິນເຕີແນັດ, ການເຂົ້າເມືອງແບບຜິດກົດໝາຍ ແລະ ການຄ້າມະນຸດ ຢ່າງມີປະສິດທິຜົນ.
ຍສໝ - ຕາມທ່ານຫຽບແລ້ວ, ໜຶ່ງໃນບັນດາເຫດຜົນທີ່ເຮັດໃຫ້ໂຄງການສັກວັກຊິນກັນໂຄວິດ - 19 ຂອງຫວຽດນາມຍັງບໍ່ທັນໄດ້ຮັບການຍູ້ໄວໃນໄລຍະທີ່ຜ່ານມາແມ່ນຍ້ອນຂາດເຂີນແຫຼ່ງສະໜອງວັກຊິນໃນໂລກ. ເຖິງຢ່າງໃດກໍ່ຕາມ, ບໍລິສັດຫຸ້ນສ່ວນວັກຊິນ ຫວຽດນາມ (VNVC) ກໍໄດ້ສັ່ງຊື້ວັກຊິນຂອງບໍລິສັດ AstraZeneca 30 ລ້ານໂດສໃນປີ 2020, ແຕ່ວ່າແຫຼ່ງສະໜອງຈາກສັນຍານີ້ມາຮອດປັດຈຸບັນຍັງຖືກຈຳກັດຢູ່.
ຍສໝ - ທີ່ການຕ້ອນຮັບ, ທ່ານນາງ ຫົວໜ້າກຳມະທິການວັດທະນະທຳ - ສັງຄົມ ໄດ້ສະແດງຄວາມຮັບຮູ້ຕໍ່ການໜູນຊ່ວຍອັນລ້ຳຄ່າ, ທັນການ ຂອງກອງພົນ 11 ທີ່ສະຫງວນໃຫ້ແກ່ສະພາແຫ່ງຊາດລາວ, ທ່ານນາງກໍ່ຖືວ່າ, ຈຳນວນຜູ້ອັດປາກດັງນີ້ ມີຄວາມຈຳເປັນທີ່ສຸດຕໍ່ສະພາແຫ່ງຊາດລາວ ໃນການຕໍ່ສູ້ປ້ອງກັນຕ້ານໂລກລະບາດໂຄວິດ - 19 ໃນສະພາບການໂລກລະບາດໂຄວິດ - 19 ຍັງມີການຜັນແປຢ່າງສັບສົນຢູ່ລາວ.
ຍສໝ - ດ້ວຍງົບປະມານກ່ວາ 600 ລ້ານດົ່ງ, ຄະນະຊີ້ນຳການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ແຂວງດຽນບຽນໄດ້ລົງທຶນເຂົ້າການຊື້ບັນດາອຸປະກອນການແພດທີ່ຈຳເປັນເພື່ອຮັບໃຊ້ໃຫ້ແກ່ວຽກງານປ້ອງກັນສະກັດກັ້ນໂລກລະບາດໂຄວິດ - 19 ໃຫ້ແກ່ 6 ແຂວງທາງພາກເໜືອລາວ, ແຕ່ລະແຂວງລວມມີ: ຜ້າອັດປາກດັງ 32.000 ອັນ, ຢາລ້າງມືຂ້າເຊື້ອ 200 ຕຸກ, ຊຸດປ້ອງກັນຕ້ານເຊື້ອລະດັບ 3.300 ຊຸດ.
ຍສໝ - ບໍລິສັດພັດທະນາເຕັກໂນໂລຢີເອເລັກໂຕນິກ ບິ່ງອານ ຈຳກັດ (BA GPS) ໃຫ້ຮູ້ວ່າ ວິສາຫະກິດ ຫາກໍ່ເປີດນຳໃຊ້ວິທີການ “ເດີນທາງຢ່າງປອດໄພ” ໃນພາຫະນະຄົມມະນາຄົມດ້ວຍເຕັກໂນໂລຢີປັນຍາປະດິດ (AI).
ຍສໝ - ນະຄອນ ຟູ໋ກວກ ໄດ້ລົງນາມໃນບັນດາຂໍ້ກຳນົດ ແລະ ແຜນການສົມທົບກັບບັນດາເມືອງ, ນະຄອນ ແລະ ຂະແໜງການປະມົງແຂວງ ກຽນຢາງ ໃນການລາດຕະເວນ, ຄວບຄຸມ ແລະ ແກ້ໄຂບັນຫາກຳປັ່ນຫາປາແບບຜິດກົດໝາຍຢູ່ເຂດດັ່ງກ່າວ.
ຍສໝ -ໃນສານຂອງຕົນ, ທ່ານເອກອັກຄະລັດຖະທູດ ຫວູນົ່ງນາມໄດ້ຂຽນວ່າ: ໂລກລະບາດໂຄວິດ - 19 ສືບຕໍ່ມີການຜັນແປຢ່າງສັບສົນ, ເກີດຂຶ້ນໄວຣັດສາຍພັນໃໝ່ຫຼາຍຊະນິດໃນບໍລິເວນທົ່ວໂລກ, ໃນນັ້ນ ມີຍີ່ປຸ່ນ ແລະຫວຽດນາມ, ຈຳນວນຜູ້ຕິດເຊື້ອຢູ່ຍີ່ປຸ່ນຍັງບໍ່ທັນຫຼຸດລົງເທື່ອ.
ຍສໝ - ຕອນເຊົ້າວັນທີ 7 ພຶດສະພາ, ຢູ່ຫຼັກໝາຍຊາຍແດນເລກທີ 281 ໃນບໍລິເວນດ່ານຊາຍແດນ ແຕ໊ນຕັ່ນ, ປ້ອມປ້ອງກັນຊາຍແດນດ່ານຊາຍແດນ ແຕ໊ນຕັ່ນ (ແທງຮວາ) ໄດ້ມອບອຸປະກອນປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໃຫ້ແກ່ກອງໃຫຍ່ທະຫານເລກທີ 214, ກອງບັນຊາການແຂວງຫົວພັນ ແລະ ປ້ອມລະຫວ່າງຂະແໜງດ່ານຊາຍແດນ ສົມຫວັງ, ແຂວງຫົວພັນ (ລາວ).
ຍສໝ - ລັດຖະບານໄດ້ປະກາດໃຊ້ບັນດາໂຄງການ, ກົນໄກ, ນະໂຍບາຍ, ກົດໝາຍຢ່າງຄົບຊຸດ, ຮອບດ້ານພໍສົມຄວນ ເພື່ອໜູນຊ່ວຍໃຫ້ແກ່ຜູ້ທຸກຍາກຢ່າງຮອບດ້ານ.
ຍສໝ - ຫວ່າງແລ້ວນີ້, ຄະນະກໍາມະການປະຊາຊົນແຂວງ ກວາງຫງ້າຍ ໄດ້ອອກຂໍ້ຕົກລົງເລກທີ 926 ອະນຸມັດການຮັບເງິນກວ່າ 1,7 ຕື້ດົ່ງ, ເທົ່າກັບ 72.653 USD ຈາກໂຄງການ: ຊ່ວຍເຫຼືອການປະຕິບັດບັນດາມາດຕະການສະກັດກັ້ນ ແລະ ຕ້ານການຈົມນໍ້າຢ່າງມີປະສິດທິຜົນ ແລະ ຍືນຍົງ ໃຫ້ເດັກນ້ອຍ 1.800 ຄົນຢູ່ 02 ເມືອງຂອງເມືອງ ເງ້ຍແຮງ ແລະ ບິງເຊິ່ນ ໂດຍອົງການ Campaign for Tobacco-Free Kids (CTFK), ອາເມລິກາ ອຸປະຖຳ.
ຍສໝ - ຕອນເຊົ້າວັນທີ 23 ສິງຫາຢູ່ສະໜາມບິນສາກົນ ໂນ້ຍບາຍ (ຮ່າໂນ້ຍ), ທ່ານພົນໂທ ຮ່ວາງຊັວນຈຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ສະມາຊິກໜ່ວຍປະຕິບັດງານຂອງລັດຖະບານ ກ່ຽວກັບການທູດວັກຊິນ ແລະ ທ່ານເອກອັກຄະລັດຖະທູດຈີນ ປະຈຳ ຫວຽດນາມ ຊຸງປົວ ໄດ້ເປັນປະທານຮ່ວມໃນພິທີມອບຮັບວັກຊິນກັນໂຄວິດ Vero-Cell - 19 200.000 ໂດສ ຂອງ Sinapharm ແລະ ເຂັມສັກຢາ ຊະນິດໃຊ້ເທື່ອດຽວ 201.600 ອັນ ໂດຍກະຊວງປ້ອງກັນປະເທດ ຈີນ ມອບໃຫ້ກະຊວງປ້ອງກັນປະເທດ ຫວຽດນາມ.
ທ່ານພົນໂທຮ່ວາງຊວັນຈຽນ ຢັ້ງຢືນວ່າ, ການນຳກະຊວງປ້ອງກັນປະເທດ ຫວຽດນາມ ຍາມໃດກໍ່ສະໜັບສະໜູນ ແລະ ສ້າງທຸກເງື່ອນໄຂສະດວກເພື່ອໃຫ້ສອງອົງການເພີ່ມທະວີການຮ່ວມມື, ປະກອບສ່ວນເຮັດໃຫ້ການພົວພັນຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດເລິກເຊິ່ງກ່ວາອີກ.
ຍສໝ - ທ່ານ ດ່ວານຄັກວຽດ ຮອງໂຄສົກກະຊວງການຕ່າງປະເທດ ຫວຽດນາມໃຫ້ຮູ້ວ່າ: ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ອາເມລິກາໃນໄລຍະທີ່ຜ່ານມາ ໄດ້ຮັກສາທ່າພັດທະນາໃນຫຼາຍຂົງເຂດ, ໃນນັ້ນມີການຮ່ວມມືດ້ານປ້ອງກັນຊາດ
ການຟອກເງິນແມ່ນການປ່ຽນຮູບ ນຳໃຊ້ ເຄື່ອນຍ້າຍ ແລກປ່ຽນ ໄດ້ມາຄອບຄອງ ໂອນກຳມະສິດທີ່ແທ້ຈິງຂອງເງິນ ຫຼື ຊັບສິນອື່ນໆ ທີ່ບຸກຄົນ ນິຕິບຸກຄົນ ຫຼື ການຈັດຕັ້ງ ໂດຍທີ່ຮູ້ ໄດ້ຮູ້ ຫຼື ສົງໄສວ່າ ເງິນ ຫຼື ຊັບສິນນັ້ນມາຈາກການກະທຳຜິດຕົ້ນ ເພື່ອປົກປິດ ຫຼື ຊຸກເຊື່ອງ ຄຸນລັກສະນະ ທີ່ມາຂອງເງິນ ທີ່ຕັ້ງຂອງຊັບສິນ ເພື່ອເຮັດໃຫ້ເງິນ ຫຼື ຊັບສິນດັ່ງກ່າວຖືກຕ້ອງຕາມກົດໝາຍ.
ຍສໝ - ທ່ານ ເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ ໄດ້ສະແດງຄວາມຍິນດີຕໍ່ການພົວພັນສາມັກຄີແບບພິເສດລະຫວ່າງ ລາວ ຫວຽດນາມ ທີ່ນັບມື້ນັບພັດທະນາຢ່າງເລິກເຊິ່ງກວ້າງແຂວງ, ທ່ານສະແດງຄວາມຂອບອົກຂອບໃຈຕໍ່ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ທີ່ໄດ້ສະຫງວນໃຫ້ແກ່ ພັກ, ລັດ ແລະ ປະຊາຊົນ ລາວ ການຊ່ວຍເຫຼືອອັນຍິ່ງໃຫຍ່, ສຸດຈິດສຸດໃຈ ແລະ ມີປະສິດທິຜົນທີ່ສຸດແຕ່ກ່ອນມາຮອດປັດຈຸບັນ.
ຍສໝ - ໃນລະຫວ່າງວັນທີ 29 – 31 ສິງຫາ, ຢູ່ບາງກອກ, ໄທ, ໄດ້ດຳເນີນກອງປະຊຸມປະຕິບັດກົດໝາຍໃນຂົງເຂດກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງໂດຍຫ້ອງການອົງການປ້ອງກັນ, ຕ້ານອາດຊະຍາກຳຂອງ ສປຊ (UNODC) ພາກພື້ນອາຊີຕາເວັນອອກສ່ຽງໃຕ້ - ປາຊີຟິກ, ຄະນະກຳມະການປ້ອງກັນ, ຕ້ານການສໍ້ລາດບັງຫຼວງແຫ່ງຊາດ ໄທ ແລະ ກະຊວງຍຸຕິທຳ ສ.ເກົາຫຼີ ຮ່ວມຈັດຕັ້ງ.
ຕອນເຊົ້າວັນທີ 16 ກໍລະກົດ, ຢູ່ຮ່າໂນ້ຍ ໄດ້ດໍາເນີນພິທີມອບ - ຮັບ ອຸປະກອນການແພດຂອງພັກ, ລັດ, ກະຊວງປ້ອງກັນປະເທດ ແລະ ປະຊາຊົນຫວຽດນາມ ມອບໃຫ້ປະຊາຊົນ ກູບາ ເຊິ່ງລວມມີ ຊຸດ Kit ວິໄຈເຊື້ອ, ຊຸດເກັບຕົວຢ່າງ, ຜ້າອັດປາກ - ອັດດັງ, ຊຸດປ້ອງກັນພະຍາດ... ດ້ວຍປະລິມານທັງໝົດ 3 ໂຕນ.