CTFK (ອາ​ເມ​ລິ​ກາ) ​ຊ່ວຍ​ເຫຼືອການ​ປ້ອງ​ກັນ​ການ​ຈົມ​ນ້ຳ​ໃຫ້​ເດັກ​ນ້ອຍ 1.800 ຄົນ​ຢູ່ 2 ເມືອງ​ຂອງ​ແຂວງ ກວາງ​ຫງ້າຍ

14:52 | 05/08/2024

ຍສໝ - ຫວ່າງແລ້ວນີ້, ຄະນະກໍາມະການປະຊາຊົນແຂວງ ກວາງຫງ້າຍ ໄດ້ອອກຂໍ້ຕົກລົງເລກທີ 926 ອະນຸມັດການຮັບເງິນກວ່າ 1,7 ຕື້ດົ່ງ, ເທົ່າກັບ 72.653 USD ຈາກໂຄງການ: ຊ່ວຍເຫຼືອການປະຕິບັດບັນດາມາດຕະການສະກັດກັ້ນ ແລະ ຕ້ານການຈົມນໍ້າຢ່າງມີປະສິດທິຜົນ ແລະ ຍືນຍົງ ໃຫ້ເດັກນ້ອຍ 1.800 ຄົນຢູ່ 02 ເມືອງຂອງເມືອງ ເງ້ຍແຮງ ແລະ ບິງເຊິ່ນ ໂດຍອົງການ Campaign for Tobacco-Free Kids (CTFK), ອາເມລິກາ ອຸປະຖຳ.

ການ​ທູດ​ປະຊາຊົນ​ແມ່ນ​ຈຸດ​ພົ້ນ​ເດັ່ນ​ໃນ​ການ​ພົວພັນ​ຄູ່​ຮ່ວມ​ມື ຫວຽດນາມ - ອາ​ເມ​ລິ​ກາ ການ​ທູດ​ປະຊາຊົນ​ແມ່ນ​ຈຸດ​ພົ້ນ​ເດັ່ນ​ໃນ​ການ​ພົວພັນ​ຄູ່​ຮ່ວມ​ມື ຫວຽດນາມ - ອາ​ເມ​ລິ​ກາ
ແມ່​ຍິງ​ແຂວງ ຝູເຖາະ (ຫວຽດ​ນາມ) ໜູນ​ຊ່ວຍ​ເຮືອນແຫ່ງຄວາມ​ຮັກແພງ 2 ຫຼັງໃຫ້ແກ່ແມ່​ຍິງ​ທຸກ​ຍາກ​ຢ່​ແຂວງ ຫຼວງ​ນ້ຳ​ທາ (ລາວ) ແມ່​ຍິງ​ແຂວງ ຝູເຖາະ (ຫວຽດ​ນາມ) ໜູນ​ຊ່ວຍ​ເຮືອນແຫ່ງຄວາມ​ຮັກແພງ 2 ຫຼັງໃຫ້ແກ່ແມ່​ຍິງ​ທຸກ​ຍາກ​ຢ່​ແຂວງ ຫຼວງ​ນ້ຳ​ທາ (ລາວ)

ດ້ວຍຍອດຈຳນວນທຶນ ແລະ ໂຄງປະກອບທຶນກວ່າ 1,7 ຕື້ດົ່ງ, ເທົ່າກັບ 72.653 USD, ໂຄງການດັ່ງກ່າວໄດ້ຮັບການຊ່ວຍເຫຼືອຈາກອົງການ Campaign for Tobacco-Free Kids (CTFK), ອາເມລິກາ ເພື່ອຊ່ວຍຜັນຂະຫຍາຍບັນດາມາດຕະການສະກັດກັ້ນຢ່າງມີປະສິດທິຜົນ ແລະຢືນຍົງ ເພື່ອປ້ອງກັນເດັກນ້ອຍຈົມນ້ຳ ຢູ່ແຂວງ ກວາງຫງ້າຍ.

Có ít nhất 1.800 trẻ em trong độ tuổi 6-15 tại địa bàn 02 huyện triển khai dự án được học bơi an toàn - (Ảnh: Văn Phong/khoinghiep.quangngai.gov.vn).  ຢ່າງໜ້ອຍມີເດັກນ້ອຍອາຍຸ 6-15 ປີ 1.800 ຄົນໃນ 02 ເມືອງທີ່ຜັນຂະຫຍາຍໂຄງການໄດ້ຮຽນຮູ້ລອຍນໍ້າຢ່າງປອດໄພ - (ພາບ: Van Phong/khoinghiep.quangngai.gov.vn).

ຢ່າງໜ້ອຍສຸດມີເດັກນ້ອຍອາຍຸ 6-15 ປີ 1.800 ຄົນໃນ 02 ເມືອງທີ່ໄດ້ເຂົ້າຮ່ວມການຜັນຂະຫຍາຍໂຄງການຮຽນລອຍນໍ້າຢ່າງປອດໄພ - (ພາບ: Van Phong/khoinghiep.quangngai.gov.vn).

​ໂຄງການ​ດັ່ງກ່າວ​ຈະ​ໄດ້​ຮັບ​ການ​ຈັດຕັ້ງປະຕິບັດ​ໃນ 17 ​ເດືອນ (ແຕ່​ເດືອນ 8/2024 – 12/2025) ຢູ່ 02 ​ເມືອງ​ ເງ້ຍແຮງ ​ແລະ ບິງເຊິ່ນ. ຈະມີເດັກນ້ອຍອາຍຸ 6-15 ປີ ຢ່າງໜ້ອຍ 1.800 ຄົນ ຢູ່ໃນບໍລິເວນຈັດຕັ້ງປະຕິບັດໂຄງການ ໄດ້ຮຽນລອຍນໍ້າຢ່າງປອດໄພ ຕາມລະບຽບການ ແລະ ຄຳແນະນຳຂອງກະຊວງແຮງງານ ສະຫວັດດິການ ແລະ ສັງຄົມ ຫວຽດນາມ ໃນປະຈຸບັນ. ບັນດາກິດຈະກຳການຮຽນການສອນລອຍນ້ຳໃຫ້ແກ່ເດັກນ້ອຍທີ່ຈັດຕັ້ງປະຕິບັດຢູ່ຂັ້ນບ້ານ ແມ່ນໄດ້ຮັບການຊີ້ນຳຈາກຂະແໜງການຢູ່ຂັ້ນແຂວງ ແລະ ຂັ້ນເມືອງເປັນແຕ່ລະໄລຍະ.

ໂຄງການ​ດັ່ງກ່າວ​ກໍ່​ເພື່ອ​ແນ​ໃສ່​ຍົກ​ສູງ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​​ການ​ສູນເສຍຈາກການຈົມ​ນ້ຳ ແລະ ການ​ປ້ອງກັນຢ່າງ​ມີ​ປະສິດທິ​ຜົນໃຫ້ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ ​ແລະ ປະຊາຊົນ. ຜັນຂະຫຍາຍການປະຕິບັດການລອຍສໍາລັບເດັກນ້ອຍອາຍຸ 6-15 ປີຢ່າງປອດໄພ ແລະ ປະສິດທິຜົນ.

​ພະນັກງານຄຸ້ມຄອງ ແລະ ພະນັກງານຫຼັກແຫຼ່ງຂອງບັນດາພະແນກ, ຂະແໜງການ ແລະ ຫນ່ວຍງານທີ່ກ່ຽວຂ້ອງໃນແຂວງ ແລະ ເມືອງ ໃນຂົງເຂດທ້ອງຖິ່ນ ທີ່ດຳເນີນໂຄງການ ກໍ່ໄດ້ຍົກສູງຄວາມອາດສາມາດຂອງຕົນໃນການຄຸ້ມຄອງ, ການປະຕິບັດໂຄງການ, ການປະເມີນຜົນ ແລະ ການສື່ສານກ່ຽວກັບການຕ້ານຈົມນໍ້າຂອງເດັກ.

ການ​ທູດ​ປະຊາຊົນ​ແມ່ນ​ຈຸດ​ພົ້ນ​ເດັ່ນ​ໃນ​ການ​ພົວພັນ​ຄູ່​ຮ່ວມ​ມື ຫວຽດນາມ - ອາ​ເມ​ລິ​ກາ
OneSky ໜູນ​ຊ່ວຍການ​ເບິ່ງ​ແຍງ​, ການ​ສຶກສາ​ເດັກ​ຂັ້ນອະນຸບານ​ຢູ່​ບັນດາ​ເຂດ​-ກຸ່ມອຸດສາຫະກຳຢູ່ ກວາງ​ນາມ.

ອ.ສະຫວັດ

302 Found

Found

The document has moved here.