ຮັບ​ວັກ​ຊິນ​ກັນ​ໂຄວິດ - 19 200.000 ໂດ​ສ ໂດຍ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຈີ​ນ ມອບ​ໃຫ້

06:35 | 25/08/2021

ຍ​ສ​ໝ - ຕອນ​ເຊົ້າ​ວັນ​ທີ 23 ສິງ​ຫາ​ຢູ່​ສະ​ໜາມ​ບິນ​ສາ​ກົນ ໂນ້ຍ​ບາຍ (ຮ່າ​ໂນ້ຍ), ທ່ານ​ພົນ​ໂທ ຮ່​ວາງ​ຊັວນ​ຈຽນ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ສະ​ມາ​ຊິກ​ໜ່ວຍ​ປະ​ຕິ​ບັດ​ງານ​ຂອງລັດ​ຖະ​ບານ ກ່ຽວ​ກັບ​ການ​ທູດ​ວັກ​ຊິນ ແລະ ທ່ານ​ເອກ​ອັກ​ຄະ​ລັ​ດ​ຖະ​ທູດ​ຈີນ ປະ​ຈຳ ຫວຽດ​ນາມ ຊຸງປົວ ໄດ້​ເປັນ​ປະ​ທານ​ຮ່ວມ​ໃນ​ພິ​ທີ​ມອບ​ຮັບ​ວັກ​ຊິ​ນ​ກັນ​ໂຄວິດ Vero-Cell - 19 200.000 ໂດ​ສ ຂອງ Sinapharm ແລະ ເຂັມ​ສັກ​ຢາ ຊະ​ນິດ​ໃຊ້​ເທື່ອ​ດຽວ 201.600 ອັນ ໂດຍ​ກະ​ຊວງ​ປ້ອ​ງ​ກັນ​ປະ​ເທດ ຈີນ ມອບ​ໃຫ້​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ.

ຮ່າ​ໂນ້ຍ ​ສືບ​ຕໍ່​ໜູນ​ຊ່ວຍ​ຂອງ​ກິນ​ໂດຍ​ບໍ່​ເສຍ​ຄ່າ​ໃຫ້​ແກ່​ຜູ້​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19 ຮ່າ​ໂນ້ຍ ​ສືບ​ຕໍ່​ໜູນ​ຊ່ວຍ​ຂອງ​ກິນ​ໂດຍ​ບໍ່​ເສຍ​ຄ່າ​ໃຫ້​ແກ່​ຜູ້​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19
ກະ​ຊວງ​ກາ​ນ​ຕ່າງ​ປະ​ເທດ​ແຈ້ງ​ໃຫ້​ຊາບ​ກ່ຽວ​ກັບ​ການ​ຢ້ຽມ​ຢາມ ຫວຽດ​ນາມ ຂອງ ທ່ານ​ນາງ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Kamala Harris ກະ​ຊວງ​ກາ​ນ​ຕ່າງ​ປະ​ເທດ​ແຈ້ງ​ໃຫ້​ຊາບ​ກ່ຽວ​ກັບ​ການ​ຢ້ຽມ​ຢາມ ຫວຽດ​ນາມ ຂອງ ທ່ານ​ນາງ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Kamala Harris
ຮັບ​ວັກ​ຊິນ​ກັນ​ໂຄວິດ - 19 200.000 ໂດ​ສ ໂດຍ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຈີ​ນ ມອບ​ໃຫ້
ທ່ານ​ພົນ​ໂທ ຮ່​ວາງ​ຊັວນ​ຈຽນ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຮັບ​ວັກ​ຊິນ​ຊ່ວຍ​ເຫຼືອ​ຂອງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຈີນ (ພາ​ບ: baoquocte.vn)

ທ່ານ​ເອ​ກ​ອັກ​ຄະ​ລັດ​ຖະ​ທູດ ຊຸງ​ປົວ ໃຫ້​ຮູ້​ວ່າ: ເພື່ອ​ແນ​ໃສ່​ແບ່ງ​ປັນ, ໜູນ​ຊ່ວຍກອງ​ທັບ ແລະ ປະ​ຊາ​ຊົນ ຫວຽດ​ນາມ ເອົາ​ຊະ​ນະ​ຕໍ່​ໂລກ​ລະ​ບາດ​ໂຄວິດ - 19, ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຈີນ ໄດ້​ຕັດ​ສິນ​ໃຈ​ໜູນ​ຊ່ວຍ​ ງວດ​ວັກ​ຊິນ ໂດຍຈີນຜະລິດ ນີ້ໃຫ້ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ​. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຢັ້ງ​ຢືນ​ວ່າ ນີ້​ແມ່ນ​ນ້ຳ​ໃຈ​ຂອງກອງ​ທັ​ບ​ຈີນ​ເວົ້າ​ສະ​ເພາະ ແລະ ລັດ​ຖະ​ບານ​ຈີນ​ເວົ້າ​ລວມ​ທີ່​ສະ​ຫງວນ​ໃຫ້​ແກ່ກອງ​ທັບ ແລະ ປະ​ຊາ​ຊົນ​ຫວຽດ​ນາມ.

ໂດຍ​ຕາງ​ໜ້າ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ, ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ ຮ່​ວາງ​ຊວັນ​ຈຽນ ໄດ້​ສະ​ແດງ​ຄວມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ການ​ໜູນ​ຊ່ວຍ​ຢ່າງ​ທັນ​ການ​ຂອງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຈີນ, ທ່ານ​ກໍ່​ຢັ້ງ​ຢືນ​ວ່າ ການ​ໜູນ​ຊ່ວຍ​ວັກ​ຊິນ ແລະ ວັດ​ຖຸ​ອຸ​ປະ​ກອນ​ການ​ແພດນີ້ ມີ​ຄວາມ​ໝາຍ​ຢ່າງ​ແທດ​ຈິງ​ໃນ​ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ແຜ່​ລະ​ບາດ​ຮອບ​ທີ 4 ຢູ່ ຫວຽດ​ນາມ ເຊິ່ງ​ພວມ​ມີ​ບັນ​ດາ​ການ​ຜັນ​ແປ​ຢ່າງ​ສັບ​ສົນ​ທີ່​ສຸດ.

ຕາມ​ທ່າ​ນ​ຮອງ​ລັດ​ຖະ​ມົນ​ຕີ ຮ່​ວາງ​ຊັວນ​ຈຽນ ແລ້ວ, ພາຍຫຼັງ​ມີ​ຜົນ​ກວດກາຢັ້ງ​ຢືນ​ມາດ​ຕະ​ຖານ, ຄຸນ​ນະ​ພາບ​ແລ້ວ, ຈຳ​ນວນ​ວັກ​ຊິນນີ້​ຈະ​ໄດ້​ຈັດ​ຕັ້ງ​ສັກ​ຢູ່​ບັນ​ດາ​ຮາກ​ຖານ​ການ​ແພດ​ທີ່​ມີ​ເງື່ອນ​ໄຂ​ສັກ​ວັກ​ຊິນ​ຢ່າງ​ຄົບ​ຖ້ວນ​ຕາມ​ດຳລັດເລກ​ທີ 104/2016/ND-CP ລົງ​ວັນ​ທີ 1 ກໍ​ລະ​ກົດ 2016 ຂ​ອງລັດ​ຖະ​ບານ ວ່າ​ດ້ວຍ​ການ​ກຳ​ນົດ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ສັກ​ວັກ​ຊິນ, ໃນ​ນັ້ນ​ ​ບຸ​ລິ​ມະ​ສິດ​ໃຫ້​ແກ່​ກຳ​ລັງ, ກອງ​ທັບທີ່​ເຂົ້າ​ຮ່ວມ​ການ​ປ້ອງ​ກັນ​ຕ້ານ​ໂລ​ກ​ລະ​ບາດ​ໂຄວິດ - 19, ຕັ້ງ​​ຖານ​ຢູ່​ເຂດ​ເກີດ​ໂລ​ກ​ລະ​ບາດ ແລະ ປະ​ຕິ​ບັດ​ໜ້າ​ທີ໋, ກຽມ​ພ້ອມ​ການ​ຕໍ່​ສູ້.

Vero-Cell ແມ່ນ​ວັກ​ຊິນ​ ໂດຍ​ອົງ​ການ​ອະ​ນາ​ໄມ​ໂລກ (WHO) ໄດ້ສັບ​ຊ້ອນ​ເຂົ້າ​ໃນ​ບັນ​ຊີ​ລາຍ​ຊື່​ນຳ​ໃຊ້​ຮີບ​ດ່ວນ (EUL) ແລະ ໂຄງ​ການ COVAX ໄດ້ຊື້ ເພື່ອ​ຊ່ວຍ​ໃຫ້​ບັນ​ດາ​ປະ​ເທດ​ສຳ​ຜັດ​ກັບ​ວັກ​ຊິນ​ຢ່າງ​ມີ​ຄວາມ​ສະ​ເໝີ​ພາບ. ວັກ​ຊິນ​ Vero-Cell ໄດ້​ສະ​ໜອງ​ໄປ​ຍັງ​ກ່​ວາ 70 ປະ​ເທດ, ໃນ​ນັ້ນ​ມີ​ບັນ​ດາ​ປະ​ເທດ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ຄື: ບ​ຣູ​ໄນ, ກຳ​ປູ​ເຈຍ, ອິນ​ໂດ​ເນ​ເຊຍ, ລາວ, ມາ​ເລ​ເຊຍ, ມຽນ​ມາ, ຟີ​ລິບ​ປິນ, ສິງ​ກະ​ໂປ ແລະ ໄທ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.