ກະຊວງຕໍາຫຼວດຫວຽດນາມ ແລະ ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບລາວ 60 ປີ​ແຫ່ງ​ການ​ຮ່ວມ​ມື ​ແລະ ພັດທະນາ

10:38 | 01/12/2022

ຍສໝ - ກອງ​ປະຊຸມ​ສຳ​ມະ​ນາ​ໄດ້ຮັບຮູ້ບັນດາບົດປະກອບຄໍາເຫັນ​ດ້ວຍ​ການແບ່ງປັນ​ຫຼາຍ​ຢ່າງ​ຈາກ​ບັນດາ​ຜູ້​ແທນ​ທີ່​ເປັນ​ອະດີດນັກ​ຊ່ຽວຊານ​ຕຳຫຼວດ​ຫວຽດນາມ ຢູ່​ລາວ ​ແລະ ອະດີດ​ນາຍ​ຕຳຫຼວດ​ລາວ ທີ່​ເຄີຍ​ຮ່ຳຮຽນ​ຢູ່ ຫວຽດນາມ.

ສືບ​ຕໍ່ເພີ່ມພູນຄູນສ້າງ​ສາຍ​ພົວພັນ​ມິດຕະພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ຫວຽດນາມ - ລາວ ສືບ​ຕໍ່ເພີ່ມພູນຄູນສ້າງ​ສາຍ​ພົວພັນ​ມິດຕະພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ຫວຽດນາມ - ລາວ
ອົງ​ການ UNICEF ໄດ້ຕີ​ລາ​ຄາ​ຫວຽດ​ນາມ ບັນ​ລຸ​ຄວາມ​ຄືບ​ໜ້າ​ອັນ​ໃຫ​ຍ່ຫຼວງ​ໃນ​ການ​ເບິ່ງ​ແຍງ, ປົກ​ປ້ອງ​ເດັກ ອົງ​ການ UNICEF ໄດ້ຕີ​ລາ​ຄາ​ຫວຽດ​ນາມ ບັນ​ລຸ​ຄວາມ​ຄືບ​ໜ້າ​ອັນ​ໃຫ​ຍ່ຫຼວງ​ໃນ​ການ​ເບິ່ງ​ແຍງ, ປົກ​ປ້ອງ​ເດັກ

ຫວ່າງແລ້ວນີ້, ຢູ່​ຮ່າ​ໂນ້ຍ, ກະຊວງ​ຕຳຫຼວດ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ​ແລກປ່ຽນ​ກ່ຽວ​ກັບ​ຫົວ​ຂໍ້ “ຫວຽດນາມ - ລາວ, 60 ປີ​ແຫ່ງ​ການ​ຮ່ວມ​ມື ​ແລະ ພັດທະນາ” ​ເພື່ອ​ຫວນ​ຄືນ​ປະຫວັດສາດ​ການ​ຮ່ວມ​ມື, ການ​ຊ່ວຍເຫຼືອ ​ແລະ ພັດທະນາຂອງກອງ​ກຳລັງ​ຕຳຫຼວດ​ສອງ​ປະ​ເທດ​ຫວຽດນາມ-ລາວ.

ບັນຍາກາດທີ່ກອງ​ປະຊຸມ​ສຳ​ມະ​ນາ.

ກອງ​ປະຊຸມ​ສຳ​ມະ​ນາ​ໄດ້ຮັບຮູ້ບັນດາບົດປະກອບຄໍາເຫັນ​ດ້ວຍ​ການແບ່ງປັນ​ຫຼາຍ​ຢ່າງ​ຈາກ​ບັນດາ​ຜູ້​ແທນ​ທີ່​ເປັນ​ອະດີດນັກ​ຊ່ຽວຊານ​ຕຳຫຼວດ​ຫວຽດນາມ ຢູ່​ລາວ ​ແລະ ອະດີດ​ນາຍ​ຕຳຫຼວດ​ລາວ ທີ່​ເຄີຍ​ຮ່ຳຮຽນ​ຢູ່ ຫວຽດນາມ. ບັນດາ​ຜູ້​ແທນ​ໄດ້​ແບ່ງປັນ​ບັນດາ​ຂໍ້​ມູນ​ຂ່າວ​ສານ, ​ເລື່ອງລາວ ​ແລະ ​ເອກະສານ​ທີ່​ມີ​ຄຸນຄ່າ ​ແລະ ມີ​ຄວາມ​ໝາຍ​ກ່ຽວ​ກັບ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ກະຊວງ​ຕຳຫຼວດ ຫວຽດນາມ - ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບລາວ ເວົ້ວລວມ; ພິ​ເສດ​ແມ່ນ​ກ່ຽວ​ກັບ​ການ​ອຸທິດ​ຕົນ​ຢ່າງ​ງຽບໆ​ຂອງ​ບັນດາ​ນັກ​ຊ່ຽວຊານ​ຕຳຫຼວດ​ຫວຽດນາມ ຢູ່​ລາວ ​ແລະ ຄວາມ​ຊົງ​ຈຳ​ທີ່​ບໍ່​ອາດ​ລືມ​ໄດ້​ໃນ​ໄລຍະ​ທີ່​ພວມ​ຮ່ຳຮຽນ​ຢູ່ ຫວຽດນາມ ຂອງ​ອະດີດ​ນັກ​ສຶກສາ​ຕຳຫຼວດ​ລາວ.

ຄຽງຂ້າງກັນນັ້ນ, ຜູ້​ແທນ​ຫວຽດນາມ - ລາວ ກໍ​ໄດ້ປະກອບ​ຄຳ​ເຫັນ, ຕີລາຄາກ່ຽວກັບ ​ເນື້ອ​ໃນ​ການ​ຮ່ວມ​ມື​ລະຫວ່າງ​ກະຊວງ​ຕຳຫຼວດ​ຫວຽດນາມ ​ແລະ ກະຊວງ​ປ້ອງກັນຄວາມສະຫງົບລາວ ​ແລະ ບັນດາທິດ​ທາງແຜນການ​ຮ່ວມ​ມື​ໃນ​ໄລຍະ​ຈະ​ມາ​ເຖິງ, ​ເປັນພື້ນຖານກໍານົດ​ທິດ​ທາງ​ສຳຄັນ​ເພື່ອ​ຊ່ວຍ​ໃຫ້​ບັນດາ​ກົມກອງທີ່ກ່ຽວຂ້ອງ​​ຂອງ 2 ກະຊວງ​ກຳນົດ​ບັນດາ​ເນື້ອ​ໃນ​ຈຸດສຸມ​ທີ່​ຈະ​​ປະຕິບັດ​ໃນ​ໄລຍະ​ຈະ​ມາ​ເຖິງ​ຢ່າງ​ຈະ​ແຈ້ງ, ປະກອບສ່ວນ​ປັບປຸງ ແລະ ຮັດ​ແໜ້ນ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສອງ​ກະຊວງ​ໃຫ້​ເຂົ້າສູ່​ລວງ​ເລິກ, ​ນໍາມາເຊິ່ງປະສິດທິຜົນຢ່າງແທດຈິງ.

ບູນມີ

ເຫດການ
302 Found

Found

The document has moved here.