ຮັບ​ປະ​ກັນ​ສິດ​ທິ​ມະ​ນຸດ​ໃນ​ການ​ປະ​ຕິ​ບັດ​ໂຄງ​ການ​ເປົ້າ​ໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ລົບ​ລ້າງ​ຄວາມ​ອຶດ​ຫິວຫຼຸດ​ຜ່ອນ​ຄວາ​ມ​ທຸກ​ຍາກ.

06:30 | 18/10/2021

ຍ​ສ​ໝ - ລັດ​ຖະ​ບານ​ໄດ້​ປະ​ກາດ​ໃຊ້ບັນ​ດາ​ໂຄ​ງ​ການ, ກົນ​ໄກ, ນະ​ໂຍ​ບາຍ, ກົດ​ໝາຍ​ຢ່າງ​ຄົບ​ຊຸດ​, ຮອບ​ດ້ານພໍ​ສົມ​ຄວນ ເພື່ອ​ໜູນ​ຊ່ວຍ​ໃຫ້​ແກ່​ຜູ້​ທຸກ​ຍາກ​ຢ່າງ​ຮອບ​ດ້ານ.

ຊຸກ​ຍູ້ ແລະ ປົ​ກ​ປ້ອງ​ສິດ​ທິ​ມະ​ນຸດ ແມ່ນ​ບຸ​ລິ​ມະ​ສິດ​ສູງ​ ​ສຸດ, ແມ່ນ​ເປົ້າ​ໝາ​ຍ​ສຸດ​ທ້າຍ​ ແລະ ແມ່ນ​ກຳ​ລັງ​ໜູນ​ຂອງ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ ຂອງ ຫວຽດ​ນາມ ຊຸກ​ຍູ້ ແລະ ປົ​ກ​ປ້ອງ​ສິດ​ທິ​ມະ​ນຸດ ແມ່ນ​ບຸ​ລິ​ມະ​ສິດ​ສູງ​ ​ສຸດ, ແມ່ນ​ເປົ້າ​ໝາ​ຍ​ສຸດ​ທ້າຍ​ ແລະ ແມ່ນ​ກຳ​ລັງ​ໜູນ​ຂອງ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ ຂອງ ຫວຽດ​ນາມ
ຍົກ​ສູງ​ປະ​ສິດ​ທິ​ຜົນ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດຮອບ​ດ້ານຫວຽດ​ນາມ - ລັດ​ເຊຍ ຍົກ​ສູງ​ປະ​ສິດ​ທິ​ຜົນ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດຮອບ​ດ້ານຫວຽດ​ນາມ - ລັດ​ເຊຍ
ຮັບ​ປະ​ກັນ​ສິດ​ທິ​ມະ​ນຸດ​ໃນ​ການ​ປະ​ຕິ​ບັດ​ໂຄງ​ການ​ເປົ້າ​ໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ລົບ​ລ້າງ​ຄວາມ​ອຶດ​ຫິວຫຼຸດ​ຜ່ອນ​ຄວາ​ມ​ທຸກ​ຍາກ.
ພາບ​ປະ​ກອບ: hanoimoi.com

ພັກ ແລະ ລັດຫວຽດນາມ ກຳນົດ ວຽກງານຫລຸດຜ່ອນຄວາມທຸກຍາກແບບຍືນຍົງ ແມ່ນແຜນນະໂຍບາຍໃຫຍ່, ສຳຄັນ, ມີຄວາມສະເຫມີຕົ້ນສະເຫມີປາຍ, ລຸລ່ວງໃນວິວັດການປະຕິບັດພາລະກິດແຫ່ງການປ່ຽນແປງໃຫມ່, ສ້າງສາ ແລະ ພັດທະນາປະເທດຊາດ. ນີ້ແມ່ນການກຳນົດທິດສັງຄົມນິຍົມທີ່ສຳຄັນຂອງ ສັງຄົມຫວຽດນາມ ພາຍໃຕ້ການນຳພາຂອງພັກ, ເພື່ອແນໃສ່ຮັບປະກັນສິດທິມະນຸດ, ເປັນຕົ້ນແມ່ນສິດໄດ້ຮັບປະກັນຊີວິດສັງຄົມຂອງປະຊາຊົນຕາມການກຳນົດໃນມາດຕາ 34 ຂອງລັດຖະທຳມະນູນ ສສ ຫວຽດນາມ ປີ 2013.

ໃນໄລຍະແຕ່ປີ 2016 – 2020, ພາລະກິດລົບລ້າງຄວາມອຶດຫິວ ຫລຸດຜ່ອນຄວາມທຸກຍາກ ຂອງຫວຽດນາມ ບັນລຸໄດ້ບັນດາຜົນງານພົ້ນເດັ່ນ, ເດັ່ນສຸດແມ່ນ ອັດຕາຄອບຄົວທຸກຍາກຫລຸດລົງຈາກ 9,88% ໃນປີ 2015 ເຫລືອພຽງ 2,75% ໃນປີ 2020.

ລັດຖະບານໄດ້ປະກາດໃຊ້ບັນດາໂຄງການ, ກົນໄກ, ນະໂຍບາຍ, ກົດໝາຍຢ່າງຄົບຊຸດ, ຮອບດ້ານພໍສົມຄວນເພື່ອຫນູນຊ່ວຍ ຫລຸດຜ່ອນຄວາມທຸກຍາກຮອບດ້ານໃຫ້ຜູ້ທຸກຍາກ ພ້ອມທັງມີນະໂຍບາຍ ຫລຸດຜ່ອນຄວາມທຸກຍາກແບບພິເສດສະເພາະ, ໃຫ້ບຸລິມະສິດບັນດາເປົ້າໝາຍມີຄວາມສ່ຽງ, ຊາວຊົນເຜົ່າ, ເຂດປະສົບກັບຄວາມຫຍຸ້ງຍາກເປັນພິເສດ.

ຍອດແຫລ່ງກຳລັງທີ່ລະດົມເພື່ອປະຕິບັດໂຄງການລົບລ້າງຄວາມອຶດຫິວ ຫລຸດຜ່ອນຄວາມທຸກຍາກແຫ່ງຊາດຂອງຫວຽດນາມ ໃນໄລຍະນີ້ ແມ່ນປະມານ 120.000 ຕື້ດົ່ງ. ຫວຽດນາມ ໄດ້ປະກາດໃຊ້ມາດຖານລະດັບທຸກຍາກແຫ່ງຊາດ 8 ຄັ້ງ ໃຫ້ເໝາະສົມກັບເງື່ອນໄຂເສດຖະກິດ ສັງຄົມ ຂອງປະເທດຊາດ ໃນແຕ່ລະໄລຍະ.

ປະຈຸບັນ ຫວຽດນາມ ແມ່ນຫນຶ່ງໃນ 30 ປະເທດທຳອິດຢູ່ໃນໂລກ ແລະ ແມ່ນຫນຶ່ງໃນບັນດາປະເທດທຳອິດຂອງ ອາຊີ ທີ່ນຳໃຊ້ມາດຖານລະດັບທຸກຍາກຈາກຫລາຍສົ້ນ, ຮັບປະກັນຄ່າຄອງຊີບຂອງຜູ້ທຸກຍາກຕິດພັນກັບເປົ້າໝາຍພັດທະນາແບບຍືນຍົງ.

ຫວຽດນາມ ກໍ່ໄດ້ສ້າງມາດຖານລະດັບທຸກຍາກໄລຍະ 2021 – 2025 ດ້ວຍຕົວເລກຄາດໝາຍ ລາຍຮັບສະເລ່ຍຕໍ່ຫົວຄົນ/ເດືອນ ຢູ່ເຂດຊົນນະບົດແມ່ນ 1.500.000 ດົ່ງ, ເຂດຕົວເມືອງ ແມ່ນ 2.000.000 ດົ່ງ.

ປະຈຸບັນ ລັດຖະບານ ໄດ້ຊີ້ນຳໃຫ້ບັນດາແຂວງ, ນະຄອນ ປະຕິບັດວຽກງານສໍາຫຼວດກວດກາ, ຈັດປະເພດເປົ້າໝາຍຄອບຄົວທຸກຍາກ ເພື່ອເປັນບ່ອນອີງໃນການສ້າງ ແລະ ຜັນຂະຫຍາຍປະຕິບັດບັນດານະໂຍບາຍ, ໂຄງການ, ມາດຕະການ ຫລຸດຜ່ອນຄວາມທຸກຍາກ. ສະພາແຫ່ງຊາດ, ລັດຖະບານ ກໍ່ໄດ້ຈັດແບ່ງແຫລ່ງກຳລັງເພື່ອປະຕິບັດລະບົບນະໂຍບາຍ ຫລຸດຜ່ອນຄວາມທຸກຍາກຢ່າງເປັນປະຈຳ, ຫນູນຊ່ວຍທຸກດ້ານກ່ຽວກັບຊີວິດເສດຖະກິດ, ສັງຄົມ ໃຫ້ຄອບຄົວທຸກຍາກ.

ປີ 2021, ສະພາແຫ່ງຊາດ ໄດ້ປະກາດໃຊ້ມະຕິເລກທີ 24/2021/QH15, ລົງວັນທີ 28 ກໍລະກົດປີ 2021 ເພື່ອອະນຸມັດແຜນນະໂຍບາຍລົງທຶນ ໂຄງການເປົ້າໝາຍແຫ່ງຊາດກ່ຽວກັບການຫລຸດຜ່ອນຄວາມທຸກຍາກແບບຍືນຍົງ ໄລຍະ 2021– 2025 ດ້ວຍຄາດໝາຍ ຫລຸດຜ່ອນຄວາມທຸກຍາກຫລາຍສົ້ນ, ກວມລວມ, ຍືນຍົງ, ຈຳກັດການກັບມາທຸກຍາກຄືນໃຫມ່ ແລະ ເກີດຄວາມທຸກຍາກໃໝ່; ຫນູນຊ່ວຍຜູ້ທຸກຍາກ ໄດ້ນຳໃຊ້ບັນດາການບໍລິການສັງຄົມຕາມມາດຖານລະດັບທຸກຍາກແຫ່ງຊາດ, ຍົກສູງຄຸນນະພາບການດຳລົງຊີວິດ.

ໂຄງການເປົ້າໝາຍແຫ່ງຊາດກ່ຽວກັບການຫລຸດຜ່ອນຄວາມທຸກຍາກແບບຍືນຍົງ ໄລຍະ 2021-2025 ໄດ້ສຸມໃສ່ແກ້ໄຂບັນຫາທຸກຍາກອຶດຫິວເປັນຈຸດສຸມ, ຮີບດ່ວນ, ມີເປົ້າໝາຍ, ມີກຳນົດເວລາ ຮັບປະກັນສິດທິມະນຸດ. ໂຄງການກໍ່ໄດ້ລົງທຶນພັດທະນາພື້ນຖານເສດຖະກິດສັງຄົມ ຢູ່ເຂດທຸກຍາກກວ່າໝູ່, ຍົກສູງລາຍຮັບ, ຄຸນນະພາບການດຳລົງຊີວິດຂອງຜູ້ທຸກຍາກ, ບຳລຸງສ້າງທັກສະວິຊາຊີບ, ສ້າງວຽກເຮັດງານທຳເປັນຢ່າງດີ, ຫນູນຊ່ວຍຜູ້ມີຄວາມສ່ຽງ ບໍ່ໃຫ້ຕົກເຂົ້າສູ່ສະພາບທຸກຍາກອຶດຫິວ.

ຫວຽດ​ນາມ ບໍ່ເອົາຄວາມກ້າວຫນ້າ ແລະ ຄວາມຍຸຕິທຳສັງຄົມ ໄປແລກກັບການເຕີບໂຕທາງດ້ານເສດຖະກິດ. ຫວຽດນາມ ໄດ້ກຳນົດ ການລົງທຶນໃຫ້ວຽກງານຫລຸດຜ່ອນຄວາມທຸກຍາກ ແມ່ນລົງທຶນໃຫ້ແກ່ການພັດທະນາ ເພື່ອແນໃສ່ຫນູນຊ່ວຍຜູ້ທຸກຍາກຫລຸດພົ້ນອອກຈາກຄວາມທຸກຍາກ, ສ້າງຊີວິດໃຫ້ດີຂຶ້ນ, ບໍລິເວນທຸກຍາກຫລຸດພົ້ນອອກຈາກສະພາບຫຍຸ້ງຍາກ, ສ້າງມາດຖານຊົນນະບົດໃຫມ່; ປະຕິບັດເປົ້າໝາຍພັດທະນາແບບຍືນຍົງ, ປະກອບສ່ວນຊຸກຍູ້ການເຕີບໂຕເສດຖະກິດ.

ຫວຽດນາມ ກໍ່ໄດ້ຍູ້ແຮງການປະຕິບັດເປົ້າໝາຍຫລຸດຜ່ອນຄວາມທຸກຍາກແບບກວມລວມ, ເປັນຕົ້ນແມ່ນ ຍົກສູງລາຍຮັບ ແລະ ຮັບປະກັນຫລາຍການບໍລິການສັງຄົມພື້ນຖານຄື: ວຽກເຮັດງານທຳ, ການສຶກສາ, ສາທາລະນະສຸກ, ນ້ຳປະປາ ແລະ ສຸຂະອະນາໄມ, ການສື່ສານ.. ເພື່ອກ້າວໄປເຖິງການລົບລ້າງຄວາມທຸກຍາກອຶດຫິວໃຫ້ທຸກຄົນ, ຢູ່ທຸກບ່ອນ, ທຸກຈຸດເວລາ ແລະ ທຸກສົ້ນ.

ຫວຽດນາມ ກໍ່ໄດ້ປ່ຽນໃຫມ່ນະໂຍບາຍ ຫລຸດຜ່ອນຄວາມທຸກຍາກ, ປຸກລຸກຄວາມຄາດຫວັງສ້າງຊີວິດທີ່ມີຄວາມອີ່ມຫນຳສຳລານຂອງປະຊາຊົນ ແລະ ເສີມຂະຫຍາຍກຳລັງແຮງຮອບດ້ານຂອງທັງລະບົບການເມືອງໃນພາລະກິດແຫ່ງການຫລຸດຜ່ອນຄວາມທຸກຍາກໃນເງື່ອນໄຂໃຫມ່, ເພື່ອແນໃສ່ປະຕິບັດສຳເລັດຄຳໝັ້ນສັນຍາກັບສາກົນກ່ຽວກັບການພັດທະນາແບບຍືນຍົງ ແລະ ລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກຮອດປີ 2030.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.