ເພີ່ມ​ທະວີ​ການ​ຮ່ວມ​ມື​ປ້ອງ​ກັນ ​ແລະ ຕ້ານ​ອາດຊະຍາ​ກຳ​ລະຫວ່າງ ຫວຽດນາມ ​ແລະ ອັງກິດ

17:14 | 30/03/2022

ຍ​ສ​ໝ - ຫວຽດນາມ ​ແລະ ອັງກິດ ສືບ​ຕໍ່​ປະຕິບັດ “ສັນຍາ​ຊ່ວຍ​ເຫຼືອ​ດ້ານ​ກົດໝາຍ​ລະຫວ່າງ​ສອງ​ປະ​ເທດ”, “ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ບັນດາ​ບັນຫາ​ອົບ​ພະຍົບ”, ພິ​ເສດ​ແມ່ນ​ການ​ແບ່ງປັນ​ຂໍ້​ມູນ​ຂ່າວສານ​ເພື່ອ​ປ້ອງ​ກັນ, ຕ້ານ​ການ​ກໍ່​ການ​ຮ້າຍ, ອາດ​ຊະ​ຍາ​ກຳ​ທີ່​ມີ​ການ​ຈັດ​ຕັ້ງ, ອາດຊະຍາກຳທາງເຕັກໂນໂລຍີ, ຄວາມປອດໄພທາງເຄືອ​ຂ່າຍ​ອິນ​ເຕີ​ແນັດ, ການເຂົ້າເມືອງແບບຜິດກົດໝາຍ ແລະ ການຄ້າມະນຸດ ຢ່າງມີປະສິດທິຜົນ.

ຊຸກຍູ້​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ​ແລະ Ivory Coast ຊຸກຍູ້​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ​ແລະ Ivory Coast
ຫວຽດ​ນາມ ແລະ ກຳ​ປູ​ເຈຍ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ ຫວຽດ​ນາມ ແລະ ກຳ​ປູ​ເຈຍ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ
ເພີ່ມ​ທະວີ​ການ​ຮ່ວມ​ມື​ປ້ອງ​ກັນ ​ແລະ ຕ້ານ​ອາດຊະຍາ​ກຳ​ລະຫວ່າງ ຫວຽດນາມ ​ແລະ ອັງກິດ

ທ່ານ​ພົນ​ໂທ ເລືອງ​ຕາມກວາງ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຕຳຫຼວດ ກ່າວ​ຄຳ​ເຫັນ​ທີ່​ການ​ຕ້ອນ​ຮັບ

(ພາບ: cand.com.vn)

ຕອນ​ເຊົ້າ​ວັນ​ທີ 29 ມີ​ນາ, ຢູ່​ຮ່າ​ໂນ້ຍ, ທ່ານ​ພົນ​ໂທ ເລືອງ​ຕາມກວາງ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຕຳຫຼວດ​ ໄດ້ໃຫ້​ການ​ຕ້ອນ​ຮັບ​ທ່ານ​ນາງ Amanda Milling, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ແລະ ພັດ​ທະ​ນາ​ ອັງ​ກິດ ​ຮັບ​ຜິດ​ຊອບ​ເຂດ​ອາ​ຊີ.

ທ່ານຮອງ​ລັດ​ຖະ​ມົນ​ຕີ ເລືອງ​ຕາມກວາງ ຢືນຢັນ​ວ່າ: ຫວຽດນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ​ການ​ພັດທະນາ​ການ​ພົວພັນ​ກັບ ອັງກິດ ແລະ ​ຖື ອັງກິດ ​ແມ່ນ​ໜຶ່ງ​ໃນ​ບັນດາ​ບຸລິມະສິດ​ອັນ​ດັບ​ໜຶ່ງ​ໃນ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ ຫວຽດນາມ ​ເພື່ອ​ສັນຕິພາບ, ການຮ່ວມມື ​ແລະ ພັດທະນາ. ຫວຽດນາມ ສະໜັບສະໜູນ ອັງກິດ ​ເພີ່ມ​ທະວີ​ການ​ເຊື່ອມ​ຕໍ່​ຜົນ​ປະ​ໂຫຍ​ດຢູ່​ພາກ​ພື້ນ ມະຫາສະໝຸດອິນ​ເດຍ - ​ປາ​ຊີ​ຟິກ, ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ກັບ ອາ​ຊຽນ ​ໃນ​ທຸກ​ຂົງ​ເຂດ.

ທ່ານ​ຮອງ​ລັດຖະມົນຕີ ​ເລືອງ​ຕາມກວາງ ​ໄດ້​ສະ​ແດງ​ຄວາມຊົມເຊີຍ​ຕໍ່​ບັນດາ​ບາດກ້າວ​ພັດທະນາ​ການ​ພົວພັນ​ລະຫວ່າງ​ບັນດາ​ອົງການ​ປະຕິບັດ​ກົດໝາຍ​ອັງກິດ ​ແລະ ກະຊວງ​ຕຳຫຼວດ ຫວຽດນາມ ​ໃນ​ໄລຍະ​ຜ່ານ​ມາ​ໃນ​ການ​ຕ້ານ​ອາດຊະຍາ​ກຳ. ບາງ​ຂົງ​ເຂດ​ການ​ຮ່ວມ​ມື​ເຂົ້າ​ສູ່ລົງ​ເລິກ​ຄື: ​ການ​ປ້ອງ​ກັນ ​ແລະ ຕ້ານ​ການ​ຄ້າ​ມະນຸດ, ການນຳ​ຄົນ​ເຂົ້າ​ເມືອງ​ຜິດ​ກົດໝາຍ, ການ​ຄຸ້ມ​ຄອງ​ຄົນ​ເຂົ້າ​ເມືອງ, ການປ້ອງ​ກັນ ​ແລະ ຕ້ານ​ອາດຊະຍາ​ກຳ​ຂ້າມ​ຊາດ, ການ​ຮ່ວມ​ມືໃນ​ການ​ບຳ​ລຸງ​ສ້າງ ແລະ ຍົກ​ສູງກຳ​ລັງຄວາມ​ສາມາດ​...

ທ່ານ​ນາງ Amanda Milling ຢືນຢັນ​ວ່າ​ ໃນ​ຖານະຕຳແໜ່ງປະ​ຕິ​ບັດ​ງານ​ຂອງ​ຕົນ, ທ່ານ​ນາງຈະ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ບັນດາ​ອົງການ​ປະຕິບັດ​ກົດໝາຍ​ຂອງ ອັງກິດ ​ແລະ ກະຊວງ​ຕຳຫຼວດ ຫວຽດນາມຢ່າງ​ແຮງ, ຖື​ນີ້​ແມ່ນ​ປັດ​ໄຈ​ສຳຄັນ​ເພື່ອ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື້ອ​ໃຈ ແລະ ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດຕາມ​ທິດ​ນັບ​ມື້​ນັບ​ມີ​ປະສິດທິ​ຜົນ ​ແລະ ​ແທດ​ຈິງ​ກ່​ວາ​ອີກໃນ​ຂົງ​ເຂດ​ຮັບປະກັນ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ, ຄວາມ​ປອດ​ໄພ​ສັງຄົມ, ການປ້ອງ​ກັນ, ຕ້ານ​ອາດຊະຍາ​ກຳ, ​ເໝາະ​ສົມກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຮ່ວມ​ມື, ສອດຄ່ອງ​ກັບ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຂອງ​ປະຊາຊົນ​ສອງ​ປະ​ເທດ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.