ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ເຂົ້​າ​ຮ່ວມ​ຢ່າງ​ຕັ້ງ​ໜ້າ ແລະ ມີ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງຫຼວງ

21:04 | 01/09/2022

ຍສໝ - ໃນລະຫວ່າງວັນທີ 29 – 31 ສິງຫາ, ຢູ່ບາງກອກ, ໄທ, ໄດ້ດຳເນີນກອງປະຊຸມປະຕິບັດກົດໝາຍໃນຂົງເຂດກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງໂດຍຫ້ອງການອົງການປ້ອງກັນ, ຕ້ານອາດຊະຍາກຳຂອງ ສປຊ (UNODC) ພາກພື້ນອາຊີຕາເວັນອອກສ່ຽງໃຕ້ - ປາຊີຟິກ, ຄະນະກຳມະການປ້ອງກັນ, ຕ້ານການສໍ້ລາດບັງຫຼວງແຫ່ງຊາດ ໄທ ແລະ ກະຊວງຍຸຕິທຳ ສ.ເກົາຫຼີ ຮ່ວມຈັດຕັ້ງ.

ສ​ປ​ຊ ຕີ​ລາ​ຄາ​ສູງ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ ຫວຽດ​ນາມ ໃນ​ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ກ່ຽວ​ກັບ​ການ​ກະ​ທຳ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງດິນ​ຟ້າ​ອາ​ກາດຢ່າງ​ເຂັ້ມ​ງວດ ສ​ປ​ຊ ຕີ​ລາ​ຄາ​ສູງ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ ຫວຽດ​ນາມ ໃນ​ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ກ່ຽວ​ກັບ​ການ​ກະ​ທຳ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງດິນ​ຟ້າ​ອາ​ກາດຢ່າງ​ເຂັ້ມ​ງວດ
ຫ​ວຽດ​ນາມ - ອັງ​ກິດ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ປ້ອງ​ກັນ​ຕ້ານ​ການ​ປ່ຽນ​ແປງ​ຂອ​ງ​ດິນ​ຟ້າ​ອາ​ກາດ ຫ​ວຽດ​ນາມ - ອັງ​ກິດ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ປ້ອງ​ກັນ​ຕ້ານ​ການ​ປ່ຽນ​ແປງ​ຂອ​ງ​ດິນ​ຟ້າ​ອາ​ກາດ
ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ເຂົ້​າ​ຮ່ວມ​ຢ່າງ​ຕັ້ງ​ໜ້າ ແລະ ມີ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງຫຼວງ. ພາບ: TTXVN
ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ເຂົ້​າ​ຮ່ວມ​ຢ່າງ​ຕັ້ງ​ໜ້າ ແລະ ມີ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງຫຼວງ. ພາບ: TTXVN

ກອງປະຊຸມມີການເຂົ້າຮ່ວມຂອງຜູ້ແທນກ່ວາ 200 ທ່ານທີ່ມາຈາກ 17 ປະເທດຢູ່ພາກພື້ນອາຊີ - ປາຊີຟິກ. ຄະນະຜູ້ແທນກະຊວງຕຳຫຼວດ ຫວຽດນາມ ໂດຍທ່ານພົນຈັດຕະວາ ຫງວຽນວັນລອງ, ຮອງລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ, ນຳໜ້າເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ວາລະປຶກສາຫາລື.

ເຂົ້າຮ່ວມການປຶກສາຫາລືຄັ້ງທີ 1 ດ້ວຍຫົວຂໍ້ “ສິ່ງທ້າທາຍ ແລະ ວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້”, ທ່ານຮອງລັດຖະມົນຕີ ຫງວຽນວັນລອງ ໄດ້ມີບົດກ່າວປາໄສແບ່ງປັນບັນດາໝາກຜົນທີ່ບັນລຸໄດ້ ແລະ ບົດຮຽນປະສົບການໃນວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງຢູ່ ຫວຽດນາມ.

ທ່ານ ຫງວຽນວັນລອງ ຢັ້ງຢືນວ່າ ການເຂົ້າຮ່ວມສົນທິສັນຍາ ສປຊ ກ່ຽວກັບການຕ້ານການສໍ້ລາດບັງຫຼວງ ໂດຍໄວທີ່ສຸດ (19/8/2009) ໄດ້ຢັ້ງຢືນຄວາມຕັດສິນໃຈຢ່າງສູງຂອງລັດຖະບານ ຫວຽດນາມ ໃນວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງ.

ຢູ່ກອງປະຊຸມ, ຄະນະຜູ້ແທນ ຫວຽດນາມ ກໍ່ໄດ້ຍົກອອກຂໍ້ສະເໜີແນະທີ່ຈຳເປັນເພື່ອປະຕິບັດສົນທິສັນຍາດັ່ງກ່າວຢ່າງມີປະສິດທິຜົນ. ຫວຽດນາມ ໃຫ້ຄຳໝັ້ນສັນຍາ ສົມທົບກັບບັນດາປະເທດ, ອົງການຈັດຕັ້ງຂອງ ສປຊ ກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງຢ່າງແໜ້ນແຟ້ນ. ດ້ວຍບົດບາດເປັນສະມາຊິກ ອາຊຽນ, ຫວຽດນາມ ໃຫ້ຄຳໝັ້ນສັນຍາ ເຂົ້າຮ່ວມຢ່າງຕັ້ງໜ້າ ແລະ ມີຄວາມຮັບຜິດຊອບໃນຂອບເຂດການຮ່ວມມືຂອງ ອາຊຽນເວົາລວມ ແລະ ຂົງເຂດປ້ອງກັນ, ຕ້ານການສໍ້ລາດບັງຫຼວງເວົ້າສະເພາະ.

ໄຊພອນ

ເຫດການ
302 Found

Found

The document has moved here.