ປ່ຽນຍຸດ​ທະ​ສາດ​ຂອງຫວ​ຽດ​ນາມໃນ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດໂຄວິດ - 19

14:22 | 15/06/2021

ຍ​ສ​ໝ - ຕາມ​ທ່ານຫຽບ​ແລ້ວ, ໜຶ່ງ​ໃນ​ບັນ​ດາ​ເຫດ​ຜົນ​ທີ່​ເຮັດ​ໃຫ້​ໂຄງ​ກາ​ນ​ສັກ​ວັກ​ຊິນ​ກັນ​ໂຄວິດ - 19 ຂອງຫວຽດ​ນາມຍັງ​ບໍ່​ທັນ​ໄດ້​ຮັບ​ການ​ຍູ້​ໄວ​ໃນ​ໄລ​ຍະ​ທີ່​ຜ່ານ​ມາແມ່ນຍ້ອນຂາດ​ເຂີນແຫຼ່ງ​ສະ​ໜອງວັກ​ຊິນ​ໃນ​ໂລກ​. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ບໍ​ລິ​ສັດ​ຫຸ້ນ​ສ່ວນ​ວັກ​ຊິນ​ ຫວຽດ​ນາມ (VNVC) ກໍໄດ້​ສັ່ງຊື້​ວັກ​ຊິນ​ຂອງ​ບໍ​ລິ​ສັດ AstraZeneca 30 ລ້ານ​ໂດ​ສ​ໃນ​ປີ 2020, ແຕ່​ວ່າ​ແຫຼ່ງ​ສະ​ໜອງ​ຈາກ​ສັນ​ຍານີ້​ມາ​ຮອດ​ປັດ​ຈຸ​ບັນ​ຍັງ​ຖືກ​ຈຳ​ກັດຢູ່.

ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ກຳ​ປູ​ເຈຍ​ ຮັກ​ສາທ່າ​ພັດ​ທະ​ນາ​ຢ່າງ​ຕັ້ງ​ໜ້າ​ໃນ​ສະ​ພາບ​ກາ​ນ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19 ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ກຳ​ປູ​ເຈຍ​ ຮັກ​ສາທ່າ​ພັດ​ທະ​ນາ​ຢ່າງ​ຕັ້ງ​ໜ້າ​ໃນ​ສະ​ພາບ​ກາ​ນ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19
ສະ​ເໜີ​ໜູນ​ຊ່ວຍ​ປະ​ຊາ​ຊົນແລະວິ​ສາ​ຫະ​ກິດໃນ​ໄລ​ຍະ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19 ສະ​ເໜີ​ໜູນ​ຊ່ວຍ​ປະ​ຊາ​ຊົນແລະວິ​ສາ​ຫະ​ກິດໃນ​ໄລ​ຍະ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19
ປ່ຽນຍຸດ​ທະ​ສາດ​ຂອງຫວ​ຽດ​ນາມໃນ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດໂຄວິດ - 19
ສັກ​ວັກ​ຊິນ​ກັນ​ໂຄວິດ - 19 ຢູ່ ຮ່າ​ໂນ້ຍ (ພາບ: TTXVN)

ວັນ​ທີ 8 ມິ​ຖຸ​ນາ ເວັບ​ໄຊ fulcrum.sg (ສິ​ງ​ກະ​ໂປ) ໄດ້​ລົງ​ບົດ​ຂຽນ​ຂອງ​ທ່ານປະ​ລິນ​ຍະ​ເອກ ເລ​ຮົ່ງ​ຫຽບ, ສັງກັດສະ​ຖາ​ບັນ​ຄົ້ນ​ຄ້​ວາອາ​ຊີ​ຕາ​ເວັນ​ອອກ (ISEAS-YusofIshak, ສິງ​ກະ​ໂປ) ຖື​ວ່າຫວຽດ​ນາມໄດ້​ຍູ້​ໄວ​ການ​ສັກ​ວັກ​ຊິນ​ກັນ​ໂຄວິດ - 19 ຄື​ຍຸດ​ທະ​ສາດ​ທີ່​ສຳ​ຄັນ, ເປັນພື້ນ​ຖ​ານແລະຍາວ​ນານເພື່ອ​ຜ່ານ​ຜ່າ​ໂລກ​ລະ​ບາດ​ໂຄວິດ - 19.

ຕາມ​ທ່ານຫຽບ​ແລ້ວ, ໜຶ່ງ​ໃນ​ບັນ​ດາ​ເຫດ​ຜົນ​ທີ່​ເຮັດ​ໃຫ້​ໂຄງ​ກາ​ນ​ສັກ​ວັກ​ຊິນ​ກັນ ​ໂຄວິດ - 19 ຂອງຫວຽດ​ນາມຍັງ​ບໍ່​ທັນ​ໄດ້​ຮັບ​ການ​ຍູ້​ໄວ​ໃນ​ໄລ​ຍະ​ທີ່​ຜ່ານ​ມາແມ່ນຍ້ອນຂາດ​ເຂີນແຫຼ່ງ​ສະ​ໜອງວັກ​ຊິນ​ໃນ​ໂລກ​. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ບໍ​ລິ​ສັດ​ຫຸ້ນ​ສ່ວນ​ວັກ​ຊິນ​ ຫວຽດ​ນາມ (VNVC) ກໍໄດ້​ສັ່ງຊື້​ວັກ​ຊິນ​ຂອງ​ບໍ​ລິ​ສັດ AstraZeneca 30 ລ້ານ​ໂດ​ສ​ໃນ​ປີ 2020, ແຕ່​ວ່າ​ແຫຼ່ງ​ສະ​ໜອງ​ຈາກ​ສັນ​ຍານີ້​ມາ​ຮອດ​ປັດ​ຈຸ​ບັນ​ຍັງ​ຖືກ​ຈຳ​ກັດຢູ່.

ເພາະ​ສະ​ນັ້ນ, ຫວຽດ​ນາມໄດ້​ມີຄວາມມາ​ນະ​ພະ​ຍາ​ຍາມ​ຢ່າງ​ໃຫຍ່ຫຼວງໃນ​ໄລ​ຍະ​ສັ້ນເພື່ອ​ຍາດ​ແຍ່ງແຫຼ່ງ​ສະ​ໜອງວັກ​ຊິນໃຫ້ໄດ້ຫຼາຍ​ທີ່​ສຸດ. ຫວຽດ​ນາມໄດ້​ກະຕຸກຊຸກຍູ້ທຸກ​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ, ເປັນ​ຕົ້ນ​ແມ່ນ​ບັນ​ດາ​ບໍ​ລິ​ສັດ​ເອ​ກະ​ຊົນແລະນັກ​ລົງ​ທຶນ​ຕ່າງ​ປະ​ເທດຊ່ວຍ​ຊື້​ວັກ​ຊິນ.

ວັນ​ທີ 5 ມິ​ຖຸ​ນາ, ຫວຽດ​ນາມໄດ້​ເປີດ​ກອງ​ທຶນ​ວັກ​ຊິນ​ກັນ​ໂຄວິດ - 19, ເພື່ອ​ແນ​ໃສ່​ລະ​ດົມ​ແຫຼ່ງກຳ​ລັງ​ສັງ​ຄົມເພື່ອ​ແບ່ງ​ເບົາຕໍ່​ງົບ​ປະ​ມານ​ແຫ່ງ​ລັດ, ນຳ​ເຂົ້າແລະຄົ້ນ​ຄ້​ວາ, ຜະ​ລິດ​ວັກ​ຊິນ. ຍອດ​ງົບ​ປະ​ມານລາຍຈ່າຍ​ຂອງກອງ​ທຶນ​ຄາດ​ວ່າ​ຢູ່​ລະ​ດັບ 1,1 ຕື້ USD. ພາຍຫຼັງ 2- 3 ວັນ, ກອງ​ທຶນນີ້​ດຶງ​ດູດການປະກອບສ່ວນ​ໄດ້​ 250 ລ້ານ USD. ຢູ່​ລະ​ດັບ​ສາ​ກົນ, ຫວຽດ​ນາມໄດ້ມີ​ການ​ເຄື່ອນ​ໄຫວ​ຢ່າງ​ຕັ້ງ​ໜ້າ​ຜ່ານ​ບັນ​ດາ​ຊ່ອງ​ທາງ​ການ​ທູດເພື່ອ​ຮັບ​ປະ​ກັນໃຫ້ໄດ້​ມີ​ແຫຼ່ງວັນ​ຊິນຫຼາຍ​ທີ່​ສຸດ.

ຕາມ​ແຈ້ງ​ການ​ຂອງ​ກະ​ຊວງ​ສ​າ​ທາ​ລະ​ນະ​ສຸກຫວຽດ​ນາມ​ແລ້ວ, ປັດ​ຈຸ​ບັນ, ບັນ​ດາ​ນັກ​ສະ​ໜອງ​ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຈະສົ່ງ​ວັນ​ຊິນ​ກັນ​ໂຄວິດ - 19 ປະ​ມານ 120 ລ້ານ​ໂດ​ສ​ໃນ​ປີ 2021, ລວມ​ມີ Moderna (5 ລ້ານ​ໂດ​ສ), Sputnik V (20 ລ້ານ​ໂດ​ສ), AstraZeneca (30 ລ້ານ​ໂດ​ສ), Pfizer (31 ລ້ານ​ໂດ​ສ) ແລະໂຄງ​ການ COVAX (38,9 ລ້ານ​ໂດ​ສ) ໃຫ້ຫວຽດນາມ. ຫວຽດ​ນາມ​ກໍ່​ພວມ​ພິ​ເຈລະຈາກັບ​ບັນ​ດາ​ຄູ່​ຮ່ວມ​ມື​ລັດ​ເຊຍເພື່ອ​ອາດ​ສາ​ມາດ​ຜະ​ລິດ​ວັກ​ຊິນ​Sputnik V ຢູ່ພາຍ​ໃນ​ປະ​ເທດ. ເລື່ອງວັນ​ຊິນ NanoCovax ເຂົ້າ​ສູ່​ການ​ທົດ​ລອງ​ໄລ​ຍະ 3 ໂດຍ​ໄວນັ້ນຫວຽດ​ນາມຫວັງ​ວ່າ​ຈະ​ມີ​ແຫຼ່ງ​ສະ​ໜອງວັກ​ຊິນ​ພາຍ​ໃນ​ປະ​ເທດ​ຕື່ມ​ອີກ…

ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ກຳ​ປູ​ເຈຍ​ ຮັກ​ສາທ່າ​ພັດ​ທະ​ນາ​ຢ່າງ​ຕັ້ງ​ໜ້າ​ໃນ​ສະ​ພາບ​ກາ​ນ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19 ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ກຳ​ປູ​ເຈຍ​ ຮັກ​ສາທ່າ​ພັດ​ທະ​ນາ​ຢ່າງ​ຕັ້ງ​ໜ້າ​ໃນ​ສະ​ພາບ​ກາ​ນ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19

ຍ​ສໝ - ທ່ານຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ແລະ ການ​ຮ່ວມ​ມື​ສາ​ກົນ ລາ​ຊະ​ອາ​ນາ​ຈັກ ກຳ​ປູ​ເຈຍ Prak Sokhonn ໄດ້​ສະແດງຄວາມຊົມເຊີຍຜົນ​ສຳ​ເລັດ​ດ້ານ​ເສດ​ຖະ​ກິດ - ສັງ​ຄົມ, ການ​ເຊື່ອມ​ໂຍ​ງ​ເຂົ້າ​ກັບ​ສາ​ກົນ ແລະ ການ​ປ້ອງ​ກັນ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຂອງ ຫວຽດ​ນາມ ໃນ​ໄລ​ຍະ​ທີ່​ຜ່ານ​ມາ.

ຮ່ວມ​ແຮງ​ຮ່ວມ​ໃຈ​ຊ່ວຍ​ເຫຼືອ​ເດັກ​ທີ່​ຖືກ​ຜົນ​ສະ​ທ້ອນ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19 ຮ່ວມ​ແຮງ​ຮ່ວມ​ໃຈ​ຊ່ວຍ​ເຫຼືອ​ເດັກ​ທີ່​ຖືກ​ຜົນ​ສະ​ທ້ອນ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19

ໄລ່ຮອດວັນທີ 8 ມິຖຸນາ, ມີເດັກນ້ອຍເກືອບ 7.000 ຄົນຢູ່ 26 ແຂວງ, ນະຄອນໃນທົ່ວປະເທດຖືກຜົນສະທ້ອນຈາກໂລກລະບາດໂດຍກົງ.

ສະ​ເໜີ​ໜູນ​ຊ່ວຍ​ປະ​ຊາ​ຊົນແລະວິ​ສາ​ຫະ​ກິດໃນ​ໄລ​ຍະ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19 ສະ​ເໜີ​ໜູນ​ຊ່ວຍ​ປະ​ຊາ​ຊົນແລະວິ​ສາ​ຫະ​ກິດໃນ​ໄລ​ຍະ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19

ຍ​ສ​ໝ - ເມື່ອ​ທຽບ​ໃສ່​ກັບ​ຂໍ້​ກຳ​ນົດ​ທີ່​ພວມ​ໄດ້​ຮັບ​ການ​ປະ​ຊາດ​ໃຊ້​ຄື​ໃນ​ປັດ​ຈຸ​ບັນ, ກະ​ຊວງ​ແຮງ​ງານ - ທະ​ຫານ​ເສຍ​ອົງ​ຄະແລະສັງ​ຄົມໄດ້​ຜ່ອນ​ຜັນ​ເງື່ອນ​ໄຂ​ໃຫ້​ແກ່​ວິ​ສາ​ຫະ​ກິດ, ຫຼຸດ​ຜ່ອນ​ອັດ​ຕາ​ແຮງ​ງານ​ທີ່ຕ້ອງ​ຢຸດ​ຕິ​ການ​ເຮັດ​ວຽກ, ໂຈະ​ສັນ​ຍາແຮງ​ງານ, ພັກ​ເຮັດ​ວຽກ​ໂດຍ​ບໍ່​ມີ​ເງິນ​ເດືອນ​ແຕ່ 20% ລົງ​ເຫຼືອ 10%.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.