ກຳລັງບົ່ມຊ້ອນພັດທະນາຂຽວຂອງ ຫວຽດນາມ ໄດ້ຮັບການປົວແປງ. ກ່ຽວກັບສາຍສຳພັນລະຫວ່າງການເຕີບໂຕຂຽວ ແລະ FDI, ມີເກືອບ 90% ຈຳນວນວິສາຫະກິດຖືກຖາມ ຖືວ່າ ຫວຽດນາມ ຄວນເພີ່ມທະວີການພັດທະນາຂົງເຂດຂຽວເພື່ອດຶງດູດແຫຼ່ງເງິນລົງທຶນຈາກຕ່າງປະເທດຕື່ມອີກ.
ຍສໝ - ນັ້ນແມ່ນຄຳສະເໜີຂອງຜູ້ຕາງໜ້າສູນກາງສະມາຄົມມິດຕະພາບຫວຽດນາມ - ລາວ ທີ່ການພົບປະກັບການນຳຂອງມະຫາວິທະຍາໄລສ້າງຄູ - ມະຫາວິທະຍາໄລໄທງວຽນ.
ວັນທີ 29 ມິຖຸນາ, ກອງປະຊຸມ “ເຊື່ອມຊຶມ ແລະ ຜັນຂະຫຍາຍວຽກງານສຳລັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດໃນສະພາບການໃໝ່” ໄດ້ດຳເນີນຢູ່ ຮ່າໂນ້ຍ ແລະ ໄດ້ເຊື່ອມຕໍ່ກັບເກືອບ 200 ສະຖານທີ່ຖ່າຍທອດສົດຢູ່ພາຍໃນປະເທດ ແລະ ຕ່າງປະເທດ.
ຕອນເຊົ້າວັນທີ 29 ມິຖຸນາ, ຢູ່ນະຄອນຫຼວງ ລອນດອນປະເທດອັງກິດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ພົບປະເຈລະຈາກັບທ່ານປະທານສະພາສູງ ອັງກິດ John Mcfall.
ຫວ່າງແລ້ວນີ້, ສະມາຄົມວັດທະນະທຳ, ອາຫານການກິນ ຫວຽດນາມ (VCCA) ໄດ້ປະກາດ ແຜນຮ່າງ “ສ້າງ ແລະ ພັດທະນາວັດທະນະທຳ ອາຫານການກິນ ຫວຽດນາມ ໃຫ້ເປັນເຄື່ອງໝາຍການຄ້າແຫ່ງຊາດ, ໄລຍະ 2022 – 2024” ຢູ່ນະຄອນ ໂຮ່ຈີມິນ.
ຕອນບ່າຍວັນທີ 07 ມິຖຸນາ, ທ່ານລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ເລມິງຮວານ ຊຶ່ງແມ່ນສະມາຊິກລັດຖະບານຄົນທຳອິດ ຕອບຄຳຊັກຖາມ.
ຍສໝ - ນັບແຕ່ວັນທີ 2 – 3 ມິຖຸນາ, ຄະນະກຳມະການຈັດຕັ້ງອົງການສົນທິສັນຍາຫ້າມທົດລອງນິວເຄຼຍຮອບດ້ານ (CTBTO) ໄດ້ຈັດຕັ້ງກອງປະຊຸມຄັ້ງທີ 61 ກຸ່ມປະຕິບັດງານກ່ຽວກັບນະໂຍບາຍ ນິຕິກຳ (ກຸ່ມປະຕິບັດງານ A). ກ່າວຄຳເຫັນສະຫຼຸບກອງປະຊຸມ, ທ່ານເອກອັກຄະລັດຖະທູດ ຫງວຽນຈຸງກຽນ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ບັນດາປະເທດສະມາຊິກທີ່ມີຄວາມໄວ້ເນື້ອເຊື່ອໃຈເລືອກຫວຽດນາມ ດຳລົງຕຳແໜ່ງ ປະທານກຸ່ມປະຕິບັດງານ A.
ຫວຽດນາມ ປາດຖະໜາ ຢາກກາຍເປັນ “ສູນປະດິດຄິດສ້າງກ່ຽວກັບທັນຍາຫານ” ຂອງພາກພື້ນ ແລະ ຈະສືບຕໍ່ປະກອບສ່ວນເຂົ້າໃນຄວາມມານະພະຍາຍາມລວມ ໃນການແກ້ໄຂບັນດາສິ່ງທ້າທາຍດ້ານການຄ້ຳປະກັນສະບຽງຫານທົ່ວໂລກ.
ຊາວຫວຽດນາມ ແຕ່ລະຄົນຢູ່ລາວ, ວິສາຫະກິດ ຫວຽດນາມ ແຕ່ລະແຫ່ງທີ່ພວມເຄື່ອນໄຫວຢູ່ລາວ ຕ້ອງແມ່ນນັກການທູດຄົນໜຶ່ງ ໃນການຮັກສາ, ພັດທະນາ ແລະ ຍົກສູງ ສາຍພົວພັນແບບພິເສດ ລະຫວ່າງ ຫວຽດນາມ - ລາວ ຢ່າງບໍ່ຢຸດຢັ້ງ.
“ການພົວພັນລະຫວ່າງ ແດນມາກ - ຫວຽດນາມ ຈະສືບຕໍ່ພັດທະນາຂຶ້ນສູ່ລະດັບສູງໃໝ່”. ນີ້ແມ່ນຄຳຢັ້ງຢືນຂອງ ພະລາຊິນີ Margrethe II ທີ່ການຕ້ອນຮັບທ່ານ ເລືອງແທງງິ, ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສສ. ຫວຽດນາມ ປະຈຳລາຊະອານາຈັກ ແດນມາກ, ເນື່ອງໃນໂອກາດເຂົ້າຍື່ນສານຕາຕັ້ງຂອງທ່ານປະທານປະເທດຫວຽດນາມ ຫງວຽນຊວັນຝຸກ ໃນວັນທີ 06 ພຶດສະພາ.
ຫວຽດນາມ ມີຄວາມປາດຖະໜາຢາກຮັກສາ ແລະ ເປີດກວ້າງສາຍພົວພັນຮ່ວມມືກັບ ໂມນາໂກ ໂດຍຜ່ານການສະໜັບສະໜູນເຊິ່ງກັນແລະກັນຢູ່ເວທີປາໄສຫຼາຍຝ່າຍ, ແລກປ່ຽນຄະນະທຸກຂັ້ນ ແລະ ຊຸກຍູ້ການຮ່ວມມືລະຫວ່າງ ຫວຽດນາມ ແລະ ໂມນາໂກ ໃນບັນດາຂົງເຂດຄື ເສດຖະກິດຂຽວ, ການເດີນເຮືອ, ການຫັນເປັນດີຈີຕອນ...
ຕອນບ່າຍວັນທີ 27 ເມສາ, ຢູ່ຮ່າໂນ້ຍ, ທ່ານພົນເອກ ໂຕເລິມ ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Gunnar Wiegand ຫົວໜ້າກົມໃຫຍ່ຮັບຜິດຊອບ ອາຊີ - ປາຊີຟິກ, ອົງການພົວພັນການຕ່າງປະເທດຂອງ ເອີລົບ (EEAS) ທີ່ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
ຍສໝ - ຕອນບ່າຍຂອງວັນທີ 19/4 ຢູ່ຕາແສງບິງຟູ, ເມືອງເຕິ່ນໂຮງ, ແຂວງດົງຖາບ, ກອງບັນຊາການທະຫານຊາດແດນແຂວງດົງທາບ ສົມທົບກັບສະຫະພັນແມ່ຍິງ 3 ແຂວງ ຄື ດົງຖາບ, ເຮົາຢ່າງ, ບັກລຽວ ຈັດຕັ້ງສະຫຼຸບການປະຕິບັດແຜນງານ “ ຮ່ວມກັນເດີນທາງກັບແມ່ຍິງຊາຍແດນ” ປີ 2021.
ຍສໝ - ລັດຖະບານ, ບັນດາກະຊວງ, ຂະແໜງການຫວຽດນາມ ໄດ້ສະຫງວນຄວາມເອົາໃຈໃສ່ຢ່າງໃຫຍ່ຫຼວງຕໍ່ການດຳລົງຊີວິດຂອງຜູ້ອອກແຮງງານ, ປະກອບສ່ວນຮັບປະກັນແຫຼ່ງສະໜອງແຮງງານທີ່ມີຄຸນນະພາບ, ມີສະຖຽນລະພາບໃຫ້ແກ່ພື້ນຖານເສດຖະກິດ.
ຍສໝ - ວັນທີ 13 ເມສາ ຢູ່ຮ່າໂນ້ຍ, ຜູ້ຕາງໜ້າກະຊວງກະສິກຳ ແລະ ພັດທະນາຊົນນະບົດໄດ້ມອບຫຼຽນກາລະນຶກ ເພື່ອພາລະກິດກະສິກຳ ແລະ ການພັດທະນາຊົນນະບົດໃຫ້ແກ່ທ່ານ ປ.ອ Timothy Edward Mcgrath ນັກຊ່ຽວຊານທີ່ອຸດທິດສ່ວນຕະຫຼອດຊີວິດໃຫ້ແກ່ບັນດາໂຄງການພັດທະນາແບບຍືນຍົງຢູ່ ຫວຽດນາມ ເວົ້າສະເພາະ ແລະ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ເວົ້າສະລວມ.
ລັດຖະບານ, ບັນດາກະຊວງ, ຂະແໜງການຫວຽດນາມ ພວມມານະພະຍາຍາມຜັນຂະຫຍາຍບັນດາມາດຕະການພັດທະນາເສດຖະກິດ, ສັງຄົມ ເພື່ອສາມາດປະຕິບັດເປົ້າໝາຍພັດທະນາຂອງປີ 2022 ໃຫ້ສຳເລັດ. ໄປຄຽງຄູ່ກັບການການເອົາໃຈໃສ່ ບັນດາມາດຕະການທາງດ້ານເສດຖະກິດ, ອົງການທີ່ກ່ຽວຂ້ອງ ໄດ້ເອົາໃຈໃສ່ການດຳລົງຊີວິດຂອງແຮງງານ, ປະກອບສ່ວນຮັບປະກັນແຫຼ່ງສະໜອງແຮງງານທີ່ມີຄຸນນະພາບ, ມີສະຖຽນລະພາບໃຫ້ແກ່ພື້ນຖານເສດຖະກິດ.
ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລວັນແທັງ ຫາກໍ່ລົງນາມປະກາດໃຊ້ຂໍ້ຕົກລົງອະນຸຍາດໜ້າທີ່ດັດປັບການວາງແຜນກຳນົດລວມ ການກໍ່ສ້າງໂກນດາວ, ແຂວງບ່າເຣຍ - ຫວູງເຕົາຮອດປີ 2045.
ຍສໝ - ຕອນເຊົ້າວັນທີ 30 ມີນາ, ກອງປະຊຸມສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 27 (ASCC) ໄດ້ຈັດຕັ້ງໂດຍກົງ ຢູ່ປະເທດປະທານອາຊຽນ 2022, ກຳປູເຈຍ ແລະ ແບບທາງໄກຢູ່ບັນດາປະເທດສະມາຊິກອາຊຽນ.
ຍສໝ - ວັນທີ 24 ມີນາ 2022, ກະຊວງການຕ່າງປະເທດໄດ້ສົມທົບກັບກຸ່ມແມ່ຍິງປະຊາຄົມອາຊຽນຢູ່ຮ່າໂນ້ຍ, ຄະນະກຳມະການປະຊາຊົນແຂວງວິ້ງຟຸກ ແລະ ກຸ່ມບໍລິສັດ FLC ຈັດຕັ້ງການພົບປະສັງສັນກັບຄະນະຜູ້ແທນການຕ່າງປະເທດຍິງ.
ຕອນເຊົ້າວັນທີ 23 ມີນາ,ຢູ່ສຳນັກງານກະຊວງການຕ່າງປະເທດ ຫວຽດນາມ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ບຸຍແທັງເຊີນ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ອາເມລິກາປະຈຳ ຫວຽດນາມ Marc Knapper ເຂົ້າຢ້ຽມຂ່ຳນັບ.