ນະ​ຄອນ​ໂຮ່​ຈີ​ມິນ ແລະ ສິງ​ກະ​ໂປ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ພັດ​ທະ​ນາ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ

12:00 | 13/08/2022

ຍສໝ - ຕອນເຊົ້າວັນທີ 11 ສິງຫາ, ຢູ່ນະຄອນ ໂຮ່ຈີມິນ, ທ່ານ ຟານວັນມ໊າຍ, ປະທານຄະນະກຳມະການປະຊາຊົນນະຄອນ ໄດ້ໃຫ້ການຕ້ອນຮັບທ່ານ Tan See Leng ລັດຖະມົນຕີກະຊວງຊັບພະຍາກອນມະນຸດ, ລັດຖະມົນຕີຜູ້ທີສອງຂອງກະຊວງການຄ້າ ແລະ ອຸດສາຫະກຳ ສິງກະໂປ.

ຮ້ານ​ກາ​ເຟ 4 ຮ້ານ​ສົມທົບ​ກັບ​ການ​ຄ້າ​ໃນ​ນະ​ຄອນ​ໂຮ່​ຈີ​ມິນ ຮ້ານ​ກາ​ເຟ 4 ຮ້ານ​ສົມທົບ​ກັບ​ການ​ຄ້າ​ໃນ​ນະ​ຄອນ​ໂຮ່​ຈີ​ມິນ
ທ່ານ ດັ້ງຮວ່າງອານ ຮອງລັດຖະມົນຕີກະຊວງ​ອຸດສາຫະກຳ ແລະ​ ການ​ຄ້າຫວຽດນາມ: ຫວຽດ​ນາມ ໃຫ້​ບຸ​ລິ​ມະ​ສິດ​ພັດ​ທະ​ນາ​ພະ​ລັງ​ງານ​ສະ​ອາດ ທ່ານ ດັ້ງຮວ່າງອານ ຮອງລັດຖະມົນຕີກະຊວງ​ອຸດສາຫະກຳ ແລະ​ ການ​ຄ້າຫວຽດນາມ: ຫວຽດ​ນາມ ໃຫ້​ບຸ​ລິ​ມະ​ສິດ​ພັດ​ທະ​ນາ​ພະ​ລັງ​ງານ​ສະ​ອາດ
ນະ​ຄອນ​ໂຮ່​ຈີ​ມິນ ແລະ ສິງ​ກະ​ໂປ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ພັດ​ທະ​ນາ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ

ທ່ານ ຟານວັນມ໊າຍ, ປະທານຄະນະກຳມະການປະຊາຊົນນະຄອນ ໄດ້ໃຫ້ການຕ້ອນຮັບທ່ານ Tan See Leng ລັດຖະມົນຕີກະຊວງຊັບພະຍາກອນມະນຸດ, ລັດຖະມົນຕີຜູ້ທີສອງຂອງກະຊວງການຄ້າ ແລະ ອຸດສາຫະກຳ ສິງກະໂປ. ພາບ: TTXVN

ນະທີ່ນີ້, ທ່ານ ຟານວັນມ໊າຍ ໃຫ້ຮູ້ວ່າ ນະຄອນໂຮ່ຈີມິນມີຄວາມຫວັງຢາກຍູ້ແຮງການຮ່ວມມືກັບ ສິງກະໂປ ໃນການຜັນຂະຫຍາຍຂົງເຂດບຳລຸງສ້າງ, ພັດທະນາແຫຼ່ງຊັບພະຍາກອນມະນຸດ, ໃນນັ້ນມີການບຳລຸງສ້າງພະນັກງານໃຫ້ແກ່ລະບົບອຳນາດການປົກຄອງ, ເພີ່ມທະວີການຮ່ວມມື, ແບ່ງປັນບົດຮຽນປະສົບການໃນຂົງເຂດພັດທະນາວິສາຫະກິດ Startup ປະດິດຄິດສ້າງ, ຊ່ວຍນະຄອນອາດຈະກາຍເປັນສູນ Startup ປະດິດຄິດສ້າງຂອງປະເທດຊາດ ແລະ ພາກພື້ນ. ທ່ານ ຟານວັນມ໊າຍ ໃຫ້ຄຳໝັ້ນສັນຍາວ່າຍາມໃດກໍ່ຈະສ້າງເງື່ອນໄຂສະດວກທີ່ສຸດໃຫ້ແກ່ວິສາຫະກິດສິງກະໂປ ມາລົງທຶນ, ດຳເນີນທຸລະກິດຍາວນານຢູ່ ນະຄອນ.

ສ່ວນທ່ານ Tan See Leng ເນັ້ນໜັກວ່າ: ສິງກະໂປ ມີຄວາມປາດຖະໜາ ແລະ ພ້ອມແລ້ວທີ່ຈະຮ່ວມມື, ແລກປ່ຽນບົດຮຽນປະສົບການ ກັບນະຄອນໂຮ່ຈີມິນ ໃນຂົງເຂດພັດທະນາແຫຼ່ງຊັບພະຍາກອນມະນຸດ, ທ່ານສະເໜີສ້າງກຸ່ມປະຕິບັດງານ ຫຼື ສະພາ 3 ຝ່າຍດ້ວຍການເຂົ້າຮ່ວມຂອງບັນດາກະຊວງ, ຂະແໜງການສອງປະເທດ ພ້ອມກັບນະຄອນໂຮ່ຈີມິນ ເພື່ອຍູ້ແຮງການຮ່ວມມືໃນບັນດາຂົງເຂດທີ່ຕ່າງຝ່າຍຕ່າງມີຄວາມສົນໃຈຄື: ສ້າງນະຄອນອັດສະລິຍະ, ຄຸ້ມຄອງບໍລິຫານ ແລະ ພັດທະນາຕົວເມືອງ, ເສດຖະກິດສີຂຽວ, ບັນດາໂຄງການຮ່ວມມືກ່ຽວກັບການຄ້າ, ການລົງທຶນ.

ໄຊພອນ

ເຫດການ
302 Found

Found

The document has moved here.