ຫວຽດ​ນາມ ແລະ ສ​ປ​ຊ ລົງ​ນາມ​ໃນ​ເອ​ກະ​ສານ ແຜນ​ແມ່​ບົດ​ຍຸດ​ທະ​ສາດ​ຮ່ວມ​ມື​ພັດ​ທະ​ນາ​ແບບ​ຍືນ​ຍົງ ໄລ​ຍະ 2022 – 2026

07:21 | 16/08/2022

ຍສໝ - CF ແມ່ນເອກະສານຍຸດທະສາດຫຼັກແຫຼ່ງແນະນຳ ແລະ ກຳນົດທິດການຮ່ວມ ມືລະຫວ່າງລັດຖະບານ ຫວຽດນາມ ແລະ ສປຊ ໃນການຍູ້ໄວຄວາມຄືບໜ້າບັນລຸໄດ້ບັນດາເປົ້າໝາຍພັດທະນາແບບຍືນຍົງ (SDG).

ທ່ານ ດັ້ງຮວ່າງອານ ຮອງລັດຖະມົນຕີກະຊວງ​ອຸດສາຫະກຳ ແລະ​ ການ​ຄ້າຫວຽດນາມ: ຫວຽດ​ນາມ ໃຫ້​ບຸ​ລິ​ມະ​ສິດ​ພັດ​ທະ​ນາ​ພະ​ລັງ​ງານ​ສະ​ອາດ ທ່ານ ດັ້ງຮວ່າງອານ ຮອງລັດຖະມົນຕີກະຊວງ​ອຸດສາຫະກຳ ແລະ​ ການ​ຄ້າຫວຽດນາມ: ຫວຽດ​ນາມ ໃຫ້​ບຸ​ລິ​ມະ​ສິດ​ພັດ​ທະ​ນາ​ພະ​ລັງ​ງານ​ສະ​ອາດ
ປັບ​ປຸງ, ເພີ່ມ​ທະ​ວີ​ສາຍ​ພົວ​ພັນ​ໄມ​ຕີ​ຈິດ​ມິດ​ຕະ​ພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ຫວຽດ​ນາມ - ລາວ ປັບ​ປຸງ, ເພີ່ມ​ທະ​ວີ​ສາຍ​ພົວ​ພັນ​ໄມ​ຕີ​ຈິດ​ມິດ​ຕະ​ພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ຫວຽດ​ນາມ - ລາວ

ຫວ່າງແລ້ວນີ້, ທ່ານ ຫງວຽນຈີຢຸງ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ແລະ ທ່ານນາງ Pauline Tamesis ຜູ້ປະສານງານ ສປຊ ປະຈຳ ຫວຽດນາມ ໄດ້ລົງນາມໃນເອກະສານແຜນແມ່ ບົດຍຸດທະສາດຮ່ວມມືພັດທະນາແບບຍືນຍົງ (CF) ໄລຍະ 2022 – 2026 ລະຫວ່າງລັດຖະບານ ຫວຽດນາມ ແລະ ບັນດາອົງການຕ່າງໆຂອງ ສປຊ ທີ່ປະຈຳ ຫຼື ບໍ່ປະຈຳ ຢູ່ ຫວຽດນາມ.

ຫວຽດ​ນາມ ແລະ ສ​ປ​ຊ ລົງ​ນາມ​ໃນ​ເອ​ກະ​ສານ ແຜນ​ແມ່​ບົດ​ຍຸດ​ທະ​ສາດ​ຮ່ວມ​ມື​ພັດ​ທະ​ນາ​ແບບ​ຍືນ​ຍົງ ໄລ​ຍະ 2022 – 2026
ຫວຽດ​ນາມ ແລະ ສ​ປ​ຊ ລົງ​ນາມ​ໃນ​ເອ​ກະ​ສານ ແຜນ​ແມ່​ບົດ​ຍຸດ​ທະ​ສາດ​ຮ່ວມ​ມື​ພັດ​ທະ​ນາ​ແບບ​ຍືນ​ຍົງ ໄລ​ຍະ 2022 – 2026. ພາບ: baoquocte.vn

CF ແມ່ນເອກະສານຍຸດທະສາດຫຼັກແຫຼ່ງແນະນຳ ແລະ ກຳນົດທິດການຮ່ວມ ມືລະຫວ່າງລັດຖະບານຫວຽດນາມ ແລະ ສປຊ ໃນການຍູ້ໄວຄວາມຄືບ ໜ້າບັນລຸໄດ້ບັນດາເປົ້າໝາຍ ພັດທະນາແບບຍືນຍົງ (SDG).

ແຜນແມ່ບົດຍຸດທະສາດ ໄດ້ສຸມໃສ່ 4 ຂົງເຂດພັດທະນາຕົ້ນຕໍ, ນັ້ນແມ່ນ: ຂົງເຂດພັດທະນາສັງຄົມແບບກວມລວມ; ຂົງເຂດຮັບມືກັບການປ່ຽນແປງຂອງ ດິນຟ້າອາກາດ, ຮັບມືກັບໄພທຳມະຊາດ ແລະ ປົກປັກຮັກສາສິ່ງແວດລ້ອມ ແບບຍືນຍົງ; ຂົງເຂດແບ່ງປັນຄວາມວັດທະນາຖາວອນ, ຂົງເຂດຄຸ້ມຄອງ ແລະ ເຂົ້າເຖິງຄວາມຍຸຕິທຳ.

ກ່າວຄຳເຫັນຢູ່ທີ່ນີ້, ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ຫງວນຈີຢຸງ ໃຫ້ຮູ້ວ່າ: “ພ້ອມກັບຄູ່ຮ່ວມມືພັດທະນາອື່ນ, ສປຊ ມີບົດບາດສຳຄັນໃນການໜູນຊ່ວຍ ຫວຽດນາມ ໃນວິວັດທະນາການພັດທະນາ, ເຊື່ອມໂຍງ ແລະ ເຂົ້າຮ່ວມການພັດທະນາລວມຂອງສາກົນຢ່າງແຮງ”.

ສ່ວນທ່ານນາງ Pauline Tamesis ຜູ້ປະສານງານ ສປຊ ປະຈຳ ຫວຽດນາມ ຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາຂອງ ສປຊ ໃນການກໍ່ສ້າງສາຍພົວພັນຄູ່ຮ່ວມ ມືອັນແໜ້ນແຟ້ນລະຫວ່າງລັດຖະບານຫວຽດນາມ ແລະ ສປຊ ໃນການຍູ້ໄວຄວາມຄືບໜ້າທີ່ບັນລຸໄດ້ໃນໂຄງການດຳເນີນງານປີ 2030 ກ່ຽວກັບການພັດທະນາແບບຍືນຍົງ ແລະ ບັນດາເປົ້າໝາຍພັດທະນາແບບຍືນຍົງ.

ບູນມີ

ເຫດການ
302 Found

Found

The document has moved here.