ທ່ານ ດັ້ງຮວ່າງອານ ຮອງລັດຖະມົນຕີກະຊວງ​ອຸດສາຫະກຳ ແລະ​ ການ​ຄ້າຫວຽດນາມ: ຫວຽດ​ນາມ ໃຫ້​ບຸ​ລິ​ມະ​ສິດ​ພັດ​ທະ​ນາ​ພະ​ລັງ​ງານ​ສະ​ອາດ

20:53 | 11/08/2022

ຍສໝ - ທ່ານ Selwin Hart ປາດ​ຖະໜາຢາກ​ໃຫ້​ກະຊວງ​ອຸດສາຫະກຳ ແລະ ​ການ​ຄ້າຫວຽດນາມ ແບ່ງປັນ​ຂັ້ນຕອນ​ເພື່ອ​ຫຼຸດຜ່ອນ​ໄຟຟ້າຖ່ານຫີນ ​ກໍ່ຄືບັນດາ​ມາດ​ຕະການ​ການຫັນປ່ຽນພະລັງງານ ​ແນໃສ່ປະຕິບັດ​ຄຳ​ໝັ້ນ​ສັນຍາ COP 26 ຂອງ ຫວຽດນາມ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ຕ້ອນ​ຮັບ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ສິງ​ກະ​ໂປ Jaya Ratnam ແລະ ຜູ້​ອໍ​າ​ນວຍ​ການ​ຝ່າຍ​ບໍ​ລິ​ຫານກອງ​ທຶນ Temasek Ng Boon Heong ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ຕ້ອນ​ຮັບ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ສິງ​ກະ​ໂປ Jaya Ratnam ແລະ ຜູ້​ອໍ​າ​ນວຍ​ການ​ຝ່າຍ​ບໍ​ລິ​ຫານກອງ​ທຶນ Temasek Ng Boon Heong
ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ​ໄດ້​ປະດັບ​ຫຼຽນ​ໄຊ​ໃຫ້​ທ່ານ​ເອກ​ອັກຄະ​ລັດຖະທູດ ອັງກິດ ປະຈຳ ຫວຽດນາມ Gareth Ward ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ​ໄດ້​ປະດັບ​ຫຼຽນ​ໄຊ​ໃຫ້​ທ່ານ​ເອກ​ອັກຄະ​ລັດຖະທູດ ອັງກິດ ປະຈຳ ຫວຽດນາມ Gareth Ward

​ວັນ​ທີ 9 ສິງຫາ, ຢູ່​ຮ່າ​ໂນ້ຍ, ທ່ານ ດັ້ງຮວ່າງອານ ຮອງລັດຖະມົນຕີກະຊວງ​ອຸດສາຫະກຳ ແລະ​ການ​ຄ້າຫວຽດນາມ ​ໄດ້​ມີ​ການເຮັດວຽກ​ກັບທ່ານ Selwin Hart ​ທີ່ປຶກສາພິເສດ ແລະ ຜູ້ຊ່ວຍວຽກເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ. ສອງຝ່າຍ​ໄດ້​ແລກປ່ຽນ​ກ່ຽວ​ກັບບັນຫາ​ປະຕິບັດ​ຄຳ​ໝັ້ນ​ສັນຍາ​ຂອງ​ຫວຽດນາມ ທີ່ COP 26 ຜ່ານ​ການຫັນປ່ຽນພະລັງງານ.

ກ່າວ​ຄຳ​ເຫັນ​ທີ່​ການເຮັດວຽກ, ທ່ານ Selwin Hart ປາດ​ຖະໜາຢາກ​ໃຫ້​ກະຊວງ​ອຸດສາຫະກຳ ແລະ ​ການ​ຄ້າຫວຽດນາມ ແບ່ງປັນ​ຂັ້ນຕອນ​ເພື່ອ​ຫຼຸດຜ່ອນ​ໄຟຟ້າຖ່ານຫີນ ​ກໍ່ຄືບັນດາ​ມາດ​ຕະການ​ການຫັນປ່ຽນພະລັງງານ ​ແນໃສ່ປະຕິບັດ​ຄຳ​ໝັ້ນ​ສັນຍາ COP 26 ຂອງ ຫວຽດນາມ.

ທ່ານ ດັ້ງຮວ່າງອານ ຮອງລັດຖະມົນຕີກະຊວງ​ອຸດສາຫະກຳ ແລະ​ ການ​ຄ້າຫວຽດນາມ: ຫວຽດ​ນາມ ໃຫ້​ບຸ​ລິ​ມະ​ສິດ​ພັດ​ທະ​ນາ​ພະ​ລັງ​ງານ​ສະ​ອາດ
ຫວຽດ​ນາມ ໃຫ້​ບຸ​ລິ​ມະ​ສິດ​ພັດ​ທະ​ນາ​ພະ​ລັງ​ງານ​ສະ​ອາດ. ພາບ: congthuong.vn

ໂດຍແລກປ່ຽນກ່ຽວ​ກັບ​ບັນຫາ​ນີ້, ທ່ານ​ຮອງລັດຖະມົນຕີ ດັ້ງຮວ່າງອານ ໃຫ້ຮູ້​ວ່າ ການກຳນົດທິດ​​ພັດທະນາ​ໃນ​ຮ່າງແຜນຜັງ​ໄຟຟ້າ 8 ​ຂອງລັດຖະບານຫວຽດນາມ ​ແມ່ນ​ຮັບປະກັນ​ຄວາມ​ໝັ້ນຄົງ​ດ້ານ​ພະລັງງານ​ແຫ່ງ​ຊາດ, ​ໃນ​ນັ້ນໃຫ້​​ບຸ​ລິ​ມະ​ສິດ​ພັດ​ທະ​ນາ​ພະ​ລັງ​ງານ​ສະ​ອາດ, ​​ຍືນ​ຍົງຕິດ​ພັນ​ກັບສິ່ງແວດ​ລ້ອມ​​​ຊີ​ວະ​ພາບ. ພ້ອມ​ທັງ, ສົ່ງເສີມ ​ແລະ ສ້າງ​ເງື່ອນ​ໄຂ​ໃຫ້​ທຸກ​ພາກສ່ວນ​ເສດຖະກິດ, ພິ​ເສດ​ແມ່ນ​ພາກ​ເອກະ​ຊົນ​ ເຂົ້າ​ຮ່ວມ​ການ​ພັດທະນາ​ພະລັງງານ.

ທ່ານ​ຮອງລັດຖະມົນຕີ ດັ້ງຮວ່າງອານ ໃຫ້ຮູ້ວ່າ: “ຫວຽດ​ນາມ ຈະ​ບໍ່​ພັດ​ທະ​ນາໂຮງງານໄຟຟ້າຖ່ານຫີນ​ແຫ່ງ​ໃໝ່​ໃນ​ແຜນຜັງ​ໄຟ​ຟ້າ​ 8, ແຕ່​ນີ້​ຮອດ​ປີ 2030 ມີ​ແຕ່ຈະ​ສືບ​ຕໍ່​ຜັນ​ຂະ​ຫຍາຍ​ບັນ​ດາ​ໂຄງ​ການທີ່​ພວມ​ກໍ່​ສ້າງ ຫຼື ມີ​ຄຳ​ໝັ້ນ​ສັນ​ຍາ​ກັບ​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ​ຕາມ​ຮູບ​ແບບ BOT. ພາຍຫຼັງ​ປີ 2030 ຫວຽດນາມ ກໍານົດທິດຈະ​ເຜົາ​ຖ່ານ​ຫີນປົນກັບ armonia ຫຼື biomass ​ເພື່ອມຸ່ງໄປເຖິງການຫັນ​ປ່ຽນ​ເຊື້ອເພີງ”.

ເມື່ອແລກປ່ຽນ​ກ່ຽວ​ກັບ​ບັນຫາ​ນີ້, ທ່ານ Selwin Hart ສະແດງຄວາມປາດ​ຖະໜາ​ວ່າ ຫວຽດນາມ ຈະຮຽນ​ຮູ້ ​ແລະ ໝູນໃຊ້ກົນໄກ Just Energy Partnership JETP ​ຂອງກຸ່ມ ບັນດາປະເທດ G7 ​ໃຫ້​ຄຳ​ໝັ້ນ​ສັນຍາ​ໜູນ​ຊ່ວຍ 8,5 ຕື້ໂດລາສະຫະລັດ​ໃຫ້​ບັນດາ​ປະ​ເທດພາກພື້ນອາຟະລິກາ, ອາຊີ (ຖະ​ແຫຼ​ງການໄດ້ຍົກອອກ​ໃນ​ໂອກາດ COP26 ຈັດຢູ່ Glassgow ອັງກິດ ເດືອນພະຈິກ 2021) ແລະ ETM (Energy Transition Mechanism) ຂອງ ADB ເພື່ອ​ໄດ້​ຮັບ​ການ​ໜູນຊ່ວຍ​ຂອງ​ປະ​ເທດທີ່​ກ້າວ​ໜ້າ, ​​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ໃນ​ຂະ​ບວນ​ການ​ປະຕິບັດການຫັນ​ປ່ຽນ​ພະ​ລັງ​ງານ.

ກອ​ງ​ທັບ​

ເຫດການ
302 Found

Found

The document has moved here.