ຫວຽດນາມ ຮຽກຮ້ອງ​ໃຫ້​ທົ່ວ​ໂລກ​ມານະ​ພະຍາຍາມ​ຊຸກຍູ້​ການ​ພັດທະນາ​ແບບ​ຍືນ​ຍົງ

14:00 | 07/10/2022

ຍ​ສ​ໝ - ທີ່​ກອງ​ປະຊຸມ, ບັນດາ​ປະ​ເທດ​ສ່ວນ​ຫຼາຍ​ລ້ວນ​ແຕ່​ມີ​ຂໍ້​ສັງ​ເກດ​ວ່າ ​ໂລກ​ພວມ​ປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ​ໃນ​ຂະນະ​ດຽວ​ກັນ, ​ເຊິ່ງສົ່ງ​ຜົນ​ສະທ້ອນ​ຫຍໍ້​ທໍ້ຕໍ່​ການ​ປະຕິບັດ​ບັນດາ​ເປົ້າ​ໝາຍ​ພັດທະນາ​ແບບ​ຍືນ​ຍົງ (SDGs) ​ເຊັ່ນ: ການ​ປະ​ທະ​ກັນ, ໂລກ​ລະບາດ, ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ການ​ຂາດ​ຄວາມ​ໝັ້ນ​ຄົງ​ດ້ານ​ສະ​ບຽງ​ອາ​ຫານ ແລະ ພະ​ລັງ​ງານ, ສິ່ງທ້າທາຍດ້ານເສດຖະກິດ, ການເງິນ ແລະ ໜີ້ສິນສາທາລະນະ.

ງານວາງສະແດງ “ສາຍພົວພັນ ຫວຽດນາມ - ລາວ: ຍືນຍົງ ແລະ ພັດທະນາ” ງານວາງສະແດງ “ສາຍພົວພັນ ຫວຽດນາມ - ລາວ: ຍືນຍົງ ແລະ ພັດທະນາ”
ການພົວພັນແບບພິເສດ ຫວຽດນາມ -ລາວ: 60 ປີແຫ່ງຄວາມສາມັກຄີ, ມິດຕະພາບ, ການຮ່ວມມື ແລະ ພັດທະນາ. ການພົວພັນແບບພິເສດ ຫວຽດນາມ -ລາວ: 60 ປີແຫ່ງຄວາມສາມັກຄີ, ມິດຕະພາບ, ການຮ່ວມມື ແລະ ພັດທະນາ.
ຫວຽດນາມ ຮຽກຮ້ອງ​ໃຫ້​ທົ່ວ​ໂລກ​ມານະ​ພະຍາຍາມ​ຊຸກຍູ້​ການ​ພັດທະນາ​ແບບ​ຍືນ​ຍົງ
ທ່ານ​ເອກ​ອັກຄະ​ລັດຖະທູດ ດັ້ງ​ຮວາງ​ຢາງ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ
ຫວຽດນາມ ຮຽກຮ້ອງ​ໃຫ້​ທົ່ວ​ໂລກ​ມານະ​ພະຍາຍາມ​ຊຸກຍູ້​ການ​ພັດທະນາ​ແບບ​ຍືນ​ຍົງ

ຄະນະ​ກຳມະການ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາເສດຖະກິດ​ ແລະ​ ການ​ເງິນ​ຂອງສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ​ຄັ້ງ​ທີ 77 ​ໄດ້​ດຳ​ເນີນ​ເປັນ​ເວລາ 2 ວັນ​ແຕ່​ວັນ​ທີ 3-4 ຕຸລາ ​ແລະ ດຳ​ເນີນ​ກອງ​ປະຊຸມ​ສົນທະນາ​ທົ່ວ​ໄປ​ປະຈຳ​ປີ​ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່ານປະທານຄະນະກຳມະການ, ​ເອກ​ອັກຄະ​ລັດຖະທູດ Lachezara Stoeva, ຫົວໜ້າ​ຄະນະ​ປະຈຳ​ບຸນ​ກາຣີ ປະຈຳ​ ສະຫະປະຊາຊາດ.

ທີ່​ນີ້, ຫວຽດນາມ ຮຽກຮ້ອງ​ໃຫ້​ຈັດຕັ້ງປະຕິບັດ​ບັນດາ​ຄວາມ​ມານະ​ພະຍາຍາມ​ຢູ່​ລະດັບ​ຊາດ, ພາກ​ພື້ນ ​ແລະ ​ໃນ​ທົ່ວ​ໂລກ ​ເພື່ອ​ຊຸກຍູ້​ການ​ພັດທະນາ​ແບບ​ຍືນ​ຍົງ.

ຫວຽດນາມ ຮຽກຮ້ອງ​ໃຫ້​ທົ່ວ​ໂລກ​ມານະ​ພະຍາຍາມ​ຊຸກຍູ້​ການ​ພັດທະນາ​ແບບ​ຍືນ​ຍົງ

ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະຊຸມ, ທ່ານ​ເອກ​ອັກຄະ​ລັດຖະທູດ ດັ້ງ​ຮວ່າງ​ຢາງ, ຫົວໜ້າ​ຄະນະ​​ຜູ້​ຕາງ​ໜ້າ​ຫວຽດນາມ ປະຈຳ ​ສະຫະ​ປະຊາ​ຊາດ ​ໄດ້​ແບ່ງປັນ​ການ​ຕີ​ລາຄາ​ກ່​ຽວ​ກັບບັນດາ​ສິ່ງ​ທ້າ​ທາຍ​ທີ່​ທົ່ວ​ໂລກ​ພວມ​ປະ​ເຊີນ​ໜ້າ ​ແລະ ​ເນັ້ນ​ໜັກ​ວ່າ ເພື່ອ​ຫັນ​ຄຳ​ໝັ້ນ​ສັນຍາດ້ານ​ການ​ເມືອງ​ກາຍ​ເປັນ​ການ​ກະ​ທຳ​ຢ່າງ​ແທດ​ຈິງ, ບັນ​ດາ​ປະ​ເທດ​ຕ້ອງເພີ່ມ​ທະ​ວີຄວາມ​ມານະ​ພະຍາຍາມ​ຢູ່ລະດັບຊາດ, ພາກພື້ນ ແລະ ທົ່ວໂລກ.

ຫວຽດນາມ ຮຽກຮ້ອງ​ໃຫ້​ທົ່ວ​ໂລກ​ມານະ​ພະຍາຍາມ​ຊຸກຍູ້​ການ​ພັດທະນາ​ແບບ​ຍືນ​ຍົງ
ແຫ່ງ​ໂລກ​ພວມ​ປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ ​ທີ່​ສົ່ງ​ຜົນ​ກະທົບຫຍໍ້ທໍ້ ​ຕໍ່​ການ​ປະຕິບັດ​ເປົ້າ​ໝາຍ​ພັດທະນາ​ແບບ​ຍືນ​ຍົງ (SDGs).

​ໃນ​ລະດັບ​ຊາດ, ມະນຸດ​ຕ້ອງ​ໄດ້​ຕັ້ງຢູ່​ໃຈກາງ​ຂອງ​ບັນດາ​ນະ​ໂຍບາຍ ​ແລະ ຍຸດ​ທະ​ສາດ​ພັດທະນາ. ບັນດາ​ປະ​ເທດ​ຄວນ​ໃຫ້​ຄວາມ​ສຳຄັນ​ໃນ​ການ​ກໍ່ສ້າງ​ພື້ນຖານ​ເສດຖະກິດ​ມະຫາ​ພາກ​ທີ່​ໝັ້ນຄົງ, ​ເພີ່ມ​ທະວີ​ຄວາມທົນທານ​ຂອງ​ພື້ນຖານ​ເສດຖະກິດ​ຕໍ່ບັນດາເຫດທີ່​ເກີດ​ຂຶ້ນໃໝ່.

ໃນຂອບເຂດພາກພື້ນ, ທ່ານເອກອັກຄະລັດຖະທູດຮຽກຮ້ອງໃຫ້ເພີ່ມທະວີຄວາມສາມັກຄີ ແລະ ການຮ່ວມມືກັບບັນດາກົນໄກພາກພື້ນ ແລະ ອະນຸພາກພື້ນໃນການແກ້ໄຂບັນດາສິ່ງທ້າທາຍ, ຊຸກຍູ້ການພັດທະນາແບບຍືນຍົງ, ຜ່ານການແລກປ່ຽນບົດຮຽນ, ຕົວຈິງ, ຮູບແບບ, ວິທີການປະຕິບັດທີ່ດີ ແລະ ເໝາະສົມ.

ການຈັດຕັ້ງຜະຕິບັດຢູ່​ລະ​ດັບ​ທົ່ວ​ໂລກ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ດັ້ງ​ຮ​ວ່າງ​ຢາງ ເນັ້ນ​ໜັກເຖິງ ສັນ​ຕິ​ພາບ, ຄວາມ​ໝັ້ນ​ຄົງ ແລະ ສະ​ຖຽນ​ລະ​ພາບ​ແມ່ນ​ເງື່ອນຕັດ​ສິນ​ຊີ້​ຂາດ​ເພື່ອ​ນຳ​ໂຄງການດຳເນີນງານ ​ປີ 2030 ກ່ຽວ​ກັບ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງກັບ​ຄືນ​ສູ່ຖືກ​ທິດ, ຕາມ​ນັ້ນ​ແລ້ວ, ທ່ານ​ເອກ​ອັກ​ຄະ​ລດ​ຖະ​ທູດ ກໍໄດ້​ຮຽກ​ຮ້ອງໃຫ້​ຢຸດ​ຕິ​ການ​ປະ​ທະ​ນ​ກັນ, ແກ້​ໄຂ​ບັນ​ດາ​ການ​ຂັດ​ແຍ້ງ​ກັນ​ໂດຍ​ສັນ​ຕິ​ວິ​ທີ​ບົນ​ພື້ນ​ຖານກົດໝາຍ​ສາກົນ ​ແລະ ກົດ​ບັດ​ຂອງ​ອົງການ​ສະຫະ​ປະຊາ​ຊາດ.

ທ່ານ​ເອກ​ອັກຄະ​ລັດຖະທູດ​ກ່າວ​ວ່າ ຍັງ​ຕ້ອງ​ຮັບປະກັນ​ການ​ເຂົ້າ​ເຖິງ​ດ້ານ​ການ​ເງິນ​ໃນ​ໄລຍະ​ຍາວ, ​ຮັດ​ແຄບຊ່ອງ​ຫວ່າງ​ໃນ​ໂຄງ​ປະກອບ​ໜີ້​ສິນ​ທົ່ວ​ໂລກ, ​ເພີ່ມ​ທະວີ​ການ​ລົງທຶນ​ພື້ນຖານ​ໂຄງ​ລ່າງ​ຄົມມະນາຄົມ, ພະລັງງານ, ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ, ນະວັດຕະກຳ, ວິທະຍາສາດ ​ແລະ ການ​ສຶກສາ.

ຫວຽດນາມ ຮຽກຮ້ອງ​ໃຫ້​ທົ່ວ​ໂລກ​ມານະ​ພະຍາຍາມ​ຊຸກຍູ້​ການ​ພັດທະນາ​ແບບ​ຍືນ​ຍົງ
ຫວຽດ​ນາມ ບັນ​ລຸ​ໄດ້​ບັນ​ດາ​ຜົນ​ງານ​ຫຼາຍ​ຢ່າງ​ໃນ​ການ​ປູກ​ປ່າຢູ່ໃຕ້ນ້ຳເຄັມ

​ໃນ​ການ​ປະຕິບັດ​ນັ້ນ, ທ່ານ​ເອກ​ອັກຄະ​ລັດຖະທູດ ດັ້ງ​ຮວ່າງ​ຢາງ ​ເນັ້ນ​ໜັກ​ວ່າຕ້ອງ​ເອົາ​ໃຈ​ໃສ່​ເຖິງ​ປະ​ເທດ​ດ້ອຍ​ພັດທະນາທີ່ສຸດ, ປະ​ເທດກຳລັງ​ພັດທະນາທີ່​ບໍ່​ມີ​ທະ​ເລ ​ແລະ ບັນດາ​ປະ​ເທດ​ເກາະນ້ອຍທີ່ພວມ​ພັດທະນາ​ເກາະ​ນ້ອຍ ກໍ່​ຄື​ຄວາມ​ຕ້ອງການຕົວຈິງຂອງ​ປະ​ເທດທີ່​ມີ​ລາຍ​ຮັບ​ປານ​ກາງ.

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຮຽກ​ຮ້ອງ​ຍົກ​ເລີກ​ບັນ​ດາ​ມາດ​ຕະ​ການ​ຂວ້ຳ​ບາດ​ແບບ​ພຽງ​ລຳ​ພັງ​ຝ່າຍ​ດຽວ​ທີ່​ຜິດ​ກົດ​ໝາຍ​ສາ​ກົນ ຢ່າງ​ທັນ​ທີ ແລະ ເນັ້ນ​ໜັກ​ຄວນ​ສືບ​ຕໍ່​ປັບ​ປຸງ​ລະ​ບົບ ສ​ປ​ຊ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື ແລະ ຄວາມ​ສາ​ມັກ​ຄີ​ສາ​ກົນ, ໃນ​ນັ້ນ​ມີ​ການ​ຮ່ວມ​ມື​ໃຕ້ - ໃຕ້ ແລະ ການ​ຮ່ວມ​ມື​ສາມ​ຝ່າຍ.

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ດັ້ງ​ຮ​ວ່າງ​ຢາງ ໄດ້​ແບ່ງ​ປັນ​ບັນ​ດາ​ຜົນ​ງານທີ່​ຫວຽດ​ນາມ ບັນ​ລຸ​ໄດ້​ໃນ​ການ​ປະ​ຕິ​ບັດ SDGs ແລະ ຢັ້ງ​ຢືນ​ວ່າ ຫວຽດ​ນາມ ຍາມ​ໃດ​ກໍ່​ເຂົ້າ​ຮ່ວມ​ໃນ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ທົ່ວ​ໂລກ ແລະ ພາກ​ພື້ນຢ່າງ​ຕັ້ງ​ໜ້າ​ ເພື່ອ​ຊຸກ​ຍູ້​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ ແລະ ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ ແລະ ສະເໜີ​ປະ​ຊາ​ຄົມ​ສາ​ກົນ ສະ​ໜັບ​ສະ​ໜູນ​​​ ຫວຽດ​ນາມ ທີ່ອອກສະໝັກເລືອກ​ຕັ້ງເຂົ້າ​ເປັນ​ສະ​ມາ​ຊິກ​ຂອງ ສະ​ພາ​ສິດ​ທິ​ມະ​ນຸດ ສ​ປ​ຊ ອາ​ຍຸ​ການ 2023 – 2025 ເພື່ອ​ສືບ​ຕໍ່​ປະ​ກອບ​ສ່ວນ​ເຂົ້າ​ຮ່ວມ​ວຽກ​ງານ​ລວມ​ຂອງ​ໂລກໃຫ້ຫຼາຍ​ກ່​ວາ​ອີກ.

ບຸນ​ຄົງ

ເຫດການ