ຍຸດ​ທະ​ສາດ​ພັດ​ທະ​ນາ​ພະ​ລັງ​ງານ​ຜະ​ລິດ​ຄືນ​ໃໝ່​ຂອງ ຫວຽດ​ນາມ

14:12 | 07/11/2022

ໂດຍຢັ້ງຢືນບົດບາດສຳຄັນຂອງພະລັງງານຜະລິດຄືນໃໝ່ຕໍ່ວິວັດການພັດທະນາແບບຍືນຍົງຢ່າງຈະແຈ້ງ, ໃນຊຸມປີຜ່ານມາ, ຫວຽດນາມ ໄດ້ມີຫຼາຍນະໂຍບາຍ, ຍຸດທະສາດ ແລະ ຄຳໝັ້ນສັນຍາຢ່າງແຮງ, ພ້ອມທັງຜັນຂະຫຍາຍການປະຕິບັດໃນຕົວຈິງຫຼາຍແຜນການທີ່ມີຄວາມມຸ່ງມາດປາດຖະໜາກ່ຽວກັບການພັດທະນາພະລັງງານຜະລິດຄືນໃໝ່. ມາຮອດປັດຈຸບັນ, ຍຸດທະສາດພັດທະນາພະລັງງານຜະລິດຄືນໃໝ່ຢູ່ ຫວຽດນາມ ພວມບັນລຸໄດ້ໝາກຜົນຫຼາຍຢ່າງທີ່ມີຄວາມປະທັບໃຈ ໂດຍບັນດານັກຊ່ຽວຊານ ແລະ ອົງການວິຊາສະເພາະສາກົນຮັບຮູ້ ແລະ ຕີລາຄາສູງ.

ILO ຕີ​ລາ​ຄາ​ສູງ​ບັນ​ດາ​ຄວາມ​ຄືບ​ໜ້າ​ຂອງ ຫວຽດ​ນາມ ໃນ​ການ​ປະ​ຕິ​ບັດ​ກົດ​ໝາຍ​ວ່າ​ດ້ວຍ​ແຮງ​ງານ ILO ຕີ​ລາ​ຄາ​ສູງ​ບັນ​ດາ​ຄວາມ​ຄືບ​ໜ້າ​ຂອງ ຫວຽດ​ນາມ ໃນ​ການ​ປະ​ຕິ​ບັດ​ກົດ​ໝາຍ​ວ່າ​ດ້ວຍ​ແຮງ​ງານ
ປະ​ທານ​ປະ​ເທດ ​ຫວຽດ​ນາມ ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ ສະຫະລັດອາຣັບ ເອມມີເລດ ເຂົ້າ​ຢ້ຽມ​ອຳ​ລາ ປະ​ທານ​ປະ​ເທດ ​ຫວຽດ​ນາມ ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ ສະຫະລັດອາຣັບ ເອມມີເລດ ເຂົ້າ​ຢ້ຽມ​ອຳ​ລາ
ຍຸດ​ທະ​ສາດ​ພັດ​ທະ​ນາ​ພະ​ລັງ​ງານ​ຜະ​ລິດ​ຄືນ​ໃໝ່​ຂອງ ຫວຽດ​ນາມ
ລະບົບໄຟຟ້າແສງຕາເວັນ

ຫວ່າງມໍ່ໆມານີ້, ບົດຄົ້ນຄ້ວາສະບັບໜຶ່ງຂອງ BloombergNEF ໃຫ້ຮູ້ວ່າ ປັດຈຸບັນ ຫວຽດນາມ ພວມຢືນຢູ່ອັນດັບທີ 7 ໃນໂລກ ກ່ຽວກັບສະມັດຕະພາບໄຟຟ້າແສງຕາເວັນ, ກ່ຽວກັບຈຳນວນຖ່ານແສງຕາເວັນທີ່ໄດ້ຕິດຕັ້ງຢູ່ ຫວຽດນາມພຽງແຕ່ຖັດຈາກອາເມລິກາ ແລະ ຈີນ (ຂໍ້ມູນ ປີ 2020). ບັນດາໂຄງການໄຟຟ້າແຮງລົມ ແລະ ໄຟຟ້າແສງຕາເວັນພວມມີການພັດທະນາຢ່າງແຮງຢູ່ບັນດາແຂວງແຄມທະເລເຂດພາກກາງ ແລະ ພາກໃຕ້ ຫວຽດນາມ. ບັນດາໂຄງການໄຟຟ້າແສງຕາເວັນຢູ່ແຂວງ: ນິງທ້ວນ, ບິ່ງທ້ວນ, ຝຸອຽນ, ກໍ່ຄືບັນດາໂຄງການໄຟຟ້າແຮງລົມຢູ່ບັນດາແຂວງຢູ່ແຄມທະເລ ຄື ບາກລຽວ, ຈ່າວິງ, ເກິ່ນເທີ ລ້ວນແຕ່ໄດ້ຮັບການກໍ່ສ້າງໃຫ້ສຳເລັດ ແລະ ພວມນຳເຂົ້າເຄື່ອນໄຫວຢ່າງມີປະສິດທິຜົນ.

ໝາກຜົນໜຶ່ງທີ່ເປັນໜ້າສົນໃຈນັ້ນແມ່ນບັນດາໂຄງການພະລັງງານຜະລິດຄືນໃໝ່ຢູ່ ຫວຽດນາມ ນັບມື້ນັບດຶງດູດໄດ້ເງິນລົງທຶນໂດຍກົງຈາກຕາງປະເທດ (FDI) ແລະ ການລົງທຶນຂອງພາກເອກະຊົນ. ໄລ່ສະເພາະໃນປີ 2021, ຂົງເຂດພະລັງງານຜະລິດຄືນໃໝ່ ດຶງດູດໄດ້ເງິນທຶນເປັນຈຳນວນ 5,7ຕື້ USD ທຶນ FDI, ຊ່ວຍໃຫ້ຂະແໜງຜະລິດ ແລະ ຈຳໜ່າຍໄຟຟ້າຢືນຢູ່ອັນດັບທີ 2 ໃນຈຳນວນບັນດາຂະແໜງດຶງດູດເງິນລົງທຶນ FDI.

ຕາມການຕີລາຄາຂອງພື້ນຖານສະຖາບັນເສດຖະກິດພະລັງງານ ແລະ ໄຈ້ແຍກດ້ານການເງິນ (IEEFA) ເຊິ່ງແມ່ນ ອົງການຄົ້ນຄ້ວາຂອງ ອາເມລິກາແລ້ວ, ປັດຈຸບັນ, ສະມັດຕະພາບໄຟຟ້າແສງຕາເວັນ ແລະ ໄຟຟ້າແຮງລົມເກືອບ 21 GW ເຊື່ອມຕ່ໍກັບຕາໜ່າງໄຟຟ້າແຫ່ງຊາດ, ຫວຽດນາມ ໄດ້ກາຍເປັນປະເທດນຳໜ້າໃນພາກພື້ນ ກ່ຽວກັບພະລັງງານຜະລິດຄືນໃໝ່. IEEFA ກໍ່ໃຫ້ຂໍ້ສັງເກດວ່າ ພະລັງງານຜະລິດຄືນໃໝ່ຈະກາຍເປັນປັດໄຈຕັດສິນຊີ້ຂາດໃຫ້ແກ່ອະນາຄົດພື້ນຖານເສດຖະກິດຜະລິດຂອງ ຫວຽດນາມ.

ຕາມບັນດາບົດຕີລາຄາແລ້ວ, ການຂຸດຄົ້ນພະລັງງານແສງຕາເວັນຂອງ ຫວຽດນາມ ມີການພັດທະນາຢ່າງແຮງ ແລະ ຫວຽດນາມ ໄດ້ລື່ນກາຍ ໄທເພື່ອກາຍເປັນປະເທດອາຊຽນມີສະມັດຕະພາບຕິດຕັ້ງໄຟຟ້າແສງຕາເວັນໃຫຍ່ທີ່ສຸດ. ເຖິງຢ່າງໃດກໍ່ຕາມ, ໃນຂົງເຂດໄຟຟ້າແຮງລົມ, ຄວາມສາມາດບົ່ມຊ້ອນແມ່ນໃຫຍ່ຫຼວງທີ່ສຸດແຕ່ສະມັດຕະພາບໃນການຂຸດຄົ້ນຍັງມີຄວາມຈຳກັດພໍສົມຄວນ.

ເພື່ອພັດທະນາພະລັງງານຜະລິດຄືນໃໝ່ຢູ່ທະເລ, ບົດລາຍງານໄດ້ສະເໜີບັນດາໜ້າທີ່ຕ້ອງຜັນຂະຫຍາຍໃນໄລຍະຈະມາເຖິງລວມມີ: ຈັດຕັ້ງການກວດກາ, ສຳຫຼວດ ເພີ່ມເຕີມເງື່ອນໄຂທຳມະຊາດຢູ່ເຂດທະເລ, ໝູນໃຊ້ເຕັກໂນໂລຢີຮູບແບບດີຈີຕອນ ໃນການສ້າງຮູບຈຳລອງ ແລະ ຕີລາຄາຄວາມສາມາດບົ່ມຊ້ອນດ້ານພະລັງງານແຮງລົມຢ່າງລະອຽດຕາມພື້ນທີ່, ຕິດຕາມ, ຄາດຄະເນພະລັງງານແຮງລົມ, ຄື້ນຕາມເວລາຕົວຈິງ, ແຈ້ງເຕືອນໄພທຳມະຊາດ, ຄາດຄະເນຜົນກະທົບເພື່ອຮັບໃຊ້ວຽກງານຜະລິດພະລັງງານຜະລິດຄືນໃໝ່, ຄົ້ນຄ້ວາ, ຕີລາຄາ, ຄາດຄະເນຢ່າງລະອຽດຜົນກະທົບຈາກໄພທຳມະຊາດ: ສະພາບແວດລ້ອມຂອງທະເລເຖິງຄວາມອາດສາມາດໃນການກໍ່ສ້າງ ແລະ ຂຸດຄົ້ນຂອງບັນດາໂຄງການໄຟຟ້າແຮງລົມ, ຄື້ນຢູ່ນອກຊາຍຝັ່ງທະເລ, ຄົ້ນຄ້ວາ, ຕີລາຄາ, ຄາດຄະເນບັນດາຜົນກະທົບຂອງບັນດາໂຄງການໄຟຟ້າແຮງລົມ, ຄື້ນຢູ່ນອກຊາຍຝັ່ງທະເລ ຕະຫຼອດຮອດສະພາບແວດລ້ອມ ແລະ ບັນດາການເຄື່ອນໄຫວເສດຖະກິດສັງຄົມ.

ທ່ານ ປອ ຢືວັນຕວານ, ສະຖາບັນຄົ້ນຄ້ວາກ່ຽວກັບທະເລ ແລະ ໝູ່ເກາະ ຂຶ້ນກັບກົມໃຫຍ່ທະເລ ແລະ ໝູ່ເກາະ ຫວຽດນາມ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຢັ້ງຢືນວ່າ ພະລັງງານຄື້ນທະເລ ຫວຽດນາມ ໃນທິດສະດີແມ່ນໜຶ່ງໃນ ຈຳນວນ 10 ປະເທດທີ່ມີຄວາມສາມາດບົ່ມຊ້ອນດ້ານພະລັງງານຄື້ນທະເລດີທີ່ສຸດໃນໂລກ. ເພາະສະນັ້ນ, “ຖ້ານຳໃຊ້ພະລັງງານໄຟຟ້າຈາກຄື້ນທະເລ, ພິເສດແມ່ນເມື່ອເຕັກໂນໂລຢີຜະລິດໄຟຟ້າດ້ວຍຄື້ນນັບມື້ນັບມີຄວາມກ້າວໜ້າ ໄຟຟ້າຄື້ນທະເລ ຈະສາມາດສວມບົດບາດສຳຄັນໃນການນຳໃຊ້ພະລັງງານສີຂຽວ, ຫັນແຫຼ່ງພະລັງງານເປັນຫຼາຍຮູບແບບ ປະກອບສ່ວນເຂົ້າໃນການຮັກສາຄວາມໝັ້ນຄົງດ້ານພະລັງງານແຫ່ງຊາດ ຊຸກຍູ້ການພັດທະນາເສດຖະກິດ - ສັງຄົມ”.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.