ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ ແລະ ອິນ​ເດຍ ມີ​ການພັດ​ທະ​ນາ​ເປັນ​ຢ່າງ​ດີ​ໃນ 50 ປີ​ຜ່ານ​ມາ

11:30 | 17/08/2022

ຍ​ສ​ໝ - ​ເວັບ​ໄຊ Moderndiplomacy.eu ຫາ​ກໍ່​ລົງ​ບົດ​ຂຽນ​ຕີ​ລາຄາ​ກ່ຽວ​ກັບ​ການ​ພົວພັນ​ອັນ​ດີງາມ​ລະຫວ່າງ ຫວຽດນາມ ​ແລະ ອິນ​ເດຍ ​ໃນ 50 ປີຜ່ານມາ.

ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ​ສ.ເກົາຫຼີ ເຂົ້າ​ຮ່ວມ​ການ​ສອບ​ເສັງ​ຊອກ​ຮູ້​ກ່ຽວ​ກັບ​ 30 ປີ ແຫ່ງກ​າ​ນ​ພົວ​ພັນ​ທາງ​ການ​ທູດ ລະ​ຫວ່າງ​ສອງ​ປະ​ເທດ ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ​ສ.ເກົາຫຼີ ເຂົ້າ​ຮ່ວມ​ການ​ສອບ​ເສັງ​ຊອກ​ຮູ້​ກ່ຽວ​ກັບ​ 30 ປີ ແຫ່ງກ​າ​ນ​ພົວ​ພັນ​ທາງ​ການ​ທູດ ລະ​ຫວ່າງ​ສອງ​ປະ​ເທດ
ທ່າ​ນ​ນາງ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ Men Sam An: ການ​ພົວ​ພັນ​ຫວຽດ​ນາມ - ກຳ​ປູ​ເຈຍ ໝັ້ນ​ຄົງ​ທະ​ນົງ​ແກ່ນຊົ່ວ​ກາ​ລະ​ນານ ທ່າ​ນ​ນາງ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ Men Sam An: ການ​ພົວ​ພັນ​ຫວຽດ​ນາມ - ກຳ​ປູ​ເຈຍ ໝັ້ນ​ຄົງ​ທະ​ນົງ​ແກ່ນຊົ່ວ​ກາ​ລະ​ນານ
ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ ແລະ ອິນ​ເດຍ ມີ​ການພັດ​ທະ​ນາ​ເປັນ​ຢ່າງ​ດີ​ໃນ 50 ປີ​ຜ່ານ​ມາ
ພາບ​ປະ​ກອບ: TTXVN

ຕາມ​ບົດ​ຂຽນ​ແລ້ວ, ພາກສ່ວນ​ທີ່​ສຳຄັນ​ທີ່​ສຸດ​ຂອງ​ການ​ພົວພັນ​ອິນ​ເດຍ - ຫວຽດນາມ ​ແມ່ນ​ການ​ຮ່ວມ​ມື​ດ້ານ​ນະ​ໂຍບາຍ​ເສດຖະກິດ ​ແລະ ການ​ຄ້າ. ອິນ​ເດຍ​ແມ່ນ​ຕະຫຼາດ​ສຳຄັນ​ທີ່​ສຸດ​ຂອງ​ຫວຽດນາມ, ກວມ​ເອົາ 80% ຍອດ​ວົງ​ເງິນ​ການ​ຄ້າ​ຂອງ​ຫວຽດນາມ​ກັບ​ບັນດາ​ປະ​ເທດ​ອາຊີ​ໃຕ້. ທ່ານ​ປະທານ​ສະພາ​ຕ່ຳ Om Birla ​ໃຫ້​ຮູ້​ຄວາມ​ປາດ​ຖະໜາ​ຢາກ​ເພີ່ມ​ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ​ໃຫ້​ຂຶ້ນ​ເຖິງ 15 ຕື້ USD ຈາກ 13,2 ຕື້ USD ​ເມື່ອ​ກ່ອນ ​ແລະ ສະ​ແດງ​ຄວາມ​ປະ​ທັບ​ໃຈ​ຕໍ່​ການ​ພັດທະນາ​ຂອງ ຫວຽດນາມ ​ໃນ​ຫຼາຍ​ຂົງ​ເຂດ​ເສດຖະກິດ.

ກ່ຽວ​ກັບ​ແງ່​ຫວັງ​ຂອງ​ການ​ພົວພັນ​​ສອງຝ່າຍ, 2 ປະ​ເທດ​ພວມ​ຜັນ​ຂະຫຍາຍ​ໂຄງການ​ດຳ​ເນີນ​ງານ 2021 – 2023 ​ເພື່ອ​ປະຕິບັດ​ບັນດາ​ຂໍ້​ຕົກລົງ ​ແລະ ບັນດາ​ຄຳ​ໝັ້ນ​ສັນຍາ​ໃນ​ບັນດາ​ການ​ພົບ​ປະ ​ແລະ ການ​ເຈລະຈາທາງໂທລະສັບ​ຢ່າງ​ເປັນ​ທາງ​ການ.

ບົດ​ຂຽນ​ສະຫລຸບ​ວ່າ, ການ​ພົວພັນ​ຫວຽດນາມ - ອິນ​ເດຍ ​ແມ່ນ​ການ​ພົວພັນ​ອັນ​ຍາວ​ນານ​ທີ່​ມີ​ຄວາມ​ເຂົ້າ​ໃຈ​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ຄວາມ​ຕ້ອງການ ​ແລະ ຄວາມ​ເຄົາລົບ​ເຊິ່ງກັນ​ແລະ​ກັນ. ດ້ວຍເລື່ອງ ​ທ່ານ​ນາຍົກລັດຖະມົນຕີ Narendra Modi ​ພວມ​ຈັດ​​ການ​ຢ້ຽມຢາມ ຫວຽດນາມ ​ແລະ ບັນດາ​ນະ​ໂຍບາຍ​ສະຖຽນ​ລະ​ພາບ​ໃນ​ຫຼາຍ​ປີ, “ທ້ອງ​ຟ້າ​ຍັງສືບຕໍ່​ແຈ້ງ” ຄື​ກັບ​ປີ 1980.

ບຸນ​ຄົງ

ທ່ານອາດຈະມັກ

302 Found

Found

The document has moved here.