ຮ່າ​ໂນ້ຍ - ວຽງ​ຈັນ: ສາຍຈິດມິດໃຈທີ່ເລິກເຊິ່ງ, ຮ່ວມ​ເດີນທາງພັດ​ທະ​ນາ

08:00 | 17/08/2022

ຍສໝ - ​ໃນ​ໄລຍະ​ຈະ​ມາ​ເຖິງ, ຮ່າ​ໂນ້ຍ - ວຽງ​ຈັນ ຈະ​ຜັນ​ຂະຫຍາຍ​ບັນດາ​ການ​ເຄື່ອນ​ໄຫວ ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງສອງນະຄອນ​ໃຫ້​ແທດ​ຈິງ, ມີ​ປະສິດທິ​ຜົນ ​ແລະ ເຂົ້າສູ່ລວງ​ເລິກ​ກວ່າ​ອີກ; ສືບ​ຕໍ່​ເປີດ​ກວ້າງ​ໄລຍະ​ພັດທະນາ​​ໃໝ່, ຂະຫຍັນຂັນເຄື່ອນ ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ແຕ່ລະ​ປະ​ເທດ; ເພື່ອສັນຕິພາບ, ສະຖຽນລະພາບ ແລະ ຄວາມວັດທະນາຖາວອນລວມ ຂອງພາກພື້ນ.

ຟາມໝາກມອນໃນເຂດຊານເມືອງຂອງຮ່າໂນ້ຍ - ເປັນແຫຼ່ງທ່ອງທ່ຽວແບບນິເວດທີ່ຈັບອົກຈັບໃຈໃນຕົ້ນລະດູແລ້ງ ຟາມໝາກມອນໃນເຂດຊານເມືອງຂອງຮ່າໂນ້ຍ - ເປັນແຫຼ່ງທ່ອງທ່ຽວແບບນິເວດທີ່ຈັບອົກຈັບໃຈໃນຕົ້ນລະດູແລ້ງ
ທ່ານ​ເລຂາ​ຄະນະພັກ​ນະ​ຄອນຮ່າ​ໂນ້ຍ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ເອກ​ອັກຄະ​ລັດຖະທູດ ຍີ່ປຸ່ນ ປະຈຳ ຫວຽດນາມ Yamada Takio ທ່ານ​ເລຂາ​ຄະນະພັກ​ນະ​ຄອນຮ່າ​ໂນ້ຍ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ເອກ​ອັກຄະ​ລັດຖະທູດ ຍີ່ປຸ່ນ ປະຈຳ ຫວຽດນາມ Yamada Takio

​ເຂົ້າ​ຮ່ວມກະແສ​ສາຍ​ພົວພັນ​ມິດຕະພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ຫວຽດນາມ - ລາວ, ລາວ - ຫວຽດນາມ, ນະຄອນຫຼວງ​ຮ່າ​ໂນ້ຍ ​ແລະ ທ້ອງ​ຖິ່ນ​ຕ່າງໆຂອງ​ລາວ, ​ໃນ​ນັ້ນ​ມີ​ນະຄອນຫຼວງ​ວຽງ​ຈັນ, ​ໄດ້​ມານະ​ພະຍາຍາມ​ກໍ່ສ້າງ ​ແລະ ​ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວພັນ​ມິດຕະພາບ​ແຫ່ງສາຍຈິດມິດໃຈອັນ​ເລິກ​ເຊິ່ງ, ຮ່ວມເດີນທາງພັດທະນາ.

ທີ່​ການ​ເຮັດ​ວຽກ​ຫຼາຍ​ຄັ້ງ, ຜູ້ຕາງໜ້າການ​ນຳ​ສອງ​ນະຄອນຫຼວງ​ຢືນຢັນ​ວ່າ, ​ເຖິງ​ວ່າ​ແຕ່ລະ​ຝ່າຍ​ມີ​ສາຍ​ພົວພັນ​ສາກົນ​ທີ່​ກ້ວາງ​ຂວາງ​ກັບ​ຫຼາຍ​ນະຄອນໃຫຍ່​ໃນ​ໂລກ, ແຕ່ຮ່າ​ໂນ້ຍ ​ແລະ ​ວຽງ​ຈັນ ຍາມ​ໃດ​ກໍ່ສະຫງວນບຸລິມະສິດອັນສູງສູດໃນ​ການ​ພັດທະນາ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມືກັນ. ໝາກຜົນ​ຂອງ​ການ​ຮ່ວມ​ມື​ບໍ່​ພຽງ​ແຕ່​ປະກອບສ່ວນເຂົ້າໃນການ​ພັດທະນາ​ຢ່າງເຂັ້ມ​ແຂງ​​ຂອງ​ສອງ​ນະຄອນຫຼວງ​ເທົ່າ​ນັ້ນຫາກ​ຍັງ​ແມ່ນ​ພະຍານຫຼັກຖານຢ່າງ​ລະອຽດ, ​ເລິກ​ເຊິ່ງ, ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ຮັກສາ ​ແລະ ພັດທະນາ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ແບບ​ພິ​ເສດ​ລະຫວ່າງ​ສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນ​ສອງ​ປະ​ເທດຫວຽດນາມ-ລາວ.

​ເມື່ອ​ເບິ່ງ​ຄືນ​ການ​ເຄື່ອນ​ໄຫວ​ພັດທະນາ​ລະຫວ່າງ​ສອງ​ຝ່າຍ​ໃນ​ໄລຍະ​ຜ່ານ​ມາ, ​ເຫັນ​ໄດ້​ວ່າການ​ພົວພັນ​ຮ່ວມ​ມື​ລະຫວ່າງສອງນະຄອນຫຼວງ​ເວົ້າ​ສະ​ເພາະ ​ແລະ ຮ່າ​ໂນ້ຍ ກັບບັນດາ​ທ້ອງ​ຖິ່ນ​ຂອງ​ລາວ​ເວົ້າ​ລວມ ​ໄດ້​ຮັບ​ການ​ຮັດ​ແໜ້ນ ​ແລະ ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ ໃນບັນດາ​ໂຄງການ​ໃນ​ຫຼາຍ​ຂົງ​ເຂດ​ຄື: ​ເສດຖະກິດ, ສາທາລະນະ​ສຸກ, ການ​ສຶກສາ, ກະສິກຳ, ການ​ທະຫານ, ການ​ແລກປ່ຽນ​ປະຊາຊົນ...

ຮ່າໂນ້ຍ ໄດ້ສະຫງວນຄວາມມານະພະຍາຍາມສູງສຸດ ເພື່ອຮ່ວມເດີນທາງ, ໜູນຊ່ວຍນະຄອນຫຼວງວຽງຈັນ ກໍ່ສ້າງຫຼາຍກິດຈະການ ແລະ ໂຄງການທີ່ມີຄວາມໝາຍທາງສັງຄົມຢ່າງເລິກເຊິ່ງ, ເປັນສັນຍາລັກແຫ່ງສາຍພົວພັນອັນດີງາມຂອງສອງນະຄອນຫຼວງຄື: ໂຮງຮຽນການເມືອງ - ການປົກຄອງ ນະຄອນຫຼວງວຽງຈັນ, ຫໍມູນເຊື້ອກອງບັນຊາການທະຫານນະຄອນຫຼວງວຽງຈັນ. ໂຄງການຮ່ວມມືໜູນຊ່ວຍການພັດທະນາກະສິກຳ. ສອງຝ່າຍສະຫງວນການ​ສະໜັບສະໜູນ ​ແລະ ສ້າງ​ເງື່ອນ​ໄຂ​ໃຫ້​ບັນດາພະແນກ, ຂະແໜງການ, ອົງການ​ທີ່​ກ່ຽວຂ້ອງ​ຂອງ​ສອງ​ປະ​ເທດ​ຜັນຂະຫຍາຍການ​ຮ່ວມ​ມື, ພ້ອມ​ກັນ​ນັ້ນ​ກໍຮັກສາ ​ແລະ ຍູ້ແຮງ​ການ​ພົວພັນການທູດ​​ປະຊາຊົນ​, ການພົບປະ​ແລກປ່ຽນ​ວັດທະນະທຳ...

ການ​ພົວພັນຢ່າງເລິກເຊິ່ງ​ລະຫວ່າງ ຮ່າ​ໂນ້ຍ ກັບ​ບັນດາ​ທ້ອງ​ຖິ່ນ​ຂອງປະເທດເພື່ອນ​ລາວສືບ​ຕໍ່ໄດ້ຮັບການ​ຮັກສາ ​ແລະ ພັດທະນາ ​ເຖິງ​ແມ່ນ​ໃນ​ສະພາບ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ກໍ່ຕາມ. ​ໃນ​ສະພາບ​ການ​ທີ່​ຫຍຸ້ງຍາກ​ລວມ, ສອງ​ນະຄອນຫຼວງ​ຍາມ​ໃດ​ກໍ່​ໃຫ້​ຄວາມ​ເອົາ​ໃຈ​ໃສ່, ຊຸກຍູ້ ​ແລະ ລະດົມກໍາລັງໃຈ​ເຊິ່ງກັນ ​ແລະ ກັນ​ຢ່າງ​ທັນ​ການ. ອົງຄະນະ​ພັກ, ອໍານາດການປົກຄອງ ​ແລະ ປະຊາຊົນ​ນະຄອນຫຼວງ​ວຽງ​ຈັນ ​ໄດ້​ໜູນ​ຊ່ວຍ ຮ່າ​ໂນ້ຍ ດ້ວຍ​ຈຳນວນ 15.000 ​ໂດລາສະຫະລັດ ​ ​ເພື່ອ​ຮັບ​ໃຊ້​ວຽກ​ງານ​ປ້ອງ​ກັນ, ຕ້ານໂລກ​ລະບາດ. ນະຄອນ ຮ່າໂນ້ຍ ກໍ່ໄດ້ມອບຜ້າອັດປາກ-ດັງ 30.000 ອັນ; ຊຸດກວດຫາເຊື້ອ SARS-CoV-2 10.000 ຊຸດ ແລະ 40.000 ໂດລາສະຫະລັດໃຫ້ນະຄອນຫຼວງວຽງຈັນ; ໜູນຊ່ວຍ 8 ແຂວງພາກເໜືອຂອງລາວ 20.000 ໂດລາສະຫະລັດ ຕໍ່ແຂວງ.

ໄລ່ສະເພາະແຕ່​ປີ 1998 ມາ​ຮອດ​ປະຈຸ​ບັນ, ຮ່າ​ໂນ້ຍ ​ແລະ ບັນດາ​ທ້ອງ​ຖິ່ນ​ຂອງ​ປະ​ເທດ​ລາວ, ພົ້ນເດັ່ນ​ແມ່ນ​ນະຄອນຫຼວງ​ວຽງ​ຈັນ ​ແລະ ຫຼວງ​ພະ​ບາງ, ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ ​ແລະ ຂໍ້ຕົກລົງ​ຮ່ວມ​ມື​ເກືອບ 20 ສະບັບ. ການ​ນຳ​ຂັ້ນ​ສູງ​ຮ່າ​ໂນ້ຍ ​ແລະ ບັນດາ​ທ້ອງ​ຖິ່ນ​ຂອງ​ລາວ ​ໄດ້​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ເປັນ​ປະຈຳ, ທັງ​ຕີ​ລາຄາ​ໝາກຜົນ ​ແລະ ວາງອອກ​ທິດ​ທາງ​ການ​ຮ່ວມ​ມື​ໃໝ່.

​ໃນ​ການ​ຢ້ຽມຢາມ ​ແລະ ເຮັດ​ວຽກ​ຂອງ​ທ່ານ​ເລຂາ​ພັກ​ນະຄອນຮ່າໂນ້ຍ ດິ່ງຕຽນຢຸງ ຢູ່ວຽງຈັນ ​ໃນ​ຕົ້ນ​ເດືອນເມສາ 2022, ສອງຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບສູງ​ກ່ຽວ​ກັບ​ທິດ​ທາງ​ການ​ຮ່ວມ​ມື ແລະ ພ້ອມກັນລົງນາມໃນບົດບັນທຶກຂໍ້ຕົກລົງຮ່ວມມື ໄລຍະ 2022-2025 ເຊິ່ງເປັນ​ພື້ນຖານ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ລະອຽດ​ຂອງ​ສອງ​ຝ່າຍ​ໃນ​ໄລຍະ​ຈະ​ມາ​ເຖິງ.

ຮ່າ​ໂນ້ຍ - ວຽງ​ຈັນ: ສາຍຈິດມິດໃຈທີ່ເລິກເຊິ່ງ, ຮ່ວມ​ເດີນທາງພັດ​ທະ​ນາ
ພິທີ​ລົງ​ນາມ​ໃນ​ບົດ​ບັນທຶກຂໍ້ຕົກລົງ​ຮ່ວມມືໄລຍະ 2022-2025 ລະຫວ່າງ​ນະຄອນຫຼວງ​ວຽງ​ຈັນ (ລາວ) ແລະ ນະຄອນຫຼວງ​ຮ່າ​ໂນ້ຍ (ຫວຽດນາມ) ​ໃນ​ເດືອນ ເມສາ 2022 (ພາບ: ຮ່າ​ຫວູ).

ບັນ​ດາ​ບົດ​ຊີ້​ແຈ້ງ​ກ່ຽວ​ກັບ​ເນື້ອ​ໃນ​ລະ​ອຽດ​ຂອງ​ແຕ່​ລະ​ຂົງ​ເຂດ​ການ​ຮ່ວມ​ມື​ທີ່​ໄດ້​ຮັບ​ການສ້າງໂດຍ​ອີງ​ໃສ່​ຄວາມ​ຕ້ອງ​ການ ແລະ ຄວາມ​ສາ​ມາດ​ຂອງ​ສອງ​ນະ​ຄອນຫຼວງ; ບັນດາ​ບັນຫາ​ຈຸດສຸມ​ໃນ​ການ​ພັດທະນາ ​ແລະ ບຸລິມະສິດ​ໃນ​ການ​ແບ່ງປັນ​ປະສົບ​ການ​ທີ່​ຝ່າຍ​ວຽງ​ຈັນ ​ສະ​ເໜີ​ເຊັ່ນ: ການ​ເງິນສາທາລະນະ, ການ​ຮ່ວມ​ມື​ດ້ານ​​ປ້ອງ​ກັນຊາດ-ປ້ອງກັນຄວາມສະຫງົບ ​ແລະ ການສະກັດກັ້ນ, ຕ້ານ​ຢາ​ເສບ​ຕິດ, ການ​ເຄື່ອນ​ໄຫວ​ຂອງ​ອົງການປະຊາຊົນ​ເລືອກ​ຕັ້ງ, ວຽກງານການ​ກໍ່ສ້າງ​ພັກ ​ແລະ ກົນ​ໄກເຄື່ອນໄຫວ​ຂອງ​ອົງຄະນະ​ພັກ​ຂັ້ນນະຄອນ...

ນອກຈາກບັນດາເນື້ອໃນທີ່ມີລັກສະນະກໍານົດທິດທາງແລ້ວ, ຈຸດພົ້ນເດັ່ນຂອງບົດບັນທຶກຂໍ້ຕົກລົງຮ່ວມມືສະບັບນີ້ແມ່ນມີບາງຂໍ້ສະເພາະ, ສາມາດຈັດຕັ້ງຜັນຂະຫຍາຍໄດ້ທັນທີ ພາຍຫຼັງການລົງນາມເຊັ່ນ: ຂໍ້ຕົກລົງກ່ຽວກັບທຶນສຶກສາ; ການ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ອົງ​ການ​ສະ​ເພາະ​ຄື ​ຄະ​ນະ​ກຳ​ມະ​ການ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ຢູ່​ນະ​ຄອນ ຮ່າ​ໂນ້ຍ ແລະ ຄະ​ນະ​ກຳ​ມະ​ການ​ແນວລາວສ້າງຊາດນະຄອນຫຼວງວຽງຈັນ; ລະຫວ່າງຄະນະຊາວໜຸ່ມນະຄອນຮ່າໂນ້ຍ ແລະ ຄະນະຊາວໜຸ່ມ ນະຄອນຫຼວງວຽງຈັນ...

ບົນ​ພື້ນຖານ​ບົດ​ບັນທຶກ​ຄວາມຊ່ວຍຈໍາ​ກ່ຽວ​ກັບ​ການ​ຮ່ວມ​ມື, ບັນດາ​ຫົວໜ່ວຍ​ທີ່​ກ່ຽວຂ້ອງ​ຂອງ​ສອງ​ນະຄອນຫຼວງ​ ໄດ້​ເປັນເຈົ້າການ, ​ຕັ້ງໜ້າ, ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ​ເພື່ອຜັນຂະຫຍາຍຫຼາຍການຍເຄື່ອນໄຫວລະອຽດ, ພົ້ນເດັ່ນ ຄື: ​​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ​ແລະ ​ຮາກຖານ, ເປີດກວ້າງ​ຮູບ​ແບບ​ການ​ຮ່ວມ​ມື​ໜູນ​ຊ່ວຍ​ການ​ພັດ​ທະ​ນາ​ກະ​ສິ​ກຳ; ພົບປະແລກປ່ຽນແບ່ງປັນປະສົບການໃນການສ້າງສະຖາບັນຄົ້ນຄວ້າ ແລະ ພັດທະນາເສດຖະກິດ-ສັງຄົມ ນະຄອນຫຼວງວຽງຈັນ; ນະຄອນຫຼວງ​ຮ່າ​ໂນ້ຍໜູນ​ຊ່ວຍ​ກໍ່ສ້າງ​ຫໍ​ມູນເຊື້ອກອງ​ບັນຊາ​ການ​ທະຫານ​ນະຄອນຫຼວງ​ວຽງ​ຈັນ, ສະໜອງ​ທຶນ​ສຶກສາ​ໃຫ້​ແກ່​ນັກຮຽນ, ໜູນ​ຊ່ວຍ​ການ​ບຳລຸງ​ສ້າງ​ພະນັກງານ, ນັກສຶກສາຂອງ​ນະຄອນຫຼວງ​ວຽງ​ຈັນ​ ໄດ້ມາ​ຮ່ຳຮຽນ.

​ໃນ​ໄລຍະ​ຈະ​ມາ​ເຖິງ, ຮ່າ​ໂນ້ຍ - ວຽງ​ຈັນ ຈະ​ຜັນ​ຂະຫຍາຍ​ບັນດາ​ການ​ເຄື່ອນ​ໄຫວ ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງສອງນະຄອນ​ໃຫ້​ແທດ​ຈິງ, ມີ​ປະສິດທິ​ຜົນ ​ແລະ ເຂົ້າສູ່ລວງ​ເລິກ​ກວ່າ​ອີກ; ສືບ​ຕໍ່​ເປີດ​ກວ້າງ​ໄລຍະ​ພັດທະນາ​​ໃໝ່, ຂະຫຍັນຂັນເຄື່ອນ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ແຕ່ລະ​ປະ​ເທດ; ເພື່ອສັນຕິພາບ, ສະຖຽນລະພາບ ແລະ ຄວາມວັດທະນາຖາວອນລວມຂອງພາກພື້ນ.

ບູນມີ

ເຫດການ
302 Found

Found

The document has moved here.