ເມື່ອບໍ່ດົນມານີ້, ຢູ່ຫ້ອງຮັບແຂກຫ້ອງວ່າການແຂວງຫລວງພະບາງ, ທ່ານ ຫງວຽນດັ້ງຮຸ່ງ ຫົວໜ້າກົງສູນໃຫຍ່ ສສ ຫວຽດນາມ ປະຈຳ ພາກເໜືອ ແຂວງຫລວງພະບາງ ສປປ.ລາວ ພ້ອມດ້ວຍຄະນະ ໄດ້ນຳເອົາກະຕາດອກໄມ້ເຂົ້າອວຍ ພອນ ທ່ານ ຄຳຂັນ ຈັນທະວີສຸກ ເຈົ້າແຂວງຫລວງພະບາງ ເນື່ອງໂອກາດວັນຊາດ ແຫ່ງ ສປປ ລາວ ຄົບຮອບ 45 ປີ.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ຂອງສປປ.ລາວ ຄົບຮອບ 45 ປີ (2 ທັນວາ 1975 - 2 ທັນວາ 2020), ສະຖານທູດສປປ.ລາວ ປະຈຳຫວຽດນາມ ໄດ້ສະເໜີລິເລີ່ມວ່າ “ຫັນປ່ຽນຄ່າຊື້ດອກໄມ້ ມາເປັນເປັນການບໍລິຈາກສະໜັບສະໜູນ ໃຫ້ແກ່ປະຊາຊົນເຂດພາກກາງຫວຽດນາມ ທີ່ໄຮັບຜົນກະທົບຈາກໄພພິບັດທຳມະຊາດ ແລະ ນ້ຳຖ້ວມໃນເມື່ອບໍ່ດົນມານີ້.”
ຍສໝ - ໃນວັນທີ 1 ທັນວາ, ທ່ານນາງ ຈິ້ງຖິເຕີມອຸປະທູດຊົ່ວຄາວແຫ່ງ ສສ.ຫວຽດນາມ ປະຈຳ ສປປ.ລາວ ໄດ້ນຳພາຄະນະຜູ້ແທນສະຖານທູດ ແລະ ບັນດາອົງການຂອງຫວຽດນາມ ຢູ່ ອ້ອມຂ້າງສະຖານທູດ ໄດ້ໄປຢ້ຽມຢາມສຳນັກງານໃຫຍ່ກະຊວງປ້ອງກັນຄວາມສະຫງົບ ແລະ ກະຊວງປ້ອງກັນປະເທດລາວ ທີ່ນະຄອນຫຼວງວຽງຈັນ ເພື່ອອວຍພອນຊົມວັນຊາດ ສປປ.ລາວ ຄົບຮອບ 45 ປີ (2 ທັນວາ 1975 - 2 ທັນວາ 2020).
ໃນຕອນເຊົ້າວັນທີ 1 ທັນວາ 2020, ບັນດາການນຳພັກ-ລັດ ໄດ້ເຂົ້າວາງພວງມາລາ ຢູ່ທີ່ອະນຸສາວະລີ ນັກຮົບນິລະນາມ (ດາວແດງ) ແລະ ສຸສານນັກຮົບ ປະຕິວັດແຫ່ງຊາດ (ຫລັກ24) ເນື່ອງໃນໂອກາດ ສະຫລີມສະຫລອງ ວັນສະຖາປານາ ສາທາລະນະລັດ ປະຊາທິ ປະໄຕ ປະຊາຊົນລາວ ທີ 2 ທັນວາ ຄົບຮອບ 45 ປີ, ໂດຍມີ ຄະນະບໍລິຫານງານ ສູນກາງພັກ ນຳໂດຍ ທ່ານ ບຸນຍັງ ວໍລະຈິດ ປະທານ ປະເທດ ແຫ່ງ ສປປ ລາວ, ຄະນະລັດຖະບານ ນຳໂດຍ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ພ້ອມບັນດາເຈົ້າຄອງ ນະຄອນຫລວງວຽງຈັນ.
ໃນວັນທີ 30 ພະຈິກ 2020 ນີ້, ທີ່ຫ້ອງວ່າການ ແຂວງຈຳປາສັກ, ທ່ານ ວິໄລວົງ ບຸດດາຄຳ ກຳມະການສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງຈຳປາສັກ ພ້ອມຄະນະ ໄດ້ຕ້ອນຮັບ ທ່ານ ຊິມ ສຸຄົມ ກົງສູນໃຫຍ່ ແຫ່ງ ຣາຊະອານາຈັກ ກຳປູເຈຍ ປະຈຳພາກ ໃຕ້ລາວ, ພ້ອມຄະນະ ໃນໂອກາດ ອວຍພອນວັນຊາດ ຄົບຮອບ 45 ປີ (2/12/1975-2/12/2020) ແລະ ຊົມເຊີຍຕໍ່ຜົນ ສຳເລັດກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກ ແຂວງຈຳປາສັກ.
ໃນວັນທີ 30 ພະຈິກ 2020 ທີ່ຫ້ອງວ່າການ ແຂວງຈຳປາສັກ, ສະຫາຍ ວິໄລວົງ ບຸດດາຄຳ ກຳມະການສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງຈຳປາສັກ ພ້ອມຄະນະໄດ້ຕ້ອນຮັບ ສະຫາຍ ບຸ່ຍ ເຖ ຢຸງ ກົງສູນໃຫຍ່ແຫ່ງ ສສ ຫວຽດນາມ ປະຈຳພາກໃຕ້ ລາວ, ພ້ອມດ້ວຍຄະນະ ຜູ້ປະກອບການ, ນັກທຸລະກິດຊາວຫວຽດນາມ ທີ່ດຳເນີນທຸລະກິດ ຢູ່ແຂວງຈຳປາສັກ ເຂົ້າອ່ວຍພອນ ວັນຊາດ ແຫ່ງ ສປປ ລາວ ຄົບຮອບ 45 ປີ (2/12/1975-2/12/2020).
ຍສໝ - ທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ ໄດ້ເນັ້ນໜັກວ່າ, ໃນໄລຍະ 45 ປີແຫ່ງການສ້າງຕັ້ງສປປ.ລາວ, ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງລາວ - ຫວຽດນາມ ສືບຕໍ່ສ້າງຄວາມເຂັ້ມແຂງ ແລະ ພັດທະນາ ເຂົ້າສູ່ລວງກວ້າງ ແລະ ລວງເລິກ, ໂດຍສະເພາະ ໃນສະພາບການທີ່ມີການປ່ຽນແປງຢ່າງໄວວາ ໃນພາກພື້ນ ແລະ ສາກົນ, ໂລກລະບາດ COVID-19 ໄດ້ສ້າງຜົນກະທົບທາງລົບຕໍ່ພາກພື້ນ, ໃນນັ້ນມີປະເທດລາວ ແລະ ຫວຽດນາມ.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ຄົບຮອບ 45 ປີ (02/12/1975 – 02/12/2020), ວັນທີ 01 ທັນວາ 2020, ການນໍາພັກ, ລັດ ສສ.ຫວຽດນາມ ໄດ້ສົ່ງສານອວຍພອນມາຍັງ ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່, ປະທານປະເທດ ລາວ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ລາວ ແລະ ທ່ານນາງ ປານີ ຢ່າທໍ່ຕູ້ ປະທານສະພາແຫ່ງຊາດ ລາວ.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດລາວ ຄົບຮອບ 45 ປີ, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຫງວຽນກວກຢຸງ ໄດ້ອວຍພອນໃຫ້ທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ ພ້ອມກັບພະນັກງານ, ພາລະກອນສະຖານທູດລາວ ທັງໝົດ ແລະ ທ່ານໄດ້ຕີລາຄາສູງບັນດາຜົນງານອັນໃຫຍ່ຫຼວງເຊິ່ງປະເທດລາວ ບັນລຸໄດ້ໃນພາລະກິດແຫ່ງການສ້າງສາ, ພັດທະນາ ແລະ ປົກປັກຮັກສາປະເທດຊາດໃນໄລຍະ 45 ປີຜ່ານມາ.
ຍສໝ - ທີ່ພິທີ, ສະມາຄົມມິດຕະພາບຫວຽດນາມ- ລາວ ແຂວງດົ່ງນາຍ ໄດ້ມອບຂອງຂວັນ 10 ພູດ ໃຫ້ແກ່ນັກສຶກສາລາວ 10 ຄົນ ທີ່ພວມຮໍ່າຮຽນຢູ່ມະຫາວິທະຍາໄລດົ່ງນາຍ.
ຍສໝ - ໃນວັນທີ 27 ພະຈິກ, ສະຫະສະມາຄົມບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ນະຄອນໂຮ່ຈີມິນ ໄດ້ຈັດງານພົບປະສ້າງສັນເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ລາວ ຄົບຮອບ 45 ປີ ເພື່ອແນໃສ່ສະແດງໃຫ້ເຫັນຄວາມສາມັກຄີທີ່ເປັນມູນເຊື້ອອັນດີງາມລະຫວ່າງປະຊາຊົນນະຄອນໂຮ່ຈີມິນ ແລະ ປະຊາຊົນລາວ.
ສະຫາຍ ຫງວຽນບ໋າຮຸ່ງ ເອກອັກຄະລັດຖະທູດ ແຫ່ງ ສສ. ຫວຽດນາມ ປະຈໍາ ລາວ ໄດ້ຕີລາຄາສູງ ການພັດທະນາຂອງ ສປປ ລາວ ຕະຫລອດໄລຍະ 45 ປີ ຜ່ານມາ ເຮັດໃຫ້ການເມືອງມີສະຖຽນລະພາບ, ສັງຄົມມີຄວາມສະຫງົບ, ເສດຖະກິດມີການຂະຫຍາຍຕົວໄວ, ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປັບປຸງເທື່ອລະກ້າວ.
ຍສໝ - ພັກ, ລັດ ແລະ ປະຊາຊົນຫວຽດນາມ ຍາມໃດກໍ່ຖືຄວາມສຳຄັນຕໍ່ການພັດທະນາສາຍພົວພັນທີ່ເປັນມູນເຊື້ອ ແລະ ສະຖຽນລະພາບລະຫວ່າງຫວຽດນາມ - ຈີນ, ພ້ອມທັງຍິນດີຮ່ວມມືກັບປະເທດຈີນໃນການຊຸກຍູ້ການຮ່ວມມືທີ່ມີຜົນປະໂຫຍດລວມ.
ຍສໝ - ທ່ານເລຮ່ວາຍຈຸງຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມຍັງເນັ້ນໜັກວ່າ ປີ 2020 ແມ່ນປີມີຄວາມໝາຍຢ່າງຍິ່ງເມື່ອສອງປະເທດໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ.
ຍສໝ - ທີ່ການພົບປະ, ທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສາທາລະນະລັດ Armenia Vahram Kazhoyan ໄດ້ສະແດງຄວາມຂອບໃຈຕໍ່ສະມາຄົມມິດຕະພາບຫວຽດນາມ - ອາກເມນີ ທີ່ໄດ້ສະໜັບສະໜູນ ດ້ວຍຈຳນວນເງິນ 5.000 ໂດລະສະຫະລັດ ໃຫ້ແກ່ອາກເມນີ ເພື່ອປ້ອງກັນການລະບາດຂອງ COVID-19.
ຍສໝ - ຫວຽດນາມ ແລະມາເລເຊຍ ໄດ້ສ້າງຕັ້ງການພົວພັນທາງການທູດຢ່າງເປັນທາງການໃນວັນທີ 30 ມີນາ 1973, ນັບແຕ່ການສ້າງຕັ້ງສາຍພົວພັນທາງການທູດມາຮອດປະຈຸບັນ, ການພົວພັນຫວຽດນາມ - ມາເລເຊຍ ຍາມໃດກໍ່ໄດ້ຮັບການພັດທະນາຢ່າງດີງາມ, ໂດຍສະເພາະແມ່ນພາຍຫຼັງ ສອງປະເທດຍົກລະດັບການເປັນຄູ່ຮ່ວມຍຸດທະສາດໃນປີ 2015.
ຍສໝ - ໃນໜ້າ 1 ຂອງໜັງສືພິມປະຊາຊົນ, ອົງການກະບອກສຽງຂອງສູນກາງພັກປະຊາຊົນປະຕິວັດລາວ ໄດ້ລົງພິມບົດນໍາດ້ວຍຫົວຂໍ້ “ສາຍພົວພັນ ລາວ-ຫວຽດນາມ ບໍ່ມີມື້ຈືດຈາງ”.
ຍສໝ - ພະນັກງານຫຼາຍຄົນຂອງສະຖານທູດ, ບັນດາອົງການໃກ້ຄຽງ ແລະ ຜູ້ຕາງໜ້າສະມາຄົມຊາວຫວຽດນາມຢູ່ສະຫະພັນລັດເຊຍ ໄດ້ເຂົ້າຮ່ວມມິດຕິງສະເຫຼີມສະຫຼອງວັນຊາດທີ 2 ກັນຍາ.
ຍສໝ - .ເນື່ອງໃນໂອກາດນີ້, ສະຖານທູດຫວຽດນາມປະ ຈຳ ມຽນມາ, ໄທກໍ່ໄດ້ຈັດຕັ້ງສະເຫຼີມສະຫຼອງ 75 ປີແຫ່ງວັນຊາດແຫ່ງສາທາລະນະລັດສັງຄົມນິຍົມຫວຽດນາມ (2 ກັນຍາ 1945 -ວັນທີ 2 ກັນຍາ 2020).
ຍສໝ - ເນື່ອງໃນໂອກາດນີ້, ສະຖານກົງສຸນໃຫຍ່ຫວຽດນາມ ໄດ້ມອບໃບຢັ້ງຢືນຂອງສະຖານກົງສຸນໃຫຍ່ໃຫ້ແກ່ຊາວຫວຽດນາມຢູ່ເຂດທາງທິດຕາເວັນອອກສ່ຽງເໜືອຂອງປະເທດໄທ 45 ຄົນ ສຳລັບການປະກອບສ່ວນອັນລ້ຳຄ່າຂອງປະຊາຄົມຊາວຫວຽດນາມທີ່ບ່ອນຢູ່ອາໄສຂອງພວກເຂົາ, ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການກໍ່ສ້າງ ແລະ ການພັດທະນາຊຸມຊົນຊາວຫວຽດນາມ ຢູ່ ເຂດຕາເວັນອອກສຽງເໜືອຂອງປະເທດໄທ.