ສະເຫຼີມສະຫຼອງ 93 ປີແຫ່ງວັນຊາດລາຊະອານາຈັກໄທ: ຢັ້ງຢືນການພົວພັນໄທ - ຫວຽດນາມ ໄດ້ຊະນະໂລກລະບາດ

14:57 | 06/12/2020

ຍສໝ - ເມື່ອບໍ່ດົນມານີ້, ສະຖານທູດໄທ ປະຈຳຮ່າໂນ້ຍ ໄດ້ຈັດພິທີສະເຫຼີມສະຫຼອງ 93 ປີແຫ່ງວັນຊາດລາຊະອານາຈັກໄທ (5 ທັນວາ 1927 - 5 ທັນວາ 2020) ແລະ ອາໄລຫາວັນເກີດຂອງເຈົ້າຊີວິດຣາຊະອານາຈັກໄທ, ທ່ານ Bhumibol Adulyadej.

ສະເຫ ມສະຫ ອງ 93 ປ ແຫ ງວ ນຊາດລາຊະອານາຈ ກໄທ ຢ ງຢ ນການພ ວພ ນໄທ ຫວຽດນາມ ໄດ ຊະນະໂລກລະບາດ ຫວຽດນາມ - ໄທ ສູ້ຊົນວົງເງິນການຄ້າບັນລຸ 20 ຕື້ໂດລາສະຫະລັດ
ສະເຫ ມສະຫ ອງ 93 ປ ແຫ ງວ ນຊາດລາຊະອານາຈ ກໄທ ຢ ງຢ ນການພ ວພ ນໄທ ຫວຽດນາມ ໄດ ຊະນະໂລກລະບາດ ຫວຽດນາມ - ໄທ: ຄູ່ຮ່ວມມືທີ່ຍືນຍົງເພື່ອອະນາຄົດທີ່ຈະເລີນຮຸ່ງເຮືອງ
ສະເຫ ມສະຫ ອງ 93 ປ ແຫ ງວ ນຊາດລາຊະອານາຈ ກໄທ ຢ ງຢ ນການພ ວພ ນໄທ ຫວຽດນາມ ໄດ ຊະນະໂລກລະບາດ
ບັນດາຜູ້ແທນໄດ້ຖ່າຍຮູບທີ່ລະລຶກໃນພິທີ. (ພາບ: thoidai.com.vn)

ເນື່ອງໃນໂອກາດນີ້, ປະຊາຊົນໄທ ພ້ອມກັບເພື່ອນມິດສາກົນ ໄດ້ຈັດພິທີໄວ້ອາໄລເຖິງອະດີດເຈົ້າຊີວິດ Bhumibol Adulyadej. ທ່ານນາງ Morakot Janemathukorn ອຸປະທູດ ກໍ່ໃຫ້ຮູ້ວ່າ ໃນປີ 2020, ທົ່ວໂລກກຳລັງປະເຊີນໜ້າກັບສິ່ງທ້າທາຍທີ່ບໍ່ເຄີຍມີມາກ່ອນ ແມ່ນການລະບາດຂອງພະຍາດ COVID-19.

ທ່ານນາງ Morakot Janemathukorn ໄດ້ເນັ້ນໜັກວ່າ ໃນສະພາບຫຍຸ້ງຍາກ ຣາຊະອານາຈັກໄທຍັງມີເພື່ອນມິດທີ່ດີແມ່ນປະເທດຫວຽດນາມ. ຄວາມຫຍຸ້ງຍາກໃນການພົວພັນການຄ້າລະຫວ່າງໄທ ແລະ ຫວຽດນາມ ບໍ່ສາມາດກີດຂວາງຄວາມມິດຕະພາບຂອງສອງປະເທດ.

“ຂ້າພະເຈົ້າເຊື່ອໝັ້ນວ່າພວກເຮົາຈະສືບຕໍ່ເຮັດວຽກຮ່ວມກັນ ເພື່ອຄວາມຈະເລີນຮຸ່ງເຮືອງ ແລະ ສະຫວັດດີພາບຂອງປະຊາຊົນຂອງພວກເຮົາ. ການແລກປ່ຽນວັດທະນະທຳ, ການສຶກສາ, ການພັດທະນາຊັບພະຍາກອນມະນຸດ ແລະ ການທ່ອງທ່ຽວ ໄດ້ເຮັດໃຫ້ພວກເຮົາມີຄວາມເຂົ້າໃຈຢ່າງເລິກເຊິ່ງ. ຄົນຮຸ່ນໜຸ່ມ ຈະມີບົດບາດສຳຄັນຕໍ່ພື້ນຖານເສດຖະກິດຂອງປະເທດ. ປະເທດໄທ ຈະຄຽງບ່າຄຽງໄຫຼ່ກັບຫວຽດນາມ ແລະ ບັນດາປະເທດອາຊຽນ ເພື່ອຄວາມສັນຕິພາບ, ຍືນຍົງ ແລະ ສະຖຽນລະພາບໃນພາກພື້ນ.” - ທ່ານນາງອຸປະທູດ Morakot Janemathukorn ໄດ້ເນັ້ນໜັກ.

ສະເຫ ມສະຫ ອງ 93 ປ ແຫ ງວ ນຊາດລາຊະອານາຈ ກໄທ ຢ ງຢ ນການພ ວພ ນໄທ ຫວຽດນາມ ໄດ ຊະນະໂລກລະບາດ
ທ່ານນາງອຸປະທູດ Morakot Janemathukorn. (ພາບ: thoidai.com.vn)

ທ່ານນາງ Morakot Janemathukorn ໄດ້ສະແດງຄວາມຊົມເຊີຍລັດຖະບານຫວຽດນາມ ສຳລັບບັນດາມາດຕະການ, ມີຄວາມຮັບຜິດຊອບ ແລະ ມີປະສິດທິຜົນ ໃນຄວາມມານະພະຍາຍາມປ້ອງກັນ ແລະ ຕ້ານ ພະຍາດ COVID-19.

ຕາງໜ້າລັດຖະບານຫວຽດນາມ, ປະຊາຊົນ ຫວຽດນາມ ໄດ້ອວຍພອນມາຍັງລັດຖະບານ ແລະ ປະຊາຊົນໄທ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຫງວຽນກວກຢຸງ ໄດ້ເນັ້ນໜັກວ່າ, ການພົວພັນຫວຽດນາມ - ໄທ ພັດທະນາຢ່າງດີງາມ ແລະ ແທດຈິງໃນຊຸມປີຜ່ານມາ. ບໍ່ພຽງແຕ່ໃນຂອບສອງຝ່າຍເທົ່ານັ້ນ, ສອງປະເທດ ຍັງເຮັດວຽກຢ່າງແໜ້ນແຟ້ນຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນ.

ສະເຫ ມສະຫ ອງ 93 ປ ແຫ ງວ ນຊາດລາຊະອານາຈ ກໄທ ຢ ງຢ ນການພ ວພ ນໄທ ຫວຽດນາມ ໄດ ຊະນະໂລກລະບາດ
ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຫງວຽນກວກຢຸງ. (ພາບ: thoidai.com.vn)

ເນື່ອງໃນໂອກາດນີ້, ທ່ານຮອງລັດຖະມົນຕີ ຫງວຽນກວກຢຸງ ໄດ້ສະແດງຄວາມຂອບໃຈອີກເທື່ອໜຶ່ງ ຕໍ່ລັດຖະບານໄທ ທີ່ໄດ້ສະໜັບສະໜູນລັດຖະບານຫວຽດນາມ ດ້ວຍຈຳນວນເງິນ 30.000 USD ເພື່ອຜ່ານຜ່າຜົນສະທ້ອນຈາກໄພນ້ຳຖ້ວມຢູ່ພາກກາງຫວຽດນາມ.

ດ້ວຍບັນດາໝາກຜົນການພັດທະນາຢ່າງຕັ້ງໜ້ານີ້ ແລະ ບົນພື້ນຖານຄວາມສາມາດບົ່ມຊ້ອນ ແລະ ກຳລັງແຮງຂອງສອງປະເທດ, ທ່ານຮອງລັດຖະມົນຕີ ຫງວຽນກວກຢຸງ ເຊື່ອໝັ້ນວ່າສາຍພົວພັນຫວຽດນາມ - ໄທ ຈະສືບຕໍ່ພັດທະນາຢ່າງແຮງກວ່າອີກ ໃນຊຸມປີຕໍ່ໜ້າ, ສົມຄວນທີ່ຈະແມ່ນ ການພົວພັນຄູ່ຮ່ວມຍຸດທະສາດ.

ສະເຫ ມສະຫ ອງ 93 ປ ແຫ ງວ ນຊາດລາຊະອານາຈ ກໄທ ຢ ງຢ ນການພ ວພ ນໄທ ຫວຽດນາມ ໄດ ຊະນະໂລກລະບາດ ປະຊາຄົມຊາວຫວຽດນາມ ອາໄສ ໄທ ບໍລິຈາກເງິນ ໄດ້ປະມານ 3,7 ຕື້ດົ່ງ ສະໜັບສະໜູນພໍ່ແມ່ປະຊາຊົນພາກກາງ ສສ.ຫວຽດນາມ

ຍສໝ - ວັນທີ 1 ພະຈິກ, ສະຖານທູດຫວຽດນາມ ປະຈໍາ ລາຊະອານາຈັກໄທ ໄດ້ຈັດຕັ້ງພິທີຮັບເງິນບໍລິຈາກຂອງປະຊາຄົມຊາວຫວຽດນາມ ອາໄສຢູ່ໄທ ທີ່ສະໜັບສະໜູນພໍ່ແມ່ປະຊາຊົນພາກກາງ ເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸນໍ້າຖ້ວມ.

ສະເຫ ມສະຫ ອງ 93 ປ ແຫ ງວ ນຊາດລາຊະອານາຈ ກໄທ ຢ ງຢ ນການພ ວພ ນໄທ ຫວຽດນາມ ໄດ ຊະນະໂລກລະບາດ ຫວຽດນາມ - ໄທ: ຄູ່ຮ່ວມມືທີ່ຍືນຍົງເພື່ອອະນາຄົດທີ່ຈະເລີນຮຸ່ງເຮືອງ

ຍສໝ - ມາຮອດປະຈຸບັນ, ໄທແມ່ນໜຶ່ງໃນ 10 ນັກລົງທືນຕ່າງປະເທດຢູ່ຫວຽດນາມດ້ວຍຍອດຈຳນວນເງິນລົງທຶນກ່ວາ 12.3 ຕື້ ໂດລາສະຫະລັດ, ປະກອບສ່ວນສ້າງວຽກເຮັດງານທຳໃຫ້ຄົນງານ ແລະ ພັດທະນາເສດຖະກິດ.

ສະເຫ ມສະຫ ອງ 93 ປ ແຫ ງວ ນຊາດລາຊະອານາຈ ກໄທ ຢ ງຢ ນການພ ວພ ນໄທ ຫວຽດນາມ ໄດ ຊະນະໂລກລະບາດ ຊຸກຍູ້ການຮ່ວມມືດ້ານການສຶກສາລະຫວ່າງ ຫວຽດນາມ - ໄທ ໃຫ້ນັບມື້ນັບຂະຫຍາຍຕົວ

ຍສໝ - ຕອນບ່າຍວັນທີ 26 ກຸມພາ, ທີ່ສຳນັກງານໃຫຍ່ກະຊວງສຶກສາ ແລະ ບຳລຸງສ້າງ, ທ່ານລັດຖະມົນຕີ ທ່ານ ຝູ່ງຊວັນຍະ ໄດ້ໃຫ້ການຕ້ອນຮັບທ່ານ Tanee Sangrat ເອກອັກຄະລັດຖະທູດໄທປະຈຳ ຫວຽດນາມ, ໂດຍປຶກສາຫາລືກ່ຽວກັບການຮ່ວມມືດ້ານການສຶກສາ ແລະ ບຳລຸງສ້າງລະຫວ່າງສອງປະເທດ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.