ລາວ: ບັນດາການເຄື່ອນໄຫວ ສະເຫລີມສະຫລອງວັນສະຖາປານາ ສປປ ລາວ ຄົບຮອບ 45 ປີ

16:30 | 03/12/2020

ບັນດາການນຳ, ອະດິດການນຳພັກ-ລັດ, ພະເຖລະນຸເຖລະ, ພ້ອມດ້ວຍອົງການຈັດຕັ້ງມະຫາຊົນຕ່າງໆ ຈຳນວນ 700 ກວ່າຄົນ ໄດ້ມາເຕົ້າໂຮມກັນ ຢູ່ທີ່ຫໍປະຊຸມ ແຫ່ງຊາດ, ນະຄອນຫລວງວຽງຈັນ ໃນຕອນເຊົ້າ ວັນທີ 2 ທັນວາ 2020 ເພື່ອສະເຫລີມສະຫລອງ ວັນສະຖາປານາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 45 ປີ (2/12/1975-2/12/2020) ແລະ ວັນເກີດຂອງ ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກ ຂອງປຊົນລາວທັງຊາດ ຄົບຮອບ 100 ປີ.

ລາວ ບ ນດາການເຄ ອນໄຫວ ສະເຫລ ມສະຫລອງວ ນສະຖາປານາ ສປປ ລາວ ຄ ບຮອບ 45 ປ ກົງສູນໃຫຍ່ ສສ ຫວຽດນາມ ປະຈຳ ລາວ ອວຍພອນ ວັນຊາດ ແຫ່ງ ສປປ ລາວ ຄົບຮອບ 45 ປີ
ລາວ ບ ນດາການເຄ ອນໄຫວ ສະເຫລ ມສະຫລອງວ ນສະຖາປານາ ສປປ ລາວ ຄ ບຮອບ 45 ປ ວາລະສານ ຍຸກສະໄໝ ອວຍພອນ ສະຖານທູດ ສປປ.ລາວ ປະຈຳ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ຂອງ ສປປ.ລາວ ຄົບຮອບ 45 ປີ
ລາວ ບ ນດາການເຄ ອນໄຫວ ສະເຫລ ມສະຫລອງວ ນສະຖາປານາ ສປປ ລາວ ຄ ບຮອບ 45 ປ

ໂຮມຊຸມນຸມໃຫຍ່ ສະເຫລີມສະຫລອງວັນສະຖາປານາ ສປປ ລາວ ຄົບຮອບ 45 ປີ ແລະ ວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 100 ປີ. ພາບ: ຂປລ

ການສະເຫລີມສະຫລອງ ວັນສະຖາປານາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 45 ປີ (2/12/1975-2/12/2020) ແລະ ວັນເກີດຂອງ ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກ ຂອງປຊົນລາວທັງຊາດ ຄົບຮອບ 100 ປີ, ທັງນີ້ ກໍເພື່ອເປັນການສະແດງ ເຖິງຄວາມເຄົາລົບຮັກ, ຄວາມກະຕັນຍູ-ຮູ້ບຸນຄຸນ, ຄຸນງາມຄວາມດີ ແລະ ຜົນງານອັນໃຫຍ່ຫລວງ ຂອງບັນພະບູລຸດລາວ ທີ່ໄດ້ອຸທິດຕົນ ເພື່ອປະເທດຊາດ ແລະ ການປະຕິວັດ ໃນໄລ ຍະຜ່ານມາ ຈົນສາມາດປົດປ່ອຍປະເທດຊາດ ໄດ້ຢ່າງສົມບູນ ແລະ ສະຖາປະນາ ເປັນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈົນເທົ່າທຸກວັນນີ້.

ໃນຕອນເຊົ້າວັນທີ 1 ທັນວາ 2020, ບັນດາການນຳພັກ-ລັດ ໄດ້ເຂົ້າວາງພວງມາລາ ຢູ່ທີ່ອະນຸສາວະລີ ນັກຮົບນິລະນາມ ແລະ ສຸສານນັກຮົບ ປະຕິວັດແຫ່ງຊາດ ໂດຍມີ ຄະນະບໍລິຫານງານ ສູນກາງພັກ ນຳໂດຍ ທ່ານ ບຸນຍັງ ວໍລະຈິດ ປະທານ ປະເທດ ແຫ່ງ ສປປ ລາວ, ຄະນະລັດຖະບານ ນຳໂດຍ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ພ້ອມບັນດາເຈົ້າຄອງ ນະຄອນຫລວງວຽງຈັນ. ຄະນະ ສະພາແຫ່ງຊາດ ນຳໂດຍ ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ນອກນັ້ນ, ຍັງມີຄະນະອົງການຈັດຕັ້ງມະຫາຊົນ, ຄະນະຜູ້ແທນ ຜູ້ຊົງຄຸນວຸດທິ, ຄະນະກະຊວງປ້ອງກັນປະເທດ ແລະ ຄະນະກະຊວງປ້ອງກັນ ຄວາມສະຫງົບ. ພ້ອມກັນນັ້ນ, ບັນດາການນຳ ພັກ-ລັດ ຍັງໄດ້ເຂົ້າວາງກະຕ່າ ດອກໄມ້ ທີ່ຫໍພິພິຕະພັນ ໄກສອນ ພົມວິຫານ ເຊັ່ນດຽວກັນ.

ລາວ ບ ນດາການເຄ ອນໄຫວ ສະເຫລ ມສະຫລອງວ ນສະຖາປານາ ສປປ ລາວ ຄ ບຮອບ 45 ປ
ການນໍາ ແຂວງຈໍາປາສັກ ນຳໂດຍ ທ່ານ ວິໄລວົງ ບຸດດາຄໍາ ກໍາມະການສູນກາງພັກ, ເລຂາພັກ ແຂວງ ເຈົ້າແຂວງຈໍາປາສັກ, ພ້ອມດ້ວຍ ຄະນະນໍາຂອງແຂວງ ໃນທຸກຂົງເຂດ ໄດ້ເຂົ້າວາງພວງມາລາ ຢູ່ອະນຸສາວະລີນັກຮົບນິ ລະນາມ ( ສະໜາມແດງ) ແຂວງຈໍາປາສັກ, ອະນຸສາວະລີ ອົງກົມມະດໍາ ແລະ ອະນຸສອນສະຖານນັກຮົບນິລະນາມ ລາວ-ຫວຽດນາມ ທີ່ເມືອງປາກຊ່ອງ.ພາບ: ຂປລ

ໃນຕອນເຊົ້າວັນທີ 1 ທັນວາ 2020 ການນໍາ ແຂວງຈໍາປາສັກ ນຳໂດຍ ທ່ານ ວິໄລວົງ ບຸດດາຄໍາ ກໍາມະການສູນກາງພັກ, ເລຂາພັກ ແຂວງ ເຈົ້າແຂວງຈໍາປາສັກ, ພ້ອມດ້ວຍ ຄະນະນໍາຂອງແຂວງ ໃນທຸກຂົງເຂດ ໄດ້ເຂົ້າວາງພວງມາລາ ຢູ່ອະນຸສາວະລີນັກຮົບນິ ລະນາມ ( ສະໜາມແດງ) ແຂວງຈໍາປາສັກ, ອະນຸສາວະລີ ອົງກົມມະດໍາ ແລະ ອະນຸສອນສະຖານນັກຮົບນິລະນາມ ລາວ-ຫວຽດນາມ ທີ່ເມືອງປາກຊ່ອງ.

ທັງນີ້, ກໍເພື່ອເປັນການສະແດງ ເຖິງຄວາມເຄົາລົບຮັກ, ຄວາມກະຕັນຍູ-ຮູ້ບຸນຄຸນ, ຄຸນງາມຄວາມດີ ແລະ ຜົນງານອັນໃຫຍ່ຫລວງ ຂອງບັນພະບູລຸດລາວ ທີ່ໄດ້ອຸທິດຕົນ ເພື່ອປະເທດຊາດ ແລະ ການປະຕິວັດ ໃນໄລຍະຜ່ານມາ ຈົນສາມາດປົດປ່ອຍ ປະເທດຊາດ ໄດ້ຢ່າງສົມບູນ ແລະ ສະຖາປະນາ ເປັນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈົນເຖິງເທົ່າທຸກວັນນີ້.

ລາວ ບ ນດາການເຄ ອນໄຫວ ສະເຫລ ມສະຫລອງວ ນສະຖາປານາ ສປປ ລາວ ຄ ບຮອບ 45 ປ ຫວຽດນາມ ອວຍພອນຊົມເຊີຍທ່ານ Joe Biden ທີ່ໄດ້ຮັບການເລືອກຕັ້ງເປັນປະທານາທິບໍດີສະຫະລັດອາເມລິກາ

ຍສໝ - ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ ແລະ ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ສົ່ງສານອວຍພອນເຖິງທ່ານ Joseph Robinette Biden Jr. ໃນການໄດ້ຮັບເລືອກຕັ້ງເປັນປະທານາທິບໍດີແຫ່ງສະຫະລັດອາເມລິກາ.

ລາວ ບ ນດາການເຄ ອນໄຫວ ສະເຫລ ມສະຫລອງວ ນສະຖາປານາ ສປປ ລາວ ຄ ບຮອບ 45 ປ ຫວຽດນາມ ອວຍພອນກະຊວງປ້ອງກັນຄວາມສະຫງົບ ແລະ ປ້ອງກັນປະເທດລາວ ເນື່ອງໃນໂອກາດສະເຫຼີມສະຫຼອງ 45 ປີແຫ່ງວັນຊາດ ສປປ.ລາວ

ຍສໝ - ໃນວັນທີ 1 ທັນວາ, ທ່ານນາງ ຈິ້ງຖິເຕີມອຸປະທູດຊົ່ວຄາວແຫ່ງ ສສ.ຫວຽດນາມ ປະຈຳ ສປປ.ລາວ ໄດ້ນຳພາຄະນະຜູ້ແທນສະຖານທູດ ແລະ ບັນດາອົງການຂອງຫວຽດນາມ ຢູ່ ອ້ອມຂ້າງສະຖານທູດ ໄດ້ໄປຢ້ຽມຢາມສຳນັກງານໃຫຍ່ກະຊວງປ້ອງກັນຄວາມສະຫງົບ ແລະ ກະຊວງປ້ອງກັນປະເທດລາວ ທີ່ນະຄອນຫຼວງວຽງຈັນ ເພື່ອອວຍພອນຊົມວັນຊາດ ສປປ.ລາວ ຄົບຮອບ 45 ປີ (2 ທັນວາ ...

ລາວ ບ ນດາການເຄ ອນໄຫວ ສະເຫລ ມສະຫລອງວ ນສະຖາປານາ ສປປ ລາວ ຄ ບຮອບ 45 ປ ຍອດວົງເງິນສົ່ງອອກ, ນໍາເຂົ້າສິນຄ້າ 11 ເດືອນຄາດວ່າບັນລຸ 489,1 ຕື້ໂດລາສະຫະລັດ

ຕາມບົດລາຍງານຂອງກົມໃຫຍ່ສະຖິຕິ ສສ.ຫວຽດນາມ, ຍອດວົງເງິນສົ່ງອອກ, ນໍາເຂົ້າສິນຄ້າ 11 ເດືອນຄາດວ່າບັນລຸ 489,1 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 3,5% ເມື່ອທຽບໃສ່ໄລຍະດຽວກັນປີ 2019.

ໄຊພອນ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.