ສະມາຄົມ​ມິດຕະພາບລາວ - ຫວຽດນາມ ຂັ້ນ​ສູນ​ກາງ ອວຍພອນ 76 ປີແຫ່ງວັນຊາດຫວຽດນາມ

10:05 | 02/09/2021

ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄົບຮອບ 76 ປີ (2/9/1945 - 2/9/2021), ທ່ານ ຄໍາໃບ ດໍາລັດ, ກໍາມະການຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດ ລາວ, ຮອງປະທານສະພາແຫ່ງຊາດ, ປະທານ​ສູນກາງສະມາຄົມ​ມິດຕະພາບ​ລາວ-ຫວຽດນາມ ຂັ້ນສູນກາງ ໄດ້ສົ່ງສານອວຍພອນ ໄປຍັງ ທ່ານ ​ເຈິນ ວັນ ຕຸຍ, ອະດີດກໍາມະການຄະນະບໍລິຫານງານສູນກາງພັກ, ອະດີດກໍາມະການຄະນະປະຈຳ ສະພາແຫ່ງຊາດ, ອະດີດປະທານກຳມາທິການວຽກງານສະມາຊິກສະພາແຫ່ງຊາດ, ອະດີດຮອງຫົວໜ້າຄະນະຈັດຕັ້ງສູນກາງ, ປະທານ​ສະມາຄົມ​ມິດຕະພາບ​ຫວຽດນາມ-​ລາວ ຂັ້ນສູນກາງ.

ສະຖານທູດລາວ ປະຈຳ ຫວຽດນາມ ອວຍພອນ 76 ປີແຫ່ງວັນຊາດຫວຽດນາມ ສະຖານທູດລາວ ປະຈຳ ຫວຽດນາມ ອວຍພອນ 76 ປີແຫ່ງວັນຊາດຫວຽດນາມ
"ຖົງສະຫວັດດີການລ້ານຖົງ" ເພື່ອສະໜັບສະໜູນປະຊາຊົນຈົນກວ່າເມື່ອ ຫວຽດນາມຈະບໍ່ມີການລະບາດຂອງພະຍາດ
ສະມາຄົມ​ມິດຕະພາບລາວ   ຫວຽດນາມ ຂັ້ນ​ສູນ​ກາງ ອວຍພອນ 76 ປີແຫ່ງວັນຊາດຫວຽດນາມ
ທ່ານ ຄໍາໃບ ດໍາລັດ, ກໍາມະການຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດ ລາວ, ຮອງປະທານສະພາແຫ່ງຊາດ, ປະທານ​ສູນກາງສະມາຄົມ​ມິດຕະພາບ​ລາວ-ຫວຽດນາມ ຂັ້ນສູນກາງ

ເນື້ອໃນສານລະບຸວ່າ:

ເນື່ອງໃນໂອກາດວັນຊາດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄົບຮອບ 76 ປີ (02/09/1945 - 02/09/2021) ທີ່ຈະໝູນວຽນມາເຖິງນີ້, ຂ້າພະເຈົ້າ ຕາງໜ້າຄະນະບໍລິຫານງານສະມາຄົມມິດຕະພາບ ລາວ - ຫວຽດນາມ ຂັ້ນສູນກາງ ແລະ ທ້ອງຖິ່ນໃນທົ່ວປະເທດ ກໍ່ຄືໃນນາມສ່ວນຕົວ ຂໍສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະ ອວຍພອນໄຊອັນປະເສີດມາຍັງສະຫາຍ, ຄະນະບໍລິຫານງານສະມາຄົມມິດຕະພາບ ຫວຽດນາມ-ລາວ ຂັ້ນສູນກາງ ແລະ ບັນດາສາຂາສະມາຄົມ ແລະ ປະຊາຊົນຫວຽດນາມອ້າຍນ້ອງທຸກຖ້ວນໜ້າ.

ຕະຫຼອດໄລຍະ 76 ປີຜ່ານມາ, ພາຍໃຕ້ການນໍາພາອັນຖືກຕ້ອງສະຫຼາດສ່ອງໃສຂອງພັກກອມມູນິດຫວຽດນາມ, ປະຊາຊົນຫວຽດນາມອ້າຍນ້ອງ ສາມາດຍາດໄດ້ຜົນງານອັນໃຫຍ່ຫຼວງ ໃນພາລະກິດປົກປັກຮັກສາ ແລະພັດທະນາປະເທດຊາດ, ອັນໄດ້ເຮັດໃຫ້ ສສ ຫວຽດນາມ ນັບມື້ເຕີບໃຫຍ່ເຂັ້ມແຂງ, ມີສະຖຽນລະພາບທາງດ້ານການເມືອງ ໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໃນສັງຄົມ, ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປັບປຸງດີຂຶ້ນຢ່າງເດັ່ນຊັດ, ບົດບາດ ແລະ ອິດທິພົນຂອງ ສສ ຫວຽດນາມ ໄດ້ຮັບການເຊີດຊູໃຫ້ສູງຂື້ນໃນເວທີພາກພື້ນ ແລະ ສາກົນ.

ພວກຂ້າພະເຈົ້າຕີລາຄາສູງ ທີ່ເຫັນວ່າໃນປີນີ້ ເຖິງວ່າຈະມີການແຜ່ລະບາດຂອງພະຍາດ ໂຄວິດ-19, ແຕ່ສອງສະມາຄົມມິດຕະພາບພວກເຮົາ ກໍ່ໄດ້ມີການປະສານສົມທົບກັນ ເພື່ອຈັດກິດຈະກຳທີ່ເໝາະສົມ ໃນໂອກາດວັນບຸນສຳຄັນຕ່າງໆຂອງສອງຊາດ ຕາມສະພາບຄວາມເປັນຈິງ. ພິເສດກໍ່ຄືການກະກຽມຈັດຕັ້ງປະຕິບັດສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ເນື່ອງໃນໂອກາດວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 45 ປີ (18/07/1977-18/072022) ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ (05/09/1962-05/19/2012) ທີ່ຈະມາເຖິງໃນປີ 2012 ນີ້.

ຂ້າພະເຈົ້າຫວັງວ່າ ໃນໄລຍະຕໍ່ໜ້ານີ້ ສອງສະມາຄົມມິດຕະພາບ ລາວ-ຫວຽດນາມ ແລະ ຫວຽດນາມ-ລາວ ຈະສືບຕໍ່ຮ່ວມມື ສ້າງແຜນກິດຈະກໍາຕ່າງໆ ໃຫ້ມີຄວາມໝາຍຢ່າງເລິກເຊິ່ງ ເພື່ອເປັນການປະກອບສ່ວນເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ພິເສດແມ່ນ ສອງສະມາຄົມພວກເຮົາຈະໄດ້ສືບຕໍ່ຮັບພາລະໜ້າທີ່ການທູດປະຊາຊົນ ລະຫວ່າງ ປະຊາຊົນລາວ ແລະ ປະຊາຊົນຫວຽດນາມ ໃຫ້ມີການພົວພັນຮ່ວມມື ນັບມື້ມີບາດກ້າວໃໝ່ເພື່ອເຮັດໃຫ້ ຖັນແຖວເຍົາວະຊົນ, ຊາວໜຸ່ມ ແລະ ຄົນລຸ້ນຫນຸ່ມ ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບມູນເຊື້ອ ແຫ່ງການພົວພັນສາມັກຄີ ແລະ ການຮ່ວມມືຊ່ວຍເຫລືອເຊິ່ງກັນ ແລະ ກັນໃນໄລຍະຕໍ່ສູ້ປົດປ່ອຍຊາດ ກໍ່ຄືໄລຍະປົກປັກຮັກສາພັດທະນາ ປະເທດຊາດ ແລະ ເປັນເຈົ້າການຖະນຸຖະໜອມ, ເພີ່ມພູນຄູນສ້າງມູນເຊື້ອແຫ່ງການພົວພັນສາມັກຄີແບບພິເສດອັນບໍລິສຸດຜຸດຜ່ອງ ແລະ ຫາຍາກ ໃນການພົວພັນສາກົນລະຫວ່າງ ລາວ-ຫວຽດນາມ ໃຫ້ຈະເລີນງອກງາມຍິ່ງໆຂຶ້ນ.

ໃນໂອກາດອັນສະຫງ່າລາສີນີ້ ພວກຂ້າພະເຈົ້າ ຂໍສະແດງຄວາມຂອບອົກຂອບໃຈຢ່າງຈິງໃຈມາຍັງ ພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອອັນລໍ້າຄ່າດ້ວຍຄວາມບໍລິສຸດໃຈ, ມີປະສິດທິຜົນ ແລະ ທັນການແກ່ພາລະກິດປະຕິວັດຂອງປະຊາຊົນລາວພວກຂ້າພະເຈົ້າຕະຫຼອດໄລຍະການຕໍ່ສູ້ກູ້ຊາດ ກໍຄືໄລຍະປົກປັກຮັກສາ ແລະ ສ້າງສາປະເທດຊາດໃນປັດຈຸບັນ, ພວກຂ້າພະເຈົ້າຫວັງວ່າ ການຮ່ວມມື ຊ່ວຍເຫຼືອເຊິ່ງກັນ ແລະ ກັນລະຫວ່າງສອງປະເທດ ລາວ-ຫວຽດນາມ ຈະນັບມື້ຂະຫຍາຍຕົວຢ່າງໜັກແໜ້ນເລື້ອຍໆໄປ.

ໃນໂອກາດນີ້, ຂ້າພະເຈົ້າ ຂໍອວຍພອນຢ່າງຈິງໃຈມາຍັງສະຫາຍ ພ້ອມດ້ວຍຄະນະບໍລິຫານງານສະມາຄົມມິດຕະພາບ ຫວຽດນາມ-ລາວ ຂັ້ນສູນກາງ ແລະ ປະຊາຊົນຊາວຫວຽດນາມທຸກຖ້ວນໜ້າ ຈົ່ງມີສຸຂະພາບພາລະນາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດອັນຍິ່ງໃຫຍ່ກວ່າເກົ່າ ໃນໜ້າທີ່ວຽກງານອັນມີກຽດສູງສົ່ງຂອງບັນດາສະຫາຍ.

ຂໍອວຍພອນໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ - ຫວຽດນາມ ຈົ່ງໝັ້ນຄົງທະນົງແກ່ນຕະຫຼອດກາລະນານ.

ໄຊພອນ

ເຫດການ
302 Found

Found

The document has moved here.