ກົງສູນໃຫຍ່ ສສ ຫວຽດນາມ ປະຈຳ ລາວ ອວຍພອນ ວັນຊາດ ແຫ່ງ ສປປ ລາວ ຄົບຮອບ 45 ປີ

15:47 | 03/12/2020

ເມື່ອບໍ່ດົນມານີ້, ຢູ່ຫ້ອງຮັບແຂກຫ້ອງວ່າການແຂວງຫລວງພະບາງ,   ທ່ານ ຫງວຽນດັ້ງຮຸ່ງ ຫົວໜ້າກົງສູນໃຫຍ່ ສສ ຫວຽດນາມ ປະຈຳ ພາກເໜືອ ແຂວງຫລວງພະບາງ ສປປ.ລາວ ພ້ອມດ້ວຍຄະນະ ໄດ້ນຳເອົາກະຕາດອກໄມ້ເຂົ້າອວຍ ພອນ ທ່ານ ຄຳຂັນ ຈັນທະວີສຸກ ເຈົ້າແຂວງຫລວງພະບາງ ເນື່ອງໂອກາດວັນຊາດ ແຫ່ງ ສປປ ລາວ ຄົບຮອບ 45 ປີ.

ກ ງສ ນໃຫຍ ສສ ຫວຽດນາມ ປະຈຳ ລາວ ອວຍພອນ ວ ນຊາດ ແຫ ງ ສປປ ລາວ ຄ ບຮອບ 45 ປ ວາລະສານ ຍຸກສະໄໝ ອວຍພອນ ສະຖານທູດ ສປປ.ລາວ ປະຈຳ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ຂອງ ສປປ.ລາວ ຄົບຮອບ 45 ປີ
ກ ງສ ນໃຫຍ ສສ ຫວຽດນາມ ປະຈຳ ລາວ ອວຍພອນ ວ ນຊາດ ແຫ ງ ສປປ ລາວ ຄ ບຮອບ 45 ປ ຫວຽດນາມ ອວຍພອນຊົມເຊີຍທ່ານ Joe Biden ທີ່ໄດ້ຮັບການເລືອກຕັ້ງເປັນປະທານາທິບໍດີສະຫະລັດອາເມລິກາ
ກ ງສ ນໃຫຍ ສສ ຫວຽດນາມ ປະຈຳ ລາວ ອວຍພອນ ວ ນຊາດ ແຫ ງ ສປປ ລາວ ຄ ບຮອບ 45 ປ
ສະຫາຍ ວິໄລວົງ ບຸດດາຄຳ ກຳມະການສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງຈຳປາສັກ ພ້ອມຄະນະໄດ້ຕ້ອນຮັບ ສະຫາຍ ບຸ່ຍ ເຖ ຢຸງ ກົງສູນໃຫຍ່ແຫ່ງ ສສ ຫວຽດນາມ ປະຈຳພາກໃຕ້ ລາວ. ພາບ: ຂປລ

ທີ່ການຕ້ອນຮັບ, ທ່ານ ຫງວຽນດັ້ງຮຸ່ງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຜົນງານພາຍໃຕ້ການຊີ້ນຳ-ນຳພາ ຂອງສູນກາງພັກ ປະຊາຊົນປະຕິວັດລາວ ກໍຄື ຄະນະພັກອົງການປົກຄອງແຂວງ ໃນການປົກປັກຮັກສາ ສ້າງສາ ແລະ ພັດທະນາປະເທດຊາດ ຕະຫລອດໄລຍະ 45 ປີ ຜ່ານມາ ອັນໄດ້ເຮັດໃຫ້ແຂວງຫລວງພະບາງມີສະຖຽນລະພາບດ້ານການເມືອງທີ່ໜັກແໜ້ນ, ສັງຄົມມີຄວາມ ສະຫງົບໂດຍພື້ນຖານ, ເສດຖະກິດມີການພັດທະນາ ຢ່າງຕໍ່ເນື່ອງຕາມທິດທາງທີ່ຕັ້ງໄວ້, ການພົວພັນຮ່ວມກັບ ຕ່າງປະເທດ ຂອງແຂວງຫລວງພະບາງ ໃນພາກພື້ນ ແລະ ສາກົນ ກໍຄື ບັນດາແຂວງ, ນະຄອນ ຫລວງ ຂອງຫວຽດນາມ ນັບມື້ນັບມີຄວາມທີ່ແໜ້ນແຟ້ນ ແລະ ເຂົ້າສູ່ລວງເລິກ.

ສ່ວນ ທ່ານ ຄຳຂັນ ຈັນທະວີສຸກ ໄດ້ສະແດງຄວາມຂອບໃຈຢ່າງສູງ ຕໍ່ຫົວໜ້າກົງສູນໃຫຍ່ ສສ ຫວຽດນາມ ປະຈຳພາກເໜືອ ແຂວງຫລວງພະບາງ ພ້ອມຄະນະ ທີໄດ້ເຂົ້າອວຍພອນ ໃນໂອກາດວັນຊາດແຫ່ງ ສປປ ລາວ ຄົບຮອບ 45 ປີ, ເຊິ່ງເປັນປະກອບສ່ວນອັນສໍາຄັນ ໃນການຮັດ ແໜ້ນຄວາມສາມັກຄີ ສາຍພົວພັນການ ຮ່ວມມື ແບບພິເສດ ຂອງສອງພັກສອງລັດ ກໍ່ຄື ປະຊາຊົນສອງຊາດ ລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະ ແມ່ນສາຍພົວພັນການຮ່ວມມື ລະຫວ່າງ ແຂວງຫລວງພະບາງ ກັບ ບັນດາແຂວງ, ນະຄອນຫລວງຂອງຫວຽດນາມ ໃຫ້ນັບມື້ມີຄວາມ ແໜ້ນແຟນຂຶ້ນເລື້ອຍໆ.

ໃນວັນທີ 30 ພະຈິກ 2020 ທີ່ຫ້ອງວ່າການ ແຂວງຈຳປາສັກ, ສະຫາຍ ວິໄລວົງ ບຸດດາຄຳ ກຳມະການສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງຈຳປາສັກ ພ້ອມຄະນະໄດ້ຕ້ອນຮັບ ສະຫາຍ ບຸ່ຍເຖຢຸງ ກົງສູນໃຫຍ່ແຫ່ງ ສສ ຫວຽດນາມ ປະຈຳພາກໃຕ້ ລາວ, ພ້ອມດ້ວຍຄະນະ ຜູ້ປະກອບການ, ນັກທຸລະກິດຊາວຫວຽດນາມ ທີ່ດຳເນີນທຸລະກິດ ຢູ່ແຂວງຈຳປາສັກ ເຂົ້າອ່ວຍພອນ ວັນຊາດ ແຫ່ງ ສປປ ລາວ ຄົບຮອບ 45 ປີ.

ທີ່ການຕ້ອນຮັບ, ສະຫາຍ ບຸ່ຍ ເຖ ຢຸງ ກົງສູນໃຫຍ່ແຫ່ງ ສສ ຫວຽດນາມ ປະຈຳພາກໃຕ້ລາວ ໄດ້ສະແດງຄວາມຍິນດີ ແລະ ນຳເອົາຄຳ ອ່ວຍພອນໄຊ ອັນປະເສີດມາຍັງ ບັນດາທ່ານ ການນຳ ແລະ ປະຊາຊົນ ຊາວແຂວງຈຳປາສັກ, ເພື່ອຂໍ່ານັບຊົມເຊີຍຕ້ອນຮັບ ວັນຊາດ ແຫ່ງ ສປປ ລາວ ຄົບຮອບ 45 ປີ 2/12/1975-2/12/2020, ເຊິ່ງເປັນວັນທີ່ມີ ຄວາມໝາຍຄວາມສຳຄັນ ຕໍ່ກັບປະເທດຊາດ ແລະ ປະຊາຊົນລາວບັນດາເຜົ່າ, ຜ່ານຂະບວນການແຫ່ງໄຊຊະນະ ແລະ ຕີລາຄາສູງ ຕໍ່ການພັດທະນາຂອງ ສປປ ລາວ ຕະຫລອດໄລຍະ 45 ປີ ຜ່ານມາ.

ສ່ວນ ສະຫາຍ ວິໄລວົງ ບຸດດາຄຳ ໄດ້ກ່າວສະແດງຄວາມຂອບໃຈ ຕໍ່ຄຳອ່ວຍພອນໄຊ ອັນປະເສີດ ຂອງ ສະຫາຍ ບຸ່ຍເຖຢຸງ ກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈຳພາກໃຕ້ລາວ, ເຊິ່ງຍາມໃດ ກໍ່ເຫັນໄດ້ເຖິງຄວາມສຳຄັນ ແລະ ໄດ້ໃຫ້ການຮ່ວມມືຫລາຍດ້ານ ຕະຫລອດ ໄລຍະຜ່ານມາ ແລະ ຕີລາຄາສູງ ຕໍ່ຜົນງານ ໃນການເປັນໃຈກາງ ການປະສານງານ ຊ່ວຍຮັດແໜ້ນຄວາມສາມັກຄີ ແລະ ຜັນຂະຫຍາຍການຮ່ວມມື ລະຫວ່າງ ບັນດາແຂວງພາກໃຕ້ ຂອງ ສປປ ລາວ ກັບ ສສ ຫວຽດນາມ ເວົ້າລວມ, ເວົ້າສະເພາະ ແຂວງຈຳປາສັກ ກັບ 16 ແຂວງ 3 ນະຄອນ ແລະ 1 ສະຖາບັນ ກໍຄື ບັນດາແຂວງພາກກາງ ແລະ ພາກໃຕ້ ຂອງ ສສ ຫວຽດນາມ.

ກ ງສ ນໃຫຍ ສສ ຫວຽດນາມ ປະຈຳ ລາວ ອວຍພອນ ວ ນຊາດ ແຫ ງ ສປປ ລາວ ຄ ບຮອບ 45 ປ ຫວຽດນາມ ອວຍພອນກະຊວງປ້ອງກັນຄວາມສະຫງົບ ແລະ ປ້ອງກັນປະເທດລາວ ເນື່ອງໃນໂອກາດສະເຫຼີມສະຫຼອງ 45 ປີແຫ່ງວັນຊາດ ສປປ.ລາວ

ຍສໝ - ໃນວັນທີ 1 ທັນວາ, ທ່ານນາງ ຈິ້ງຖິເຕີມອຸປະທູດຊົ່ວຄາວແຫ່ງ ສສ.ຫວຽດນາມ ປະຈຳ ສປປ.ລາວ ໄດ້ນຳພາຄະນະຜູ້ແທນສະຖານທູດ ແລະ ບັນດາອົງການຂອງຫວຽດນາມ ຢູ່ ອ້ອມຂ້າງສະຖານທູດ ໄດ້ໄປຢ້ຽມຢາມສຳນັກງານໃຫຍ່ກະຊວງປ້ອງກັນຄວາມສະຫງົບ ແລະ ກະຊວງປ້ອງກັນປະເທດລາວ ທີ່ນະຄອນຫຼວງວຽງຈັນ ເພື່ອອວຍພອນຊົມວັນຊາດ ສປປ.ລາວ ຄົບຮອບ 45 ປີ (2 ທັນວາ ...

ກ ງສ ນໃຫຍ ສສ ຫວຽດນາມ ປະຈຳ ລາວ ອວຍພອນ ວ ນຊາດ ແຫ ງ ສປປ ລາວ ຄ ບຮອບ 45 ປ ຍອດວົງເງິນສົ່ງອອກ, ນໍາເຂົ້າສິນຄ້າ 11 ເດືອນຄາດວ່າບັນລຸ 489,1 ຕື້ໂດລາສະຫະລັດ

ຕາມບົດລາຍງານຂອງກົມໃຫຍ່ສະຖິຕິ ສສ.ຫວຽດນາມ, ຍອດວົງເງິນສົ່ງອອກ, ນໍາເຂົ້າສິນຄ້າ 11 ເດືອນຄາດວ່າບັນລຸ 489,1 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 3,5% ເມື່ອທຽບໃສ່ໄລຍະດຽວກັນປີ 2019.

ກ ງສ ນໃຫຍ ສສ ຫວຽດນາມ ປະຈຳ ລາວ ອວຍພອນ ວ ນຊາດ ແຫ ງ ສປປ ລາວ ຄ ບຮອບ 45 ປ ການນໍາພັກ, ລັດ ສປປ. ລາວ ຕ້ອນຮັບ ຮອງນາຍົກລັດຖະມົນຕີ ສສ ຫວຽດນາມ

ທ່ານ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມຍິນດີ ຕ້ອນຮັບ ແລະ ຕີລາຄາສູງຕໍ່ ທ່ານ ຟ້າມ ບິ່ງ ມິງ ທີ່ໄດ້ນຳພາຄະນະ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້.

ໄຊພອນ

ເຫດການ
302 Found

Found

The document has moved here.