ຍສໝ - ບັນດາປາຍທາງທີ່ນັກທ່ອງທ່ຽວຕ່າງປະເທດນິຍົມໄປຫວຽດນາມ ຮອດເດືອນມິຖຸນາແມ່ນນະຄອນແຄມທະເລພາກກາງໍ ນະຄອນດ່ານັງ. ຖະໜົນເກົ່າໂຮ້ຍອານ, ດາລາດ, ຍາຈາງ, ຫວຸງເຕົ່າ ແລະ “ເກາະ ເພັດສະຫວັນ” ຝູກວກ.
ຍສໝ - ຕາມກົມພັດທະນາການທ່ອງທ່ຽວຂຶ້ນກັບກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວລາວແລ້ວ, ໃນ 6 ເດືອນຕົ້ນປີ 2023, ທົ່ວປະເທດໄດ້ຕ້ອນຮັບນັກທ່ອງທ່ຽວສາກົນ 1,6 ລ້ານເທື່ອຄົນ, ລື່ນກາຍຄາດໝາຍທັງໝົດຂອງປີ 2023 ແມ່ນ 1,4 ລ້ານເທື່ອຄົນ.
ຍສໝ - ນະໂຍບາຍວີຊາໃໝ່ ທີ່ຫາກໍ່ໄດ້ຮັບການອະນຸມັດຈາກສະພາແຫ່ງຊາດ, ຄາດວ່າຈະສ້າງການກະຕຸກຊຸກຍູ້ ເພື່ອພັດທະນາຂະແໜງທ່ອງທ່ຽວໃນໄລຍະຈະມາເຖິງ, ມຸ່ງໄປເຖິງນັກທ່ອງທ່ຽວທີ່ມີກຳລັງຈ່າຍສູງ, ພັກເຊົາໃນໄລຍະຍາວ.
ຍສໝ - ວັນທີ 26 ມີນາ, ຢູ່ທ່າກ່ຳປັ່ນຜູ້ໂດຍສານສາກົນ ຮະລອງ (ແຂວງ ກວ໋າງນິງ), ກ່ຳປັ່ນຫຼູຫຼາ Mein Schiff 5 ຂອງປະເທດ ມານຕາ ໄດ້ພາແຂກທ່ອງທ່ຽວເອີຣົບ 2.191 ຄົນ, ເຊິ່ງສ່ວນຫຼາຍແມ່ນຊາວສັນຊາດເຢຍລະມັນ ມາທ່ຽວນະຄອນຮະລອງ.
ຍສໝ - ໃນຕົ້ນເດືອນມີນາ, ຢູ່ຮ່າໂນ້ຍ ໄດ້ຈັດຕັ້ງພິທີລົງນາມໃນບົດບັນທຶກຊ່ວຍຈຳ ລະຫວ່າງຫ້ອງການຜູ້ຕາງໜ້າການສົ່ງເສີມການທ່ອງທ່ຽວຂອງກົມໃຫຍ່ການທ່ອງທ່ຽວ ຫວຽດນາມ ປະຈຳ ສ.ເກົາຫຼີ (KVNAT) ແລະ ບໍລິສັດຫຸ້ນສ່ວນຊຳລະເງິນແຫ່ງຊາດ ຫວຽດນາມ (NAPAS). ຜ່ານໂຄງການຮ່ວມມືນີ້, ນັກທ່ອງທ່ຽວສອງປະເທດສາມາດໄປທ່ຽວຫວຽດນາມ ແລະ ສ.ເກົາຫຼີ ໂດຍບໍ່ຕ້ອງໃຊ້ເງິນສົດ.
ຍສໝ - ພາຍຫຼັງ 2 ປີແຫ່ງການຢຸດສະຫງັກ ຍ້ອນໂລກລະບາດ Covid – 19, ໃນປີ 2022 ການທ່ອງທ່ຽວຫວຽດນາມ ໄດ້ກັບຄືນມາເປັນໜ້າປະທັບໃຈ, ດ້ວຍນັກທ່ອງທ່ຽວພາຍໃນປະເທດ ຈຳນວນ 96,3 ລ້ານເທື່ອຄົນພາຍຫຼັງ 11 ເດືອນ, ລື່ນກາຍການຄາດຄະເນ. ແຕ່ວ່າ ຂະແໜງການນີ້ ຍັງມີວຽກງານຫຼາຍຢ່າງທີ່ຈະເຮັດໃນປີ 2023 ແລະ ໃນຫຼາຍປີຕໍ່ໜ້າ ເພື່ອຈະບັນລຸເປົ້າໝາຍຟື້ນຟູຢ່າງເຕັມທີ່ໃນປີ 2025 ຄືໃນໄລຍະກ່ອນການແຜ່ລະບາດຂອງພະຍາດ.
ພາຍຫຼັງປະກາດໃຊ້ໂຄງການໜູນຊ່ວຍ, ພະແນກທ່ອງທ່ຽວນະຄອນ ດ່ານັ້ງ ໄດ້ຕ້ອນຮັບ 2 ຄະນະນັກທ່ອງທ່ຽວ MICE ສາກົນທຳອິດ ລວມມີ 558 ຄົນທີ່ມາຈາກ ອິນໂດເນເຊຍ ແລະ ນັກທ່ອງທ່ຽວ 138 ຄົນທີ່ມາຈາກ ມາເລເຊຍ.
ປະຈຸບັນ, ຫວຽດນາມ ໄດ້ນຳໃຊ້ລະບົບສະໜອງວີຊາເອເລັກໂຕນິກໃຫ້ແກ່ນັກທ່ອງທ່ຽວ ອິນເດຍ ແລະ ລັດຖະບານ ອິນເດຍ ກໍ່ໄດ້ຮັບຮູ້ Passport ວັກຊິນຂອງ ຫວຽດນາມ.
ຫວຽດນາມ ແມ່ນສະຖານທີ່ເຊິ່ງນັກທ່ອງທ່ຽວກຳປູເຈຍ ນິຍົມທີ່ສຸດຢູ່ອາຊີຕາເວັນອອກສ່ຽງໃຕ້ນັບແຕ່ປີ 2022 ມາຮອດປະຈຸບັນ. ສື່ເອເລັກໂຕນິກ Thmeythmey ວັນທີ 10 ກັນຍາ ໃຫ້ຮູ້ວ່າ ໃນເດືອນສິງຫາ ຜ່ານມາ, ຈຳນວນນັກທ່ອງທ່ຽວກຳປູເຈຍ ມາທ່ຽວຢູ່ຫວຽດນາມເພີ່ມຂຶ້ນ 205% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019, ກ່ອນໄລຍະແຜ່ລະບາດຂອງພະຍາດໂຄວິດ-19.
3 ແຂວງດັ່ງກ່າວມີຈຸດຄ້າຍຄືກັນທາງດ້ານວັດທະນະທຳ, ແບບແຜນການດຳລົງຊີວິດ, ຮີດຄອງປະເພນີ, ຜະລິດຕະພັນທ່ອງທ່ຽວ ແລະ ທີ່ຕັ້ງພູມສາດ…
ຍສໝ - ພາຍຫຼັງ 2 ປີທີ່ໄດ້ຮັບຜົນກະທົບ ຈາກການແຜ່ລະບາດຂອງພະຍາດໂຄວິດ-19, ການທ່ອງທ່ຽວຂອງນະຄອນຫຼວງ ກໍກ້າວເຂົ້າສູ່ໄລຍະຟື້ນຟູ ແລະ ພັດທະນາ. ໃນເວລານີ້, ຄາດວ່າ ຂະແໜງການທ່ອງທ່ຽວ ຈະມີຫຼາຍບາດກ້າວບຸກທະລຸຕັ້ງໜ້າ ດ້ວຍຜະລິດຕະພັນທ່ອງທ່ຽວທີ່ເປັນເອກະລັກສະເພາະ ແລະ ດຶງດູດ, ມີຫຼາຍໂຄງການຊຸກຍູ້ການເຄື່ອນໄຫວຫຼາຍຢ່າງ ໄດ້ເລີ່ມດຳເນີນບົນພື້ນຖານຕອບສະໜອງຄວາມຕ້ອງການຂອງນັກທ່ອງທ່ຽວໃຫ້ດີທີ່ສຸດ.
ກົມພັດທະນາການທ່ອງທ່ຽວ ຂຶ້ນກັບກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະການທ່ອງທ່ຽວລາວ ໃຫ້ຮູ້ວ່າ ຈຳນວນນັກທ່ອງທ່ຽວສາກົນເຂົ້າມາປະເທດນີ້ ພວມເພີ່ມຂຶ້ນຄືນໃໝ່ ພາຍຫຼັງທີ່ລາວ ເປີດປະຕູໃນຂອບເຂດທົ່ວປະເທດໃນຕົ້ນເດືອນພຶດສະພາ ຜ່ານມາ.
ຍສໝ - ໂດຍຈັດລຽບຕາມຖະຫນົນ Mallorca ຕັ້ງແຕ່ກາງເດືອນກໍລະກົດ, ຖະຫນົນເບຍຕາເວັນຕົກ beeeravans ແມ່ນຈຸດສຸມຂອງການເຊັກອິນ, ລະຫຼິ້ນ ຈົນລືມທາງກັບໃໝ່ທີ່ນະຄອນບໍ່ຫຼັບບໍ່ນອນ Grand World, ຝູກວກ
ຍສໝ - ວັງ ອານດີ້ງ ຕັ້ງຢູ່ແຄມຝັ່ງແມ່ນ້ຳ ອານກື້ວ, ທີ່ຖະໜົນ ຟານດິ່ງຟຸ່ງ, ຄຸ້ມ ເດ້ບ໊າດ. ສະຖານທີ່ດັ່ງກ່າວມີອາຍຸນັບຮ້ອຍປີ
ຍສໝ - ສັບປະດາ Festival ເຫ້ວ 2022 ດຳເນີນໃນລະຫວ່າງວັນທີ 25 – 30 ມິຖຸນາ ພວມນຳມາໃຫ້ປະຊາຄົມ, ນັກທ່ອງທ່ຽວເຊິ່ງບັນດາການລົງຕົວຈິງທີ່ດູດດື່ມ. ໃນຊຸມວັນນີ້, ນັກທ່ອງທ່ຽວມາຢ້ຽມຢາມ ເຫ້ວ ໄດ້ເພີ່ມຂຶ້ນສູງ ເພື່ອເຂົ້າຮ່ວມງານບຸນຕ່າງໆ. ນີ້ແມ່ນກາລະໂອກາດເພື່ອໃຫ້ຂະແໜງທ່ອງທ່ຽວທ້ອງຖິ່ນຟື້ນຟູຄືນໃໝ່ພາຍຫຼັງຖືກຜົນສະທ້ອນຈາກໂລກລະບາດໂຄວິດ - 19 ມາເປັນເວລາ 2 ປີ.
ຍສໝ-ຕາມບົດລາຍງານຫຼ້າສຸດຂອງເວທີປາໄສເສດຖະກິດໂລກ(World Economic Fo), ດັດຊະນີຄວາມສາມາດການພັດທະນາຂອງຂະແໜງການທ່ອງທ່ຽວ ຫວຽດນາມ ປີ 2021 ໄດ້ຈັດຢູ່ໃນລະດັບ 52, ເລື່ອນຂຶ້ນ 8 ຂັ້ນ ເມື່ອທຽບໃສ່ປີ 2019.
ຍສໝ - ໃນຈຳນວນນັກທ່ອງທ່ຽວຕ່າງປະເທດທັງໝົດທີ່ມາຫວຽດນາມໃນ 5 ເດືອນຂອງປີ 2022, ນັກທ່ອງທ່ຽວທີ່ມາດ້ວຍທາງການບິນກວມເອົາ 87,8%, ທົບ 6,3 ເທົ່າທຽບໃສ່ໄລຍະດຽວກັນຂອງປີກາຍ; ທາງບົກເພີ່ມຂຶ້ນ 47%; ທາງທະເລຫຼຸດລົງ 50,8%.
ຍສໝ - ຫ້ວຍມີຄວາມຍາວກວ່າ 500 ແມັດ ມີປາຄຳນັບພັນໂຕ ທີ່ມີຫຼາຍຂະໜາດ ແລະ ສີສັນແຕກຕ່າງກັນ. ຫວ່າງມໍ່ໆມານີ້, ຫ້ວຍປາຄຳແຄຕໍ້ ໄດ້ດຶງດູດນັກທ່ອງທ່ຽວມາຢ້ຽມຢາມເປັນຈຳນວນຫຼວງຫຼາຍ, ໂດຍສະເພາະແມ່ນໄວໜຸ່ມ.
ຍສໝ - ວັດຫງອກຮວ່າ ແມ່ນວັດທີ່ຕັ້ງຢູ່ບ້ານ ຫຼີ໊ເລືອງ, ຕາແສງເຍິນຫຼີ໊, ຫ່າງຈາກໃຈກາງນະຄອນກຸຍເຍິນ, ແຂວງ ບິ່ງດິ້ງ ປະມານ 20 ກິໂລແມັດ.
ຍສໝ - ບໍ່ພຽງແຕ່ເປັນທ້ອງຖິ່ນທີ່ມີງານບຸນວັດທະນະທຳ, ອາຫານການກິນທີ່ເປັນ ເອກະລັກສະເພາະເທົ່ານັ້ນ, ຕວຽນກວາງ ຍັງມີແຫຼ່ງຊັບພະຍາກອນອັນລ້ຳຄ່າ ຈາກທິວທັດທີ່ມີສະເໜ່ ເພື່ອໃຫ້ການທ່ອງທ່ຽວສາມາດ “ຄົ້ນພົບ” ໃນອະນາຄົດອີກດ້ວຍ.