ກຳປັ່ນສາກົນ ພານັກທ່ອງທ່ຽວເອີລົບ 2.000 ກວ່າຄົນມາທ່ຽວຮະລອງ

10:10 | 28/03/2023

ຍສໝ - ວັນທີ 26 ມີນາ, ຢູ່ທ່າກ່ຳປັ່ນຜູ້ໂດຍສານສາກົນ ຮະລອງ (ແຂວງ ກວ໋າງນິງ), ກ່ຳປັ່ນຫຼູຫຼາ Mein Schiff 5 ຂອງປະເທດ ມານຕາ ໄດ້ພາແຂກທ່ອງທ່ຽວເອີຣົບ 2.191 ຄົນ, ເຊິ່ງສ່ວນຫຼາຍແມ່ນຊາວສັນຊາດເຢຍລະມັນ ມາທ່ຽວນະຄອນຮະລອງ.

ມີຫຼາຍ​ລາຍ​ການ​ທີ່​ພົ້ນ​ເດັ່ນ​ເພື່ອ​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ໃນ​ໂອ​ກາດພິທີ​ບູຊາ​ເຈົ້າ​ຊີວິດ​ຮຸ່ງ ມີຫຼາຍ​ລາຍ​ການ​ທີ່​ພົ້ນ​ເດັ່ນ​ເພື່ອ​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ໃນ​ໂອ​ກາດພິທີ​ບູຊາ​ເຈົ້າ​ຊີວິດ​ຮຸ່ງ
ຄະນະຜູ້ແທນສະພາແຫ່ງຊາດລາວ ຢ້ຽມຢາມອ່າວຮະລອງ, ແຂວງກວ໋າງນີງ ຄະນະຜູ້ແທນສະພາແຫ່ງຊາດລາວ ຢ້ຽມຢາມອ່າວຮະລອງ, ແຂວງກວ໋າງນີງ

ຕາມແຜນການແລ້ວ, ກ່ຳປັ່ນລຳດັ່ງກ່າວຈະພາແຂກທ່ອງທ່ຽວມາຄົ້ນຫາສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຄື: ອ່າວຮະລອງ, ຫໍພິພິທະພັນ ກວ໋າງນິງ, ຄົ້ນຫາວັດທະນະທຳ, ອາຫານການກິນ ແລະ ອື່ນໆ.

ນັບແຕ່ຕົ້ນເດືອນມາ, ນີ້ເປັນຄັ້ງທີ 3 ທີ່ກ່ຳປັ່ນ Mein Schiff 5 ພາແຂກທ່ອງທ່ຽວເອີຣົບ ມາທ່ຽວ ແລະ ຄົ້ນຫາຢູ່ ຮະລອງ.

ກຳປັ່ນສາກົນ ພານັກທ່ອງທ່ຽວເອີລົບ 2.000 ກວ່າຄົນມາທ່ຽວຮະລອງ

ກຳປັ່ນສາກົນ ພານັກທ່ອງທ່ຽວເອີລົບ 2.000 ກວ່າຄົນມາທ່ຽວຮະລອງ

ໃນປີ 2023, ຂະ​ແໜງການ​ທ່ອງ​ທ່ຽວ ກວາງ​ນິງ ໄດ້ສືບ​ຕໍ່​ລົງທຶນ​ບັນດາຜະລິດ​ຕະພັນ​ທ່ອງ​ທ່ຽວ​ໃໝ່, ດຶງ​ດູດ​ແຫຼ່ງຊັບພະຍາກອນ​ມະນຸດ​ທີ່​ມີ​ຄຸນ​ນະພາ​ບສູງ, ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ໂຄສະນາ​ເຜີຍ​ແຜ່​ຕະຫຼາດ​ທ່ອງ​ທ່ຽວ ດ້ວຍກຳ​ປັ່ນ​ທາງ​ທະ​ເລ, ​ຍ້ອນນີ້ແມ່ນ​ໜຶ່ງ​ໃນ​ບັນດາ​ແຫຼ່ງທ່ອງ​ທ່ຽວ​ສຳຄັນ​ ທີ່ປະກອບສ່ວນ​ເຂົ້າ​ໃນ​ຕະຫຼາດ​ທ່ອງ​ທ່ຽວ​ສາກົນ​ຂອງ​ແຂວງ ກວາງ​ນິງ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.