ນັກທ່ອງທ່ຽວລາວ ນັບມື້ນັບນິຍົມການໄປທ່ອງທ່ຽວຢູ່ຫວຽດນາມ

00:00 | 09/08/2023

ຍສໝ - ຮອດ​ເດືອນ​ມິຖຸນາ, ບັນດາສະຖານທີ່​ທີ່​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ ​ນິຍົມ​ໄປ​ທ່ຽວຢູ່​ຫວຽດນາມ​ ​ແມ່ນ​ນະຄອນ​ແຄມ​ທະ​ເລ​ທາງ​ພາກ​ກາງ, ​ຄື: ນະຄອນ​ດ່າໜັງ, ​ເມືອງ​ເກົ່າ​ໂຮ້ຍອານ, ດາ​ຫຼາດ, ​ຍາ​ຈ່າງ, ຫວູງ​ເຕົ່າ, ຟູ໋ກວກ.

ຜ່ອນຜັນນະໂຍບາຍວີຊາ ເພື່ອດຶງດູດນັກທ່ອງທ່ຽວສາກົນ ຜ່ອນຜັນນະໂຍບາຍວີຊາ ເພື່ອດຶງດູດນັກທ່ອງທ່ຽວສາກົນ
ກຳປັ່ນສາກົນ ພານັກທ່ອງທ່ຽວເອີລົບ 2.000 ກວ່າຄົນມາທ່ຽວຮະລອງ ກຳປັ່ນສາກົນ ພານັກທ່ອງທ່ຽວເອີລົບ 2.000 ກວ່າຄົນມາທ່ຽວຮະລອງ

​ໃນ​ວັນ​ທີ 7 ກໍລະກົດ ສື່ມວນຊົນຂອງ​ລາວ ​ໃຫ້​ຮູ້​ວ່າ: ຈຳນວນ​ນັກ​ທ່ອງ​ທ່ຽວ​ລາວ ​ໄປ​ຫວຽດນາມ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ວ່ອງ​ໄວ​ໃນ​ເຄິ່ງຕົ້ນ​ປີ 2023 ດ້ວຍ​ອັດຕາ​ເຕີບ​ໂຕ​ສູງ​ເຖິງ 117%, ຢືນ​ອັນ​ດັບທີ 3 ກ່ຽວກັບລະດັບຈຳນວນ​ນັກ​ທ່ອງ​ທ່ຽວສາກົນໄປ​ຫວຽດນາມ ເພີ່ມຂຶ້ນ , ຖັດຈາກກຳປູເຈຍ (338%) ແລະ ອິນເດຍ (236%).

ຕາມສື່ມວນຊົນຂອງ​ລາວ​ແລ້ວ, ບັນດາສະຖານທີ່​ທີ່​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ ​ນິຍົມ​ໄປ​ທ່ຽວ​ຫວຽດນາມ​ ​ແມ່ນ​ນະຄອນ​ແຄມ​ທະ​ເລ​ທາງ​ພາກ​ກາງ, ​ຄື: ນະຄອນ​ດ່າໜັງ, ​ເມືອງ​ເກົ່າ​ໂຮ້ຍອານ, ດາ​ຫຼາດ, ​ຍາ​ຈ່າງ, ຫວູງ​ເຕົ່າ, ຟູ໋ກວກ.

ນັກທ່ອງທ່ຽວລາວ ນັບມື້ນັບນິຍົມການໄປທ່ອງທ່ຽວຢູ່ຫວຽດນາມ

ການ​ເພີ່ມຂຶ້ນ​ຂອງ​ຈຳນວນນັກ​ທ່ອງ​ທ່ຽວ​ສາ​ກົນ​ ແມ່ນ​ສະ​ແດງ​ໃຫ້​ເຫັນ​ວ່າ​ຂະ​ແໜງ​ທ່ອງ​ທ່ຽວ​ຫວຽດ​ນາມ​ພວມ​ຟື້ນ​ຟູ​ພາຍຫຼັງ​ຈາກ​ໂລກ​ລະ​ບາດ. ນອກ​ຈາກການທ່ອງທ່ຽວ​ແລ້ວ, ຊາວ​ລາວ ​ແລະ ​ກຳປູ​ເຈຍ ​ກໍ​ມາ​ປິ່ນປົວ​ພະຍາດ​ຢູ່​ຫວຽດນາມເປັນຈຳນວນຫຼາຍ.

​ໃນ 4 ​ເດືອນ​ຕົ້ນ​ປີ 2023, ລາວ​ໄດ້​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ຫຼາຍ​ກວ່າ 1 ລ້ານ​ເທື່ອ​ຄົນ, ​ເພີ່ມ​ຂຶ້ນຢ່າງ​ໜ້າ​ປະ​ທັບ​ໃຈ​ເມື່ອ​ທຽບ​ໃສ່ກັບ​ປີ 2022 ​ເຊິ່ງມີ 1,3 ລ້ານ​ເທື່ອ​ຄົນ.

​ໃນ​ນັ້ນ, ນັກ​ທ່ອງ​ທ່ຽວ​ມາຈາກ​ຫວຽດນາມ ​ເປັນ​ອັນ​ດັບ​ທີ 2 ດ້ວຍ​ຈຳນວນ​ນັກ​ທ່ອງ​ທ່ຽວ 224.461 ຄົນ, ຖັດຈາກ​ຈຳນວນ​ນັກ​ທ່ອງ​ທ່ຽວທີ່ມາ​ຈາກ​ໄທ.

ສະເພາະແຂວງຫຼວງພະບາງ ເຊິ່ງເປັນເມືອງມໍລະດົກໂລກ ແລະ ເປັນແຫຼ່ງທ່ອງທ່ຽວທີ່ມີຊື່ສຽງທີ່ສຸດຂອງລາວ, ໄດ້ດຶງດູດນັກທ່ອງທ່ຽວສາກົນເກືອບ 4 ແສນເທື່ອຄົນໃນ 5 ເດືອນຕົ້ນປີ 2023.

ຕາມສື່ມວນຊົນຂອງ​ລາວ​ແລ້ວ, ການ​ເຕີບ​ໂຕ​ຢ່າງ​ເປັນປົກກະຕິຂອງ​ຈຳນວນນັກ​ທ່ອງ​ທ່ຽວ​ລາວ​ໄປ​ຫວຽດນາມ ​ແມ່ນ​ສັນຍານ​ທີ່​ດີ​ຕໍ່​ຂະ​ແໜງ​ການ​ທ່ອງ​ທ່ຽວ​ຂອງ​ທັງ​ສອງ​ປະ​ເທດ, ທັງ​ເປັນ​ການ​ຢືນຢັນ​ເຖິງ​ສາຍ​ພົວພັນ​ອັນ​ໃກ້​ຊິດ​ລະຫວ່າງ​ສອງ​ປະ​ເທດ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.