ນັກທ່ອງທ່ຽວສາກົນເດີນທາງມາຫວຽດນາມເພີ່ມຂຶ້ນຫຼາຍ

11:30 | 13/06/2022

ຍສໝ-ຕາມບົດລາຍງານຫຼ້າສຸດຂອງເວທີປາໄສເສດຖະກິດໂລກ(World Economic Fo), ດັດຊະນີຄວາມສາມາດການພັດທະນາຂອງຂະແໜງການທ່ອງທ່ຽວ ຫວຽດນາມ ປີ 2021 ໄດ້ຈັດຢູ່ໃນລະດັບ 52, ເລື່ອນຂຶ້ນ 8 ຂັ້ນ ເມື່ອທຽບໃສ່ປີ 2019.

ນັກທ່ອງທ່ຽວຕ່າງປະເທດມາ ຫວຽດນາມ ໃນເດືອນພຶດສະພາ ເພີ່ມຂຶ້ນຢ່າງຕໍ່ເນື່ອງ ນັກທ່ອງທ່ຽວຕ່າງປະເທດມາ ຫວຽດນາມ ໃນເດືອນພຶດສະພາ ເພີ່ມຂຶ້ນຢ່າງຕໍ່ເນື່ອງ
ເຊັກອິນຢູ່ ຫ້ວຍທີ່ມີປາຄຳນັບພັນໂຕ ຢູ່ ເງ້ອານ ເຊັກອິນຢູ່ ຫ້ວຍທີ່ມີປາຄຳນັບພັນໂຕ ຢູ່ ເງ້ອານ
ນັກທ່ອງທ່ຽວສາກົນເດີນທາງມາຫວຽດນາມເພີ່ມຂຶ້ນຫຼາຍ
ພາບປະກອບ (ພາບ: TTXVN)

ຕາມກົມໃຫ່ຍທ່ອງທ່ຽວ ຫວຽດນາມ, ນັກ​ທ່ອງ​ທ່ຽວ​ສາ​ກົນເດີນທາງ​ມາ​ຫວຽດ​ນາມເພີ່ມ​ຂຶ້ນ​ຫຼາຍຄືນໃໝ່ ໃນເດືອນ ພຶດສະພາ 2022 ບັນລຸ 172,900 ເທື່ອຄົນ, ເພີ່ມຂຶ້ນ 70,6% ເມືຶ່ອທຽບໃສ່ເດືອນກ່ອນ ແລະ ຫຼາຍກວ່າ 12,8 ເທົ່າ ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ເຖິງວ່າຍັງຕໍ່າກວ່າຫຼາຍເມື່ອທຽບໃສ່ໄລຍະທີ່ຍັງບໍ່ທັນມີການແຜ່ລະບາດພະຍາດໂຄວິດ-19, ແຕ່ນີ້ກໍແມ່ນສັນຍານທີ່ດີຕໍ່ກັບຂະແໜງການທ່ອງທ່ຽວພາຍຫຼັງເກືອບ 3 ເດືອນ ທີ່ຫວຽດນາມປະກາດເປີດປະຕູການທ່ອງທ່ຽວ ຢ່າງ​ເປັນ​ທາງ​ການ.

ທີ່ SEA Games 31 ຜ່ານມາ, ຫວຽດນາມແມ່ນຈຸດໃຈກາງທີ່ດຶງດູດບັນດາຄະນະນັກກິລາ, ເຈົ້າໜ້າທີ່ກິລາ, ແຂກທ່ອງທ່ຽວໃນພາກພື້ນອາຊີຕາເວັນອອກສຽງໃຕ້ ເດີນທາງມາເຕົ້າໂຮມ, ແຂ່ງຂັນ ແລະ ທ່ຽວຊົມການທ່ອງທ່ຽວ ຢູ່ ຫວຽດນາມ.

ໃນ 5 ເດືອນຕົ້ນປີ, ບັນດາຕະຫຼາດໃນພາກພື້ນທົ່ວໂລກ ກໍເພີ່ມຂຶ້ນຫຼາຍເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ໃນນັ້ນ, ບັນດາຕະຫຼາດທີ່ມີການເພີ່ມຂຶ້ນຫຼາຍທີ່ສຸດແມ່ນພາກພື້ນ ອາເມລິກາ, ບັນລຸ 49, 675 ເທື່ອຄົນ, ເພີ່ມຂຶ້ນ 22,9 ເທົ່າ; ຕໍ່ມາແມ່ນເຂດເອີຣົບ, ເຂດ ອາຊີ…

ຕາມບົດລາຍງານຫຼ້າສຸດຂອງເວທີ່ປາໄສເສດຖະກິດໂລກ (World Economic Fo), ດັດຊະນີຄວາມສາມາດການພັດທະນາຂອງຂະແໜງການທ່ອງທ່ຽວ ຫວຽດນາມ ປີ 2021 ໄດ້ຈັດຢູ່ໃນລະດັບ 52, ເລື່ອນຂຶ້ນ 8 ຂັ້ນ ເມື່ອທຽບໃສ່ປີ 2019, ນອນຢູ່ໃນ 3 ປະເທດທີ່ມີລະດັບປັບປຸງດີທີ່ສຸດຂອງໂລກ.

ຫອມມາລາ

ເຫດການ
302 Found

Found

The document has moved here.