ນັກທ່ອງທ່ຽວມາ ເຫ້ວ ເພີ່ມຂຶ້ນສູງໃນໂອກາດ Festival 2022

10:32 | 30/06/2022

ຍສໝ - ສັບປະດາ Festival ເຫ້ວ 2022 ດຳເນີນໃນລະຫວ່າງວັນທີ 25 – 30 ມິຖຸນາ ພວມນຳມາໃຫ້ປະຊາຄົມ, ນັກທ່ອງທ່ຽວເຊິ່ງບັນດາການລົງຕົວຈິງທີ່ດູດດື່ມ. ໃນຊຸມວັນນີ້, ນັກທ່ອງທ່ຽວມາຢ້ຽມຢາມ ເຫ້ວ ໄດ້ເພີ່ມຂຶ້ນສູງ ເພື່ອເຂົ້າຮ່ວມງານບຸນຕ່າງໆ. ນີ້ແມ່ນກາລະໂອກາດເພື່ອໃຫ້ຂະແໜງທ່ອງທ່ຽວທ້ອງຖິ່ນຟື້ນຟູຄືນໃໝ່ພາຍຫຼັງຖືກຜົນສະທ້ອນຈາກໂລກລະບາດໂຄວິດ - 19 ມາເປັນເວລາ 2 ປີ.

Festival ເຫ້ວ ກັບຄືນມາ, ຄາດວ່າຈະໄດ້ຕ້ອນຮັບແຂກທ່ອງທ່ຽວ 200.000 ຄົນ Festival ເຫ້ວ ກັບຄືນມາ, ຄາດວ່າຈະໄດ້ຕ້ອນຮັບແຂກທ່ອງທ່ຽວ 200.000 ຄົນ
ໄຂ​ Festival ທະ​ເລ - ໂຮ້ຍ​ອານ ຍາມ​ລະ​ດູ​ຮ້ອນ ໄຂ​ Festival ທະ​ເລ - ໂຮ້ຍ​ອານ ຍາມ​ລະ​ດູ​ຮ້ອນ
ພາບປະກອບ:  TTXVN
ພາບປະກອບ: TTXVN

ໃນ​ສັບປະດາ ​Festival, ບັນດາ​ງານ​ບຸນ “ນະຄອນແຫ່ງ​ອາຫານ - ​ເຫ້ວ ກັບ 4 ທິດ”, “ອາຫານຕາມທ້ອງ​ຖະໜົນ​ເຫ້ວ 2022”, ງານ​ວາງສະ​ແດງ​ຊຸດອາພອນ​ຂອງ​ບັນດາ​ປະ​ເທດ ອາ​ຊຽນ, ງານ​ວາງສະ​ແດງ “​ການຫັນເປັນຫີນ - ​ເດີນ​ທາງ​ຊອກ​ຮູ້​ຕົ້ນ​ກຳ​ເນີ​ດທີ່​ມີ​ຊີວິດ​ຢູ່​ເທິງ​ໂລກ”… ໄດ້ດຶງດູດປະຊາຊົນ ແລະ ນັກທ່ອງທ່ຽວ ເປັນຈໍານວນຫຼາຍທີ່ມາຢ້ຽມຊົມ ແລະ ຄົ້ນຫາ. ແຂກ​ທ່ອງ​ທ່ຽວ​ຍັງ​ສາ​ມາດ​ຊອກ​ຮູ້​ກ່ຽວ​ກັບ​ວັດ​ທະ​ນະ​ທຳ​ພຸດ​ທະ​ສາ​ສະ​ໜາ​ໂດຍ​ຜ່ານ​ການ​ວາງ​ສະ​ແດງ “ສິ​ລະ​ປະ​ພຸດ​ທະ​ສາ​ສະ​ໜາ​ບົນ​ເຄື່ອງ​ປັ້ນ​ດິນ​ເຜົາ Satsuma ຍີ່​ປຸ່ນ” ຢູ່​ສູນ​ວັດ​ທະ​ນະ​ທຳ​ພຸດ​ທະ​ສາ​ສະ​ໜາ ລຽວ​ກວານເຫ້ວ. ງານ​ບຸນ “​ງານບຸນຕະຫຼາດ​ຊົນນະບົດ​” ຢູ່​ຂົວດິນຂໍ ແທງຕວ່ານ ຢູ່​ຕາແສງ ເຮືອງຖຸຍ ໄດ້​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ເປັນ​ຈຳ​ນວນ​ຫຼວງ​ຫຼາຍ​ມາ​ຢ້ຽມ​ຊົມ, ຊື້​ເຄື່ອງ, ສຳ​ຜັດ​ກັບ​ບັນ​ດາ​ເຄື່ອງ​ຫຼີ້ນ​ພື້ນ​ເມືອງ...

ດ້ວຍ​ຫຼາຍ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ຫຼາກ​ຫຼາຍ ​ແລະ ​ ​ດຶງ​ດູດໃຈ, ສັບປະດາ ​Festival ​ເຫ້ວ 2022 ຄາດ​ວ່າ​ຈະ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ປະມານ 300.000 ເທື່ອຄົນ. ທ່ານ ຫງວຽນ​ວັນ​ຟຸກ, ຫົວໜ້າ​ພະ​ແນ​ກທ່ອງ​ທ່ຽວ​ແຂວງ ເທື່ອທຽນເຫວ້ ​ໃຫ້​ຮູ້​ວ່າ: ນີ້​ແມ່ນ​ໂອກາດ​ເພື່ອ​ໃຫ້​ຂະ​ແໜງ​ທ່ອງ​ທ່ຽວ​ທ້ອງ​ຖິ່ນ​ຟື້ນ​ຟູ​ພາຍຫຼັງ 2 ປີ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ໂລກ​ລະບາດ Covid-19, ສ້າງ​ກຳລັງ​ໜູນ​ໃຫ້​ຂະ​ແໜງ​ທ່ອງ​ທ່ຽວ​ແຂວງ​ເທື່ອ​ທຽນ​ເຫ້ວ, ພິ​ເສດ​ແມ່ນ​ບັນດາ​ວິ​ສາ​ຫະກິດ​ບໍລິການ, ທ່ອງ​ທ່ຽວ ລ້ວນ​ແຕ່​ມີ​ຄວາມ​ໝັ້ນ​ໃຈ​ທີ່​ຈະ​ສືບ​ຕໍ່​ລົງທຶນ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ, ອຸປະກອນ, ​ເພີ່ມ​ທະວີ​ກຳລັງ​ການ​ບໍລິການເພີ່ມເຕີມ. ນີ້​ກໍ່​ແມ່ນ​ການ​ຝຶກຊ້ອມ ​ເພື່ອ​ກະກຽມ​ເງື່ອນ​ໄຂ​​ຕ້ອນຮັບ​ແຂກ​ສາກົນ​ກັບ​ມາ​ເຫ້ວ ​ໃນ​ໄລຍະ​ຈະ​ມາ​ເຖິງ.

ໄຊພອນ

ເຫດການ
302 Found

Found

The document has moved here.