ຫວຽດ​ນາມ ຢືນ​ອັນ​ດັບ​ທີ 3 ໃນ​ຈຳ​ນວນ​​ປະ​ເທດ​ທີ່​ມີຈຳ​ນວນນັກທ່ອງທ່ຽວໄປ​ທ່ຽວ​ລາວ ຫຼາຍ​ທີ່​ສຸດ

20:45 | 11/08/2022

ກົມພັດທະນາການທ່ອງທ່ຽວ ຂຶ້ນກັບກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະການທ່ອງທ່ຽວລາວ ໃຫ້ຮູ້ວ່າ ຈຳນວນນັກທ່ອງທ່ຽວສາກົນເຂົ້າມາປະເທດນີ້ ພວມເພີ່ມຂຶ້ນຄືນໃໝ່ ພາຍຫຼັງທີ່ລາວ ເປີດປະຕູໃນຂອບເຂດທົ່ວປະເທດໃນຕົ້ນເດືອນພຶດສະພາ ຜ່ານມາ.

ຮັບ​ປະ​ກັນ​ຜົນ​ປະ​ໂຫຍດ​ດີ​ທີ່​ສຸດ​ໃຫ້​ແກ່​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ ຮັບ​ປະ​ກັນ​ຜົນ​ປະ​ໂຫຍດ​ດີ​ທີ່​ສຸດ​ໃຫ້​ແກ່​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອິດ​ສະ​ຣາ​ແອັນ ຢັ້ງ​ຢືນ ຫວຽດ​ນາມ ມີ​ທີ່​ຕັ້ງ​ສຳ​ຄັນ​ໃນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອິດ​ສະ​ຣາ​ແອັນ ຢັ້ງ​ຢືນ ຫວຽດ​ນາມ ມີ​ທີ່​ຕັ້ງ​ສຳ​ຄັນ​ໃນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ

ຕາມກົມພັດທະນາການທ່ອງທ່ຽວລາວ ແລ້ວ, 6 ເດືອນຕົ້ນປີ 2022, ຈຳນວນນັກທ່ອງທ່ຽວສາກົນເຂົ້າມາປະເທດນີ້ດ້ວຍວິຊາທ່ອງທ່ຽວບັນລຸກວ່າ 42.000 ເທື່ອຄົນ, ໃນນັ້ນສ່ວນຫຼາຍແມ່ນໃນເດືອນພຶດສະພາ ແລະເດືອນມິຖຸນາ, ເມື່ອລັດຖະບານລາວ ຍົກເລີກທຸກລະບຽບການຈຳກັດການເຂົ້າເມືອງ ເຊິ່ງໄດ້ວາງອອກເພື່ອສະກັດກັ້ນການແຜ່ລະບາດຂອງໂຄວິດ-19.

ຫວຽດ​ນາມ ຢືນ​ອັນ​ດັບ​ທີ 3 ໃນ​ຈຳ​ນວນ​​ປະ​ເທດ​ທີ່​ມີຈຳ​ນວນນັກທ່ອງທ່ຽວໄປ​ທ່ຽວ​ລາວ ຫຼາຍ​ທີ່​ສຸດ
ປະຕູໄຊ - ສະຖານທີ່ທ່ອງທ່ຽວແຫ່ງໜຶ່ງຂອງລາວ. ພາບ: vov.vn

ທ່ານນາງ ສວນສະຫວັນ ວິຍະເກດ, ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະການທ່ອງທ່ຽວລາວ ໃຫ້ຮູ້ວ່າ ນັກທ່ອງທ່ຽວຈາກບັນດາປະເທດອາຊຽນ ມາຢ້ຽມຢາມລາວ ນັບມື້ນັບຫຼາຍຂຶ້ນ, ໃນນັ້ນ ສະເພາະເດືອນພຶດສະພາ ຫາເດືອນມິຖຸນາ 2022 ມີນັກທ່ອງທ່ຽວມາລາວ ກວ່າ 33.000 ເທື່ອຄົນ, ໃນນັ້ນ ມີກວ່າ 14.000 ເທື່ອຄົນແມ່ນມາຈາກຫວຽດນາມ.

“ກ່ອນທີ່ພະຍາດໂຄວິດ-19 ແຜ່ລະບາດ, ການຮ່ວມມືດ້ານທ່ອງທ່ຽວລະຫວ່າງລາວ ແລະຫວຽດນາມ ພັດທະນາເປັນຢ່າງດີທີ່ສຸດ. ປີ 2019, ລາວ ຕ້ອນຮັບແຂກທ່ອງທ່ຽວຫວຽດນາມ ກວ່າ 1 ລ້ານເທື່ອຄົນ, ເຊິ່ງຢືນອັນດັບທີ 3 ໃນຈຳນວນບັນດາປະເທດທີ່ມີແຂກທ່ອງທ່ຽວມາທ່ຽວປະເທດລາວຫຼາຍທີ່ສຸດ”.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.