ດ່ານັ້ງ ຕ້ອນຮັບນັກທ່ອງທ່ຽວ ອິນເດຍ ແລະ ຕາເວັນອອກາງ ນັບແຕ່ເດືອນ ຕຸລາ ຈະມາເຖິງ

11:12 | 19/09/2022

ປະຈຸບັນ, ຫວຽດນາມ ໄດ້ນຳໃຊ້ລະບົບສະໜອງວີຊາເອເລັກໂຕນິກໃຫ້ແກ່ນັກທ່ອງທ່ຽວ ອິນເດຍ ແລະ ລັດຖະບານ ອິນເດຍ ກໍ່ໄດ້ຮັບຮູ້ Passport ວັກຊິນຂອງ ຫວຽດນາມ.

ສະພາບແວດລ້ອມແຫ່ງການລົງທຶນຢູ່ ດ່ານັ້ງ ດຶງດູດບັນດານັກລົງທຶນ ອາເມລິກາ ສະພາບແວດລ້ອມແຫ່ງການລົງທຶນຢູ່ ດ່ານັ້ງ ດຶງດູດບັນດານັກລົງທຶນ ອາເມລິກາ
ຫວຽດນາມ ​ນອນ​ໃນ​ບັນ​ດາ​ປະ​ເທດ​ທີ່​ພັດ​ທະ​ນາໄວ​ທີ່​ສຸດ​ໃນ​ທົດ​ສະ​ວັດ​ຈະມາເຖິງ ຫວຽດນາມ ​ນອນ​ໃນ​ບັນ​ດາ​ປະ​ເທດ​ທີ່​ພັດ​ທະ​ນາໄວ​ທີ່​ສຸດ​ໃນ​ທົດ​ສະ​ວັດ​ຈະມາເຖິງ
ຄາດວ່າ ຈຳນວນນັກທ່ອງທ່ຽວ ອິນເດຍ ມາ ຫວຽດນາມ ໃນປີ 2023 ປະມານ 1,3 ລ້ານເທື່ອຄົນ
ຄາດວ່າ ຈຳນວນນັກທ່ອງທ່ຽວ ອິນເດຍ ມາ ຫວຽດນາມ ໃນປີ 2023 ປະມານ 1,3 ລ້ານເທື່ອຄົນ

ວັນທີ 17 ກັນຍາ, ພະແນກທ່ອງທ່ຽວນະຄອນ ດ່ານັ້ງ ໄດ້ຈັດລາຍການໂຄສະນາແນະນຳຂໍ້ມູນກ່ຽວກັບວັດທະນະທຳ ແລະ ຄວາມຕ້ອງການຂອງນັກທ່ອງທ່ຽວ ອິນເດຍ ແລະ ຕາເວັນອອກກາງ ເພື່ອກະກຽມຕ້ອນຮັບກະແສນັກທ່ອງທ່ຽວດັ່ງກ່າວ. ຕາມແຜນການ, ນັບແຕ່ເດືອນ ຕຸລາ ຈະມາເຖິງ ຈະເປີດສາຍການບິນໂດຍກົງຈາກບັນດານະຄອນໃຫຍ່ຂອງ ອິນເດຍ ແມ່ນ Mumbai ແລະ Delhi ມາ ດ່ານັ້ງ.

ປະຈຸບັນ, ຫວຽດນາມ ໄດ້ນຳໃຊ້ລະບົບສະໜອງວີຊາເອເລັກໂຕນິກໃຫ້ແກ່ນັກທ່ອງທ່ຽວ ອິນເດຍ ແລະ ລັດຖະບານ ອິນເດຍ ກໍ່ໄດ້ຮັບຮູ້ Passport ວັກຊິນຂອງ ຫວຽດນາມ. ຕາມບັນດານັກຊ່ຽວຊານແລ້ວ, ຄາດວ່າ ຈຳນວນນັກທ່ອງທ່ຽວ ອິນເດຍ ມາ ຫວຽດນາມ ໃນປີ 2023 ປະມານ 1,3 ລ້ານເທື່ອຄົນ. ໃນນັ້ນ, ນະຄອນ ດ່ານັ້ງ ຈະຕ້ອນຮັບປະມານ 2-3 ແສນເທື່ອຄົນ. ປະຈຸບັນ, ນະຄອນ ດ່ານັ້ງ ໄດ້ສ້າງບັນດາບ້ວງຜະລິດຕະພັນທີ່ດູດດື່ມ, ເປັນເອກະລັກສະເພາະໃຫ້ແກ່ຕະຫຼາດນີ້. ນັບແຕ່ເດືອນ ຕຸລາ 2022, ເລື່ອງເປີດສາຍການບິນໂດຍກົງທຳອິດລະຫວ່າງ 2 ນະຄອນໃຫຍ່ ແລະ ສຳຄັນທີ່ສຸດຂອງ ອິນເດຍ ແລະ Mumbai ແລະ Delhi ມາ ດ່ານັ້ງ ຂອງບໍລິສັດການບິນ Vietjet Air ຈະເປັນປະຖົມປັດໃຈສະດວກເພື່ອແລກປ່ຽນການເຊື່ອມຕໍ່ແຫຼ່ງແຂກທ່ອງທ່ຽວລະຫວ່າງບັນດາຈຸດນັດພົບ.

vovworld.vn

ເຫດການ
302 Found

Found

The document has moved here.