ການທ່ອງທ່ຽວຫວຽດນາມ ກົບມາສ້າງຄວາມປະທັບໃຈ, ຊອກຫາບັນດາບາດກ້າວກະໂດດຂັ້ນຄືນໃໝ່

07:45 | 23/12/2022

ຍສໝ - ພາຍຫຼັງ 2 ປີ​ແຫ່ງ​ການ​ຢຸດສະຫງັກ ​ຍ້ອນ​ໂລກ​ລະ​ບາດ Covid – 19, ໃນປີ 2022 ການ​ທ່ອງ​ທ່ຽວ​ຫວຽດ​ນາມ​ ໄດ້ກັບ​ຄືນ​ມາ​ເປັນ​ໜ້າ​ປະ​ທັບ​ໃຈ, ດ້ວຍ​ນັກ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ ຈຳນວນ 96,3 ລ້ານ​ເທື່ອ​ຄົນ​ພາຍຫຼັງ 11 ເດືອນ, ລື່ນ​ກາຍການ​ຄາດ​ຄະ​ເນ​. ​ແຕ່ວ່າ ຂະແໜງການນີ້ ຍັງ​ມີ​ວຽກ​ງານ​ຫຼາຍ​ຢ່າງ​ທີ່​ຈະ​ເຮັດ​ໃນ​ປີ 2023 ​ແລະ ໃນຫຼາຍ​ປີ​ຕໍ່ໜ້າ​ ເພື່ອ​ຈະ​ບັນລຸ​ເປົ້າ​ໝາຍ​ຟື້ນ​ຟູ​ຢ່າງ​ເຕັມທີ່​ໃນ​ປີ 2025 ຄືໃນໄລຍະກ່ອນ​ການ​ແຜ່​ລະບາດ​ຂອງ​ພະຍາດ​.

ງານຕະຫຼາດນັດການທ່ອງທ່ຽວ ແລະບໍລິການຈັດຈອງສາກົນຢູ່ ການາດາ ແລະ “ຈຸດພົ້ນເດັ່ນ” ຫວຽດນາມ ງານຕະຫຼາດນັດການທ່ອງທ່ຽວ ແລະບໍລິການຈັດຈອງສາກົນຢູ່ ການາດາ ແລະ “ຈຸດພົ້ນເດັ່ນ” ຫວຽດນາມ
ປີທ່ອງທ່ຽວແຫ່ງຊາດ 2023 - ມຸ່ງສູ່ການທ່ອງທ່ຽວສີຂຽວ ປີທ່ອງທ່ຽວແຫ່ງຊາດ 2023 - ມຸ່ງສູ່ການທ່ອງທ່ຽວສີຂຽວ

ຂະແໜງການ​ທ່ອງ​ທ່ຽວ ວາງເປົ້າໝາຍ​ວ່າ​ຈະ​ຮັບ​ໃຊ້​ນັກ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ ຈຳນວນ 60 ລ້ານ​ເທື່ອ​ຄົນ ແລະ ນັກ​ທ່ອງ​ທ່ຽວ​ສາ​ກົນ 5 ລ້ານ​ເທື່ອ​ຄົນ​ໃນ​ປີ 2022.

ກັບຄືນສູ່ຄວາມປະທັບໃຈ, ການທ່ອງທ່ຽວພາຍໃນ ໄດ້ "ຂະຫຍາຍຕົວ"

ພາຍຫຼັງ 2 ປີ​ແຫ່ງ​ການ​ຢຸດ​ສະ​ງັກ, ນັບ​ແຕ່​ໄລຍະເປີດປະຕູ​ຄືນ​ໃໝ່ (15 ມີນາ 2022), ການທ່ອງທ່ຽວ​ຫວຽດນາມ ​ກັບຄືນສູ່ຄວາມປະທັບໃຈ, ​ໄດ້ເກັບກ່ຽວ​ຜົນ​ດີ​ຢ່າງ​ວ່ອງ​ໄວ. ການທ່ອງທ່ຽວພາຍໃນ ໄດ້ຟື້ນຕົວຢ່າງເຂັ້ມແຂງໃນເດືອນພຶດສະພາ 2022 ດ້ວຍນັກທ່ອງທ່ຽວ ຈຳນວນ 12 ລ້ານເທື່ອຄົນ; ເດືອນມິຖຸນາ ມີຈຳນວນ 12,2 ລ້ານເທື່ອຄົນ. ພາຍຫຼັງ 6 ເດືອນ, ນັກທ່ອງທ່ຽວພາຍໃນບັນລຸ 60,6 ລ້ານເທື່ອຄົນ, ລື່ນຄາດໝາຍ 60 ລ້ານເທື່ອຄົນ ສຳລັບການວາງແຜນພາຍໃນປີ 2022. ແລະ ໄລ່ໝົດ 11 ເດືອນປີ 2022, ນັກທ່ອງທ່ຽວພາຍໃນປະເທດບັນລຸ 96,3 ລ້ານເທື່ອຄົນ, ລື່ນກາຍທັງໝົດການ​ຄາດ​ຄະ​ເນ​ ແລະ ​ລື່ນກາຍຫຼາຍ​ກວ່າ 85 ລ້ານເທື່ອ​ຄົນ ​ໃນ​ປີ 2019 - ເມື່ອຍັງບໍ່ທັນມີພະຍາດ​ແຜ່​ລະ​ບາດ​.

ແງ່ຫວັງການຟື້ນຕົວຂອງວິສາຫະກິດໃນຂະແໜງທ່ອງທ່ຽວ ແມ່ນຈະແຈ້ງກວ່າ ຍ້ອນຈຳນວນວິສາຫະກິດກັບຄືນສູ່ການເຄື່ອນໄຫວເພີ່ມຂຶ້ນຢ່າງໄວ, ດ້ວຍຈຳນວນວິສາຫະກິດ 2.362 ແຫ່ງ ໃນຂະແໜງບໍລິການທີ່ພັກ ແລະ ອາຫານ; ບໍລິການວຽກເຮັດງານທຳ ແລະ ການບໍລິການການທ່ອງທ່ຽວບັນລຸ 2.215 ວິສາຫະກິດ. ປີ 2022, ບັນດາ​ສະຖານ​ທີ່​ທ່ອງ​ທ່ຽວ​ຊັ້ນ​ສູງ ​ແລະ ບັນດາ​ສະຖານ​ທີ່​ບັນ​ເທິງ​ທັນ​ສະ​ໄໝ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​ເປັນ​ທາງ​ການ, ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ສາມາດ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ ​ແລະ ຄວາມ​ເຊື່ອ​ໝັ້ນ​ໃນ​ການ​ຟື້ນ​ຟູ​ຢ່າງ​ວ່ອງ​ໄວ​ຂອງ​ວິ​ສາ​ຫະກິດ​ທ່ອງ​ທ່ຽວ ຫວຽດນາມ.

ການທ່ອງທ່ຽວຫວຽດນາມ ກົບມາສ້າງຄວາມປະທັບໃຈ, ຊອກຫາບັນດາບາດກ້າວກະໂດດຂັ້ນຄືນໃໝ່
ການທ່ອງທ່ຽວຫວຽດນາມ ກົບມາສ້າງຄວາມປະທັບໃຈ, ຊອກຫາບັນດາບາດກ້າວກະໂດດຂັ້ນຄືນໃໝ່. (ພາບ: nhandan)

ເຖິງຢ່າງໃດກໍຕາມ, ຍັງຕ້ອງຮັບຮູ້ເຖິງຈິດຈິດຕະສາດທີ່ສະກັດກັ້ນໃນໄລຍະເກີດພະຍາດລະບາດ ແລະ ການເກີດຄວາມຕ້ອງການຢາກໄປທ່ອງທ່ຽວ ພາຍຫຼັງການລະບາດແມ່ນໜຶ່ງໃນບັນດາສາຍເຫດຕົ້ນຕໍທີ່ເຮັດໃຫ້ການທ່ອງທ່ຽວພາຍໃນປະເທດ “ຂະຫຍາຍຕົວ”. ຖ້າຄິດໄລ່ແບບງ່າຍໆຄືການບວກຈໍານວນນັກທ່ອງທ່ຽວພາຍໃນ ໃນສາມປີແຕ່ 2020 ຫາ 2022 (55 ລ້ານເທື່ອຄົນໃນປີ 2020; 40 ລ້ານເທື່ອຄົນໃນປີ 2021; ປະມານ 100 ລ້ານເທື່ອຄົນໃນປີ 2022) ແລ້ວຫານໃຫ້ເທົ່າກັນ, ຈາກ​ນັ້ນ, ຈຳນວນ​ນັກ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ​ສະ​ເລ່ຍ​ຕໍ່​ປີ​ແມ່ນ 85 ລ້ານ​ເທື່ອ​ຄົນ, ຕ່ຳ​ກວ່າ​ຕົວ​ເລກ​ຂອງ​ປີ 2019 ​ເຊິ່ງແມ່ນ​ເວລາ​ກ່ອນ​ການ​ແຜ່​ລະບາດພະຍາດ. ດັ່ງນັ້ນ, ຖ້າບໍ່ມີຄວາມກົດດັນອັນເນື່ອງມາຈາກການລະບາດພະຍາດ, ກໍ່ບໍ່ແນ່ວ່າຈະສາມາດບັນລຸໄດ້ຈໍານວນນັກທ່ອງທ່ຽວຄືໃນປະຈຸບັນ.

ຄາດ​ຄະ​ເນ ​ແລະ ​ຊອກ​ຫາ​ບາດ​ກ້າວ​ ເພື່ອໃຫ້​ການ​ທ່ອງ​ທ່ຽວ​ຟື້ນ​ຕົວ​ຢ່າງສົມບູນແບບ

ຄຽງ​ຄູ່​ກັບ​ການເປີດປະຕູການ​ທ່ອງ​ທ່ຽວ​ຄືນ​ໃໝ່, ປີ 2022 ໄດ້​ມີ​ກອງ​ປະ​ຊຸມ ແລະ ສຳ​ມະ​ນາກ່ຽວກັບການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ພາຍຫຼັງ Covid – 19 ຫຼາຍ​ຄັ້ງ ດ້ວຍ​ການ​ຄາດ​ຄະ​ເນ ແລະ ການ​ຄິດ​ໄລ່​ກ່ຽວ​ກັບ​ອັດ​ຕາ​ຟື້ນ​ຕົວ ແລະ ສະ​ພາບ​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ຂອງ​ຫວຽດ​ນາມ. ການ​ຕີ​ລາຄາ​ໂດຍລວມໄດ້​ຢືນຢັນ​ວ່າ ການ​ແຜ່​ລະບາດ​ຢູ່​ຫວຽດນາມ ​ໄດ້​ຮັບ​ການ​ຄວບ​ຄຸມ​ເປັນ​ຢ່າງ​ດີ, ​ເສດຖະກິດ - ສັງຄົມ​ພວມ​ຟື້ນ​ຟູ ​ແລະ ພັດທະນາ​ຢ່າງ​ວ່ອງ​ໄວ, ​ໃນ​ນັ້ນ​ມີ​ເສດຖະກິດ​ການທ່ອງທ່ຽວ. ​ແຕ່​ວ່າ ການທ່ອງທ່ຽວ ຫວຽດນາມ ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ ​ແລະ ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ.

ໃນນັ້ນ, ​ບັນດາ​ວິ​ສາ​ຫະກິດ​ຍັງ​ຂາດ​ເຂີນ​ແຫຼ່ງທຶນ​ເພື່ອ​ຟື້ນ​ຟູ, ຜັນ​ຂະຫຍາຍ ​ແລະ ພັດທະນາ​ພື້ນຖານ​ໂຄງ​ລ່າງ​ດ້ານວັດຖຸ, ​ເຕັກນິກ ​ແລະ ພື້ນຖານໂຄງລ່າງການທ່ອງທ່ຽວ​ຢູ່​ບັນດາ​ທ້ອງ​ຖິ່ນ ​ແລະ ສະຖານ​ທີ່​ທ່ອງ​ທ່ຽວ. ການ​ຜັນ​ແປ ​ແລະ ການ​ເຄື່ອນ​ຍ້າຍ​ຊັບພະຍາກອນ​ມະນຸດ​ ໃນ​ໄລຍະ​ການ​ແຜ່​ລະບາດ​ໄດ້​ເຮັດ​ໃຫ້​ບັນດາວິສາຫະກິດ​ທ່ອງ​ທ່ຽວ​ ທັງ​ຂາດ​ຊັບພະຍາກອນ​ມະນຸດ​ທີ່​ມີ​ຄຸນ​ນະພາ​ບສູງ ​ແລະ ​ແຮງ​ງານ​​ທົ່ວໄປ...

ໃນປີ 2023 ຍັງ​ຄົງ​ຈະ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ ​ຍ້ອນ​ສິ່ງ​ທ້າ​ທາຍ​ໃໝ່ ​ເຊັ່ນ: ການ​ປະ​ທະ​ກັນ​ຢູ່ ​ຢູ​ແກຼນ - ຣັດ​ເຊຍ, ຜົນ​ສະທ້ອນ​ຈາກ​ສະພາບ​ເສດຖະກິດ​ໂລກ​ຊຸດໂຊມ, ການ​ແກ່ງແຍ່ງ​ທີ່​ນັບ​ມື້​ນັບ​ຮ້າຍ​ແຮງ​ຂຶ້ນ ​ລະຫວ່າງ​ບັນດາ​ຈຸດໝາຍ​ປາຍທາງ​ໃນ​ພາກ​ພື້ນ​ດຽວ​ກັນ, ຕະຫຼາດ​ທີ່​ສຳຄັນຈຳນວນ​ໜຶ່ງຂອງການ​ທ່ອງ​ທ່ຽວ​ຫວຽດ​ນາມ ຍັງ​ບໍ່​ພ້ອມ​ທີ່​ຈະ​ເປີດ… ຈະສົ່ງຜົນກະທົບ​ຢ່າງ​ຫຼວງ​ຫຼາຍ​ຕໍ່​ຂະ​ແໜງ​ການ​ທ່ອງ​ທ່ຽວ. ຕາມການ​ຄາດກະຂອງກົມໃຫຍ່ການທ່ອງ​ທ່ຽວ​​ຫວຽດນາມ​ແລ້ວ, ​ໃນ​ປີ 2022, ສະ​ເລ່ຍແຕ່ລະນັກ​ທ່ອງ​ທ່ຽວ​ສາກົນ​ ​ຈະ​ໃຊ້​ຈ່າຍ​ປະມານ 2,9 ລ້ານ​ດົ່ງ/ວັນ; ນັກ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ​ໃຊ້​ຈ່າຍ 1,2 ລ້ານ​ດົ່ງ/ວັນ. ​ໃນ​ຫຼາຍ​ປີ​ຂ້າງ​ໜ້າ, ຄວາມ​ສາມາດ​ການ​ໃຊ້​ຈ່າຍ​ຂອງ​ນັກ​ທ່ອງ​ທ່ຽວ (ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ) ຈະ​ບໍ່​ເພີ່ມ​ຂຶ້ນ​ ຍ້ອນພາຍຫຼັງ​ໂຄ​ວິດ-19, ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຄວາມ​ສາມາດ​ການ​ໃຊ້​ຈ່າຍ​ຈະ​ຄ່ອຍໆ​ເພີ່ມ​ຂຶ້ນ​ເມື່ອ​ເສດຖະກິດ​ຟື້ນ​ຟູ, ລາຍ​ຮັບ​ຂອງ​ປະຊາຊົນ​ເພີ່ມ​ຂຶ້ນ, ​ເມື່ອ​ການບໍລິການ​ທ່ອງ​ທ່ຽວມີຄວາມຫຼາກຫຼາຍ, ມີຄຸນນະພາບສູງກວ່າ…

ບົນ​ພື້ນຖານ​ການວິ​ເຄາະ​ສະພາບ​ການ​ພາຍ​ໃນ ​ແລະ ຕ່າງປະ​ເທດ, ກົມໃຫຍ່ການ​ທ່ອງ​ທ່ຽວ ​ຫວຽດນາມ ​ໄດ້ຍົກອອກ 3 ວິທີການ (​ແຜນງານ) ​ພັດທະນາຂອງ​ການທ່ອງທ່ຽວ​ຫວຽດນາມ, ​ປະກອບມີ: ການ​ເຕີບ​ໂຕ​ຕ່ຳ; ການ​ເຕີບ​ໂຕລະດັບກາງ ແລະ ການ​ເຕີບ​ໂຕສູງ. ໃນນັ້ນ, ວິທີການເຕີບ​ໂຕລະດັບກາງ ແມ່ນໄດ້ບູລິມະສິດເລືອກເຟັ້ນ ຍ້ອນມີຄວາມເປັນໄປໄດ້ສູງທີ່ສຸດ. ຕາມ​ນັ້ນ​ແລ້ວ, ​ເປົ້າ​ໝາຍ​ແມ່ນ​ຮອດ​ປີ 2025, ການທ່ອງທ່ຽວ​ຫວຽດນາມ​ຈະ​ຟື້ນ​ຕົວ​ຢ່າງສົມບູນແບບຄື​ໄລຍະກ່ອນເກີດ​ໂລກ​ລະບາດ (​ໄດ້​ຮັບ​ນັກ​ທ່ອງ​ທ່ຽວ​ສາກົນ 18 ລ້ານ​ເທື່ອ​ຄົນ, ນັກ​ທ່ອງ​ທ່ຽວ​ພາຍ​ໃນ​ບັນລຸ 116 ລ້ານ​ເທື່ອ​ຄົນ). ຍ້ອນ​ການ​ແກ່ງແຍ່ງລະຫວ່າງ​ບັນດາ​ປະ​ເທດ​ໃນ​ຂົງ​ເຂດ​ທ່ອງ​ທ່ຽວ​ທີ່ນັບ​ມື້​ນັບ​ເພີ່ມ​ຂຶ້ນ, ຂະແໜງການ​ທ່ອງ​ທ່ຽວ​ຕ້ອງ​ມີ​ຍຸດ​ທະ​ສາດ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຄື: ຜ່ອນຜັນນະໂຍບາຍວິຊາ, ໂຄສະນາສະຖານທີ່ທ່ອງທ່ຽວສູ່​ເພື່ອນ​ມິດສາ​ກົນ, ຄຸ້ມ​ຄອງ​ແຫຼ່ງທ່ອງ​ທ່ຽວ​ເພື່ອ​ສ້າງ​ພາບ​ພົດ​ອັນ​ດີງາມ​ຂອງ​ຫວຽດນາມ.

ຄາດ​ຄະ​ເນ​ວ່າ ​ໃນ​ປີ 2023 ​ແລະ ຊຸມ​ປີ​ຕໍ່​ໄປ, ການ​ເຄື່ອນ​ໄຫວ​ທ່ອງ​ທ່ຽວ​ໃນ​ໂລກ ​ແລະ ​ໃນ​ທົ່ວ​ປະ​ເທດ​ຈະຄ່ອຍໆໄດ້ຮັບການ​ຟື້ນ​ຟູ ​ແລະ ພັດທະນາເປັນ​ເທື່ອ​ລະ​ກ້າວ. ​ເຖິງ​ວ່າ​ກາລະ​ໂອກາດສຳລັບກະແສ​ນັກ​ທ່ອງ​ທ່ຽວ​ສາກົນ​ໄດ້​ມາ​ເຖິງ, ການ​ເດີນທາງ​ກໍ່​ສະດວກ​ສະບາຍ, ​ແຕ່​ເສດຖະກິດ​ໂລກ​ພວມ​ປະສົບ​ກັບ​ວິ​ກິດ​ການ​ຫຼາຍ​ຢ່າງ, ລາຍ​ຮັບ​ຂອງ​ປະຊາຊົນ​ຖືກ​ກະທົບ, ຄວາມ​ຢ້ານ​ກົວ​​ພະຍາດ​ລະບາດ​ຍັງ​ມີ​ຢູ່, ສະ​ນັ້ນ ​ຄວາມ​ສາມາດ​ໃນ​ການ​ເດີນທາງ​ທ່ອງທ່ຽວຂອງ​ປະຊາຊົນກໍ​ຍັງ​ຖືກ​ຈຳກັດຢູ່, ໃນຂະນະທີ່​ການ​ແກ່ງແຍ້ງ​ຈຸດໝາຍ​ປາຍທາງ​ລະຫວ່າງ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ ນັບ​ມື້​ນັບດຸເດືອດ​ຂຶ້ນ. ປີ 2023, ນັກ​ທ່ອງ​ທ່ຽວ​ສາ​ກົນ​ມາ​ຢ້ຽມ​ຢາມ​ຫວຽດ​ນາມ​ຈະ​ເພີ່ມ​ຂຶ້ນ, ຍິ່ງໄປກວ່ານັ້ນ ​ອັດ​ຕາ​ການ​ເຕີບ​ໂຕ​ອາດ​ຈະ​ສູງ​ຫຼາຍ, ແຕ່​ຈຳ​ນວນ​ນັກ​ທ່ອງ​ທ່ຽວຈະ​ບໍ່ທັນ​ສາ​ມາດ​ຟື້ນ​ຟູ​ ແລະ​ ບັນ​ລຸ​ໄດ້ເທົ່າ​ໃນ​ປີ 2019.

ສະ​ນັ້ນ, ສຳລັບ​ຕະຫຼາດ​ນັກ​ທ່ອງ​ທ່ຽວ​ສາ​ກົນ, ຫວຽດນາມ ຕ້ອງ​ສຸມ​ໃສ່​ຂຸດ​ຄົ້ນ​ຕະ​ຫລາດ​ທີ່​ໄດ້​ເປີດປະຕູແລ້ວ, ຕະຫຼາດ​ທ່ອງ​ທ່ຽວ​ທີ່​ໄດ້​ຟື້ນ​ຟູ​ການ​ເຊື່ອມ​ຕໍ່​ກັບການເດີນອາກາດ. ນອກຈາກນັ້ນ, ການລົງທຶນທີ່ເຂັ້ມແຂງໄດ້ດຶງດູດບັນດາຕະຫຼາດທີ່ຫາກໍ່ພົ້ນເດັ່ນ, ມີທ່າແຮງ ແລະ ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເຊັ່ນ: ອິນເດຍ, ຕາເວັນອອກກາງ; ພ້ອມ​ກັນ​ນັ້ນ ກໍ​ປະຕິບັດການ​ຍົກ​ເວັ້ນວີ​ຊາ​ທ່ອງ​ທ່ຽວ​​ບັນດາປະ​ເທດ​ເອີ​ລົບ, ອົດ​ສະ​ຕາ​ລີ, ນິວຊີ​ແລນ, ກາ​ນາ​ດາ, ອາ​ເມ​ລິ​ກາ; ເພີ່ມກຳນົດເວລາພັກເຊົາໃຫ້ນັກທ່ອງທ່ຽວທີ່ໄດ້ຮັບການຍົກເວັ້ນວີຊາຂຶ້ນເປັນ 30 ວັນ.

ສຳລັບ​ຕະຫຼາດ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ, ຫວຽດນາມ ​ໄດ້​ຄວບ​ຄຸມ​ໂລກລະບາດ​ເປັນ​ຢ່າງ​ດີ, ກຳນົດ​ຕະຫຼາດ​ທ່ອງ​ທ່ຽວ​ພາຍ​ໃນ​ເປັນ​ຈຸດ​ສຸມ ​ແລະ ສຸມ​ໃສ່​ຂຸດ​ຄົ້ນ​ຕະຫຼາດ​ນີ້, ​ແນ່ນອນ​ວ່າ ໃນ​ປີ 2023, ການທ່ອງທ່ຽວ​ພາຍ​ໃນ​ປະ​ເທດ​ ຈະ​ເຕີບ​ໂຕ​ຄືນ​ໃໝ່​ຢ່າງ​ວ່ອງ​ໄວ. ຢ່າງໃດກໍ່ຕາມ, ມັນຍັງມີຄວາມຈໍາເປັນທີ່ຈະເບິ່ງດ້ວຍຈິນຕະນາການໃຫມ່ວ່າ ມັນບໍ່ມີຄວາມສໍາຄັນຫຼາຍທີ່ຈະກໍານົດຈໍານວນນັກທ່ອງທ່ຽວຢ່າງ ແຕ່ຄວນຈະອີງໃສ່ລະດັບການໃຊ້ຈ່າຍ.

ການ​ຄາດ​ຄະ​ເນ ​ແລະ ການ​ກຳນົດ​ຈຸດ​ພົ້ນ​ເດັ່ນ​ດັ່ງກ່າວ ຕ້ອງ​ມີ​ຄວາມ​ມານະ​ພະຍາຍາມ​ຂອງ​ລັດຖະບານ ​ແລະ ທ້ອງ​ຖິ່ນ​ໃນ​ການ​ຊຸກຍູ້​ການ​ພັດທະນາ​ພື້ນຖານ​ໂຄງ​ລ່າງການ​ຄົມມະນາຄົມ, ສະຖານ​ທີ່​ພັກ​ອາ​ໄສ, ເຂດລະຫຼິ້ນບັນເທີງ, ກໍ່ສ້າງ ​ແລະ ພັດທະນາ​ບັນດາ​ຜະລິດ​ຕະພັນ​ທ່ອງ​ທ່ຽວ​ໃໝ່​ຕາມ​ທ່າ​ອ່ຽງ; ພ້ອມ​ກັນ​ນັ້ນ, ກໍຍູ້​ແຮງ​ການໂຄສະນາ ​ແລະ ສື່ມວນຊົນກ່ຽວກັບການບໍລິການທ່ອງທ່ຽວ... ຫວັງ​ວ່າ​ດ້ວຍ​ຄວາມ​ຕັດສິນ​ໃຈ ​ແລະ ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຂອງ​ບັນດາ​ວິ​ສາ​ຫະກິດ ​ແລະ ການ​ໜູນ​ຊ່ວຍ​ຂອງ​ບັນດາ​ອົງການ​ຄຸ້ມ​ຄອງ, ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ, ການທ່ອງ​ທ່ຽວ ຫວຽດນາມ ຈະ​ຟື້ນ​ຕົວ​ຢ່າງ​ເຕັມ​ສ່ວນ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.