ຜ່ອນຜັນນະໂຍບາຍວີຊາ ເພື່ອດຶງດູດນັກທ່ອງທ່ຽວສາກົນ

00:00 | 29/07/2023

ຍສໝ - ນະໂຍບາຍວີຊາໃໝ່ ທີ່ຫາກໍ່ໄດ້ຮັບການອະນຸມັດຈາກສະພາແຫ່ງຊາດ, ຄາດວ່າຈະສ້າງການກະຕຸກຊຸກຍູ້ ເພື່ອພັດທະນາຂະແໜງທ່ອງທ່ຽວໃນໄລຍະຈະມາເຖິງ, ມຸ່ງໄປເຖິງນັກທ່ອງທ່ຽວທີ່ມີກຳລັງຈ່າຍສູງ, ພັກເຊົາໃນໄລຍະຍາວ.

ຫວຽດ​ນາມ: ລາຍ​ຮັບ​ຈາກ​ຂະ​ແຫນງ​ທ່ອງ​ທ່ຽວ​ບັນ​ລຸ​ກ່​ວາ 8 ຕື້ USD ຫວຽດ​ນາມ: ລາຍ​ຮັບ​ຈາກ​ຂະ​ແຫນງ​ທ່ອງ​ທ່ຽວ​ບັນ​ລຸ​ກ່​ວາ 8 ຕື້ USD
ດ່າຫນັງ ຕ້ອນຮັບກຳປັ່ນທະເລລຳທຳອິດໂດຍສານແຂກທ່ອງທ່ຽວສາກົນກັບຄືນມາທ່ອງທ່ຽວ ພາຍຫລັງ 2 ປີ ດ່າຫນັງ ຕ້ອນຮັບກຳປັ່ນທະເລລຳທຳອິດໂດຍສານແຂກທ່ອງທ່ຽວສາກົນກັບຄືນມາທ່ອງທ່ຽວ ພາຍຫລັງ 2 ປີ

ທີ່​ວາລະ​ປະຊຸມສະໄໝສາມັນເທື່ອ​ທີ 5, ສະພາແຫ່ງຊາດ ຫວຽດນາມ ​ຊຸດທີ XV ​ຫາ​ກໍ່​ໄດ້​ຜ່ານ​ຮ່າງ​ກົດໝາຍ​ປັບປຸງ ​ແລະ ​ເພີ່ມ​ເຕີມ​ບາງ​ມາດຕາ​ຂອງ​ກົດໝາຍ​ວ່າ​ດ້ວຍ​ການ​ອອກ ​ແລະ ​ເຂົ້າເມືອງ​ຂອງ​ພົນລະ​ເມືອງ​ຫວຽດນາມ ​ແລະ ກົດໝາຍ​ວ່າ​ດ້ວຍ​ການ​ເຂົ້າ, ອອກເມືອງ, ການ​ຜ່ານ​ແດນ ​ແລະ ການ​ຢູ່​ອາ​ໄສ​ຂອງ​ຄົນ​ຕ່າງປະ​ເທດ​ໃນຫວຽດນາມ.

ຕາມນັ້ນແລ້ວ, ໄລຍະເວລາຂອງວີຊາເອເລັກໂຕນິກ (e-visa) ຈະເພີ່ມຂຶ້ນຈາກ 30 ວັນ ເປັນ 90 ວັນ. ລັດ​ຖະ​ບານ​ຈະກຳນົດ​ບັນ​ຊີ​ລາຍ​ຊື່​ຂອງບັນດາ​ປະ​ເທດ​ ແລະ ​ເຂດ​ທີ່​ມີ​ພົນ​ລະ​ເມືອງ​ໄດ້​ຮັບ​ການ​ອະ​ນຸ​ຍາດ​; ລາຍຊື່ດ່ານຊາຍແດນສາກົນທີ່ອະນຸຍາດໃຫ້ຄົນຕ່າງປະເທດເຂົ້າ-ອອກເມືອງດ້ວຍ e-visa. ພາຍຫຼັງ​ໄດ້​ຮັບ​ e-visa ​ແລ້ວ, ​ໃນ 90 ວັນ, ຄົນ​ຕ່າງປະ​ເທດ​ສາມາດ​ເຂົ້າ-​ອອກເມືອງ ​ໄດ້ໂດຍ​ບໍ່​ຈຳກັດ​ຈຳນວນ​ເທື່ອ, ​ໂດຍ​ບໍ່​ຕ້ອງ​ຜ່ານ​ຂັ້ນ​ຕອນ​ການ​ອອກ​ວີ​ຊາ​ໃໝ່.

ຜ່ອນຜັນນະໂຍບາຍວີຊາ ເພື່ອດຶງດູດນັກທ່ອງທ່ຽວສາກົນ

ກົດໝາຍກໍ່ອະນຸຍາດໃຫ້ພົນລະເມືອງຂອງບັນດາປະເທດ ທີ່ຖືກຍົກເວັ້ນວີຊາໂດຍຫວຽດນາມຝ່າຍດຽວ ສາມາດຢູ່ອາໄສຊົ່ວຄາວໃນ ຫວຽດນາມ ໄດ້ 45 ວັນ (ລະບຽບກ່ອນໜ້ານີ້ແມ່ນ 15 ວັນ) ແລະ ພິຈາລະນາການອອກວີຊາ ແລະ ການຕໍ່ກຳນົດເວລາຢູ່ອາໄສຊົ່ວຄາວຕາມລະບຽບການ.

ຕາມການຕີລາຄາ​ຂອງບັນດາ​ວິ​ສາ​ຫະກິດ​ແລ້ວ, ການຜ່ອນຜັນນະໂຍບາຍວີຊາ ​ຈະ​ຊຸກຍູ້​ຕະຫຼາດ​ນັກ​ທ່ອງ​ທ່ຽວ​ສາກົນ​ທີ່ "ຫງ່ວມເຫງົາ​ ​ຍ້ອນ​ຜົນ​ກະທົບ​ຈາກ​ເສດຖະກິດ​ທີ່​ຫຍຸ້ງຍາກ, ​ເຮັດ​ໃຫ້​ປະຊາຊົນ​ໃນ​ຫຼາຍ​ປະ​ເທດຮັດແໜ້ນ​ດ້ານ​ການ​ໃຊ້​ຈ່າຍ, ​ໃນ​ນັ້ນ​ມີ​ທັງການ​ເດີນທາງທ່ອງທ່ຽວ.

ຕາມ​ທ່ານ ຫງວຽນ​ຈຸ່ງ​ແຄງ, ຫົວໜ້າ​ກົມ​ໃຫຍ່​ການທ່ອງ​ທ່ຽວ​ແລ້ວ, ການ​ປັບປຸງ ​ແລະ ​ເພີ່ມ​ເຕີມ​ບາງ​ມາດຕາ​ຂອງ​ກົດໝາຍ​ວ່າ​ດ້ວຍ​ການ​ອອກ ​ແລະ ​ເຂົ້າ​ເມືອງ​ຂອງ​ພົນລະ​ເມືອງ ຫວຽດນາມ ​ແລະ ກົດໝາຍ​ວ່າ​ດ້ວຍ​ການ​ເຂົ້າ-ອອກເມືອງ, ການ​ຜ່ານ​ແດນ ​ແລະ ການ​ຢູ່​ອາ​ໄສ​ຂອງ​ຊາວ​ຕ່າງປະ​ເທດ ຢູ່ຫວຽດນາມ ດ້ວຍ​ໄລຍະ​ພັກ​ເຊົາ​ຍາວ​ຂຶ້ນ ຈະ​ປະກອບສ່ວນ​ຍົກ​ສູງ​ຄວາມ​ສາມາດ​ແກ່ງ​ແຍ້​ງຂອງ​ບັນດາ​ຜະລິດ​ຕະພັນ​ການທ່ອງທ່ຽວ​ຂອງ​ຫວຽດນາມ.

ທ່ານ ຫວູ​ເທ​ບິ່ງ, ປະທານ​ສະມາຄົມ​ທ່ອງ​ທ່ຽວ ຫວຽດນາມ ​ໃຫ້​ຮູ້​ວ່າ: ການ​ປັບປຸງ ​ແລະ ​ເພີ່ມ​ເຕີມ​ບາງ​ມາດຕາ​ຂອງ​ກົດໝາຍ​ວ່າ​ດ້ວຍ​ການ​ເຂົ້າ, ອອກເມືອງ, ການ​ຜ່ານ​ແດນ ​ແລະ ການ​ຢູ່​ອາ​ໄສ​ຂອງ​ຊາວ​ຕ່າງປະ​ເທດ​ ຢູ່ຫວຽດນາມ ຈະ​ມີ​ຜົນ​ສັກສິດ​ແຕ່​ວັນ​ທີ 15 ສິງຫາ 2023. ນີ້​ແມ່ນ​ຈຸດ​ເວລາ​ທີ່​ບັນດາ​ວິ​ສາ​ຫະກິດ​ທ່ອງ​ທ່ຽວ ​ໄດ້​ກະກຽມ​ບັນດາ​ຜະລິດ​ຕະພັນ​ທ່ອງ​ທ່ຽວ​ທີ່​ເໝາະ​ສົມ, ທັງ​ໂຄສະນາ​ເຜີຍ​ແຜ່​ເຖິງແຂກ​ທ່ອງ​ທ່ຽວ​ສາກົນ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.