ແມ່ຍິງ 250,000 ຄົນ ທີ່ເຮັດວຽກຢູ່ຕ່າງປະເທດ ສ້າງລາຍຮັບໄດ້ 2,5 ຕື້ USD
ຍສໝ - ຕາມການຄົ້ນຄ້ວາຂອງ Economica ຫວຽດນາມ, ແຕ່ລະປີ, ແຮງງານຍິງ 250.000 ຄົນນີ້ສ້າງແຫຼ່ງເງິນຝາກປະມານ 2,5 ຕື້ USD, ກວມ 15% ຍອດຈຳນວນເງິນເຂົ້າ ຫວຽດນາມ.
ຍສໝ - ຕາມການຄົ້ນຄ້ວາຂອງ Economica ຫວຽດນາມ, ແຕ່ລະປີ, ແຮງງານຍິງ 250.000 ຄົນນີ້ສ້າງແຫຼ່ງເງິນຝາກປະມານ 2,5 ຕື້ USD, ກວມ 15% ຍອດຈຳນວນເງິນເຂົ້າ ຫວຽດນາມ.
ຍສໝ - ຫວ່າງມໍ່ໆນີ້, ວິທະຍາຄານສັນຕິບານປະຊາຊົນ ໄດ້ຈັດພິທີປິດຊຸດອົບຮົມຫົວຂໍ້ສະເພາະກ່ຽວກັບວຽກງານຕ້ານການເຄື່ອນໄຫວສວຍໃຊ້ອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດເພື່ອລ່ວງລະເມີດຄວາມໝັ້ນຄົງແຫ່ງຊາດ ໃຫ້ແກ່ພະນັກງານກະຊວງປ້ອງກັນຄວາມສະຫງົບ ລາວ. ທ່ານ ສາດສະດາຈານ, ປະລິນຍາເອກ, ພັນເອກ ຫງວຽນເຈືອງທໍ້, ຮອງຫົວໜ້າວິທະຍາຄານສັນຕິບານປະຊາຊົນ ເປັນປະທານພິທີ.
ຍສໝ - ຕອນບ່າຍວັນທີ 4 ທັນວາ, ໃນຂອບເຂດການຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການ, ທ່ານ ເຈີ່ນແທັງເມິ້ນ ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ມີການພົບປະກັບພະນັກງານ, ລັດຖະກອນສະຖານທູດ ຫວຽດນາມ ປະຈຳ ໂຕກຽວ. ທີ່ການພົບປະ, ທ່ານໃຫ້ຮູ້ວ່າ ພັກ, ລັດ ແລະ ສະພາແຫ່ງຊາດ ຍາມໃດກໍ່ເອົາໃຈໃສ່, ສະໜັບສະໜູນ ແລະ ສ້າງເງື່ອນໄຂສະດວກທີ່ສຸດເພື່ອໃຫ້ບັນດາອົງການຜູ້ຕາງໜ້າຂອງ ຫວຽດນາມ ຢູ່ຕ່າງປະເທດ ເຄື່ອນໄຫວຢ່າງມີປະສິດທິຜົນ.
ຍສໝ - ຕອນຄ່ຳວັນທີ 3 ທັນວາ, ພິທີມອບລາງວັນທົ່ວປະເທດກ່ຽວກັບຂ່າວສານການຕ່າງປະເທດ ຄັ້ງທີ 10 ໄດ້ດຳເນີນຢູ່ໂຮງລະຄອນໃຫຍ່, ຮ່າໂນ້ຍ.
ຍສໝ - ດ້ວຍຄວາມປາດຖະໜາຢາກເຊື່ອມຕໍ່ບັນດານັກລົງທຶນ, ວິສາຫະກິດພາຍໃນ ແລະ ຕ່າງປະເທດ, ແຂວງ ອານຢາງ ໄດ້ຈັດຕັ້ງກອງປະຊຸມເຜີຍແຜ່ຄວາມສາມາດບົ່ມຊ້ອນຂອງທ້ອງຖິ່ນຢູ່ນະຄອນ ໂຮ່ຈິມິນ.
ຍສໝ - ກອງບັນຊາການທະຫານຊາຍແດນແຂວງເງະອານ ໄດ້ເປັນເຈົ້າການ, ຕັ້ງໜ້າເປັນເສນາທິການໃຫ້ແກ່ຄະນະພັກແຂວງ, ຄະນະກໍາມະການປະຊາຊົນແຂວງເງະອານ ວາງອອກມາດຕະການໃນການຄຸ້ມຄອງ, ປົກປັກຮັກສາເຂດຊາຍແດນ; ຮັກສາການປະຕິບັດສັນຍາວ່າດ້ວຍກົດລະບຽບຄຸ້ມຄອງຊາຍແດນ ແລະດ່ານຊາຍແດນທາງບົກ; ອະນຸສັນຍາວ່າດ້ວຍເສັ້ນຊາຍແດນ ແລະຫຼັກໝາຍຊາຍແດນສອງປະເທດ ຫວຽດນາມ-ລາວ; ...
ຍສໝ - ນີ້ແມ່ນເນື້ອໃນແລກປ່ຽນຕົ້ນຕໍທີ່ການພົບປະ ແລະ ເຮັດວຽກກັບຫົວໜ້າອົງການຜູ້ຕາງໜ້າ ຫວຽດນາມ ປະຈຳຕ່າງປະເທດ ອາຍຸການ 2025-2028 ໂດຍສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໄດ້ຈັດຕັ້ງໃນວັນທີ 22 ພະຈິກ ຢູ່ ຮ່າໂນ້ຍ.
ຍສໝ - ຕອນຄ່ຳວັນທີ 16 ພະຈິກ, ຕາມເວລາທ້ອງຖິ່ນ, ພາຍຫຼັງເດີນທາງໄປຮອດນະຄອນ Rio de Janeiro, ປະເທດ ບຣາຊິນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍພັນລະຍາໄດ້ມີການພົບປະກັບພະນັກງານ, ລັດຖະກອນສະຖານທູດ ແລະ ປະຊາຄົມຊາວ ຫວຽດນາມ ຢູ່ແຫ່ງນີ້.
ຍສໝ - ຊາວຫວຽດນາມ ອາໄສຢູ່ຕ່າງປະເທດທີ່ຢູ່ຫ່າງໄກຈາກບ້ານເກີດເມືອງນອນສາມາດດາວໂຫຼດໂປແກຼມ YooLife ຢູ່ App Store ຫຼື CH Play ເພື່ອເຂົ້າຢ້ຽມຢາມຫໍພິພິທະພັນປະຫວັດສາດການທະຫານຫວຽດນາມ ໃນຊ່ອງດິຈິຕອນ.
ຍສໝ - ຕອນບ່າຍວັນທີ 16 ພະຈິກ, ຕາມເວລາທ້ອງຖິ່ນ (ຕອນເຊົ້າວັນທີ 17 ພະຈິກ ຕາມເວລາຫວຽດນາມ), ທ່ານ ເລືອງເກື່ອງ ປະທານປະເທດພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ອອກຈາກ Lima, ສິ້ນສຸດການຢ້ຽມຢາມ ສ. ຈີເລ ແລະ ສ. ເປຣູ ຢ່າງເປັນທາງການ ກໍ່ຄືເຂົ້າຮ່ວມສັບປະດາຂັ້ນສູງເວທີປາໄສການຮ່ວມມືເສດຖະກິດ ອາຊີ-ປາຊີຟິກ (APEC) 2024 ຢ່າງຈົບງາມ. ເນື່ອງໃນໂອກາດນີ້, ທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ຕອບສໍາພາດຕໍ່ສື່ມວນຊົນກ່ຽວກັບຄວາມໝາຍ ແລະໝາກຜົນຂອງການປະຕິບັດງານ.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 30 ປີແຫ່ງວັນສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ ມີຜົນສັກສິດ (ແຕ່ວັນທີ 16 ພະຈິກ 1994 ຫາວັນທີ 16 ພະຈິກ 2024), ກຳມະການສຳຮອງຄະນະບໍລິຫານງານສູນກາງພັກ, ຮອງລັດຖະມົນຕີຖາວອນກະຊວງການຕ່າງປະເທດ ທ່ານ ຫງວຽນມິນຫວູ໊ ໄດ້ຕອບສຳພາດຕໍ່ນັກຂ່າວ.
ຍສໝ - ຜ່ານແອັບ YooLife, ຊາວຫວຽດນາມອາໄສຢູ່ຫ່າງໄກຈາກບ້ານເກີດເມືອງນອນ ສາມາດຢ້ຽມຊົມຫໍພິພິທະພັນປະຫວັດສາດການທະຫານຫວຽດນາມ ໃນພື້ນທີ່ດິຈິຕອນ.
ຍສໝ - ວັນທີ 9 ພະຈິກ, ຄະນະກຳມະການກ່ຽວກັບຊາວ ຫວຽດນາມ ຢູ່ຕ່າງປະເທດ ນະຄອນ ໂຮ່ຈີມິນ ໄດ້ຈັດພິທີຍ້ອງຍໍບັນດານັກຊ່ຽວຊານປັນຍາຊົນ ຫວຽດນາມ ທີ່ອາໄສຢູ່ຕ່າງປະເທດ ຍ້ອນບັນດາປະກອບສ່ວນຄວາມຄິດເຫັນ ແລະ ເຂົ້າຮ່ວມບັນດາການເຄື່ອນໄຫວກໍ່ສ້າງ, ພັດທະນານະຄອນ.
ຍສໝ - ວັນທີ 7 ພະຈິກ, ຢູ່ນະຄອນ ເກີນເທີ, ຄະນະປະຕິບັດງານຂອງຄະນະກຳມະການວຽກງານກ່ຽວກັບບັນດາອົງການທີ່ບໍ່ຂຶ້ນກັບລັດຖະບານຕ່າງປະເທດ (NGO) ໂດຍທ່ານ ຫງວຽນຫງອກຮຸ່ງ, ຮອງປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ, ຮອງຫົວໜ້າຄະນະກຳມະການວຽກງານກ່ຽວກັບບັນດາອົງການ NGO - ເປັນຫົວໜ້າຄະນະ ໄດ້ມີການພົບປະແລກປ່ຽນ, ແບ່ງປັນຂໍ້ມູນຂ່າວສານກັບບັນດາອົງການ NGO ພວມເຄື່ອນໄຫວຢູ່ນະຄອນ ເກີນເທີ.
ຍສໝ - ວັນທີ 6 ພະຈິກ, ທີ່ຮ່າໂນ້ຍ, ກະຊວງການຕ່າງປະເທດຫວຽດນາມ ໄດ້ຈັດຕັ້ງກອງປະຊຸມຂ່າວກ່ຽວກັບການຈັດລາຍການ “ວັນຫວຽດນາມ ຢູ່ຕ່າງປະເທດ 2024”.
ຍສໝ - ວັນທີ 4 ພະຈິກ, ຄະນະກຳມະການວຽກງານກ່ຽວກັບບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ (NGO) ໂດຍທ່ານນາງ ໂດ໊ທິກິ່ມຢຸ່ງ - ຮອງຫົວໜ້າ, ຄະນະປະສານງານການອຸປະຖຳປະຊາຊົນ ຂອງສະຫະພັນບັນດາອົງການມິດຕະພາບ ຫວຽດນາມ - ເປັນຫົວໜ້າຄະນະ ໄດ້ມີການເຮັດວຽກກັບການນຳຄະນະກຳມະການປະຊາຊົນແຂວງ ກ່າເມົາ ກ່ຽວກັບວຽກງານການຄຸ້ມຄອງບັນດາການເຄື່ອນໄຫວ, ຂົນຂວາຍ ແລະ ນຳໃຊ້ບ້ວງຊ່ວຍເຫຼືອ NGO ໃນບໍລິເວນແຂວງ ກ່າເມົາ ແຕ່ປີ 2023 ເຖິງປະຈຸບັນ.
ຍສໝ - ຕອນບ່າຍວັນທີ 11 ມິຖຸນາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນພິທີລົງນາມໃນແຜນການສົມທົບກັນເຮັດວຽກ 2024 ລະຫວ່າງຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ແລະ ຄະນະທະນາຍຄວາມຮ່າໂນ້ຍ.
ຍສໝ - ຕອນເຊົ້າວັນທີ 1 ພະຈິກ, ຢູ່ຮ່າໂນ້ຍ, ທ່ານ ເລຮ່ວາຍຈູງ, ເລຂາທິການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ໃຫ້ການຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ He Wei ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປ ຈີນ ປະຈຳ ຫວຽດນາມ ເນື່ອງໃນໂອກາດເລີ່ມຕົ້ນປະຕິບັດໜ້າທີ່ການທູດ ຢູ່ຫວຽດນາມ.
ຍສໝ - ຢູ່ປະເທດ ຍີ່ປຸ່ນ ມີຊາວຕ່າງປະເທດຫຼາຍກວ່າ 3 ລ້ານຄົນ. ການລົງທະບຽນເຂົ້າຮ່ວມໂຄງການບໍານານຈະສ້າງພື້ນຖານເສດຖະກິດໃຫ້ເຂົາເຈົ້າສືບຕໍ່ດໍາລົງຊີວິດຢູ່ທີ່ນີ້ເມື່ອພວກເຂົາເຖົ້າແກ່.
ຍສໝ - ຫວ່າງມໍ່ໆມານີ້, ສອງແຂວງດົ່ງນາຍ ແລະ ເຫງະອານ ໄດ້ຈັດການຝຶກອົບຮົມ ແລະ ສຳມະນາຍົກສູງກຳລັງຄວາມສາມາດໃນການຂົນຂວາຍການອຸປະຖຳຈາກອົງການທີ່ບໍ່ຂຶ້ນກັບລັດຖະບານຕ່າງປະເທດ, ໂດຍດຶງດູດພະນັກງານທຸກຂັ້ນເຂົ້າຮ່ວມ ເພື່ອແນໃສ່ຊຸກຍູ້ປະສິດທິຜົນການຮ່ວມມື ແລະ ການໜູນຊ່ວຍສາກົນໃຫ້ແກ່ບັນດາທ້ອງຖິ່ນ.