5 ການເຄື່ອນໄຫວໃຫຍ່ເພື່ອເຊື່ອມຕໍ່ຊາວຫວຽດນາມ ອາໄສຢູ່ຕ່າງປະເທດກັບບ້ານເກີດເມືອງນອນໃນເດືອນເມສາ

23:01 | 25/03/2025

ຍສໝ - ຕອນບ່າຍວັນທີ 24 ມີນາ, ຢູ່ຮ່າໂນ້ຍ, ຄະນະປະຈໍາລັດຖະບານກ່ຽວກັບຊາວຫວຽດນາມ - ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມຖະແຫຼງຂ່າວເພື່ອ​ແຈ້ງ​ໃຫ້​ຊາບກ່ຽວກັບບາງການເຄື່ອນໄຫວໂດຍຄະນະກໍາມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ຈັດຕັ້ງໃນໄຕມາດທີ 2 ປີ 2025.

ກອງປະຊຸມລັດຖະມົນຕີອາຊຽນກ່ຽວກັບຄວາມປອດໄພທາງເຄືອຂ່າຍອິນເຕີແນັດ ຄັ້ງທີ 5 (AMCC - 5)
ໜັງສືພິມອີຢິບ ໄດ້ລົງບົດຂຽນຍ້ອງຍໍປະທານໂຮ່ຈີມິນ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄ້າຍວັນເກີດ ປະທານ ໂຮ່ຈິມິນ ຄົບຮອບ 130 ປີ (19/5/1890 – 19/5/2020)

​ປຸກລະດົມ​ວັນເຊີດຊູ​ພາສາ​ຫວຽດ

ທ່ານ ຮອງຫົວໜ້າຄະນະກໍາມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ຫງວຽນແມ້ງດົງ ໃຫ້ຮູ້ວ່າ, “ພິທີປຸກລະດົມວັນເຊີດຊູ​ພາສາຫວຽດ ແລະ ງານປະກວດຊອກຫາເອກອັກຄະລັດຖະທູດ ພາສາຫວຽດ ຢູ່ຕ່າງປະເທດ ປີ 2025” ໄດ້ຈັດຂຶ້ນໃນວັນທີ 29 ມີນາ ຢູ່ຮ່າໂນ້ຍ ດ້ວຍຮູບການໂດຍກົງເຊື່ອມຕໍ່ອອນໄລເຖິງບັນດາອົງການຜູ້ຕາງໜ້າໃນທົ່ວໂລກ ແລະ ປະຊາຄົມຊາວຫວຽດນາມ ຢູ່ຕ່າງປະເທດ.

ທີ່​ພິທີ, ຄະນະ​ຈັດ​ຕັ້ງ​ ຈະ​ແຈ້ງ​ໃຫ້​ຊາບ​ກ່ຽວ​ກັບ​ແຜນການ​ຜັນ​ຂະຫຍາຍ​ວັນເຊີດຊູ​ພາສາ​ຫວຽດ ໃນປະຊາຄົມຊາວຫວຽດນາມ ຢູ່​ຕ່າງປະ​ເທດ​ໃນ​ປີ​ນີ້. ພ້ອມ​ກັນ​ນັ້ນ, ກໍ່​ປຸກລະດົມ​ວັນເຊີດຊູ​ພາສາ​ຫວຽດ 2025 ​ແລະ ງານ​ປະກວດຊອກ​ຫາ​ເອກ​ອັກຄະ​ລັດຖະທູດ​ພາສາ​ຫວຽດ ຢູ່​ຕ່າງປະ​ເທດ 2025; ​ໄດ້​ປະກາດ​ການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງ​ເພື່ອ​ຕອບ​ສະໜອງ​​ວັນເຊີດຊູ​ພາສາ​ຫວຽດ 2025.

5 ການເຄື່ອນໄຫວໃຫຍ່ເພື່ອເຊື່ອມຕໍ່ຊາວຫວຽດນາມ ອາໄສຢູ່ຕ່າງປະເທດກັບບ້ານເກີດເມືອງນອນໃນເດືອນເມສາ

ທ່ານ ຮອງຫົວໜ້າຄະນະກໍາມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ຫງວຽນແມ້ງດົງ ກ່າວ​ຄຳ​ປາໄສທີ່​ກອງ​ປະຊຸມຖະແຫຼງ​ຂ່າວ. ພາບ: ຟ້າມຫຼີ

ກ່ຽວກັບກົກເຄົ້າເຫງົ້າຕໍ - ສະແດງຄວາມຮູ້ບຸນຄຸນຕໍ່ບັນດາບັນ​ພະ​ບຸ​ລຸດ

ຂໍ້ມູນກ່ຽວ​ກັບ​ໂຄງການ​ຂອງ​ຄະນະ​​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​ເຂົ້າ​ຮ່ວມໄຫວ້ບູຊາບັນພະບຸລຸດເຈົ້າຊີວິດ ຮຸ່ງເວືອງ, ທ່ານ ຫງວຽນ​ແມ້ງ​ດົງ ​ໃຫ້​ຮູ້​ວ່າ: ການ​ຈັດ​ຕັ້ງໃຫ້​ຄະນະ​​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ເຂົ້າ​ຮ່ວມໄຫວ້ບູຊາບັນພະບຸລຸດເຈົ້າຊີວິດ ຮຸ່ງເວືອງ 2025 ບໍ່​ພຽງ​ແຕ່​ສະ​ແດງ​ໃຫ້​ເຫັນຫຼັກສິນທຳ “ກິນເຂົ້າຄິດຮອດຄຸນນາ ກິນປາຄິດຮອດຄຸນນ້ຳ” ​ເທົ່າ​ນັ້ນ, ຫາກ​ຍັງ​ປະກອບສ່ວນ​ຜັນຂະຫຍາຍ​ບັນດາແຜນນະໂຍບາຍ​,​ ນະ​ໂຍບາຍ​ຂອງ​ພັກ ​ແລະ ລັດທີ່ວ່າງອອກໃຫ້ປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະ​ເທດ​ໃນສະພາບການໃໝ່.

ນີ້​ກໍ່​ແມ່ນ​ການ​ເຄື່ອນ​ໄຫວ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ເຊື່ອມຕໍ່​ລະຫວ່າງ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ກັບ​ບ້ານ​ເກີດ​ເມືອງ​ນອນ, ປະ​ເທດ​ຊາດ, ​ເສີມຂະຫຍາຍມູນເຊື້ອມຸ່ງໄປເຖິງກົກເຄົ້າເຫງົ້າຕໍ ​ແລະ ສະ​ແດງ​ຄວາມ​ຮູ້​ບຸນຄຸນ​ຕໍ່​ບັນພະບຸລຸດ; ຜ່ານ​ນັ້ນ ກໍ່ປະກອບສ່ວນ​ປົກ​ປັກ​ຮັກສາ ​ແລະ ​​ເສີມຂະຫຍາຍ​ບັນດາ​ຄຸນຄ່າ​ວັດທະນະທຳ​ອັນ​ດີງາມ​ຢູ່​​ປະຊາ​ຄົມ​ຊາວ ຫວຽດນາມ ​ໃນ​ທົ່ວ​ໂລກ, ​ເພີ່ມ​ທະວີ ​ແລະ ປັບປຸງ​ກຸ່ມກ້ອນມະຫາສາມັກຄີຂອງຊາດ.

ຖ້ຽວລົດໄຟທີ່ມີຊື່ວ່າ "ກຸ່ມກ້ອນມະຫາສາມັກຄີ"

ທີ່​ການ​ພົບ​ປະ, ທ່ານ ຫງວຽນ​ແມ້ງ​ດົງ ​ໃຫ້​ຮູ້​ວ່າ ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ຄະນະ​ກຳມະການ​ແຫ່ງ​ລັດ​ກ່ຽວ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ສົມທົບ​ກັບ​ເຫຼົ່າທັບເຮືອ ​ໄດ້​ຈັດ​ຕັ້ງ​ລາຍການ “ຄະນະ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ໄປ​ຢ້ຽມຢາມ​ບັນດາ​ທະຫານ ​ແລະ ປະຊາຊົນ​ເມືອງ​ເກາະ ເຈື່ອງຊາ ​ແລະ ເຮືອນຄ້າງ DKI” ​ໄດ້​ນຳ​ມາ​ເຊິ່ງໝາກຜົນ​ທີ່​ມີ​ຄວາມ​ໝາຍ​ຍຸດ​ທະ​ສາດ, ປະກອບສ່ວນ​ເຜີຍ​ແຜ່​ຄວາມ​ຮັກ​ແພງ​ຕໍ່​ບ້ານ​ເກີດ​ເມືອງ​ນອນປະເທດຊາດ ​ແລະ ສະຕິປົກ​ປັກ​ຮັກສາ​ອະທິປະ​ໄຕ​ເຂດ​ທະ​ເລໝູ່​​ເກາະໃນປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ.

ບັນດາ​ການ​ເຄື່ອນ​ໄຫວ​ຕົ້ນຕໍ​ໃນ​ຄັ້ງ​ນີ້​ຄາດ​ວ່າ​ລວມມີ: ການ​ຢ້ຽມຢາມ ​ແລະ ມອບ​ຂອງຂວັນ​ໃຫ້​ທະຫານ ​ແລະ ປະຊາຊົນ​ເມືອງ​ເກາະ ​ເຈື່ອງ​ຊາ; ເຂົ້າຮ່ວມພິທີລະນຶກເຖິງວິລະຊົນຜູ້ເສຍສະຫຼະຊີວິດເພື່ອຊາດ ເພື່ອພາລະກິດປົກປັກຮັກສາອະທິປະໄຕຂອງທະເລ, ໝູ່ເກາະອັນສັກສິດຂອງປະເທດຊາດ, ຈັດຕັ້ງບັນດາລາຍການພົບປະແລກປ່ຽນສິລະປະກັບພະນັກງານ, ນັກຮົບ ແລະ ປະຊາຊົນພວມດຳລົງຊີວິດ ແລະ ເຮັດວຽກຢູ່ ເຈື່ອງຊາ; ຫຼັງຈາກນັ້ນ ຈະເຂົ້າຮ່ວມພິທີສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້ ແລະ ທ້ອນໂຮມປະເທດຊາດເປັນເອກະພາບ (30 ເມສາ 1975 – 30 ເມສາ 2025) ຢູ່ນະຄອນ ໂຮ່ຈີມິນ.

ບັນດາການເຄື່ອນໄຫວທີ່ມີຄວາມໝາຍຂອງຄະນະຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ສະແດງໃຫ້ເຫັນນ້ຳໃຈສາມັກຄີຂອງຊາດລະຫວ່າງບັນດາພີ່ນ້ອງຮ່ວມຊາດຢູ່ພາຍໃນ ແລະ ຕ່າງປະເທດ, ລະຫວ່າງປະຊາຊົນ ແລະ ທະຫານຢູ່ເມືອງເກາະ ເຈື່ອງຊາ ແລະ ຢູ່ເຂດເຮືອນຄ້າງ, ເຮັດໃຫ້ເລິກເຊິ່ງສາຍພົວພັນລະຫວ່າງທະຫານ ແລະ ປະຊາຊົນໃນໄລຍະກໍ່ສ້າງ ແລະ ພັດທະນາປະເທດຊາດ ຕື່ມອີກ, ພິເສດແມ່ນໃນສະພາບການສະເຫຼີມສະຫຼອງ 50 ປີແຫ່ງວັນທ້ອນໂຮມປະເທດຊາດເປັນເອກະພາບ....

ແຫ່ຂະບວນເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້

​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ປົດ​ປ່ອຍ​ພາກ​ໃຕ້ ​ແລະ ວັນ​ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ, ກະຊວງ​ການ​ຕ່າງປະ​ເທດ​ໄດ້​ສົມທົບ​ກັບ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ​ໂຮ່ຈິ​ມິນ ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງ​ໃຫ້​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ.

ທີ່​ພິທີ​ສະ​ເຫຼີ​ມສະຫຼອງ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 30 ເມສາ, ບັນດາ​ຜູ້​ແທນ​ຊາວຫວຽດນາມ ຢູ່​ຕ່າງປະ​ເທດ​ຈະ​ເຂົ້າ​ຮ່ວມ​ຄື: ກຸ່ມ​ຂະ​ບວນແຫ່ (ລວມມີ 120 ຄົນ); ກຸ່ມ​ເຂົ້າ​ຮ່ວມເທິງ​ເວທີ​ເຫັນ​ປະຈັກຕາບັນດາການເຄື່ອນໄຫວ (ຄາດ​ວ່າ​ຈະ​ມີ 200 ຄົນ).

ກອງ​ປະ​ຊຸມ​ເສີມຂະຫຍາຍແຫຼ່ງ​ກຳລັງຂອງຊາວ​ຫວຽດ​ນາມ ​ຢູ່​ຕ່າງ​ປະ​ເທດ

​ກໍ່ໃນ​ເດືອນ ເມສາ 2025, ຈະ​ຈັດ​ຕັ້ງ​ກອງ​ປະຊຸມ​ເສີມຂະຫຍາຍ​ແຫຼ່ງກຳລັງຂອງຊາວ​ຫວຽດນາມ ຢູ່​ຕ່າງປະ​ເທດ, ສະຫຼຸບ 5 ປີ​ຂອງ​ໂຄງການ “ລະດົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​ເຂົ້າ​ຮ່ວມ​ການ​ແນະນຳ, ບໍລິ​ໂພ​ກຜະລິດຕະພັນ ​ແລະ ພັດທະນາບັນດາ​ຊ່ອງ​ທາງ​ຈຳໜ່າຍ​ສິນຄ້າ​ຫວຽດນາມ ຢູ່​ຕ່າງປະ​ເທດ” ຕາມ​ມະຕິ​ເລກທີ 1797/QD-TTg ລົງ​ວັນ​ທີ 12 ທັນວາ 2019 ຂອງ​ນາຍົກລັດຖະມົນຕີ. ຄາດວ່າ, ກອງ​ປະຊຸມ​ຄັ້ງ​ນີ້​ຈະ​ຈັດ​ຂຶ້ນ​ແຕ່​ວັນ​ທີ 26-28 ​ເມສາ 2025 ຢູ່​ນະຄອນ ຫຍ່າຈ່າງ, ​ແຂວງ ​ແຄ໋ງຮ່ວາ.

ກອງ​ປະຊຸມ​ຄາດ​ວ່າ​ຈະ​ມີ​ການ​ເຂົ້າ​ຮ່ວມ​ຂອງບັນດາ​ຜູ້​ແທນ​ຫວຽດນາມ ຢູ່​ຕ່າງປະ​ເທດ​ທີ່​ເປັນ​ຫົວໜ້າ​ຂອງວິສາຫະກິດ​ທີ່ມີ​ລະບົບ​ຕ່ອງ​ໂສ້​ຊຸບ​ເປີ​ມາ​ເກັດ ​ແລະ ລະບົບ​ຈຳໜ່າຍສີນຄ້າ​ຢູ່​ຕ່າງປະ​ເທດ, ນັກທຸລະກິດ ​ແລະ ວິ​ສາ​ຫະກິດຊາວຫວຽດນາມ ຢູ່​ຕ່າງປະ​ເທດ, ການ​ນຳບັນດາ​ສະມາຄົມ, ນັກ​ຂ່າວ, ສື່​ມວນ​ຊົນ ​ຫວຽດນາມ ຢູ່​ຕ່າງປະ​ເທດ; ບັນດາຫົວໜ້າ​ອົງການ​ຜູ້ຕາງໜ້າ​ ຫວຽດນາມ ​ຢູ່ໃນ​ບາງບໍລິເວນ​ທີ່​ມີ​ຊາວ​ຫວຽດນາມ ຢູ່​ຕ່າງປະ​ເທດ​ເປັນ​ຈຳນວນ​ຫຼວງ​ຫຼາຍ; ຜູ້ຕາງໜ້າການນຳບັນດາກະຊວງ, ຄະນະ, ຂະແໜງການ, ອົງການການເມືອງ-ສັງຄົມ, ສູນກາງແນວໂຮມປະເທດຊາດຫວຽດນາມ, ບັນດາແຂວງ, ນະຄອນ, ສະມາຄົມຕິດຕໍ່ສື່ສານ, ສະມາຄົມພີ່ນ້ອງຊາວຫວຽດນາມ ຢູ່ຕ່າງປະເທດ, ສະມາຄົມວິສາຫະກິດ, ບັນດາໂຮງຮຽນ, ສະຖາບັນ, ຮາກຖານຄົ້ນຄວ້າ, ວິສາຫະກິດທີ່ມີຄວາມຕ້ອງຢາກຮ່ວມມືກັບຊາວຫວຽດນາມ ຢູ່ຕ່າງປະເທດ.

ໂປແກຼມ ຫວຽດ ຊ່ວຍໃຫ້ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດໄປຢ້ຽມຢາມຫໍພິພິທະພັນປະຫວັດສາດການທະຫານໃນຊ່ອງດິຈິຕອນ

ໂປແກຼມ ຫວຽດ ຊ່ວຍໃຫ້ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດໄປຢ້ຽມຢາມຫໍພິພິທະພັນປະຫວັດສາດການທະຫານໃນຊ່ອງດິຈິຕອນ

ຍສໝ - ຊາວ​ຫວຽດນາມ ອາໄສ​ຢູ່​ຕ່າງປະ​ເທດ​ທີ່ຢູ່​ຫ່າງ​ໄກ​ຈາກ​ບ້ານ​ເກີດ​ເມືອງ​ນອນ​ສາມາດ​ດາວ​ໂຫຼດ​ໂປແກຼມ YooLife ຢູ່ App Store ຫຼື CH Play ​ເພື່ອ​ເຂົ້າ​ຢ້ຽມ​ຢາມ​ຫໍພິພິທະ​ພັນ​ປະຫວັດສາດ​ການ​ທະຫານຫວຽດນາມ ​ໃນ​ຊ່ອງ​ດິຈິ​ຕອນ.

ພາສາຫວຽດນາມ - ສະໝໍ - ດຶງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ກັບຄືນຫາ​ກົກເຄົ້າເຫງົ້າກໍ

ພາສາຫວຽດນາມ - ສະໝໍ - ດຶງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ກັບຄືນຫາ​ກົກເຄົ້າເຫງົ້າກໍ

ຍສໝ - ພາສາຫວຽດນາມ ບໍ່​ພຽງ​ແຕ່​ແມ່ນ​ວິ​ທີ​ການ​ສື່​ສານ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນເຊືອກທີ່ບໍ່ມີຕົນຕົວ​ເຊື່ອມ​ຕໍ່​ບັນດາຊາວຫວຽດນາມ ທີ່​ຢູ່​ຫ່າງ​ໄກ​ຈາກກົກເຄົ້າເຫງົ້າກໍ, ຊ່ວຍ​ໃຫ້​ເຂົາ​ເຈົ້າ​ຟື້ນ​ຟູ​ຄວາມ​ຊົງ​ຈໍາ, ສີສັນ ແລະ ຄວາມ​ຮັກແພງ​ສໍາ​ລັບ​ບ້ານ​ເກີດ​ເມືອງ​ນອນ​​ໃນ​ໄລ​ຍະ​ການ​ປ່ຽນ​ແປງ​ຂອງ​ຊີ​ວິດ.

ແທັງຮັ່ງ

ທ່ານອາດຈະມັກ

ຮ່ວມເດີນທາງ, ຮັບ​ຟັງ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ດ້ວຍ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຢາກ​ນຳ​ບ້ານ​ເກີດ​ເມືອງ​ນອນ - ປະ​ເທດ​ເຂົ້າ​ສູ່​ຍຸກ​ແຫ່ງ​ການ​ເຕີບ​ໂຕ​ຂອງ​ປະ​ເທດ​ຊາດ

ຮ່ວມເດີນທາງ, ຮັບ​ຟັງ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ດ້ວຍ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຢາກ​ນຳ​ບ້ານ​ເກີດ​ເມືອງ​ນອນ - ປະ​ເທດ​ເຂົ້າ​ສູ່​ຍຸກ​ແຫ່ງ​ການ​ເຕີບ​ໂຕ​ຂອງ​ປະ​ເທດ​ຊາດ

ເຫດການ