ຂົວຕໍ່ຊຸກຍູ້ການພົວພັນມິດຕະພາບ, ການຮ່ວມມືລະຫວ່າງ ຫວຽດນາມ ແລະ ຣູມານີ

ຂົວຕໍ່ຊຸກຍູ້ການພົວພັນມິດຕະພາບ, ການຮ່ວມມືລະຫວ່າງ ຫວຽດນາມ ແລະ ຣູມານີ

ຍສໝ - ຢູ່ຮ່າໂນ້ຍ, ສະມາຄົມມິດຕະພາບ ຫວຽດນາມ-ຣູມານີ ໄດ້ຈັດຕັ້ງການພົບປະສັງສັນມິດຕະພາບ ເນື່ອງໃນໂອກາດສະເຫຼີມສະຫຼອງ 106 ປີແຫ່ງວັນຊາດ ຣູມານີ (1 ທັນວາ 1918 / 1 ທັນວາ 2024) ແລະມຸ່ງໄປເຖິງສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຫວຽດນາມ ແລະ ຣູມານີ (3 ກຸມພາ 1950 / 3 ກຸມພາ 2025).

64 ປີແຫ່ງວັນສ້າງຕັ້ງການພົວພັນ ຫວຽດນາມ - ກູບາ: ສືບທອດມູນເຊື້ອ, ເປີດກວ້າງການຮ່ວມມືໃນອະນາຄົດ

64 ປີແຫ່ງວັນສ້າງຕັ້ງການພົວພັນ ຫວຽດນາມ - ກູບາ: ສືບທອດມູນເຊື້ອ, ເປີດກວ້າງການຮ່ວມມືໃນອະນາຄົດ

ຍສໝ - ຫວ່າງ​ມໍ່ໆມາ​ນີ້, ຢູ່​ນະຄອນ ​ໂຮ່ຈີ​ມິນ, ສະຖານ​ກົງສູນ​ໃຫຍ່​ສາທາລະນະ​ລັດ ກູ​ບາ ປະຈຳ​ນະຄອນ ​ໂຮ່ຈີ​ມິນ ​ໄດ້​ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ 64 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ ກູ​ບາ ​ແລະ ຫວຽດນາມ (2 ທັນວາ 1960 - 2 ທັນວາ 2024).

ຊຸກຍູ້ຄວາມສາມາດບົ່ມຊ້ອມໃນການຮ່ວມມືດ້ານການທ່ອງທ່ຽວລະຫວ່າງ ຫວຽດນາມ ແລະ ກວາງຊີ, ຈີນ

ຊຸກຍູ້ຄວາມສາມາດບົ່ມຊ້ອມໃນການຮ່ວມມືດ້ານການທ່ອງທ່ຽວລະຫວ່າງ ຫວຽດນາມ ແລະ ກວາງຊີ, ຈີນ

ຍສໝ - ຫວ່າງມໍ່ໆມານີ້, ເຫດການ “ກວາງຊີ ສວຍງາມ - ​ພົບປະແລກປ່ຽນ​ວັດທະນະທຳ​ ແລະ ໂຄສະນາການທ່ອງທ່ຽວ​ ​ກວາງຊີ, ຈີນ” ​ໄດ້​ໄຂ​ຂຶ້ນ​ຢູ່​ ຮ່າ​ໂນ້ຍ, ເຊິ່ງ​ໄດ້​ເປີດ​ກາລະ​ໂອກາດ​ໃໝ່​ໃນ​ການ​ຮ່ວມ​ມື​ດ້ານ​ການທ່ອງທ່ຽວ ​ແລະ ​ແລກປ່ຽນ​ວັດທະນະທຳ​ລະຫວ່າງ ​ຫວຽດນາມ - ຈີນ.

ປະທານ​ປະ​ທານ VUFO ຟານ​ແອງ​ເຊີນ ​ໄດ້​ຕ້ອນຮັບ​ການ​ນຳ​ສະມາຄົມ​ແລກປ່ຽນ​ສາກົນ​ຈີນ

ປະທານ​ປະ​ທານ VUFO ຟານ​ແອງ​ເຊີນ ​ໄດ້​ຕ້ອນຮັບ​ການ​ນຳ​ສະມາຄົມ​ແລກປ່ຽນ​ສາກົນ​ຈີນ

ຍສໝ - ຕອນ​ເຊົ້າ​ວັນ​ທີ 4 ທັນວາ, ຢູ່​ຮ່າ​ໂນ້ຍ, ທ່ານ​ຟານ​ແອງ​ເຊີນ, ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ (VUFO) ​ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານ ຢີ່ບິງຊ່ຽນ, ຮອງ​ຫົວໜ້າກຳມະການ ຄະນະ​ປະຈຳກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຈີນ ​ຊຸດ​ທີ XIII, ປະທານ​ສະມາຄົມການ​ພົບປະແລກ​ປ່ຽນ​ສາ​ກົນ​ ຈີນ (CAFIU).

ເຜີຍແຜ່ບັນດາຜົນງານຂ່າວສານການຕ່າງປະເທດເພື່ອໃຫ້ເພື່ອນມິດສາກົນເຂົ້າໃຈ ແລະຮັກແພງຫວຽດນາມ ຫຼາຍກວ່າ

ເຜີຍແຜ່ບັນດາຜົນງານຂ່າວສານການຕ່າງປະເທດເພື່ອໃຫ້ເພື່ອນມິດສາກົນເຂົ້າໃຈ ແລະຮັກແພງຫວຽດນາມ ຫຼາຍກວ່າ

ຍສໝ - ຕອນ​ຄ່ຳ​ວັນ​ທີ 3 ທັນວາ, ພິທີ​ມອບ​ລາງວັນທົ່ວປະເທດກ່ຽວກັບ​ຂ່າວສານ​ການຕ່າງປະ​ເທດ​ ​ຄັ້ງ​ທີ 10 ​ໄດ້​ດຳເນີນ​ຢູ່​ໂຮງ​ລະຄອນ​ໃຫຍ່, ຮ່າ​ໂນ້ຍ.

ວັນວັດທະນະທໍາ UAE 2024: ເພີ່ມທະວີການພົວພັນແລກປ່ຽນປະຊາຊົນລະຫວ່າງສອງປະເທດ

ວັນວັດທະນະທໍາ UAE 2024: ເພີ່ມທະວີການພົວພັນແລກປ່ຽນປະຊາຊົນລະຫວ່າງສອງປະເທດ

ຍສໝ - ວັນ​ທີ 30 ພະຈິກ 2024, ຢູ່​ຖະໜົນ​​ຍ່າງ​ໜອງ ຮວ່ານກຽມ, ຮ່າ​ໂນ້ຍ, ​ໄດ້​ດຳ​ເນີນ​ການ​ເຄື່ອນ​ໄຫວ “ວັນ​ວັດທະນະທຳ UAE 2024” ດ້ວຍ​ຫຼາຍ​ກິດຈະກຳ​ທີ່​ດຶງ​ດູດ​ໃຈ. ນີ້​ແມ່ນເຫດ​ການ​ ໂດຍ​ສະຖານທູດ​ ສະຫະນະຄອນ ອາ​ຣັບ ​ເອມີ​ເຣດ (UAE) ປະຈຳ ຫວຽດນາມ ​ແລະ ບັນດາ​ວິ​ສາ​ຫະກິດ UAE ທີ່ພວມເຄື່ອນຢູ່ ຫວຽດນາມ ​​ຈັດ​ຕັ້ງ.

ແຂວງ ຫາຍຟ່ອງ ແລະ ເຊີນລາ ໄດ້ຈັດຕັ້ງການພົບປະແລກປ່ຽນຂ່ຳນັບຮັບຕ້ອນວັນຊາດ ລາວ

ແຂວງ ຫາຍຟ່ອງ ແລະ ເຊີນລາ ໄດ້ຈັດຕັ້ງການພົບປະແລກປ່ຽນຂ່ຳນັບຮັບຕ້ອນວັນຊາດ ລາວ

ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 49 ປີແຫ່ງວັນຊາດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (2 ທັນວາ 1975 – 2 ທັນວາ 2024), ແຂວງ ຫາຍຟ່ອງ ແລະ ເຊີນລາ ໄດ້ຈັດຕັ້ງການເຄື່ອນໄຫວພົບປະແລກປ່ຽນມິດຕະພາບ, ສະໜິດຕິດພັນຄວາກຮັກແພງອັນແໜ້ນແຟ້ນລະຫວ່າງປະຊາຊົນສອງຊາດ ​ຫວຽດນາມ - ລາວ.

ເພີ່ມພູນຄູນສ້າງການພົວພັນລະຫວ່າງ ຫວຽດນາມ-ຍີ່ປຸ່ນ ໃຫ້ເລິກເຊິ່ງກວ່າອີກ

ເພີ່ມພູນຄູນສ້າງການພົວພັນລະຫວ່າງ ຫວຽດນາມ-ຍີ່ປຸ່ນ ໃຫ້ເລິກເຊິ່ງກວ່າອີກ

ຍສໝ - ການຢ້ຽມຢາມດຳເນີນໄປໃນໂອກາດທີ່ສອງປະເທດຫາກໍ່ສະເຫຼີມສະຫຼອງ 1 ປີແຫ່ງການຍົກລະດັບການພົວພັນ “ຄູ່ຮ່ວມມືຍຸດທະສາດຮອບດ້ານເພື່ອສັນຕິພາບ ແລະຄວາມວັດທະນາຖາວອນຢູ່ ອາຊີ ແລະໂລກ”; ການພົວພັນ ຫວຽດນາມ-ຍີ່ປຸ່ນ ສືບຕໍ່ພັດທະນາຢ່າງແຂງແຮງ ແລະຮອບດ້ານໃນທຸກຂົງເຂດດ້ວຍຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງສູງ, ການພົບປະແລກປ່ຽນຂັ້ນສູງ ແລະທຸກຂັ້ນດໍາເນີນຢ່າງສະໜິດສະໜົມ.

ປຸກລະດົມການເສັງແຕ້ມຮູບເພື່ອສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຣູມານີ - ຫວຽດນາມ

ປຸກລະດົມການເສັງແຕ້ມຮູບເພື່ອສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຣູມານີ - ຫວຽດນາມ

ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຣູມານີ ແລະ ຫວຽດນາມ (1950 – 2025), ສະຖານທູດ ຣູມານີ ແລະ ສະຖານກົງສຸນ ຣູມານີ ປະຈຳ ນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງການເສັງແຕ້ມຮູບສຳລັບນ້ອງນ້ອຍເຍົາວະຊົນ ຫວຽດນາມ.

ຮ່າຕິ້ງ ແລະບໍລິຄໍາໄຊ ຍູ້ແຮງການພົວພັນມິດຕະພາບ, ການຮ່ວມມື

ຮ່າຕິ້ງ ແລະບໍລິຄໍາໄຊ ຍູ້ແຮງການພົວພັນມິດຕະພາບ, ການຮ່ວມມື

ຍສໝ - ສອງແຂວງຮ່າຕິ້ງ-ບໍລິຄຳໄຊ ສົມທົບກັນຮັບປະກັນຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍຢູ່ຊາຍແດນ; ສືບຕໍ່ຮ່ວມມືພັດທະນາເສດຖະກິດ, ວັດທະນະທຳ, ສັງຄົມ ແລະເພີ່ມທະວີຮັດແໜ້ນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງແຂວງ.

ເພີ່ມພູນຄູນສ້າງ, ພັດທະນາການພົວພັນລະຫວ່າງນະຄອນໂຮ່ຈີມິນ ແລະບັນດາທ້ອງຖິ່ນຂອງລາວ

ເພີ່ມພູນຄູນສ້າງ, ພັດທະນາການພົວພັນລະຫວ່າງນະຄອນໂຮ່ຈີມິນ ແລະບັນດາທ້ອງຖິ່ນຂອງລາວ

ຍສໝ - ຕາງໜ້າການນໍາ ແລະປະຊາຊົນນະຄອນ, ທ່ານ ຫງວຽນໂຮ່ຫາຍ ສະແດງຄວາມຊົມເຊີຍ ແລະອວຍພອນຜົນງານອັນໃຫຍ່ຫຼວງທາງດ້ານເສດຖະກິດ-ສັງຄົມ ເຊິ່ງປະຊາຊົນລາວ ໂດຍພາຍໃຕ້ການນໍາພາຂອງພັກປະຊາຊົນປະຕິວັດລາວ ຍາດມາໄດ້ໃນໄລຍະຜ່ານມາ; ສະແດງອາລົມຈິດສະໜິດຕິດພັນ, ຄວາມສາມັກຄີຂອງພະນັກງານ, ປະຊາຊົນນະຄອນໂຮ່ຈີມິນ ທີ່ມີຕໍ່ປະຊາຊົນລາວ ແລະປາດຖະໜາຢາກສືບຕໍ່ເພີ່ມທະວີບັນດາການເຄື່ອນໄຫວຮ່ວມມືເພື່ອໃຫ້ການພົວພັນຫວຽດນາມ ແລະລາວ ນັບມື້ມັບພັດທະນາຢ່າງເລິກເຊິ່ງ.

ເພີ່ມທະວີການສົມທົບກັນລະຫວ່າງ VUFO ແລະ ບັນດາອົງການຜູ້ຕາງໜ້າ ຫວຽດນາມ ປະຈຳຕ່າງປະເທດ

ເພີ່ມທະວີການສົມທົບກັນລະຫວ່າງ VUFO ແລະ ບັນດາອົງການຜູ້ຕາງໜ້າ ຫວຽດນາມ ປະຈຳຕ່າງປະເທດ

ຍສໝ - ນີ້​ແມ່ນ​ເນື້ອ​ໃນແລກປ່ຽນ​ຕົ້ນຕໍ​ທີ່​ການພົບປະ ແລະ ເຮັດວຽກກັບ​ຫົວໜ້າ​ອົງການ​ຜູ້ຕາງໜ້າ ​ຫວຽດນາມ ​ປະຈຳຕ່າງປະ​ເທດ​ ອາຍຸການ 2025-2028 ​ໂດຍ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ ຫວຽດນາມ ໄດ້ຈັດ​ຕັ້ງ​ໃນ​ວັນ​ທີ 22 ພະຈິກ ຢູ່ ຮ່າ​ໂນ້ຍ.

ປະກອບສ່ວນເພີ່ມພູນຄູນສ້າງການພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດຫວຽດນາມ - ລາວ

ປະກອບສ່ວນເພີ່ມພູນຄູນສ້າງການພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດຫວຽດນາມ - ລາວ

ຍສໝ - ໄດ້ມີ​ຄວາມ​ເອົາ​ໃຈ​ໃສ່ ​ແລະ ການ​ຊີ້​ນຳ​ນຳພາ​ຂອງ​ຄະນະ​ພັກ​ແຂວງ, ສະພາ​ປະຊາຊົນ, ຄະນະກຳມະການປະຊາຊົນ , ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ​ແຂວງ, ສະຫະພັນ​ບັນດາ​ອົງການ​ມິດຕະພາບ ​ຫວຽດນາມ - ລາວ ​ແຂວງ ໄດ້​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ​ເຄື່ອນ​ໄຫວ​ຢ່າງ​ຕັ້ງໜ້າ ​ແລະ ບັນລຸ​ໄດ້​ບັນດາ​ໝາກຜົນ​ທີ່ໜ້າປະທັບໃຈ, ປະກອບສ່ວນເຂົ້າໃນ​ຜົນສຳເລັດລວມເພື່ອເພີ່ມພູນຄູນສ້າງການ​ພົວພັນມິດຕະພາບ ແລະ ຄວາມສາມັກຄີຂອງແຂວງ.

ການພົບປະແລກປ່ຽນເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ລາວ ແລະ ວັນຄູຫວຽດນາມ

ການພົບປະແລກປ່ຽນເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ລາວ ແລະ ວັນຄູຫວຽດນາມ

ຍສໝ​ - ໃນວັນທີ 23 ເດືອນພະຈິກ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບແຂວງ ສົມທົບກັບພະແນກພົວພັນຕ່າງປະເທດ, ວິທະຍາໄລ ລາຍເຈົາ, ຄະນະຜູ້ແທນກຸ່ມບັນດາອົງການ ແລະ ວິສາຫະກິດແຂວງ ຈັດຕັ້ງລາຍການພົບປະແລກປ່ຽນເພື່ອສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ລາວ, ວັນຄູຫວຽດນາມ ແລະ ອຳລານັກສຶກສາລາວ.

ນາຍົກລັດຖະມົນຕີ: ແຕ່ລະຄົນເສີມຂະຫຍາຍຈົນສຸດຄວາມສາມາດຂອງຕົນເພື່ອປະເທດຊາດພັດທະນາບຸກທະລຸ

ນາຍົກລັດຖະມົນຕີ: ແຕ່ລະຄົນເສີມຂະຫຍາຍຈົນສຸດຄວາມສາມາດຂອງຕົນເພື່ອປະເທດຊາດພັດທະນາບຸກທະລຸ

ຍສໝ - ຕອນ​ຄ່ຳ​ວັນ​ທີ 16 ພະຈິກ, ຕາມ​ເວລາ​ທ້ອງ​ຖິ່ນ, ພາຍຫຼັງ​ເດີນທາງ​ໄປ​ຮອດ​ນະຄອນ Rio de Janeiro, ປະ​ເທດ ບຣາຊິນ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມ​ດ້ວຍ​ພັນ​ລະ​ຍາ​ໄດ້​ມີ​ການ​ພົບ​ປະ​ກັບ​ພະນັກງານ, ລັດຖະກອນ​ສະຖານທູດ ​ແລະ ປະຊາ​ຄົມ​ຊາວ ຫວຽດນາມ ຢູ່​ແຫ່ງ​ນີ້.

ຍົກລະດັບການພົວພັນ ຫວຽດນາມ-ມາເລເຊຍ ຂື້ສູ່ລະດັບສູງໃໝ່

ຍົກລະດັບການພົວພັນ ຫວຽດນາມ-ມາເລເຊຍ ຂື້ສູ່ລະດັບສູງໃໝ່

ຍສໝ - ສະຫາຍ ເລຮວ່າຍຈູງ ໃຫ້ຮູ້ວ່າ ການຢ້ຽມຢາມມາເລເຊຍ ຢ່າງເປັນທາງການຂອງທ່ານເລຂາທິການໃຫຍ່ ໂຕເລິມ ພ້ອມດ້ວຍພັນລະຍາ ແມ່ນມີຄວາມໝາຍສຳຄັນທີ່ສຸດ, ເພື່ອແນໃສ່ສືບຕໍ່ຜັນຂະຫຍາຍແນວທາງການພົວພັນຕ່າງປະເທດຂອງກອງປະຊຸມໃຫຍ່ ຄັ້ງທີ 13 ຂອງພັກ, ໃນນັ້ນໃຫ້ບຸລິມະສິດພັດທະນາການພົວພັນກັບບັນດາປະເທດບ້ານໃກ້ເຮືອນຄຽງ ແລະອາຊຽນ.

ເຮັດໃຫ້ການພົວພັນຫວຽດນາມ-ກໍາປູເຈຍ ເລິກເຊິ່ງກວ່າອີກ, ຊຸກຍູ້ການຮ່ວມມືຂອງບັນດາພັກການເມືອງອາຊີ

ເຮັດໃຫ້ການພົວພັນຫວຽດນາມ-ກໍາປູເຈຍ ເລິກເຊິ່ງກວ່າອີກ, ຊຸກຍູ້ການຮ່ວມມືຂອງບັນດາພັກການເມືອງອາຊີ

ຍສໝ - ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງພັກ, ລັດຫວຽດນາມ ໄປຢ້ຽມຢາມ ລາຊະອານາຈັກ ກຳປູເຈຍ ຢ່າງເປັນທາງການ, ເຂົ້າຮ່ວມກອງປະຊຸມຄົບຄະນະ ຄັ້ງທີ 12 ຂອງພັກ ICAPP ແລະວາລະປະຊຸມຄົບຄະນະ ຄັ້ງທີ 11 ຂອງລັດຖະສະພາສາກົນ ເພື່ອຄວາມໂອບອ້ອມອາລີ ແລະສັນຕິພາບ (IPTP) ໃນລະຫວ່າງວັນທີ 21-24 ພະຈິກ.

ການພົວພັນມິດຕະພາບ ຫວຽດນາມ - ລາວ ສວຍສົດງົດງາມຕະຫຼອດໄປ, ໝັ້ນຄົງຂະໜົງແກ່ນຈົນຊົ່ວກາລະນານ

ການພົວພັນມິດຕະພາບ ຫວຽດນາມ - ລາວ ສວຍສົດງົດງາມຕະຫຼອດໄປ, ໝັ້ນຄົງຂະໜົງແກ່ນຈົນຊົ່ວກາລະນານ

ຍສໝ - ຕອນ​ເຊົ້າ​ວັນ​ທີ 15 ພະຈິກ, ທ່ານ​ຮອງ​ປະ​ທານ​ສະ​ພາ​ປະ​ຊາ​ຊົນ​ນະ​ຄອນ ​ໂຮ່​ຈິ​ມິງ ຟ້າມ​ແທ່ງ​ກຽນ ໄດ້​ມີ​ການ​ຕ້ອນຮັບຄະນະພະນັກງານ​ ຄະນະໂຄສະນາອົບຮົມສູນ​ກາງ​ພັກ​ປະ​ຊາ​ຊົນການ​ປະ​ຕິ​ວັດ​ ລາວ ນໍາໂດຍທ່ານ ຄຳ​ກອງ ທຳມະ​ເທ​ວາ ​ກໍາມະການຄະນະບໍລິຫານງານອົງຄະນະພັກ, ຫົວໜ້າກົມອົບຮົມ, ຄະນະໂຄສະນາອົບຮົມ​ສູນ​ກາງ​ພັກ​ປະ​ຊາ​ຊົນການ​ປະ​ຕິ​ວັດ​ ລາວ.

ກຳປັ່ນ SSEAYP ເຂົ້າທຽບທ່າກຳປັ່ນນະຄອນ ໂຮ່ຈິມິນ: ຂີດໝາຍສຳຄັນໃນການພົວພັນມິດຕະພາບພາກພື້ນ

ກຳປັ່ນ SSEAYP ເຂົ້າທຽບທ່າກຳປັ່ນນະຄອນ ໂຮ່ຈິມິນ: ຂີດໝາຍສຳຄັນໃນການພົວພັນມິດຕະພາບພາກພື້ນ

ຍສໝ - ວັນ​ທີ 14 ພະຈິກ​, ກຳ​ປັ່ນ​ຊາວ​ໜຸ່ມ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ແລະ ຍີ່ປຸ່ນ (SSEAYP) ​ໄດ້​ເຂົ້າ​ຈອດ​ທຽບທ່າ​ກຳ​ປັ່ນ ເຕີນກາງ - ຫຽບເຟືອກ, ນະຄອນ​ໂຮ່ຈິ​ມິນ, ​ໂດຍ​ມີ​ຜູ້​ແທນ 168 ທ່ານ​ທີ່​ມາ​ຈາກ 9 ປະ​ເທດຂຶ້ນກັບ ​ອາ​ຊຽນ, ຕີ​ມໍ​ເລັສ​ເຕ ​ແລະ ຍີ່ປຸ່ນ. ນີ້​ແມ່ນ​ຄັ້ງ​ທີ 48 ທີ່​ໄດ້​ຈັດ​ຕັ້ງ​ລາຍການ, ​ແມ່ນ​ຂີດ​ໝາຍ​ສຳຄັນ​ໃນ​ການ​ພົວພັນ​ມິດຕະພາບ​ພາກ​ພື້ນ.

ສືບຕໍ່ເພີ່ມພູນຄູນສ້າງການພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ-ລາວ

ສືບຕໍ່ເພີ່ມພູນຄູນສ້າງການພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ-ລາວ

ຍສໝ - ສະມາຄົມມິດຕະພາບຫວຽດນາມ-ລາວ ແຂວງກາວບັ່ງ ໄດ້ຮັບການສ້າງຕັ້ງແຕ່ປີ 2013, ມາຮອດປະຈຸບັນ, ສະມາຄົມໄດ້ຜັນຂະຫຍາຍການເຄື່ອນໄຫວແທດຈິງ, ມີປະສິດທິຜົນຖືກຕາມແນວທາງ, ນະໂຍບາຍການທູດຂອງພັກ ແລະລັດ, ນັບມື້ນັບເສີມຂະຫຍາຍການເຄື່ອນໄຫວໃນວຽກງານການທູດປະຊາຊົນ, ຜ່ານຜ່າຄວາມຫຍຸ້ງຍາກ ເພື່ອປະຕິບັດສໍາເລັດໜ້າທີ່ຮັກສາ ແລະປົກປັກຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ຊຸກຍູ້ການຮ່ວມມືສາກົນຫຼາຍຂະແໜງ, ຫຼາຍຂົງເຂດ ກໍ່ຄືພັດທະນາເຄືອຂ່າຍການເຄື່ອນໄຫວການທູດປະຊາຊົນໃນບໍລິເວນແຂວງ.