ບັກຢາງ: ສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຈີນ

14:00 | 15/01/2025

ຍສໝ - ວັນ​ທີ 12 ມັງກອນ​ນີ້, ຢູ່​ແຂວງ ບັກ​ຢາງ, ສະມາຄົມ​ມິດຕະພາບ ​ຫວຽດນາມ - ຈີນ ​ແຂວງ ບັກ​ຢາງ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສະ​ເຫຼີມສະຫຼອງ 75 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ຫວຽດນາມ - ຈີນ, ພ້ອມກັນນັ້ນ ກໍ່ສະຫຼຸບ​ວຽກ​ງານ​ການ​ທູດ​​ປະຊາຊົນ​ປີ 2024 ແລະ ວາງອອກທິດທາງການ​ເຄື່ອນໄຫວ​ ປີ 2025​.

ສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນ ຫວຽດນາມ ຢູ່ ຈີນ ແລະ ລາວ
ສະເຫຼີມສະຫຼອງ 80 ປີແຫ່ງວັນກອງທັບປະຊາຊົນ ຫວຽດນາມ ຢູ່ ລັດເຊຍ, ອິນເດຍ ແລະ ອົດສະຕາລີ

ບັນດາ​ຜູ້​ແທນ​ໄດ້​ທົບ​ທວນ​ຄືນ​ປະຫວັດສາດ 75 ປີ​ແຫ່ງ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ 2 ປະ​ເທດ ​ແລະ ຊົມ​ຮູບເງົາ​ເອກະສານ “ຊຸມເດືອນປີ​ທີ່ຄຽງຂ້າງ​ກັນ”. ນັບແຕ່ເມື່ອສ້າງຕັ້ງໃນວັນທີ 27 ກໍລະກົດ 1999, ສະມາຄົມມິດຕະພາບ ຫວຽດນາມ-ຈີນ ແຂວງ ບັກຢາງ (ສະມາຄົມ) ໄດ້ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ, ປະຈຸບັນມີ 12 ສາຂາດ້ວຍສະມາຊິກທັງໝົດ 170 ກວ່າທ່ານ. ສະມາຄົມ​ດັ່ງກ່າວ​ໄດ້​ສ້າງ​ຕັ້ງ​ສາຂາສະມາຄົມ​ມິດຕະພາບ​ ຫວຽດນາມ-​ຈີນ ​ຂອງ​ມະຫາວິທະຍາ​ໄລ​ກະສິກຳ ​ແລະ ປ່າ​ໄມ້​ ບັກ​ຢາງ, ​ໃນ​ນັ້ນ ​ມີ​ປະລິນຍາເອກ ແລະ ​ປະລິນຍາ​ໂທ​ເກືອບ 20 ຄົນທີ່​ຮຽນ​ຈົບ​ຢູ່ ​ຈີນ.

ບັກຢາງ: ສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຈີນ

ສະມາຄົມມິດຕະພາບ ຫວຽດນາມ - ຈີນ ແຂວງ ບັກຢາງ ໄດ້ຈັດຕັ້ງການພົບປະສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຈີນ.

ປີ​ກາຍ​ນີ້, ສະມາຄົມ​ໄດ້​ສົມທົບ​ກັບ​ສະຖານທູດ​ ຈີນ ​ປະຈຳ​ ຫວຽດນາມ ​ເພື່ອ​ມອບ​ທຶນ​ສຶກສາ​ໃຫ້​ນັກ​ສຶກສາ​ດີ​ເດັ່ນ 7 ຄົນ​ຢູ່​ຕາ​ແສງ ​ແລະ ​ຕ້ອນຮັບ​ຄະນະນັກຮົບເກົ່າ, ຍາດພີ່ນ້ອງນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ​ ຈີນ ໄປໄວ້ອາໄລ​ສຸສານ​ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ ​ຈີນ ​ຢູ່​ຕາ​ແສງ ດາວໝີ້ , ​ເມືອງ ລ້າງຢາງ. ບັນດາ​ການ​ເຄື່ອນ​ໄຫວ​ນີ້ ​ສະ​ແດງ​ໃຫ້​ເຫັນ​ນ້ຳ​ໃຈ​ມິດຕະພາບ, ປະກອບສ່ວນສະໜິດຕິດພັນການ​ພົວພັນ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ.

ທີ່ເຫດການນີ້, ບັນດາຜູ້ແທນໄດ້ປຶກສາຫາລື ແລະ ຕີລາຄາໝາກຜົນການເຄື່ອນໄຫວໃນໄລຍະຜ່ານມາ, ສະເໜີບັນດາວິທີການແກ້ໄຂເພື່ອຍົກສູງຄຸນນະພາບການຈັດຕັ້ງບັນດາການເຄື່ອນໄຫວ ເພື່ອແນໃສ່ຊຸກຍູ້ການຮ່ວມມືມິດຕະພາບ, ພົບປະແລກປ່ຽນວັດທະນະທຳລະຫວ່າງປະຊາຊົນສອງປະເທດ, ພ້ອມກັນນັ້ນ ກໍ່ປະຕິບັດບົດບັນທຶກຊ່ວຍຈຳລະຫວ່າງຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ​ ບັກ​ຢາງ ແລະ ອຳນາດການປົກຄອງນະ​ຄອນ​ ນານນິງ ແຂວງ​ ກວາງ​ຊີ ປະ​ເທດ​ຈີນ ຢ່າງມີປະສິດທິຜົນ.

ສະມາຄົມ​ໄດ້​ວາງ​ອອກ 5 ໜ້າ​ທີ່​ຈຸດສຸມ​ໃນ​ປີ 2025, ລວມ​ມີ:

ທິໜຶ່ງ, ສືບ​ຕໍ່​ໂຄສະນາ​ ​ແລະ ຍົກ​ສູງ​ຄວາມ​ຮັບ​ຮູ້​ໃຫ້​ບັນດາ​ສະມາຊິກສະມາຄົມ ​ແລະ ປະຊາຊົນ​ກ່ຽວ​ກັບແຜນນະໂຍບາຍ, ແນວທາງຂອງ​ພັກ, ນະ​ໂຍບາຍ​ກົດໝາຍຂອງ​ລັດ. ປະຕິບັດ​ຂະບວນການແຂ່ງຂັນ​ຮັກ​ຊາດໃຫ້ເປັນ​ຢ່າງ​ດີ, ບັນດາ​ການຂົນຂວາຍ​ໂດຍ​ຄະນະ​ພັກ, ອຳນາດການປົກຄອງ, ແນວ​ໂຮມ​ປະ​ເທດ​ຊາດ ​ແລະ ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ແຂວງ ບັກ​ຢາງ ໄດ້ປຸກລະດົມ. ​ໂຄສະນາ​ເຜີຍ​ແຜ່ບັນດາ​ມູນເຊື້ອ, ເຫດການ​ການ​ເມືອງທີ່​ສຳຄັນ​ຂອງ​ປະ​ເທດຊາດ, ຂອງ​​ແຂວງ.

ທີສອງ, ກວດກາ​ຄືນ, ສ້າງອົງການ​ສະມາຄົມໃຫ້​ນັບມື້ນັບ​ເຂັ້ມ​ແຂງ​​ທັງ​ດ້ານ​ປະລິມານ ​ແລະ ຄຸນ​ນະພາ​ບຢ່າງເປັນປະຈຳ. ຈັດ​ຕັ້ງ​ບັນດາກິດ​ຈະ​ກໍາ​ຖືກຕາມ​ກົດລະບຽບ ​ແລະ ຂໍ້ກຳນົດ​ໃນ​ປັດ​ຈຸ​ບັນ​. ກະກຽມ​ຢ່າງ​ລອບຄອບ ເພື່ອ​ຈັດ​ຕັ້ງ​ກອງ​ປະຊຸມ​ໃຫຍ່​ສະມາຄົມ​ມິດຕະພາບ​ ຫວຽດນາມ-​ຈີນ ​ຄັ້ງ​ທີ V ​ອາຍຸການ 2025-2030.

ບັກຢາງ: ສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຈີນ

ທ່ານ ຫງວຽນ​ດຶກ​ຈ້ອງ, ຮອງ​ປະ​ທານຜູ້ປະຈຳການ, ເລ​ຂາ​ທິ​ການ​ສະ​ຫະ​ພັນ​ອົງ​ການ​ມິດ​ຕະ​ພາບ​ແຂວງ ບັກ​ຢາງ ກ່າວ​ຄຳ​ປາໄສທີ່​ການພົບປະ.

ທີ​ສາມ, ສົມທົບ​ກັນ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ແລກປ່ຽນ​ຄະນະ​ລະຫວ່າງ ​ຫວຽດນາມ - ຈີນ ຢູ່​ແຂວງ ບັກ​ຢາງ ​ເປັນ​ຢ່າງ​ດີ. ເຮັດບົດບາດ​ເປັນ​ຂົວເຊື່ອມ​ຕໍ່​ລະຫວ່າງ​ບັນດາອົງການ, ​ວິ​ສາ​ຫະກິດ ​ບັກ​ຢາງ ກັບຄູ່ຮ່ວມມືຂອງ​ຈີນ ໃຫ້ເປັນຢ່າງດີ. ຍູ້​ແຮງ​ການ​ແລກປ່ຽນ​ວັດທະນະທຳ, ໜູນ​ຊ່ວຍການ​ສຶກສາ, ການ​ກຸສົນ​ສັງຄົມ ​ແລະ ຂຸດ​ຄົ້ນແຫຼ່ງຊ່ວຍເຫຼືອ​​ຂອງບັນດາ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ​ຕ່າງປະ​ເທດ​ ເພື່ອ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ແຂວງ. ພ້ອມ​ກັນ​ນັ້ນ, ກໍ່ສົມທົບ​ກັບ​ບັນດາສະມາຄົມ​ສອງ​ຝ່າຍ ​ແລະ ​ວິ​ສາ​ຫະກິດ ​ຈີນ ທີ່ພວມດຳ​ເນີນ​ໃນບໍລິເວນ​ແຂວງ​ເພື່ອ​ຍົກ​ສູງ​ການ​ເຄື່ອນ​ໄຫວຢ່າງປະສິດທິ​ຜົນ​.

ທີສີ່, ສືບ​ຕໍ່​ຄຸ້ມ​ຄອງ​, ເບິ່ງແຍງດູແລສຸສານ​ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອຊາດ​ ຈີນ ​ຢູ່ແຂວງຢ່າງລອບຄອບ. ຕ້ອນຮັບບັນດາຄະນະແຂກ​​ຢ້ຽມຢາມ, ​ໂດຍ​ສະ​ເພາະ​ແມ່ນ​ໃນບັນດາ​ວັນບຸນ, ປີໃໝ່​ ​ແລະ ສົມທົບ​ກັນຈັດຕັ້ງບັນດາການ​ເຄື່ອນ​ໄຫວ​ຕາມ​ຄວາມ​ຕ້ອງການ​ຂອງບັນດາຂັ້ນ, ຂະແໜງການ​. ​ເພີ່ມ​ທະວີ​ການ​ຢ້ຽມຢາມ ​ແລະ ຊຸກຍູ້​ບັນດາ​ສະມາຊິກ​ສະມາຄົມເມື່ອ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ພ້ອມກັນນັ້ນ ກໍ່ສົ່ງເສີມ​ບັນດາ​ສະມາຊິກສະມາຄົມ​ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ​ໃນ​ການ​ພັດທະນາ​ເສດຖະກິດ.

ທີ​ຫ້າ, ​ເສີມ​ຂະຫຍາຍ​ບົດບາດ​ຂອງກໍາມະການ​ຄະນະບໍລິຫານງານ, ຄະນະ​ປະຈຳ​ໃນ​ການ​ຊີ້​ນຳ ​ແລະ ແນະນຳການເຄື່ອນໄຫວ​ຂອງ​ສະມາຄົມ. ປ່ຽນແປງໃໝ່ເນື້ອໃນ ແລະ ວິທີການເຄື່ອນໄຫວຕາມທິດທີ່ອຸດົມສົມບູນ, ສຸມໃສ່ເຂົ້າບັນດາໜ້າທີ່ຈຸດສຸມ. ​ເຂົ້າ​ຮ່ວມ​ຢ່າງ​ຄົບ​ຖ້ວນ ​ແລະ ມີ​ຄວາມ​ຮັບຜິດຊອບ​ໃນ​ບັນດາການ​ເຄື່ອນ​ໄຫວ​ການ​ທູດ​ປະຊາຊົນ​ໂດຍ​ສູນ​ກາງສະມາຄົມ ​ແລະ ສະຫະພັນ​ຈັດຕັ້ງ.

ບັກຢາງ ຊ່ວຍເຫຼືອປະຊາຊົນ ແຂວງໄຊສົມບູນ (ລາວ) ປັບປຸງລາຍຮັບຈາກອາຊີບກະສິກຳ

ບັກຢາງ ຊ່ວຍເຫຼືອປະຊາຊົນ ແຂວງໄຊສົມບູນ (ລາວ) ປັບປຸງລາຍຮັບຈາກອາຊີບກະສິກຳ

ຍສໝ - ຈາກ​ລົດ​ບັນທຸກແນວພັນປາ​ຂ້າມ​ພູ​ໄປ​ສູ່​ທົ່ງ​ນາ​ສີຂຽວ​ອຸ່ມ​ທຸ່ມ, ​ແຂວງ​ບັກ​ຢາງ ​ໄດ້ ແລະ ພວມປະກອບສ່ວນ​ຊ່ວຍ​ປະຊາຊົນ​ແຂວງ​ໄຊ​ສົມບູນ (ລາວ) ພັດທະນາ​ເສດຖະກິດ​ກະສິກຳ, ສ້າງ​ພື້ນຖານ​ການຫາລ້ຽງຊີບແບບຍາວນານຢ່າງ​ໝັ້ນຄົງ.

ສະເຫຼີມສະຫຼອງ 75 ປີແຫ່ງວັນມູນເຊື້ອທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ຢູ່ ລາວ (30-10-1949 / 30-10-2024): ສັນຍາລັກອັນຜ່ອງໃສຂອງນ້ຳໃຈມິດຕະພາບອັນຍິ່ງໃຫຍ່ລະຫວ່າງຫວຽດນາມ-ລາວ

ສະເຫຼີມສະຫຼອງ 75 ປີແຫ່ງວັນມູນເຊື້ອທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ຢູ່ ລາວ (30-10-1949 / 30-10-2024): ສັນຍາລັກອັນຜ່ອງໃສຂອງນ້ຳໃຈມິດຕະພາບອັນຍິ່ງໃຫຍ່ລະຫວ່າງຫວຽດນາມ-ລາວ

ຍສໝ - ຕ້ອງຢັ້ງຢືນວ່າ ປະຫວັດສາດຕິດພັນກັນສະໜິດແໜ້ນອັນຍາວນານ ແລະມູນເຊື້ອສາມັກຄີຊ່ວຍເຫຼືອ, ອຸ້ມຊູ້ຊ່ວຍເຫຼືອເຊິ່ງກັນ ແລະກັນລະຫວ່າງສອງຊາດພວກເຮົາບໍ່ແມ່ນຍ້ອນຄວາມປາດຖະໜາຢຢາກພາວະວິໄສຂອງຝ່າຍໃດຝ່າຍໜຶ່ງ ເຊິ່ງເລີ່ມຈາກຕົວຈິງວ່າ ຫວຽດນາມ ແລະລາວ ແມ່ນສອງປະເທດບ້ານໃກ້ເຮືອນຄຽງຕິດພັນກັນສະໜິດແໜ້ນ, ພູຜາປ່າດົງແມ່ນ້ຳລຳເຊຫຼາຍສາຍຕິດຈອດກັນ, ອີງຫຼັງໃສ່ສາຍພູຫຼວງໃຫຍ່ໂຕມະໂຫຖານ, ຮ່ວມກິນນ້ຳແມ່ນ້ຳຂອງ, ມີຫຼາຍຈຸດຄ້າຍຄືກັນດ້ານປະຫວັດສາດ, ເສດຖະກິດ, ວັດທະນະທຳ, ປະຊາຊົນສອງປະເທດອົງອາດກ້າແກ່ນຕ້ານສັດຕູຜູ້ຮຸກຮານ, ເຕັມໄປດ້ວຍຄວາມເມດຕາ, ຕ່າງຝ່າຍຕ່າງມີຜົນປະໂຫຍດກ່ຽວກັບເອກະລາດ, ເປັນເຈົ້າຕົນເອງ ແລະຄວາມມຸ່ງມາດປາດຖະໜາອັນຊອບທຳກ່ຽວກັບສັນຕິພາບ, ພັດທະນາ.

ແທັງຮັ່ງ