ຕໍ່ກໍາລັງໜູນໃຫ້ແກ່ການພົວພັນຫວຽດນາມ-ລາວ ຕື່ມອີກ

09:56 | 10/01/2025

ຍສໝ - ໂດຍໄດ້ຮັບຄໍາເຊີນຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ, ທ່ານ ຟ້າມມິງຈີ໊ງ ນາຍົກລັດຖະມົນຕີຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງລັດຖະບານຫວຽດນາມ ຈະເດີນທາງໄປຢ້ຽມຢາມລາວ ແລະເປັນປະທານຮ່ວມກອງປະຊຸມ ຄັ້ງທີ 47 ຄະນະກຳມະການຮ່ວມມືທະວີພາຄີລະຫວ່າງລັດຖະບານຫວຽດນາມ-ລາວ ໃນລະຫວ່າງວັນທີ 9-10 ມັງກອນ 2025.

ຕໍ່ກໍາລັງໜູນໃຫ້ແກ່ການພົວພັນຫວຽດນາມ-ລາວ ຕື່ມອີກ

ພາບໜ້າປົກ: ໃນການເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງຢູ່ນະຄອນຫຼວງວຽງຈັນ (ລາວ), ວັນທີ 8 ຕຸລາ 2024, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິ໊ງ ພົບປະກັບ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ປະທານອາຊຽນ 2024. ພາບ: TTXVN

ສາຍ​ພົວ​ພັນໄດ້ຮັບການປັບປຸງ ​ແລະ​ພັດ​ທະ​ນາຢ່າງຕັ້ງໜ້າ

ຕອນເຊົ້າວັນທີ 9 ມັງກອນ, ພາຍຫຼັງມາຮອດນະຄອນຫຼວງວຽງຈັນ, ທ່ານ ຟ້າມມິງຈີ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ພ້ອມກັບທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ ເປັນປະທານຮ່ວມກອງປະຊຸມ ຄັ້ງທີ 47 ຄະນະກຳມະການຮ່ວມມືທະວີພາຄີລະຫວ່າງລັດຖະບານ ຫວຽດນາມ-ລາວ.

ທີ່ກອງປະຊຸມ, ນາຍົກລັດຖະມົນຕີສອງທ່ານ ໄດ້ສະແດງຄວາມປິຕິຊົມຊື່ນຕໍ່ໝາກຜົນການຮ່ວມມືທີ່ປະສົບຜົນສຳເລັດໃນຫຼາຍຂົງເຂດ. ປີ 2024, ການຮ່ວມມືດ້ານເສດຖະກິດການຄ້າ ແລະການລົງທຶນໄດ້ຮັບຄວາມເອົາໃຈໃສ່, ຊຸກຍູ້ ແລະໄດ້ຮັບໝາກຜົນທີ່ເປັນໜ້າຮັບຮູ້: ສະສົມຮອດປະຈຸບັນ, ວິສາຫະກິດຫວຽດນາມ ໄດ້ລົງທຶນຢູ່ລາວ ບັນລຸ 267 ໂຄງການ, ດ້ວຍຍອດຈຳນວນທຶນຈົດທະບຽນ 5,7 ຕື້ໂດລາສະຫະລັດ; ທຶນປະຕິບັດບັນລຸປະມານ 2,8 ຕື້ໂດລາສະຫະລັດ. ໃນສະພາບການເສດຖະກິດໂລກ ແລະພາກພື້ນສືບຕໍ່ປະສົບກັບຄວາມຫຍຸ້ງຍາກ, ຄວາມຕ້ອງການຂອງຜູ້ບໍລິໂພກຫຼຸດລົງ, ວົງເງິນການຄ້າສອງຝ່າຍລະຫວ່າງ ຫວຽດນາມ-ລາວ ປີ 2024 ສ້າງຂີດໝາຍເມື່ອຍອດວົງເງິນການຄ້າສອງປະເທດລື່ນກາຍລະດັບ 2,2 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 33,9% ເມື່ອທຽບໃສ່ປີ 2023, ໃນນັ້ນເປັນໜ້າຮັບຮູ້ ແມ່ນລາວ ສົ່ງອອກເກີນດຸນໄປຍັງຫວຽດນາມ ກວ່າ 730 ລ້ານໂດລາສະຫະລັດ.

ຕໍ່ກໍາລັງໜູນໃຫ້ແກ່ການພົວພັນຫວຽດນາມ-ລາວ ຕື່ມອີກ
ນາຍົກລັດຖະມົນຕີຫວຽດນາມ ແລະນາຍົກລັດຖະມົນຕີລາວ ເປັນປະທານຮ່ວມກອງປະຊຸມ ຄັ້ງທີ 47 ຄະນະກຳມະການຮ່ວມມືທະວີພາຄີລະຫວ່າງລັດຖະບານ ຫວຽດນາມ-ລາວ. ພາບ: ສໍານັກຂ່າວສານຫວຽດນາມ

ກ່ຽວກັບຈຸດສຸມການຮ່ວມມືປີ 2025, ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ນຳການພົວພັນດ້ານການເມືອງ, ການທູດລະຫວ່າງສອງປະເທດເຂົ້າສູ່ລວງເລິກ; ເພີ່ມທະວີເສົາຄໍ້າການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ສືບຕໍ່ໃຫ້ບຸລິມະສິດພິເສດແກ່ການຮ່ວມມືດ້ານການສຶກສາ-ບໍາລຸງສ້າງ ແລະເສດຖະກິດ. ຊຸກຍູ້ການເຕີບໂຕວົງເງິນການຄ້າຢ່າງແຂງແຮງ, ສູ້ຊົນສືບຕໍ່ຊຸກຍູ້ເພີ່ມວົງເງິນການຄ້າລະຫວ່າງສອງປະເທດໃຫ້ໄດ້ 10-15% ໃນປີ 2025 ເມື່ອທຽບໃສ່ປີ 2024, ມຸ່ງໄປເຖິງບັນລຸວົງເງິນການຄ້າ 5 ຕື້ໂດລາສະຫະລັດ ໂດຍໄວ; ສຸມໃສ່ແກ້ໄຂຄວາມຫຍຸ້ງຍາກ, ຊຸກຍູ້ຜັນຂະຫຍາຍການເຊື່ອມຕໍ່ໂຄງລ່າງຄົມມະນາຄົມ. ຖືກະສິກໍາ ແລະການພັດທະນາຊົນນະບົດແມ່ນໜຶ່ງໃນບັນດາເສົາຄໍ້າຂອງການຮ່ວມມືດ້ານເສດຖະກິດລະຫວ່າງສອງປະເທດ.

ສະຫຼຸບທີ່ກອງປະຊຸມ, ນາຍົກລັດຖະມົນຕີສອງທ່ານ ໄດ້ເນັ້ນໜັກຈະສຸມໃສ່ຊີ້ນຳຢ່າງຂ້ຽວຂາດບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ວິສາຫະກິດ, ຫົວໜ່ວຍທີ່ກ່ຽວຂ້ອງສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຂໍ້ຕົກລົງຄຳໝັ້ນສັນຍາຢ່າງມີປະສິດທິຜົນ, ໃນນັ້ນຈະສືບຕໍ່ສ້າງຄວາມສະດວກຢ່າງສຸດຂີດໃຫ້ວິສາຫະກິດສອງປະເທດໃນການຮ່ວມມືລົງທຶນ, ຜະລິດດຳເນີນທຸລະກິດ. ສອງຝ່າຍເຊື່ອໝັ້ນວ່າ, ສຳເລັດຜົນຂອງກອງປະຊຸມຈະສ້າງກຳລັງໜູນໃໝ່ຊ່ວຍການພົວພັນຮ່ວມມືລະຫວ່າງສອງປະເທດ ນັບມື້ນັບພັດທະນາ, ເຂົ້າສູ່ລວງເລິກ, ແທດຈິງ, ໄວ້ເນື້ອເຊື່ອໃຈ ແລະມີປະສິດທິຜົນ, ປະກອບສ່ວນປັບປຸງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ-ລາວ ໃນໄລຍະຈະມາເຖິງ.

ການລົງທຶນຫວຽດນາມ ໄປຍັງລາວ ເພີ່ມຂຶ້ນຢ່າງວ່ອງໄວ; ລາວ ສົ່ງອອກເກີນດຸນໄປຍັງຫວຽດນາມ

ຕອນບ່າຍວັນທີ 9 ມັງກອນ, ຢູ່ນະຄອນຫຼວງວຽງຈັນ, ທ່ານ ຟ້າມມິງຈີ໊ງ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ ເປັນປະທານຮ່ວມກອງປະຊຸມຮ່ວມມືລົງທຶນ ຫວຽດນາມ-ລາວ ດ້ວຍຫົວຂໍ້ “ຊຸກຍູ້ພ້ອມກັນພັດທະນາແບບຍືນຍົງ ແລະວັດທະນາຖາວອນ”.

ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ຮັບຟັງບົດລາຍງານກ່ຽວກັບສະພາບແວດລ້ອມ, ນະໂຍບາຍດຶງດູດການລົງທຶນເຂົ້າລາວ; ສະພາບການຮ່ວມມືດ້ານການລົງທຶນ ຫວຽດນາມ-ລາວ ໃນໄລຍະຜ່ານມາ ແລະທິດທາງຮ່ວມມືລົງທຶນໃນໄລຍະຈະມາເຖິງ; ຕີລາຄາກ່ຽວກັບຄວາມສາມາດບົ່ມຊ້ອນໃນການຮ່ວມມືລົງທຶນ, ດຳເນີນທຸລະກິດຂອງວິສາຫະກິດສອງປະເທດ, ເປັນຕົ້ນແມ່ນໃນຂົງເຂດແຮ່ທາດ, ກະສິກຳ, ພື້ນຖານໂຄງລ່າງ, ພະລັງງານ, ອຸດສາຫະກຳປຸງແຕ່ງ, ຂົນສົ່ງ, logistics, ທ່ອງທ່ຽວ... ບັນດາວິສາຫະກິດກໍ່ສະເໜີ, ສະເໜີແນະຕໍ່ລັດຖະບານສອງປະເທດແນໃສ່ສ້າງເງື່ອນໄຂທີ່ດີກວ່າເພື່ອໃຫ້ວິສາຫະກິດສອງປະເທດພັດທະນາ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ໃຫ້ຮູ້ວ່າ ພັກ, ລັດຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະໃຫ້ບຸລິມະສິດສູງສຸດແກ່ການຮັກສາ ແລະພັດທະນາການພົວພັນມິດຕະພາບກັບລາວ. ການນຳຂັ້ນສູງສອງປະເທດຫວຽດນາມ ແລະລາວ ໄດ້ຕັດສິນໃຈຍົກລະດັບການຮ່ວມມືດ້ານເສດຖະກິດ, ການລົງທຶນໃຫ້ກາຍເປັນເສົາຄໍ້າອັນໜັກແໜ້ນໃນການພົວພັນລະຫວ່າງສອງປະເທດ, ສົມກັບຄວາມສາມາດບົ່ມຊ້ອນ ແລະຂະໜາດຂອງນໍ້າໃຈມິດຕະພາບອັນຍິ່ງໃຫຍ່, ການຮ່ວມມືຮອບດ້ານ ແລະຄວາມສາມັກຄີແບບພິເສດ ຫວຽດນາມ-ລາວ. ໃນຕອນເຊົ້າວັນດຽວກັນ, ທີ່ກອງປະຊຸມ ຄັ້ງທີ 47 ຄະນະກໍາມະການຮ່ວມມືທະວີພາຄີລະຫວ່າງລັດຖະບານ ຫວຽດນາມ-ລາວ ກໍ່ແມ່ນເນື້ອໃນສຳຄັນ ເຊິ່ງນາຍົກລັດຖະມົນຕີສອງປະເທດ ໄດ້ແລກປ່ຽນ ແລະເຫັນດີເປັນເອກະພາບ.

ຕໍ່ກໍາລັງໜູນໃຫ້ແກ່ການພົວພັນຫວຽດນາມ-ລາວ ຕື່ມອີກ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ແລະທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ເປັນປະທານຮ່ວມກອງປະຊຸມຮ່ວມມືລົງທຶນ ຫວຽດນາມ-ລາວ 2025.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ຖືວ່າ ສອງປະເທດມີເງື່ອນໄຂສະດວກໃນຫຼາຍດ້ານ, ຄື: ການພົວພັນດ້ານການເມືອງ, ການຕ່າງປະເທດ, ເງື່ອນໄຂພູມສາດ, ວັດທະນະທຳ, ການແບ່ງປັນ, ຄວາມຮັກແພງເຊິ່ງກັນ ແລະກັນ, ແຕ່ຜົນການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ ຫວຽດນາມ-ລາວ ຍັງຈຳກັດຢູ່, ບໍ່ທັນສົມກັບຄວາມສາມາດບົ່ມຊ້ອນທີ່ແຕກຕ່າງກັນ, ກາລະໂອກາດພົ້ນເດັ່ນ, ທ່າໄດ້ປຽບໃນການແກ່ງແຍ້ງຂອງສອງປະເທດ ແລະການພົວພັນສອງປະເທດ, ໃນນັ້ນການສົ່ງອອກຂອງຫວຽດນາມ ໄປຍັງລາວ ຍັງໜ້ອຍທີ່ສຸດ, ຫຼາຍໂຄງການຍັງຄ້າງໄວ້ຢູ່ ແລະແກ່ຍາວ...

ແກ້ໄຂຂໍ້ຕິດຂັດ, ຊຸກຍູ້ການຮ່ວມມືດ້ານເສດຖະກິດໃຫ້ເໝາະສົມກັບການພົວພັນສອງປະເທດ

ສະແດງຄວາມເປັນຫ່ວງ, ແມ່ນບໍ່ວ່າບັນດາຂໍ້ຈຳກັດດັ່ງກ່າວແມ່ນຍ້ອນລະບອບລະບຽບການ, ກົນໄກນະໂຍບາຍຍັງຄັບແຄບ, ພື້ນຖານໂຄງລ່າງເຊື່ອມຕໍ່ແຂງ, ເຊື່ອມຕໍ່ອ່ອນ, ພິເສດແມ່ນພື້ນຖານໂຄງລ່າງຄົມມະນາຄົມລະຫວ່າງ ຫວຽດນາມ-ລາວ ຍັງປະສົບກັບຄວາມຫຍຸ້ງຍາກ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ສະເໜີວ່າ ໃນໄລຍະຈະມາເຖິງ, ບັນດາກະຊວງ, ຂະແໜງການ, ອົງການສອງປະເທດຕ້ອງຮ່ວມແຮງຮ່ວມໃຈ, ແກ້ໄຂຂໍ້ຕິດຂັດເພື່ອ “ມີສົ້ນອອກ” ໃຫ້ບັນດາໂຄງການ, ດ້ວຍຈິດໃຈ “ແບ່ງງານໃຫ້ຖືກຄົນ, ຖືກກັບວຽກງານ, ຖືກກັບເວລາ, ຖືກກັບຄວາມຮັບຜິດຊອບ, ຖືກກັບຜະລິດຕະພັນ”.

ໃຫ້ຮູ້ວ່າ ຫວຽດນາມ ພວມຊຸກຍູ້ການປະຕິບັດ 3 ບຸກທະລຸຍຸດທະສາດ, ໃນນັ້ນປັບປຸງລະບອບລະບຽບການການເມືອງໃຫ້ສົມບູນແບບ, ຫຼຸດຜ່ອນລະບຽບການບໍລິຫານ, ແບ່ງຂັ້ນ, ແບ່ງອຳນາດສ້າງເງື່ອນໄຂດີທີ່ສຸດ ເພື່ອໃຫ້ວິສາຫະກິດພັດທະນາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ສະເໜີບັນດາກະຊວງ, ຂະແໜງການສອງປະເທດ ຄວນຮັບຟັງຄຳຄິດເຫັນ, ຂໍ້ສະເໜີແນະຂອງວິສາຫະກິດເພື່ອແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດ, ແກ້ໄຂຂໍ້ຄົງຄ້າງໃຫ້ການພັດທະນາ; ຊຸກຍູ້ການເຊື່ອມຕໍ່ຕ່ອງໂສ້ການຜະລິດ ແລະການສະໜອງ; ເຊື່ອມຕໍ່ວິສາຫະກິດຈາກປະເທດທີສາມ; ພ້ອມກັນຜັນຂະຫຍາຍເຂດອຸດສາຫະກຳຢູ່ແຕ່ລະປະເທດ.

ແບ່ງປັນຄວາມສຳຄັນຂອງເວລາ, ພູມປັນຍາ, ລັກສະນະເດັດຂາດ, ຕັດສິນຜົນສຳເລັດ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ຫວັງວ່າ ວິສາຫະກິດຫວຽດນາມ ແລະລາວ ຈະຍາດແຍ່ງກາລະໂອກາດ, ສືບຕໍ່ຊຸກຍູ້ການລົງທຶນ, ເປີດກວ້າງການດຳເນີນທຸລະກິດ ໄປຍັງສອງປະເທດ; ວິສາຫະກິດຫວຽດນາມ ລົງທຶນຢູ່ລາວ ກໍ່ແມ່ນລົງທຶນໃຫ້ຫວຽດນາມ, ວິສາຫະກິດລາວ ລົງທຶນຢູ່ຫວຽດນາມ ກໍ່ແມ່ນລົງທຶນໃຫ້ລາວ; ບໍ່ພຽງແຕ່ເພື່ອຜົນກຳໄລເທົ່ານັ້ນ ຫາກຍັງແມ່ນຄວາມຮັບຜິດຊອບ, ອາລົມຈິດທີ່ສະຫງວນໃຫ້ກັນອີກດ້ວຍ.

ຕໍ່ກໍາລັງໜູນໃຫ້ແກ່ການພົວພັນຫວຽດນາມ-ລາວ ຕື່ມອີກ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ແລະທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ກັບບັນດາວິສາຫະກິດ.

ເຫັນດີກັບຄຳເຫັນຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ, ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໃຫ້ຮູ້ວ່າ ລັດຖະບານລາວ ພວມສືບຕໍ່ຕັ້ງໜ້າປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ດໍາເນີນທຸລະກິດ; ພ້ອມທັງຜັນຂະຫຍາຍຍຸດທະສາດໃຫຍ່ກ່ຽວກັບການເຊື່ອມໂຍງ ແລະການເຊື່ອມຕໍ່ເສດຖະກິດ; ພັດທະນາແບບຍືນຍົງ, ສີຂຽວ; ການຫັນເປັນດີຈີຕອນ; ທ່ານຊີ້ແຈ້ງວ່າ ລັດຖະບານສອງປະເທດມີຄວາມຕັດສິນໃຈສູງ ແລະເຫັນດີເປັນເອກະພາບວ່າ ສອງຝ່າຍຄວນສຸມໃສ່ພັດທະນາພື້ນຖານໂຄງລ່າງຄົມມະນາຄົມ, ຊຸກຍູ້ການເຊື່ອມໂຍງ ແລະເຊື່ອມຕໍ່, ພິເສດແມ່ນຊຸກຍູ້ບັນດາໂຄງການເຊື່ອມຕໍ່ກັບຫວຽດນາມ, ຄື: ໂຄງການທາງລົດໄຟ, ທາງບົກ, ທ່າກຳປັ່ນ ຫວຸງອ໊າງ 1, 2; 3; ຊຸກຍູ້ການຮ່ວມມືດ້ານການບິນ...

ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ຮຽກຮ້ອງວິສາຫະກິດຫວຽດນາມ ແລະລາວ ເພີ່ມທະວີການຊອກຮູ້ກາລະໂອກາດຮ່ວມມື, ການລົງທຶນໃນບັນດາຂົງເຂດ, ເປັນຕົ້ນແມ່ນຍູ້ແຮງການຮ່ວມມືພັດທະນາເຂດອຸດສາຫະກຳ ເພື່ອເພີ່ມທະວີການປຸງແຕ່ງວັດຖຸດິບຂອງລາວ, ບົນພື້ນຖານຫວຽດນາມ ມີບົດຮຽນພັດທະນາເຂດອຸດສາຫະກຳ, ຄື: ເຂດອຸດສາຫະກຳ ຫວຽດນາມ-ສິງກະໂປ (VSIP); ພັດທະນາພະລັງງານສະອາດ, ພະລັງງານແຮງລົມ... ກໍ່ແມ່ນຂົງເຂດສົ່ງເສີມການລົງທຶນ.

ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ຫວັງວ່າ ສອງຝ່າຍເສີມຂະຫຍາຍມູນເຊື້ອຮ່ວມມືອັນດີງາມ, ສືບຕໍ່ຈັດຕັ້ງບັນດາເວທີປາໄສ, ກອງປະຊຸມຊຸກຍູ້ການຮ່ວມມືດ້ານເສດຖະກິດໃຫ້ແຂງແຮງ ແລະມີປະສິດທິຜົນກວ່າອີກ, ສົມກັບສາຍພົວພັນແບບພິເສດອັນດີງາມລະຫວ່າງສອງປະເທດ.

* ກອງປະຊຸມໄດ້ມອບໃບຢັ້ງຢືນການລົງທຶນ ແລະຂໍ້ຕົກລົງຮ່ວມມືລົງທຶນ 13 ສະບັບໃຫ້ວິສາຫະກິດສອງປະເທດ.

* ພາຍຫຼັງກອງປະຊຸມ, ດ້ວຍການເປັນສັກຂີພິຍານຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ແລະທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ, ທະນາຄານແຫ່ງ ລັດຫວຽດນາມ ແລະທະນາຄານ ແຫ່ງ ສປປ ລາວ ໄດ້ປະກາດຂອບເຂດການຊໍາລະເງິນຕາ ແລະເຊື່ອມຕໍ່ການຊໍາລະຂາຍຍ່ອຍສອງຝ່າຍ, ດ້ວຍລະຫັດ QR ລະຫວ່າງຫວຽດນາມ ແລະລາວ.

ເຫດການ