ວັນທີ 13 ທັນວາ 2018, ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ພົນເອກ ປຣະຍຸດ ຈັນໂອຊາ ນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ພ້ອມດ້ວຍຄະນະ ໃນໂອກາດເດີນ ທາງມາເຂົ້າຮ່ວມກອງປະຊຸມ ຮ່ວມນາຍົກລັດຖະມົນຕີ ແລະ ລັດ ຖະມົນຕີ ລາວ-ໄທ ແບບບໍ່ເປັນທາງການ ( JCR ) ຄັ້ງທີ 3.
ຍສໝ - ຕອນບ່າຍຂອງວັນທີ 10 ທັນວາ ທີ່ສຳນັກງານນາຍົກ, ພະນະທ່ານ ຫງວ໋ຽນ ຊົນຟຸກ ນາຍົກລັດຖະມົນຕີ ສສ ຫວຽດນາມ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີ ກະຊວງຍຸດຕິທຳ ແຫ່ງ ສປປ ລາວ.
ໃນຂອບເຂດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການໃນລະຫວ່າງວັນທີ 06 – 08 ທັນວາ, ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ,
ໃນລະຫວ່າງວັນທີ 6-8 ທັນວາ 2018, ທ່ານ Samdech Techo Hun Sen ນາຍົກລັດຖະມົນຕີ ນໍາໜ້າຄະນະຜູ້ແທນຂັ້ນສູງລັດຖະບານລາຊະອານາຈັກ ກໍາປູເຈຍ ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ.
ໃນວັນທີ 7 ທັນວາ 2018 ຢູ່ທີ່ ສໍານັກງານນາຍົກລັດຖະມົນຕີ ທ່ານ ທອງລຸນ ສີສຸດລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງຄະນະຜູ້ແທນ ຂອງຄູ່ຮ່ວມພັດທະນາ ທີ່ໄດ້ເຂົ້າຮ່ວມກອງປະຊຸມໂຕະມົນ ປະຈຳປີ 2018, ຊຶ່ງນໍາໂດຍ ທ່ານ ສຸພັນ ແກ້ວມີໄຊ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ທ່ານ ນາງ ຄາລີນາ ອີມໂມເນັນ ຜູ້ປະ ສານງານອົງການ ສະຫະປະຊາຊາດ, ທັງເປັນຜູ້ຕາງໜ້າອົງການ ສະຫະປະຊາຊາດ ເພື່ອການພັດທະ ນາປະຈຳ ສປປ ລາວ.
ຖ້າບໍ່ດັ່ງນັ້ນ ຈະຕ້ອງປະເຊີນໜ້າກັບເລື່ອງ Brexit ບໍ່ບັນລຸໄດ້ຂໍ້ຕົກລົງ ຫຼື ຊ້ຳບໍ່ໜຳເປັນການຕ່າວປີ້ນ Brexit ຕື່ມອີກ.
ວັນທີ 5 ທັນວາ 2018 ນີ້, ທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ໄດ້ໃຫ້ກຽດຕ້ອນຮັບ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນແຊນ ນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກ ກຳປູເຈຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 5-6 ທັນວາ 2018 ນີ້.
ວັນທີ 04 ທັນວາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Shin Dong Bin, ປະທານກຸ່ມບໍລິສັດ Lotte.
ໃນວັນທີ 5 ທັນວາ 2018, ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນແຊນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 5-6 ທັນວາ 2018 ນີ້.
ໂດຍຕອບສະໜອງຕາມຄຳເຊີນ ຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນແຊນ ນາ ຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກກໍາປູເຈຍ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການໃນ ລະຫວ່າງ ວັນທີ 5-6 ທັນວາ 2018.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ຕ້ອນຮັບອົງມົງກຸດລາຊະກຸມມານເຂດ York Andrew Christian Edward
ພັກ, ລັດ ຍາມໃດກໍ່ເອົາໃຈໃສ່ວຽກງານກ່ຽວກັບຊາວຫວຽດນາມ ອາໄສຢູ່່ຕ່າງປະເທດ, ຖືຊາວ ຫວຽດນາມ ຢູ່ຕ່າງປະເທດ ແມ່ນພາກສ່ວນທີ່ບໍ່ອາດຕັດແຍກອອກຈາກຊາດ ຫວຽດນາມໄດ້.
ຕອນເຊົ້າວັນທີ 21 ພະຈິກ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ເປັນປະທານກອງປະຊຸມປ່ຽນແປງໃໝ່, ຍົກສູງປະສິດທິຜົນການເຄື່ອນໄຫວຂອງລັດວິສາຫະກິດ ຊຶ່ງຈຸດສຸມແມ່ນບັນດາກຸ່ມເສດຖະກິດ, ບໍລິສັດໃຫຍ່ແຫ່ງລັດ
ຍສໝ - ຜູ້ນຳຂອງລັດຖະບານ ສສ ຫວຽດນາມ ໄດ້ແບ່ງປັນວ່າ: ແຮງກົດດັນ ທີ່ແບກເທິງບ່າ ຂອງຄູ ນັບມື້ນັບໜັກໜ່ວງຂຶ້ນ, ໃນຄະນະທີ່ ລາຍຮັບ ແລະ ຊີວິດການເປັນຢູ່ ຍັງບໍ່ທັນໄດ້ການປັບປຸງໃຫ້ດີຂຶ້ນເທົ່າທີ່ຄວນ.
ໂດຍຕອບສະໜອງຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ, ທ່ານນາຍົກລັດຖະມົນຕີ ສະຫະພັນລັດເຊຍ Dmitry Medvedev ໄດ້ມາຢ້ຽມຢາມຫວຽດນາມຢ່າງເປັນທາງການໃນວັນທີ 18 ແລະ ວັນທີ 19 ພະຈິກ
ຕອນບ່າຍວັນທີ 17 ພະຈິກ, ທ່ານນາຍົກລັດຖະມົນຕີ ປາປົວນິວກີເນ Peter O’Neill ໄດ້ເປັນເຈົ້າພາບພິທີຕ້ອນຮັບບັນດາການນຳພື້ນຖານເສດຖະກິດເຂົ້າຮ່ວມສັບປະດາຂັ້ນສູງຄັ້ງທີ 26 ຂອງເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ທີ່ດຳເນີນຢູ່ນະຄອນຫລວງ Port Moresby ປະເທດ ປາປົວນິວກີເນ.
ວັນທີ 14 ພະຈິກ, ທີ່ສິງກະໂປ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຝຸກ ໄດ້ມີການພົບປະກັບທ່ານຮອງປະທານາທິບໍດີ ອາເມລິກາ Mike Pence.
ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 33 ແລະ ກອງປະຊຸມສຸດຍອດທີ່ກ່ຽວ ຂ້ອງອື່ນໆ ທີ່ ປະເທດສິງກະໂປ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວໄດ້ພົບປະສອງຝ່າຍກັບ ທ່ານ ມູນ ແຈ ອິນ ປະທານາທິບໍດີ ແຫ່ງ ສ.ເກົາຫລີ, ໃນວັນທີ 14 ພະຈິກ 2018, ເພື່ອຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງສອງປະເທດ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງຂຶ້ນ.
ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນ ຂອງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 33 ແລະ ບັນດາກອງປະຊຸມສຸດຍອດອື່ນໆ ທີ່ກ່ຽວຂ້ອງ, ເຊິ່ງໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນແລງຂອງວັນທີ 13 ພະຈິກ 2018 ທີ່ ປະເທດສິງກະໂປ (ປະ ທານອາຊຽນ ປີ 2018) ພາຍໃຕ້ຄຳຂວັນ: “ສ້າງປະຊາຄົມອາຊຽນໃຫ້ເຂັ້ມແຂງ ແລະ ທັນສະໄໝ”.
ໃນວັນທີ 8 ພະຈິກ 2018 ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂ່ຳນັບຂອງ ທ່ານ Yves Dauge ປະທານສະມາຄົມຊັບສິນທີ່ເປັນມໍລະດົກໂລກ ຂອງຝຣັ່ງ, ພ້ອມດ້ວຍ ຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຄື່ອນໄຫວເຮັດວຽກ ຢູ່ ສປປ ລາວ.